ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 2 ຕີໂມທຽວ 4
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມ 2 ຕີໂມທຽວ

      • “ເຮັດ​ວຽກ​ຮັບໃຊ້​ຂອງ​ເຈົ້າ​ໃຫ້​ສຳເລັດ​ຄົບ​ຖ້ວນ” (1-5)

        • ປະກາດ​ຖ້ອຍຄຳ​ຂອງ​ພະເຈົ້າ​ຢ່າງ​ຈິງຈັງ (2)

      • “ຂ້ອຍ​ໄດ້​ຕໍ່ສູ້​ໃນ​ການ​ສູ້ຮົບ​ທີ່​ມີ​ກຽດ” (6-8)

      • ໂປໂລ​ເວົ້າ​ເຖິງ​ເລື່ອງ​ສ່ວນໂຕ (9-18)

      • ຄຳ​ລົງ​ທ້າຍ (19-22)

2 ຕີໂມທຽວ 4:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຮ 5:22; ກຈກ 17:31; 2ກຣ 5:10
  • +ຢຮ 5:28, 29; ກຈກ 10:42
  • +1ຕມ 6:14, 15; 1ປຕ 5:4
  • +ພນມ 11:15; 12:10

2 ຕີໂມທຽວ 4:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຕມ 2:15
  • +1ຕມ 5:20; ຕຕ 1:7, 9, 13; 2:15
  • +2ຕມ 2:24, 25

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ໃກ້ຊິດ ໜ້າ 165

2 ຕີໂມທຽວ 4:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຕມ 1:9, 10
  • +1ຕມ 4:1

2 ຕີໂມທຽວ 4:5

ໄຂເງື່ອນ

  • *

    ຫຼື “ປະກາດ​ຂ່າວດີ​ຕໍ່​ໆ​ໄປ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຕມ 1:8; 2:3
  • +ຣມ 15:19; ກລຊ 1:25

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    4/2019, ໜ້າ 2-7

2 ຕີໂມທຽວ 4:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 28:6, 7
  • +ຟລປ 1:23

2 ຕີໂມທຽວ 4:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກຣ 9:26; 1ຕມ 6:12
  • +ຟລປ 3:14

2 ຕີໂມທຽວ 4:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກຣ 9:25; ຢກບ 1:12
  • +ຢຮ 5:22
  • +1ປຕ 5:4; ພນມ 2:10

2 ຕີໂມທຽວ 4:10

ໄຂເງື່ອນ

  • *

    ຫຼື “ຍຸກ​ນີ້.” ເບິ່ງ​ຄຳ​ວ່າ “ຍຸກ” ໃນ​ສ່ວນ​ອະທິບາຍ​ຄຳສັບ.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກລຊ 4:14; ຟລມ 23, 24

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 12

    ຫໍສັງເກດການ (ສຶກສາ)

    11/2018, ໜ້າ 12

    ຫໍສັງເກດການ

    15/5/2015, ໜ້າ 12

2 ຕີໂມທຽວ 4:11

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 118

2 ຕີໂມທຽວ 4:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຟຊ 6:21; ກລຊ 4:7

2 ຕີໂມທຽວ 4:14

ໄຂເງື່ອນ

  • *

    ເບິ່ງ​ພາກ​ຜະໜວກ ກ5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 28:4; 62:12; ສພສ 24:12

2 ຕີໂມທຽວ 4:16

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ

    15/4/2015, ໜ້າ 21-22

2 ຕີໂມທຽວ 4:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 9:15
  • +ພສ 22:21

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ

    15/4/2015, ໜ້າ 21-22, 23-24, 26

2 ຕີໂມທຽວ 4:18

ໄຂເງື່ອນ

  • *

    ຫຼື “ຂໍ​ໃຫ້​ເປັນ​ແນວ​ນັ້ນ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພນມ 20:4

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ

    15/4/2015, ໜ້າ 22

2 ຕີໂມທຽວ 4:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຣມ 16:3
  • +2ຕມ 1:16

2 ຕີໂມທຽວ 4:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 19:22
  • +ກຈກ 21:29

