ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ມັດທາຍ 20
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມມັດທາຍ

      • ຄົນ​ງານ​ໃນ​ສວນ​ໝາກ​ລະແຊັງ​ຮັບ​ຄ່າ​ຈ້າງ​ສ່ຳ​ກັນ (1-16)

      • ພະ​ເຢຊູ​ບອກ​ອີກ​ເທື່ອ​ໜຶ່ງ​ວ່າ​ຈະ​ຕ້ອງ​ຕາຍ (17-19)

      • ຂໍ​ຕຳແໜ່ງ​ໃນ​ການ​ປົກຄອງ​ຂອງ​ພະເຈົ້າ (20-28)

        • ພະ​ເຢຊູ​ເປັນ​ຄ່າໄຖ່​ໃຫ້​ຫຼາຍ⁠​ໆ​ຄົນ (28)

      • ປົວ​ຜູ້​ຊາຍ​ຕາບອດ 2 ຄົນ (29-34)

ມັດທາຍ 20:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 21:33

ມັດທາຍ 20:2

ໄຂເງື່ອນ

  • *

    1 ເດນາຣິອົນ​ເທົ່າ​ກັບ​ຄ່າ​ຈ້າງ​ມື້​ໜຶ່ງ​ຂອງ​ຄົນ​ທີ່​ໃຊ້​ແຮງງານ. ເບິ່ງ​ພາກ​ຜະໜວກ ຂ14.

ມັດທາຍ 20:3

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ປະມານ​ຊົ່ວໂມງ​ທີ 3”

ມັດທາຍ 20:5

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ປະມານ​ຊົ່ວໂມງ​ທີ 6”

  • *

    ແປ​ຕາມ​ໂຕ​ວ່າ “ປະມານ​ຊົ່ວໂມງ​ທີ 9”

ມັດທາຍ 20:6

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ປະມານ​ຊົ່ວໂມງ​ທີ 11”

ມັດທາຍ 20:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 19:13; ພບຍ 24:14, 15

ມັດທາຍ 20:10

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ສະບັບແປໂລກໃໝ່ ໜ້າ 2498

ມັດທາຍ 20:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 20:2

ມັດທາຍ 20:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 6:23

ມັດທາຍ 20:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 19:30; ມຣກ 10:31; ລກ 13:30

ມັດທາຍ 20:17

ໄຂເງື່ອນ

  • *

    ໃນ​ພາສາ​ກຣີກ​ຄຳ​ນີ້​ແປ​ວ່າ “ຜູ້​ທີ່​ຖືກ​ສົ່ງ​ອອກ​ໄປ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມຣກ 10:32; ລກ 18:31

ມັດທາຍ 20:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 16:21; ມຣກ 10:33, 34; ລກ 9:22; 18:32, 33

ມັດທາຍ 20:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 27:31; ຢຮ 19:1
  • +ມທ 17:22, 23; 28:6; ກຈກ 10:40; 1ກຣ 15:4

ມັດທາຍ 20:20

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ແມ່​ຂອງ​ພວກ​ລູກ​ຊາຍ​ຂອງ​ເຊເບດາຍ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 4:21; 27:55, 56
  • +ມຣກ 10:35-40

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    3/2023, ໜ້າ 28-30

    “ຕາມເຮົາໄປ” ໜ້າ 31

ມັດທາຍ 20:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 19:28

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    3/2023, ໜ້າ 28-30

    “ຕາມເຮົາໄປ” ໜ້າ 31

ມັດທາຍ 20:22

ໄຂເງື່ອນ

  • *

    ໝາຍເຖິງ​ພະເຈົ້າ​ຈະ​ຍອມ​ໃຫ້​ພະ​ເຢຊູ​ຖືກ​ຂ້າ​ໃນ​ຂໍ້​ກ່າວຫາ​ຕົວະ​ທີ່​ວ່າ​ເພິ່ນ​ໝິ່ນ​ປະໝາດ​ພະເຈົ້າ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 26:39; ມຣກ 10:38; 14:36; ຢຮ 18:11

ມັດທາຍ 20:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 12:2; ຣມ 8:17; 2ກຣ 1:7; ພນມ 1:9
  • +ມຣກ 10:39, 40

