ສຸພາສິດ
1 ຕໍ່ໄປນີ້ແມ່ນສຸພາສິດຂອງໂຊໂລໂມນ+ລູກຊາຍຂອງດາວິດ+ ກະສັດຂອງອິດສະຣາເອນ.+
2 ສຸພາສິດເຫຼົ່ານີ້ຂຽນໄວ້ເພື່ອໃຫ້ເຈົ້າຮູ້ຈັກສະຕິປັນຍາ+ແລະການສັ່ງສອນ
ເພື່ອໃຫ້ເຂົ້າໃຈຄຳເວົ້າຂອງຄົນສະຫຼາດ
3 ເພື່ອຮັບເອົາການສັ່ງສອນ+ທີ່ເຮັດໃຫ້ມີຄວາມເຂົ້າໃຈ
ໃຫ້ເຮັດສິ່ງທີ່ຖືກຕ້ອງ+ ໃຫ້ຕັດສິນໃຈໄດ້ດີ+ ແລະໃຫ້ເປັນຄົນທີ່ຍຸຕິທຳ
4 ເພື່ອໃຫ້ຄົນທີ່ຂາດປະສົບການເປັນຄົນສຸຂຸມຮອບຄອບ+
ໃຫ້ຄົນທີ່ຍັງໜຸ່ມມີຄວາມຮູ້ແລະຮູ້ຈັກຄິດ.+
5 ຄົນສະຫຼາດມັກຟັງແລະຮັບເອົາຄຳສັ່ງສອນ.+
ຄົນຮູ້ຈັກຄິດກໍມັກຮັບເອົາຄຳແນະນຳ+
6 ເພື່ອຈະເຂົ້າໃຈສຸພາສິດແລະເລື່ອງເຕືອນໃຈໄດ້ດີຂຶ້ນ
ແລະເຂົ້າໃຈຄຳເວົ້າກັບຄຳທວາຍ+ຂອງຄົນສະຫຼາດ.
7 ການຢ້ານຢຳພະເຢໂຫວາເປັນຈຸດເລີ່ມຕົ້ນຂອງຄວາມຮູ້+
ແຕ່ຄົນໂງ່ຈະບໍ່ຍອມຮັບສະຕິປັນຍາແລະການສັ່ງສອນ.+
9 ຄຳສັ່ງສອນເຫຼົ່ານັ້ນຈະເປັນມົງກຸດດອກໄມ້ຢູ່ເທິງຫົວ+ຂອງລູກ
ແລະເປັນສາຍຄໍງາມໆຢູ່ຄໍ+ຂອງລູກ.
10 ລູກເອີ້ຍ ຖ້າຄົນຊົ່ວມາຊວນລູກໃຫ້ເຮັດຊົ່ວກໍຢ່າໄປເຮັດນຳເຂົາເຈົ້າ.+
11 ຖ້າເຂົາເຈົ້າຊວນວ່າ:
“ໄປ໋ ໃຫ້ພວກເຮົາໄປຊຸ້ມຂ້າຄົນ.
ພວກເຮົາຈະໄປລີ້ແລະດັກຈັບຄົນທີ່ບໍ່ມີຄວາມຜິດ.
12 ພວກເຮົາຈະກືນເຂົາເຈົ້າເປັນໆຄືກັບທີ່ຂຸມຝັງສົບ*ກືນຄົນລົງໄປ
ແລະເຂົາເຈົ້າຈະຖືກກືນໝົດໂຕຄືກັບຄົນທີ່ຖືກຝັງ.
13 ພວກເຮົາຈະປຸ້ນເອົາເຄື່ອງຂອງຂອງເຂົາເຈົ້າທັງໝົດ
ແລະເອົາມາໄວ້ຢູ່ເຮືອນຂອງພວກເຮົາ.
14 ມາກັບພວກເຮົາແມ້
ແລ້ວພວກເຮົາຈະແບ່ງເຄື່ອງຂອງທີ່ປຸ້ນມາໄດ້ໃຫ້ເຈົ້າເທົ່າໆກັນ.”
15 ລູກເອີ້ຍ ຢ່າຊູ່ໄປນຳເຂົາເຈົ້າ
17 ຄົນທີ່ຈັບນົກຈະບໍ່ຄຶງດາງໃຫ້ນົກເຫັນດອກ.
18 ຄ້າຍຄືກັນ ຄົນຊົ່ວກໍຈະໄປຊຸ້ມຢູ່ເພື່ອຂ້າຄົນອື່ນ.
ເຂົາເຈົ້າຈະໄປລີ້ແລະດັກເອົາຊີວິດຄົນອື່ນ.