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ

    15/12/2015, ໜ້າ 25

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

2ຕມ. 4:1ຢຮ 5:22; ກຈກ 17:31; 2ກຣ 5:10
2ຕມ. 4:1ຢຮ 5:28, 29; ກຈກ 10:42
2ຕມ. 4:11ຕມ 6:14, 15; 1ປຕ 5:4
2ຕມ. 4:1ພນມ 11:15; 12:10
2ຕມ. 4:22ຕມ 2:15
2ຕມ. 4:21ຕມ 5:20; ຕຕ 1:7, 9, 13; 2:15
2ຕມ. 4:22ຕມ 2:24, 25
2ຕມ. 4:31ຕມ 1:9, 10
2ຕມ. 4:31ຕມ 4:1
2ຕມ. 4:52ຕມ 1:8; 2:3
2ຕມ. 4:5ຣມ 15:19; ກລຊ 1:25
2ຕມ. 4:6ຈຊບ 28:6, 7
2ຕມ. 4:6ຟລປ 1:23
2ຕມ. 4:71ກຣ 9:26; 1ຕມ 6:12
2ຕມ. 4:7ຟລປ 3:14
2ຕມ. 4:81ກຣ 9:25; ຢກບ 1:12
2ຕມ. 4:8ຢຮ 5:22
2ຕມ. 4:81ປຕ 5:4; ພນມ 2:10
2ຕມ. 4:10ກລຊ 4:14; ຟລມ 23, 24
2ຕມ. 4:12ອຟຊ 6:21; ກລຊ 4:7
2ຕມ. 4:14ພສ 28:4; 62:12; ສພສ 24:12
2ຕມ. 4:17ກຈກ 9:15
2ຕມ. 4:17ພສ 22:21
2ຕມ. 4:18ພນມ 20:4
2ຕມ. 4:19ຣມ 16:3
2ຕມ. 4:192ຕມ 1:16
2ຕມ. 4:20ກຈກ 19:22
2ຕມ. 4:20ກຈກ 21:29
  • ຄຳພີໄບເບິນສະບັບແປໂລກໃໝ່
  • ອ່ານໃນ ພະຄຳພີຄລິດສະຕຽນພາກພາສາກຣີກ
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
ຄຳພີໄບເບິນສະບັບແປໂລກໃໝ່
2 ຕີໂມທຽວ 4:1-22

ຈົດໝາຍສະບັບທີສອງເຖິງຕີໂມທຽວ

4 ຂ້ອຍ​ຂໍ​ສັ່ງ​ເຈົ້າ​ຕໍ່​ໜ້າ​ພະເຈົ້າ​ແລະ​ຕໍ່​ໜ້າ​ພະຄລິດ​ເຢຊູ​ຜູ້​ທີ່​ຈະ​ຕັດສິນ+​ທັງ​ຄົນ​ເປັນ​ແລະ​ຄົນ​ຕາຍ+​ຕອນ​ທີ່​ເພິ່ນ​ມາ+​ໃນ​ຖານະ​ກະສັດ.+ ຂ້ອຍ​ຂໍ​ສັ່ງ​ວ່າ 2 ໃຫ້​ປະກາດ​ຖ້ອຍຄຳ​ຂອງ​ພະເຈົ້າ​ຢ່າງ​ຈິງຈັງ+​ທັງ​ຕອນ​ທີ່​ສະດວກ​ແລະ​ຕອນ​ທີ່​ລຳບາກ. ໃຫ້​ຕັກ​ເຕືອນ+ ຕຳໜິ ແລະ​ໂນ້ມນ້າວ ແຕ່​ໃຫ້​ເຮັດ​ແບບ​ນັ້ນ​ດ້ວຍ​ຄວາມ​ອົດທົນ​ແລະ​ດ້ວຍ​ການ​ສອນ​ຢ່າງ​ຊຳນິ​ຊຳນານ.+ 3 ຈະ​ມີ​ໄລຍະ​ໜຶ່ງ​ທີ່​ເຂົາເຈົ້າ​ຈະ​ບໍ່​ຍອມ​ຟັງ​ຄຳສອນ​ທີ່​ເປັນ​ປະໂຫຍດ+ ແຕ່​ຈະ​ລວບລວມ​ຄູ​ສອນ​ໄວ້​ຫຼາຍ​ໆ​ເພື່ອ​ໃຫ້​ສອນ​ເລື່ອງ​ທີ່​ເຂົາເຈົ້າ​ຢາກ​ຟັງ.+ 4 ເຂົາເຈົ້າ​ຈະ​ເຊົາ​ຟັງ​ຄວາມ​ຈິງ​ແລ້ວ​ປ່ຽນ​ໄປ​ຟັງ​ເລື່ອງ​ຂີ້​ຕົວະ​ແທນ. 5 ສ່ວນ​ເຈົ້າ ກໍ​ໃຫ້​ມີ​ສະຕິ​ໃນ​ທຸກ​ສະພາບການ ອົດທົນ​ຄວາມ​ຍາກ​ລຳບາກ+ ເຮັດ​ໜ້າທີ່​ຂອງ​ຜູ້​ປະກາດ​ຂ່າວດີ* ແລະ​ເຮັດ​ວຽກ​ຮັບໃຊ້​ຂອງ​ເຈົ້າ​ໃຫ້​ສຳເລັດ​ຄົບຖ້ວນ.+