ມັດທາຍ 20:24

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມຣກ 10:41-45; ລກ 22:24

ມັດທາຍ 20:25

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມຣກ 10:42

ມັດທາຍ 20:26

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກຣ 1:24; 1ປຕ 5:3
  • +ມທ 18:4; 23:11; ມຣກ 10:43, 44; ລກ 22:26

ມັດທາຍ 20:27

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມຣກ 9:35

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຮຽນຈາກຄູ ໜ້າ 110-111

ມັດທາຍ 20:28

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລກ 22:27; ຢຮ 13:14; ຟລປ 2:7
  • +ອຊຢ 53:11; ມຣກ 10:45; 1ຕມ 2:5, 6; ຕຕ 2:13, 14; ຮຣ 9:28

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 27

    ຊີວິດແລະວຽກຮັບໃຊ້—ຄູ່ມືປະຊຸມ

    3/2018, ໜ້າ 2

    ຊີວິດຕະຫຼອດໄປ ໜ້າ 61

ມັດທາຍ 20:30

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 9:27; ມຣກ 10:46-52; ລກ 18:35-43

ມັດທາຍ 20:34

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 9:29

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    4/2023, ໜ້າ 3

    “ຕາມເຮົາໄປ” ໜ້າ 150

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ມທ. 20:1ມທ 21:33
ມທ. 20:8ລລວ 19:13; ພບຍ 24:14, 15
ມທ. 20:13ມທ 20:2
ມທ. 20:15ມທ 6:23
ມທ. 20:16ມທ 19:30; ມຣກ 10:31; ລກ 13:30
ມທ. 20:17ມຣກ 10:32; ລກ 18:31
ມທ. 20:18ມທ 16:21; ມຣກ 10:33, 34; ລກ 9:22; 18:32, 33
ມທ. 20:19ມທ 27:31; ຢຮ 19:1
ມທ. 20:19ມທ 17:22, 23; 28:6; ກຈກ 10:40; 1ກຣ 15:4
ມທ. 20:20ມທ 4:21; 27:55, 56
ມທ. 20:20ມຣກ 10:35-40
ມທ. 20:21ມທ 19:28
ມທ. 20:22ມທ 26:39; ມຣກ 10:38; 14:36; ຢຮ 18:11
ມທ. 20:23ກຈກ 12:2; ຣມ 8:17; 2ກຣ 1:7; ພນມ 1:9
ມທ. 20:23ມຣກ 10:39, 40
ມທ. 20:24ມຣກ 10:41-45; ລກ 22:24
ມທ. 20:25ມຣກ 10:42
ມທ. 20:262ກຣ 1:24; 1ປຕ 5:3
ມທ. 20:26ມທ 18:4; 23:11; ມຣກ 10:43, 44; ລກ 22:26
ມທ. 20:27ມຣກ 9:35
ມທ. 20:28ລກ 22:27; ຢຮ 13:14; ຟລປ 2:7
ມທ. 20:28ອຊຢ 53:11; ມຣກ 10:45; 1ຕມ 2:5, 6; ຕຕ 2:13, 14; ຮຣ 9:28
ມທ. 20:30ມທ 9:27; ມຣກ 10:46-52; ລກ 18:35-43
ມທ. 20:34ມທ 9:29
  • ຄຳພີໄບເບິນສະບັບແປໂລກໃໝ່
  • ອ່ານໃນ ພະຄຳພີຄລິດສະຕຽນພາກພາສາກຣີກ
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
  • 31
  • 32
  • 33
  • 34
ຄຳພີໄບເບິນສະບັບແປໂລກໃໝ່
ມັດທາຍ 20:1-34

