ເພງສັນລະເສີນ
ເພງຂອງດາວິດ.
א [ອາເລບ]*
25 ພະເຢໂຫວາເອີ້ຍ ລູກອະທິດຖານແລະມອບໂຕຂອງລູກໃຫ້ພະອົງ.
ב [ເບດ]
ຂໍຢ່າຍອມໃຫ້ສັດຕູຂອງລູກດີໃຈທີ່ເຫັນລູກທົນທຸກ.+
ג [ກີເມວ]
ד [ດາເລດ]
4 ພະເຢໂຫວາເອີ້ຍ ຂໍສອນລູກໃຫ້ຮູ້ວ່າພະອົງຢາກໃຫ້ລູກໃຊ້ຊີວິດແນວໃດ.+
ຂໍຊ່ວຍລູກໃຫ້ເຂົ້າໃຈວ່າພະອົງພໍໃຈສິ່ງໃດ.+
ה [ເຮ]
5 ຂໍພະອົງເຮັດໃຫ້ລູກໃຊ້ຊີວິດຕາມຄຳສອນຂອງພະອົງທີ່ເປັນຄວາມຈິງ+
ຍ້ອນພະອົງເປັນພະເຈົ້າທີ່ຊ່ວຍລູກໃຫ້ລອດ.
ו [ວາວ]
ລູກໄວ້ໃຈພະອົງສະເໝີ.
ז [ຊາຢິນ]
6 ພະເຢໂຫວາເອີ້ຍ ຂໍພະອົງຈື່ວ່າພະອົງເປັນພະເຈົ້າທີ່ມີຄວາມເມດຕາ
ແລະສະແດງຄວາມຮັກທີ່ໝັ້ນຄົງຕໍ່ປະຊາຊົນຂອງພະອົງສະເໝີ.*+
ח [ເຮດ]
7 ພະເຢໂຫວາເອີ້ຍ ຂໍພະອົງລືມຄວາມຜິດທີ່ລູກເຮັດຕັ້ງແຕ່ຕອນຍັງໜຸ່ມ.
ט [ເທດ]
8 ພະເຢໂຫວາເປັນພະເຈົ້າທີ່ດີແທ້ໆແລະສັດຊື່+
ເພິ່ນຈຶ່ງສອນຄົນບາບໃຫ້ຮູ້ວິທີໃຊ້ຊີວິດ.+
י [ໂຢດ]
9 ເພິ່ນຈະຊີ້ນຳຄົນຖ່ອມໃຫ້ເຮັດສິ່ງທີ່ຖືກຕ້ອງ+
ແລະເພິ່ນຈະສອນຄົນຖ່ອມໃຫ້ຮູ້ຈັກທາງຂອງເພິ່ນ.+
כ [ຄາບ]
10 ຖ້າຜູ້ໃດເຊື່ອຟັງກົດໝາຍຂອງພະເຢໂຫວາ+ແລະເຮັດຕາມສິ່ງທີ່ເພິ່ນບອກ+
ເພິ່ນກໍຈະຮັກຜູ້ນັ້ນຢ່າງໝັ້ນຄົງແລະສັດຊື່ຕໍ່ລາວ.
ל [ລາເມດ]
11 ພະເຢໂຫວາເອີ້ຍ ເຖິງວ່າຄວາມຜິດຂອງລູກຈະຮ້າຍແຮງ
ກໍຂໍພະອົງຍົກໂທດໃຫ້ລູກແດ່ເດີ້ເພື່ອເຫັນແກ່ຊື່ຂອງພະອົງ.+
מ [ເມັມ]
12 ຖ້າຜູ້ໃດຢ້ານຢຳພະເຢໂຫວາ+
ເພິ່ນກໍຈະສອນລາວໃຫ້ຮູ້ຈັກທາງທີ່ລາວຄວນເລືອກ.+
נ [ນູນ]
ס [ຊາເມກ]
14 ຄົນທີ່ຢ້ານຢຳພະເຢໂຫວາຈະໄດ້ເປັນໝູ່ສະໜິດຂອງເພິ່ນ+
ແລະເພິ່ນຈະບອກຄຳສັນຍາຂອງເພິ່ນໃຫ້ລາວຮູ້.+
ע [ອາຢິນ]
15 ຂ້ອຍໝັ້ນໃຈສະເໝີວ່າພະເຢໂຫວາຈະຊ່ວຍຂ້ອຍ+
פ [ເພ]
16 ຂໍພະອົງສົນໃຈລູກແລະອີ່ຕົນລູກແດ່
ຍ້ອນລູກຢູ່ຜູ້ດຽວແລະບໍ່ມີຜູ້ໃດຊ່ວຍ.
צ [ຊາເດ]
17 ຄວາມທຸກໃນໃຈລູກມີຫຼາຍຂຶ້ນເລື້ອຍໆ+
ຂໍພະອົງຊ່ວຍລູກໃຫ້ພົ້ນຈາກຄວາມທໍລະມານນີ້ແດ່.
ר [ເຣດ]
19 ຂໍພະອົງເບິ່ງວ່າສັດຕູຂອງລູກມີຫຼາຍສ່ຳໃດ
ແລະເຂົາເຈົ້າຊັງລູກຫຼາຍສ່ຳໃດ.
ש [ຊິນ]
20 ຂໍພະອົງປົກປ້ອງຊີວິດລູກແລະຊ່ວຍລູກໃຫ້ລອດ.+
ຂໍຢ່າໃຫ້ລູກຕ້ອງອັບອາຍຂາຍໜ້າຍ້ອນລູກເພິ່ງພະອົງ.
ת [ເທົາ]
21 ຂໍພະອົງປົກປ້ອງລູກ ຍ້ອນລູກເປັນຄົນສັດຊື່ແລະເຮັດສິ່ງທີ່ຖືກຕ້ອງ+
ແລະຍ້ອນລູກໄວ້ໃຈພະອົງ.+
22 ພະເຈົ້າເອີ້ຍ ຂໍພະອົງຊ່ວຍ*ອິດສະຣາເອນໃຫ້ພົ້ນຈາກຄວາມທຸກທັງໝົດ.