6 ຂ້ອຍ​ເປັນ​ຄື​ກັບເຄື່ອງ​ບູຊາ​ດື່ມ​ທີ່​ກຳລັງ​ຖືກ​ເທໃສ່​ແທ່ນ​ບູຊາ+​ແລະ​ເວລາ​ທີ່​ຂ້ອຍ​ຈະ​ຖືກ​ປົດປ່ອຍ+​ກໍ​ໃກ້​ຈະ​ຮອດ​ແລ້ວ. 7 ຂ້ອຍ​ໄດ້​ຕໍ່ສູ້​ໃນ​ການ​ສູ້ຮົບ​ທີ່​ມີ​ກຽດ.+ ຂ້ອຍ​ແລ່ນ​ແຂ່ງ​ຈົນຮອດ​ເສັ້ນ​ໄຊ​ແລ້ວ+ ແລະ​ຂ້ອຍ​ກໍ​ຍັງ​ຮັກສາ​ຄວາມ​ເຊື່ອ​ໄວ້​ໄດ້. 8 ຕອນ​ນີ້ ມົງກຸດ​ສຳລັບ​ຄົນ​ທີ່​ພະເຈົ້າ​ຍອມຮັບ​ລໍ​ຖ້າ​ຂ້ອຍ​ຢູ່.+ ຜູ້​ເປັນ​ນາຍ​ທີ່​ຕັດສິນ​ຢ່າງ​ຍຸຕິທຳ+​ຈະ​ເອົາ​ມົງກຸດ​ນີ້​ໃຫ້​ຂ້ອຍ​ເມື່ອ​ຮອດ​ມື້​ນັ້ນ.+ ແຕ່​ບໍ່​ແມ່ນ​ໃຫ້​ຂ້ອຍ​ຄົນ​ດຽວ ເພິ່ນ​ຈະ​ເອົາ​ໃຫ້​ທຸກ​ຄົນ​ທີ່​ຕັ້ງໃຈ​ລໍ​ຖ້າ​ມື້​ທີ່​ເພິ່ນ​ຈະ​ມາ​ສະແດງ​ລິດເດດ​ຂອງ​ເພິ່ນ.

9 ໃຫ້​ເຈົ້າ​ພະຍາຍາມ​ມາ​ຫາ​ຂ້ອຍ​ໄວ​ໆ​. 10 ເດມາ+​ຖິ້ມ​ຂ້ອຍ​ໄປ​ເມືອງ​ເທຊະໂລນິກ​ແລ້ວ​ຍ້ອນ​ລາວ​ຮັກ​ໂລກ​ນີ້.* ສ່ວນ​ເກເຊັນ​ໄດ້​ໄປ​ແຂວງ​ຄາລາເຕຍ​ແລະ​ຕີໂຕ​ກໍ​ໄປ​ແຂວງ​ດັນມາເຕຍ. 11 ຕອນນີ້​ມີ​ແຕ່​ລູກາ​ທີ່​ຢູ່​ກັບ​ຂ້ອຍ. ຂໍ​ໃຫ້​ເຈົ້າ​ພາ​ມາຣະໂກ​ມາ​ນຳ ຍ້ອນ​ລາວ​ຊ່ວຍ​ຂ້ອຍ​ໄດ້​ໃນ​ເລື່ອງ​ວຽກ​ຮັບໃຊ້. 12 ຂ້ອຍ​ໃຊ້​ຕີຂີໂກ+​ໄປ​ເມືອງ​ເອເຟໂຊ​ແລ້ວ. 13 ຕອນ​ທີ່​ເຈົ້າ​ມາ ຂໍ​ໃຫ້​ເອົາ​ເສື້ອ​ຄຸມ​ທີ່​ຂ້ອຍ​ຝາກ​ໄວ້​ກັບ​ກາຣະໂບ​ທີ່​ຢູ່​ເມືອງ​ໂທອາດ​ມາ​ໃຫ້​ຂ້ອຍ​ແດ່ ແລະ​ໃຫ້​ເອົາ​ມ້ວນ​ໜັງສື​ຕ່າງ​ໆ​ມາ​ນຳ ໂດຍ​ສະເພາະ​ແມ່ນ​ມ້ວນ​ທີ່​ເຮັດ​ຈາກ​ໜັງ​ສັດ.

14 ອາເລັກຊັນເດີ​ທີ່​ເປັນ​ຊ່າງ​ທອງແດງ​ທຳຮ້າຍ​ຂ້ອຍ​ຫຼາຍ​ເທື່ອ​ແລ້ວ. ພະ​ເຢໂຫວາ*​ຈະ​ຕອບ​ແທນ​ລາວ​ໃຫ້​ສົມ​ກັບ​ສິ່ງ​ທີ່​ລາວ​ເຮັດ.+ 15 ເຈົ້າ​ເອງ​ກໍ​ຕ້ອງ​ລະວັງ​ໂຕ​ຄື​ກັນ ຍ້ອນ​ລາວ​ຕໍ່ຕ້ານ​ຂ່າວ​ສານ​ຂອງ​ພວກ​ເຮົາຫຼາຍ.