ຂ່າວດີທີ່ຂຽນໂດຍມັດທາຍ

20 “ການ​ປົກຄອງ​ທີ່​ຢູ່​ໃນ​ສະຫວັນ​ປຽບ​ຄື​ກັບ​ເຈົ້າຂອງ​ສວນ​ຄົນ​ໜຶ່ງ​ທີ່​ອອກ​ໄປ​ແຕ່​ເຊົ້າ​ໆ​ເພື່ອ​ຈ້າງ​ຄົນ​ມາ​ເຮັດ​ວຽກ​ຢູ່​ສວນ​ໝາກ​ລະແຊັງ​ຂອງ​ລາວ.+ 2 ຫຼັງ​ຈາກ​ລາວ​ຕົກລົງ​ກັບ​ຄົນ​ງານ​ແລ້ວ​ວ່າ​ຈະ​ໃຫ້​ຄ່າຈ້າງ​ມື້​ລະ 1 ເດນາຣິອົນ* ລາວ​ກໍ​ໃຫ້​ຄົນ​ງານ​ເຂົ້າ​ໄປ​ເຮັດ​ວຽກ​ຢູ່​ສວນ​ໝາກ​ລະແຊັງ. 3 ເຈົ້າຂອງ​ສວນ​ອອກ​ໄປ​ອີກ​ເທື່ອ​ໜຶ່ງ​ຕອນ​ປະມານ 9 ໂມງ​ເຊົ້າ* ແລະ​ເຫັນ​ຄົນ​ວ່າງ​ງານ​ຢືນ​ຢູ່​ຕະຫຼາດ 4 ລາວ​ຈຶ່ງ​ເວົ້າ​ກັບ​ເຂົາເຈົ້າ​ວ່າ ‘ໄປ​ເຮັດ​ວຽກ​ໃນ​ສວນ​ໝາກ​ລະແຊັງ​ຂອງ​ຂ້ອຍແມ້. ຂ້ອຍ​ຈະ​ໃຫ້​ຄ່າຈ້າງ​ທີ່​ເໝາະ​ສົມ.’ 5 ແລ້ວ​ເຂົາເຈົ້າ​ກໍ​ໄປ​ເຮັດ​ວຽກ​ຢູ່​ສວນ. ເຈົ້າຂອງ​ສວນ​ອອກ​ໄປ​ຊອກ​ຄົນ​ງານ​ມາ​ຕື່ມ​ອີກ​ປະມານ​ຕອນ​ທ່ຽງ* ແລະ​ອອກ​ໄປ​ອີກ​ເທື່ອ​ໜຶ່ງ​ຕອນ​ປະມານ​ບ່າຍ 3 ໂມງ.* 6 ເທື່ອ​ສຸດທ້າຍ ລາວ​ອອກ​ໄປ​ຕອນ​ປະມານ 5 ໂມງ​ແລງ* ແລະ​ຍັງ​ເຫັນ​ວ່າ​ມີ​ຄົນ​ຢືນ​ວ່າງ​ງານ​ຢູ່ ລາວ​ຈຶ່ງ​ເວົ້າ​ກັບ​ເຂົາເຈົ້າ​ວ່າ ‘ເປັນ​ຫຍັງ​ພວກ​ເຈົ້າ​ຢືນ​ຢູ່​ນີ້​ໝົດ​ມື້?’ 7 ເຂົາເຈົ້າ​ຕອບ​ວ່າ ‘ຍ້ອນ​ບໍ່​ມີ​ໃຜ​ຈ້າງ​ພວກ​ເຮົາ.’ ເຈົ້າຂອງ​ສວນ​ຈຶ່ງ​ເວົ້າ​ວ່າ ‘ຄັນຊັ້ນ​ໄປ​ເຮັດ​ວຽກ​ຢູ່​ສວນ​ໝາກ​ລະແຊັງ​ຂອງ​ຂ້ອຍ​ແມ້.’

