ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 2 ໂກຣິນໂທ 9
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມ 2 ໂກຣິນໂທ

      • ນ້ຳໃຈ​ຂອງ​ການ​ໃຫ້ (1-15)

        • ພະເຈົ້າ​ຮັກ​ຄົນ​ທີ່​ມີ​ຄວາມ​ສຸກ​ໃນ​ການ​ໃຫ້ (7)

2 ໂກຣິນໂທ 9:1

ໄຂເງື່ອນ

  • *

    ຫຼື “ການ​ຮັບໃຊ້”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຣມ 15:26; 1ກຣ 16:1; 2ກຣ 9:12

2 ໂກຣິນໂທ 9:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 11:24; 19:17; 22:9; ປຍຈ 11:1; ລກ 6:38

2 ໂກຣິນໂທ 9:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 15:7, 10
  • +ອພຍ 22:29; ສພສ 11:25; ກຈກ 20:35; ຮຣ 13:16

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 55

    ລາຊະອານາຈັກຂອງພະເຈົ້າປົກຄອງແລ້ວ! ໜ້າ 196

2 ໂກຣິນໂທ 9:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 28:27; ມລກ 3:10; ຟລປ 4:18, 19

2 ໂກຣິນໂທ 9:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 112:9

2 ໂກຣິນໂທ 9:11

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ລາຊະອານາຈັກຂອງພະເຈົ້າປົກຄອງແລ້ວ! ໜ້າ 210-212

2 ໂກຣິນໂທ 9:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຣມ 15:26, 27; 2ກຣ 8:14

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ລາຊະອານາຈັກຂອງພະເຈົ້າປົກຄອງແລ້ວ! ໜ້າ 210-216

2 ໂກຣິນໂທ 9:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 5:16; ຮຣ 13:16; ຢກບ 1:27; 1ຢຮ 3:17

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ລາຊະອານາຈັກຂອງພະເຈົ້າປົກຄອງແລ້ວ! ໜ້າ 210-212

2 ໂກຣິນໂທ 9:14

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ລາຊະອານາຈັກຂອງພະເຈົ້າປົກຄອງແລ້ວ! ໜ້າ 210-212, 216-217

2 ໂກຣິນໂທ 9:15

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    1/2016, ໜ້າ 9-10

    ຫໍສັງເກດການ

    15/12/2015, ໜ້າ 15

    ລາຊະອານາຈັກຂອງພະເຈົ້າປົກຄອງແລ້ວ! ໜ້າ 210-212

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

2ກຣ. 9:1ຣມ 15:26; 1ກຣ 16:1; 2ກຣ 9:12
2ກຣ. 9:6ສພສ 11:24; 19:17; 22:9; ປຍຈ 11:1; ລກ 6:38
2ກຣ. 9:7ພບຍ 15:7, 10
2ກຣ. 9:7ອພຍ 22:29; ສພສ 11:25; ກຈກ 20:35; ຮຣ 13:16
2ກຣ. 9:8ສພສ 28:27; ມລກ 3:10; ຟລປ 4:18, 19
2ກຣ. 9:9ພສ 112:9
2ກຣ. 9:12ຣມ 15:26, 27; 2ກຣ 8:14
2ກຣ. 9:13ມທ 5:16; ຮຣ 13:16; ຢກບ 1:27; 1ຢຮ 3:17
  • ຄຳພີໄບເບິນສະບັບແປໂລກໃໝ່
  • ອ່ານໃນ ພະຄຳພີຄລິດສະຕຽນພາກພາສາກຣີກ
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
ຄຳພີໄບເບິນສະບັບແປໂລກໃໝ່
2 ໂກຣິນໂທ 9:1-15