16 ຕອນ​ທີ່​ຂ້ອຍ​ແກ້​ຄະດີ​ເທື່ອ​ທຳອິດ ບໍ່​ມີ​ໃຜ​ມາ​ຊ່ວຍ​ຂ້ອຍ​ເລີຍ. ເຂົາເຈົ້າ​ພາກັນ​ຖິ້ມ​ຂ້ອຍ​ໄປ​ໝົດ. ຂໍ​ພະເຈົ້າ​ຢ່າ​ເອົາ​ໂທດ​ເຂົາເຈົ້າ. 17 ແຕ່​ຕອນ​ນັ້ນ ຜູ້​ເປັນ​ນາຍ​ຢູ່​ຄຽງ​ຂ້າງ​ແລະ​ໃຫ້​ກຳລັງ​ໃຈ​ຂ້ອຍ​ສະເໝີ ຂ້ອຍ​ຈຶ່ງ​ເຮັດ​ວຽກ​ປະກາດ​ໄດ້​ສຳເລັດ​ຄົບຖ້ວນ​ແລະ​ຊ່ວຍ​ຄົນ​ທຸກ​ຊາດ​ໃຫ້​ໄດ້​ຍິນ​ຂ່າວ​ສານ​ນັ້ນ.+ ເພິ່ນ​ຍັງ​ຊ່ວຍ​ຂ້ອຍ​ໃຫ້​ລອດ​ຈາກ​ປາກ​ສິງ​ນຳ​ອີກ.+ 18 ຜູ້​ເປັນ​ນາຍ​ຈະ​ຊ່ວຍ​ຂ້ອຍ​ໃຫ້​ລອດ​ຈາກ​ການ​ກະທຳ​ທີ່​ຊົ່ວ​ຮ້າຍ​ທຸກ​ຢ່າງ​ແລະ​ຈະ​ຊ່ວຍ​ຂ້ອຍ​ໃຫ້​ລອດ​ເຂົ້າ​ສູ່​ການ​ປົກຄອງ​ທີ່​ຢູ່​ໃນ​ສະຫວັນ​ຂອງ​ເພິ່ນ.+ ຂໍ​ໃຫ້​ເພິ່ນ​ໄດ້​ຮັບ​ການ​ຍ້ອງຍໍ​ສັນລະເສີນ​ຕະຫຼອດ​ໄປ. ອາແມນ.*

19 ຂ້ອຍ​ຂໍ​ຝາກ​ຄວາມ​ຄິດ​ຮອດ​ໄປ​ຫາ​ປີຊະກາ​ກັບ​ອາກີລາ+ ແລະ​ໂອເນຊີໂຟໂຣ​ກັບ​ຄົນ​ໃນ​ເຮືອນ​ຂອງ​ລາວ​ນຳ.+

20 ເອຣາຊະໂຕ+​ຍັງ​ຢູ່​ໃນ​ເມືອງ​ໂກຣິນໂທ​ແລະ​ຂ້ອຍ​ໃຫ້​ໂທຟີໂມ+​ຢູ່​ເມືອງ​ມີເລໂຕ​ຍ້ອນ​ລາວບໍ່​ສະບາຍ. 21 ຂໍ​ໃຫ້​ເຈົ້າ​ພະຍາຍາມ​ມາ​ຫາ​ຂ້ອຍ​ໃຫ້​ໄດ້​ກ່ອນ​ຮອດ​ຍາມ​ໜາວ.

ຢູບູໂລ​ຝາກ​ຄວາມ​ຄິດ​ຮອດ​ໄປ​ຫາ​ເຈົ້າ. ນອກ​ຈາກ​ນັ້ນ ປູເດ ລີໂນ ກະໂລເດຍ​ກັບ​ພີ່ນ້ອງ​ທຸກ​ຄົນ​ກໍ​ຝາກ​ຄວາມ​ຄິດ​ຮອດ​ໄປ​ຫາ​ເຈົ້າ​ຄື​ກັນ.

22 ຂໍ​ໃຫ້​ຜູ້​ເປັນ​ນາຍ​ຢູ່​ກັບ​ເຈົ້າ​ຍ້ອນ​ນ້ຳໃຈ​ທີ່​ເຈົ້າ​ສະແດງ. ຂໍ​ໃຫ້​ເຈົ້າ​ໄດ້​ຮັບ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຈາກ​ເພິ່ນ​ສະເໝີ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