8 ເມື່ອ​ຮອດ​ຕອນ​ແລງ ເຈົ້າຂອງ​ສວນ​ໝາກ​ລະແຊັງ​ກໍ​ເວົ້າ​ກັບ​ຫົວໜ້າ​ຄົນ​ງານ​ວ່າ ‘ໄປ​ເອີ້ນ​ຄົນ​ງານ​ມາ ແລ້ວ​ຈ່າຍ​ຄ່າຈ້າງ​ໃຫ້​ເຂົາເຈົ້າ+ ເລີ່ມ​ຈາກ​ພວກ​ທີ່​ມາ​ສຸດທ້າຍ​ໄປ​ຫາ​ພວກ​ທີ່​ມາ​ທຳອິດ.’ 9 ເມື່ອ​ຄົນ​ທີ່​ເລີ່ມ​ເຮັດ​ວຽກ​ຕອນ 5 ໂມງ​ແລງ​ເຂົ້າ​ມາ ເຂົາເຈົ້າ​ໄດ້​ຮັບ​ຄົນ​ລະ 1 ເດນາຣິອົນ. 10 ເມື່ອ​ເຫັນ​ແບບ​ນັ້ນ ຄົນ​ງານ​ທີ່​ມາ​ເປັນ​ກຸ່ມ​ທຳອິດ​ກໍ​ຄິດ​ວ່າ​ເຂົາເຈົ້າ​ຈະ​ໄດ້​ຄ່າຈ້າງ​ຫຼາຍ​ກວ່າ ແຕ່​ພັດ​ໄດ້​ຄົນ​ລະ 1 ເດນາຣິອົນ​ຄື​ກັນ. 11 ຕອນ​ທີ່​ຮັບ​ຄ່າຈ້າງ ເຂົາເຈົ້າ​ກໍ​ຈົ່ມ​ໃຫ້​ເຈົ້າຂອງ​ສວນ​ວ່າ 12 ‘ພວກ​ນັ້ນ​ເຮັດ​ວຽກ​ແຕ່​ຊົ່ວໂມງ​ດຽວ ຄື​ໄດ້​ຄ່າຈ້າງ​ສ່ຳ​ກັບ​ພວກ​ເຮົາ? ພວກ​ເຮົາ​ເຮັດ​ວຽກ​ໜັກ​ຕາກ​ແດດ​ໝົດ​ມື້​ໄດ໋!’ 13 ແຕ່​ເຈົ້າຂອງ​ສວນ​ບອກ​ຜູ້​ໜຶ່ງ​ໃນ​ກຸ່ມ​ນັ້ນ​ວ່າ ‘ຂ້ອຍ​ບໍ່​ໄດ້​ເຮັດ​ຜິດ​ຕໍ່​ເຈົ້າ. ເຈົ້າ​ຕົກລົງ​ກັບ​ຂ້ອຍ​ວ່າ​ຄ່າຈ້າງ​ແມ່ນ 1 ເດນາຣິອົນ​ແມ່ນ​ບໍ?+ 14 ເອົາ​ຄ່າຈ້າງ​ຂອງ​ເຈົ້າ​ແລ້ວ​ກໍ​ໄປ. ຂ້ອຍ​ພໍໃຈ​ຈ່າຍ​ໃຫ້​ຄົນ​ທີ່​ມາ​ສຸດທ້າຍ​ສ່ຳ​ກັບ​ທີ່​ຈ່າຍ​ໃຫ້​ເຈົ້າ. 15 ຂ້ອຍ​ມີ​ສິດ​ໃຊ້​ເງິນ​ຂອງ​ຂ້ອຍ​ແນວ​ໃດ​ກໍ​ໄດ້. ເຈົ້າ​ອິດສາ​ບໍ​ທີ່​ຂ້ອຍ​ໃຈ​ດີ?’+ 16 ຍ້ອນ​ແນວ​ນີ້​ແຫຼະ ຄົນ​ສຸດທ້າຍ​ຈະ​ໄດ້​ເປັນ​ຄົນ​ທຳອິດ ແລະ​ຄົນ​ທຳອິດ​ຈະ​ກາຍ​ເປັນ​ຄົນ​ສຸດທ້າຍ.”+

17 ຕອນ​ທີ່​ໄປ​ເມືອງ​ເຢຣູຊາເລັມ ພະ​ເຢຊູ​ພາ​ອັກຄະ​ສາວົກ* 12 ຄົນ​ອອກ​ມາ​ຕ່າງ​ຫາກ ແລະ​ບອກ​ເຂົາເຈົ້າ​ວ່າ:+ 18 “ຕອນນີ້ ພວກ​ເຮົາ​ກຳລັງ​ໄປ​ເມືອງ​ເຢຣູຊາເລັມ ແລະ​ພວກ​ຫົວໜ້າ​ປະໂລຫິດ​ກັບ​ພວກ​ຄູ​ສອນ​ສາສະໜາ​ຈະ​ຈັບ​ລູກ​ມະນຸດ. ເຂົາເຈົ້າ​ຈະ​ຕັດສິນ​ລົງໂທດ​ເພິ່ນ​ເຖິງ​ຕາຍ+ 19 ແລະ​ຈະ​ສົ່ງ​ເພິ່ນ​ໃຫ້​ຄົນ​ຕ່າງ​ຊາດ. ພວກ​ນັ້ນ​ຈະ​ເຍາະເຍີ້ຍ ເອົາ​ແສ້​ທີ່​ມີ​ແນວ​ແຫຼມ​ໆ​ຕິດ​ຢູ່​ຟາດ​ເພິ່ນ ແລະ​ປະຫານ​ເພິ່ນ​ເທິງ​ເສົາ.+ ແລ້ວ​ໃນ​ມື້​ທີ 3 ເພິ່ນ​ຈະ​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ.”+