ຈົດໝາຍສະບັບທີສອງເຖິງຄລິດສະຕຽນໃນເມືອງໂກຣິນໂທ

9 ຂ້ອຍ​ບໍ່​ຈຳເປັນ​ຕ້ອງ​ຂຽນ​ຫາ​ພວກເຈົ້າ​ເລື່ອງ​ການ​ຊ່ວຍເຫຼືອ*​ພວກ​ຜູ້​ບໍລິສຸດ+ 2 ຍ້ອນ​ຂ້ອຍ​ຮູ້​ວ່າ​ພວກ​ເຈົ້າ​ຢາກ​ຊ່ວຍ​ຢູ່​ແລ້ວ ແລະ​ຂ້ອຍ​ອວດ​ເລື່ອງ​ນີ້​ກັບ​ພີ່ນ້ອງ​ຄົນ​ມາເກໂດເນຍ​ວ່າ ພວກເຈົ້າ​ທີ່​ຢູ່​ແຂວງ​ອະຂາຢາ​ພ້ອມ​ຈະ​ຊ່ວຍເຫຼືອມາ​ໄດ້​ປີ​ໜຶ່ງ​ແລ້ວ ແລະ​ຄວາມ​ກະຕືລືລົ້ນ​ຂອງ​ພວກເຈົ້າ​ກໍ​ກະຕຸ້ນ​ເຂົາເຈົ້າ​ສ່ວນ​ຫຼາຍ​ໃຫ້​ເຮັດ​ແບບ​ດຽວ​ກັນ. 3 ຂ້ອຍ​ໃຫ້​ພີ່ນ້ອງ​ເຫຼົ່ານີ້​ໄປ​ຫາ​ພວກ​ເຈົ້າ​ເພື່ອ​ເຮັດ​ໃຫ້​ເລື່ອງ​ທີ່​ຂ້ອຍ​ອວດ​ກ່ຽວກັບ​ພວກ​ເຈົ້າ​ນັ້ນ​ເປັນ​ຄວາມຈິງ ແລະ​ເພື່ອ​ໃຫ້​ພວກ​ເຈົ້າ​ພ້ອມ​ທີ່​ຈະ​ຊ່ວຍເຫຼືອ​ຄື​ກັບ​ທີ່​ຂ້ອຍ​ເຄີຍ​ເວົ້າ​ແລ້ວ. 4 ແຕ່​ຖ້າ​ພີ່ນ້ອງ​ຄົນ​ມາເກໂດເນຍ​ໄປ​ກັບ​ຂ້ອຍ​ແລະ​ເຫັນ​ວ່າ​ພວກ​ເຈົ້າ​ບໍ່​ພ້ອມ ບໍ່​ແມ່ນ​ແຕ່​ພວກ​ເຈົ້າ​ເທົ່າ​ນັ້ນ​ທີ່​ຈະ​ຂາຍ​ໜ້າ ພວກ​ເຮົາ​ກໍ​ຄື​ຊິ​ຂາຍ​ໜ້າ​ຄື​ກັນ​ທີ່​ເຄີຍ​ໝັ້ນໃຈ​ໃນ​ໂຕ​ພວກ​ເຈົ້າ. 5 ດັ່ງນັ້ນ ຂ້ອຍ​ເຫັນ​ວ່າ​ຄວນ​ຈະ​ໃຫ້​ພີ່ນ້ອງ​ເຫຼົ່ານີ້​ໄປ​ຫາ​ພວກເຈົ້າ​ກ່ອນ​ເພື່ອ​ຊ່ວຍ​ກຽມເຄື່ອງ​ບໍລິຈາກ​ທີ່​ພວກ​ເຈົ້າ​ສັນຍາ​ໄວ້​ໃຫ້​ພ້ອມ. ເຄື່ອງ​ບໍລິຈາກ​ນັ້ນ​ຈະ​ໄດ້​ມາ​ຈາກ​ການ​ໃຫ້​ຢ່າງ​ໃຈກວ້າງ ບໍ່​ແມ່ນຝືນ​ໃຈ​ໃຫ້.

6 ຄື​ກັບ​ທີ່​ພວກ​ເຈົ້າ​ຮູ້ ຄົນ​ທີ່​ຫວ່ານ​ໜ້ອຍ​ຈະ​ເກັບກ່ຽວ​ໄດ້​ໜ້ອຍ ສ່ວນ​ຄົນ​ທີ່​ຫວ່ານ​ຫຼາຍ​ກໍ​ຈະ​ເກັບກ່ຽວ​ໄດ້​ຫຼາຍ.+ 7 ໃຫ້​ແຕ່​ລະ​ຄົນ​ເຮັດ​ຕາມ​ທີ່​ຕັ້ງໃຈ​ໄວ້ ບໍ່​ແມ່ນ​ເຮັດ​ແບບ​ບໍ່​ເຕັມໃຈ​ຫຼືຝືນ​ໃຈ+ ຍ້ອນ​ພະເຈົ້າ​ຮັກ​ຄົນ​ທີ່​ມີ​ຄວາມສຸກ​ໃນ​ການ​ໃຫ້.+