19 ຄົນທີ່ຫາຜົນກຳໄລແບບບໍ່ສັດຊື່ກໍເປັນຄືກັບຄົນພວກນີ້ແຫຼະ
ແຕ່ເຂົາເຈົ້າຈະຕາຍຍ້ອນຄວາມຊົ່ວຂອງໂຕເອງ.+
20 ສະຕິປັນຍາແທ້+ຮ້ອງສຽງດັງຢູ່ຕາມຫົນທາງ+
ປະກາດຢູ່ເດີ່ນຂອງເມືອງ+
21 ແລະເວົ້າດັງໆຢູ່ຕາມທາງແຍກ
ແລະຢູ່ປະຕູເມືອງວ່າ:+
22 “ຄົນທີ່ຂາດປະສົບການເອີ້ຍ ເຈົ້າຊິເປັນແບບນີ້ອີກດົນປານໃດ?
ຄົນທີ່ມັກເຍາະເຍີ້ຍຄົນອື່ນເອີ້ຍ ເຈົ້າຊິເປັນຄົນແບບນີ້ອີກດົນປານໃດ?
ຄົນໂງ່ເອີ້ຍ ເຈົ້າຊິບໍ່ເອົາຄວາມຮູ້ອີກດົນປານໃດ?+
23 ໃຫ້ຕັ້ງໃຈຟັງຄຳສັ່ງສອນຂອງຂ້ອຍ*+
ແລ້ວຂ້ອຍຈະເອົາສະຕິປັນຍາໃຫ້ເຈົ້າ.
ຂ້ອຍຈະໃຫ້ເຈົ້າເຂົ້າໃຈຄຳເວົ້າຂອງຂ້ອຍ.+
24 ຂ້ອຍໄດ້ຮ້ອງເຈົ້າແລ້ວ ແຕ່ເຈົ້າກໍບໍ່ສົນໃຈ.
ຂ້ອຍໄດ້ສະເໜີທີ່ຈະຊ່ວຍເຈົ້າແລ້ວ ແຕ່ເຈົ້າກໍບໍ່ເອົາ.+
25 ເຈົ້າບໍ່ສົນໃຈຄຳແນະນຳຂອງຂ້ອຍ
ແລະບໍ່ຍອມຮັບຄຳສັ່ງສອນຂອງຂ້ອຍ.
26 ຂ້ອຍຊິຫົວຂວັນໃສ່ເຈົ້າຕອນທີ່ເຈົ້າເຈິຄວາມຈິບຫາຍ
ແລະຂ້ອຍຊິເຍາະເຍີ້ຍເຈົ້າຕອນທີ່ເຈົ້າຮູ້ສຶກຢ້ານ.+
27 ຕອນທີ່ຄວາມຢ້ານມາຫາເຈົ້າຄືກັບພາຍຸ
ຕອນທີ່ຄວາມຈິບຫາຍມາຖືກເຈົ້າຄືກັບລົມພາຍຸ
ຕອນທີ່ເຈົ້າເຈິບັນຫາແລະຄວາມທຸກ
28 ຕອນນັ້ນເຈົ້າຊິຮ້ອງຫາຂ້ອຍ ແຕ່ຂ້ອຍຊິບໍ່ຕອບ
ແລະເຈົ້າຊິຊອກຫາຂ້ອຍເອົາແທ້ເອົາວ່າ ແຕ່ເຈົ້າຊິບໍ່ເຫັນ+
29 ຍ້ອນເຈົ້າບໍ່ມັກຄວາມຮູ້+
ແລະບໍ່ຢ້ານຢຳພະເຢໂຫວາ.+
30 ເຈົ້າບໍ່ຍອມຮັບຄຳແນະນຳຂອງຂ້ອຍ
ແລະບໍ່ນັບຖືຄຳສັ່ງສອນທັງໝົດຂອງຂ້ອຍ
31 ດັ່ງນັ້ນ ເຈົ້າຈະໄດ້ຮັບຜົນຈາກສິ່ງທີ່ເຈົ້າເຮັດ+
ແລະເຈົ້າຈະເຈິຄວາມທຸກຍ້ອນເຈົ້າເຮັດຕາມແຜນຊົ່ວໆຂອງໂຕເອງ.
32 ຄົນທີ່ຂາດປະສົບການຈະຕາຍຍ້ອນບໍ່ຟັງຄວາມຜູ້ອື່ນ
ແລະຄົນໂງ່ກໍຈະຖືກທຳລາຍຍ້ອນບໍ່ສົນໃຈຫຍັງ.