20 ຕໍ່ມາ ເມຍ​ຂອງ​ເຊເບດາຍ*+​ກໍ​ພາ​ລູກ​ຊາຍ​ມາ​ຫາ​ພະ​ເຢຊູ. ລາວ​ໝູບ​ລົງ​ສະແດງ​ຄວາມ​ນັບຖື​ແລະ​ຂໍ​ບາງ​ຢ່າງ​ຈາກ​ເພິ່ນ.+ 21 ພະ​ເຢຊູ​ຖາມ​ວ່າ: “ເຈົ້າ​ຢາກ​ໄດ້​ຫຍັງ?” ລາວ​ຕອບ​ວ່າ: “ຂໍ​ໃຫ້​ລູກ​ຊາຍ​ຂອງ​ຂ້ອຍ 2 ຄົນ​ນີ້​ໄດ້​ນັ່ງ​ກັບ​ທ່ານ​ໃນ​ການ​ປົກຄອງ​ຂອງ​ທ່ານ.+ ຜູ້​ໜຶ່ງ​ຢູ່​ເບື້ອງ​ຂວາ​ແລະ​ອີກ​ຜູ້​ໜຶ່ງ​ຢູ່​ເບື້ອງ​ຊ້າຍ​ຂອງ​ທ່ານ.” 22 ພະ​ເຢຊູ​ເວົ້າ​ກັບ 2 ຄົນ​ນັ້ນ​ວ່າ: “ພວກ​ເຈົ້າ​ບໍ່​ຮູ້​ດອກ​ວ່າ​ກຳລັງ​ຂໍ​ຫຍັງ​ຢູ່. ພວກ​ເຈົ້າ​ຈະ​ກິນ​ຈາກ​ຈອກ*​ທີ່​ຂ້ອຍ​ຈະ​ກິນ​ໄດ້​ບໍ?”+ ເຂົາເຈົ້າ​ຕອບ​ເພິ່ນ​ວ່າ: “ໄດ້.” 23 ພະ​ເຢຊູ​ຈຶ່ງ​ບອກ​ເຂົາເຈົ້າ​ວ່າ: “ກະ​ແມ່ນ​ຢູ່ ພວກ​ເຈົ້າ​ຈະ​ໄດ້​ກິນ​ຈອກ​ດຽວ​ກັບ​ຂ້ອຍ+ ແຕ່​ຂ້ອຍ​ບໍ່​ມີ​ສິດ​ກຳນົດ​ວ່າ​ຜູ້​ໃດ​ຈະ​ໄດ້​ນັ່ງ​ຢູ່​ເບື້ອງ​ຂວາ​ຫຼື​ເບື້ອງ​ຊ້າຍ​ຂອງ​ຂ້ອຍ. ຄົນ​ທີ່​ຈະ​ໄດ້​ນັ່ງ​ບ່ອນ​ເຫຼົ່າ​ນັ້ນ​ຕ້ອງ​ແມ່ນ​ຄົນ​ທີ່​ພໍ່​ຂອງ​ຂ້ອຍ​ເລືອກ.”+