8 ພະເຈົ້າ​ສະແດງ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຕໍ່​ພວກ​ເຈົ້າ​ໄດ້​ສະເໝີ. ພວກ​ເຈົ້າ​ຈະ​ບໍ່​ຂາດເຂີນ​ຫຍັງ​ເລີຍ ແລະ​ຈະ​ມີ​ຢ່າງ​ເຫຼືອເຟືອ​ເພື່ອ​ພວກເຈົ້າ​ຈະ​ເຮັດ​ວຽກ​ທີ່​ດີ​ທຸກ​ຢ່າງ​ໄດ້.+ 9 (ຄື​ກັບ​ທີ່​ຂຽນ​ໄວ້​ໃນ​ພະຄຳພີ​ວ່າ: “ລາວ​ແຈກ​ຢາຍ​ສິ່ງ​ທີ່​ລາວ​ມີ​ຢ່າງ​ເອື້ອເຟື້ອ. ລາວ​ເອົາ​ສິ່ງ​ຕ່າງ​ໆ​ໃຫ້​ຄົນ​ທຸກ. ສິ່ງ​ທີ່​ຖືກຕ້ອງ​ທີ່​ລາວ​ເຮັດ​ຈະ​ບໍ່​ມີ​ວັນ​ຖືກ​ລືມ.”+ 10 ພະເຈົ້າ​ທີ່​ໃຫ້​ເມັດ​ພືດ​ກັບ​ຄົນ​ຫວ່ານ​ແລະ​ໃຫ້​ອາຫານ​ກັບ​ຄົນ​ກິນ​ຢ່າງ​ເຫຼືອເຟືອ​ນັ້ນ​ຈະ​ໃຫ້​ເມັດ​ພືດ​ກັບ​ພວກ​ເຈົ້າ​ໄປ​ຫວ່ານ. ເພິ່ນ​ຈະ​ໃຫ້​ຢ່າງ​ເຫຼືອເຟືອ​ແລະ​ຈະ​ເຮັດ​ໃຫ້​ພວກ​ເຈົ້າ​ເກັບກ່ຽວ​ຜົນ​ຂອງ​ຄວາມ​ດີ​ຫຼາຍ​ຂຶ້ນ​ເລື້ອຍ​ໆ​.) 11 ພະເຈົ້າ​ອວຍພອນ​ພວກ​ເຈົ້າ​ໃຫ້​ມີ​ທຸກ​ຢ່າງ​ເພື່ອ​ພວກ​ເຈົ້າ​ຈະ​ໃຫ້​ຄົນ​ອື່ນ​ຢ່າງ​ໃຈກວ້າງ ແລ້ວ​ຄົນ​ຈະ​ຂອບໃຈ​ພະເຈົ້າ​ຍ້ອນ​ສິ່ງ​ຂອງ​ທີ່​ພວກ​ເຈົ້າ​ໃຫ້​ຜ່ານ​ທາງ​ພວກ​ເຮົາ. 12 ວຽກ​ຮັບໃຊ້​ເພື່ອ​ຊ່ວຍເຫຼືອ​ຄົນ​ອື່ນ​ແບບ​ນີ້ ບໍ່​ແມ່ນ​ເພື່ອ​ຈັດ​ຫາ​ສິ່ງ​ຂອງ​ໃຫ້​ພວກ​ຜູ້​ບໍລິສຸດ​ທີ່​ຂາດເຂີນ​ເທົ່າ​ນັ້ນ+ ແຕ່​ວຽກ​ນີ້​ຈະ​ເຮັດ​ໃຫ້​ຫຼາຍ​ຄົນ​ຂອບໃຈ​ພະເຈົ້າ​ຫຼາຍ​ຂຶ້ນ. 13 ການ​ຊ່ວຍເຫຼືອ​ບັນເທົາ​ທຸກ​ໃນ​ເທື່ອ​ນີ້​ສະແດງ​ໃຫ້​ເຫັນ​ນ້ຳໃຈ​ຂອງ​ພວກ​ເຈົ້າ​ແລະ​ເຮັດ​ໃຫ້​ພວກ​ຜູ້​ບໍລິສຸດ​ຍ້ອງຍໍ​ສັນລະເສີນ​ພະເຈົ້າ ຍ້ອນ​ເຂົາເຈົ້າ​ເຫັນ​ວ່າ​ພວກ​ເຈົ້າ​ເຮັດ​ຕາມ​ຂ່າວ​ດີ​ເລື່ອງ​ພະຄລິດ​ທີ່​ພວກ​ເຈົ້າ​ສອນ ແລະ​ພວກ​ເຈົ້າ​ບໍລິຈາກ​ສິ່ງ​ຂອງ​ໃຫ້​ເຂົາເຈົ້າ​ແລະ​ຄົນ​ອື່ນ​ໆ​ຢ່າງ​ໃຈກວ້າງ.+ 14 ເຂົາເຈົ້າ​ຈະ​ອະທິດຖານ​ອ້ອນວອນ​ເພື່ອ​ພວກເຈົ້າ​ດ້ວຍ​ຄວາມ​ຮັກ​ແລະ​ຄວາມຄິດ​ຮອດ ຍ້ອນ​ພະເຈົ້າ​ສະແດງ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຕໍ່​ພວກ​ເຈົ້າ​ຢ່າງ​ລົ້ນ​ເຫຼືອ.

15 ຂໍ​ໃຫ້​ພວກ​ເຮົາ​ຂອບໃຈ​ພະເຈົ້າ​ສຳລັບ​ຂອງຂວັນ​ທີ່​ດີ​ເລີດ​ເກີນ​ຈະ​ພັນລະນາ​ໄດ້.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