24 ເມື່ອ​ພວກ​ອັກຄະ​ສາວົກ​ອີກ 10 ຄົນ​ໄດ້​ຍິນ​ກໍ​ບໍ່​ພໍໃຈ​ຫຼາຍ​ໃຫ້​ສອງ​ອ້າຍ​ນ້ອງ​ນັ້ນ.+ 25 ພະ​ເຢຊູ​ຈຶ່ງ​ເອີ້ນ​ພວກ​ລູກສິດ​ມາ​ຫາ​ແລະ​ເວົ້າ​ວ່າ: “ພວກ​ເຈົ້າ​ຮູ້​ວ່າ​ຄົນ​ທີ່​ມີ​ອຳນາດ​ໃນ​ໂລກ​ນີ້​ມັກ​ເປັນ​ນາຍ​ເໜືອ​ປະຊາຊົນ ແລະ​ຄົນ​ທີ່​ມີ​ຕຳແໜ່ງ​ສູງ​ກໍ​ມັກ​ໃຊ້​ອຳນາດ​ຂົ່ມຂູ່​ຄົນ​ອື່ນ+ 26 ແຕ່​ພວກ​ເຈົ້າ​ຕ້ອງ​ບໍ່​ເປັນ​ແບບ​ນັ້ນ.+ ຜູ້​ໃດ​ຢາກ​ເປັນ​ໃຫຍ່​ກໍ​ຕ້ອງ​ຮັບໃຊ້​ຄົນ​ອື່ນ+ 27 ແລະ​ຜູ້​ໃດ​ຢາກ​ເປັນ​ຄົນ​ສຳຄັນ​ທີ່​ສຸດ​ກໍ​ຕ້ອງ​ເປັນ​ທາດ​ຮັບໃຊ້​ຄົນ​ອື່ນ.+ 28 ຄື​ກັບ​ທີ່​ລູກ​ມະນຸດ​ເຮັດ ລາວ​ບໍ່​ໄດ້​ມາ​ເພື່ອ​ໃຫ້​ຄົນ​ອື່ນ​ຮັບໃຊ້ ແຕ່​ມາ​ເພື່ອ​ຮັບໃຊ້​ຄົນ​ອື່ນ+ ແລະ​ສະລະ​ຊີວິດ​ເປັນ​ຄ່າໄຖ່​ໃຫ້​ຄົນຈຳ​ນວນ​ຫຼາຍ.”+

29 ເມື່ອ​ພະ​ເຢຊູ​ກັບ​ພວກ​ລູກສິດ​ອອກ​ຈາກ​ເມືອງ​ເຢຣິໂກ ມີ​ຄົນ​ບັກ​ຫຼາຍ​ໆ​ຕິດຕາມ​ເພິ່ນ​ໄປ. 30 ມີ​ຜູ້​ຊາຍ​ຕາບອດ 2 ຄົນ​ນັ່ງ​ຢູ່​ແຄມ​ທາ​ງ. ເມື່ອ​ເຂົາເຈົ້າ​ໄດ້​ຍິນ​ວ່າ​ພະ​ເຢຊູ​ກຳລັງ​ຈະ​ຍ່າງ​ກາຍ​ມາ ເຂົາເຈົ້າ​ກໍ​ຮ້ອງ​ຂຶ້ນ​ວ່າ: “ທ່ານ​ທີ່​ເປັນ​ລູກ​ຫຼານ​ຂອງ​ດາວິດ​ເອີ້ຍ ອີ່ຕົນ​ພວກ​ເຮົາ​ແດ່!”+ 31 ຄົນ​ຢູ່​ຫັ້ນ​ບອກ​ໃຫ້​ເຂົາເຈົ້າ​ມິດ ແຕ່​ເຂົາເຈົ້າ​ແຮ່ງ​ຮ້ອງ​ດັງ​ກວ່າ​ເກົ່າ​ອີກ​ວ່າ: “ທ່ານ​ທີ່​ເປັນ​ລູກ​ຫຼານ​ຂອງ​ດາວິດ​ເອີ້ຍ ອີ່ຕົນ​ພວກ​ເຮົາ​ແດ່!” 32 ພະ​ເຢຊູ​ຈຶ່ງ​ຢຸດ ແລ້ວ​ເອີ້ນ​ຜູ້​ຊາຍ​ຕາບອດ 2 ຄົນ​ນັ້ນ​ມາ​ຖາມ​ວ່າ: “ພວກ​ເຈົ້າ​ຢາກ​ໃຫ້​ຂ້ອຍ​ຊ່ວຍ​ຫຍັງ?” 33 ເຂົາເຈົ້າ​ຕອບ​ວ່າ: “ນາຍ​ເອີ້ຍ ຊ່ວຍ​ເຮັດ​ໃຫ້​ພວກ​ເຮົາ​ເຫັນ​ຮຸ່ງ​ແດ່.” 34 ພະ​ເຢຊູ​ຮູ້ສຶກ​ອີ່ຕົນ​ຈຶ່ງ​ບາຍ​ຕາ​ເຂົາເຈົ້າ.+ ທັນໃດ​ນັ້ນ ເຂົາເຈົ້າ​ກໍ​ເຫັນ​ຮຸ່ງ​ແລະ​ຕິດຕາມ​ເພິ່ນ​ໄປ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