ເພງສັນລະເສີນ
ເພງຂອງດາວິດ.
27 ພະເຢໂຫວາເປັນແສງສະຫວ່າງ+ແລະເປັນຄວາມລອດຂອງຂ້ອຍ
ຂ້ອຍຈະຕ້ອງຢ້ານໃຜ?+
ພະເຢໂຫວາເປັນປ້ອມທີ່ປົກປ້ອງຊີວິດຂອງຂ້ອຍ+
ຂ້ອຍຈະຕ້ອງຢ້ານຜູ້ໃດ?
2 ຕອນທີ່ພວກຄົນຊົ່ວມາໂຈມຕີເພື່ອຈະຂ້າຂ້ອຍ+
ສັດຕູເຫຼົ່ານັ້ນພັດເປັນຝ່າຍສະດຸດແລະລົ້ມລົງ.
3 ເຖິງວ່າຈະມີກອງທັບມາຕັ້ງຄ້າຍຕໍ່ສູ້ຂ້ອຍ
ໃຈຂ້ອຍກໍຈະບໍ່ຢ້ານ.+
ເຖິງວ່າຈະມີຄົນມາເຮັດສົງຄາມກັບຂ້ອຍ
ຂ້ອຍກໍຈະຍັງໝັ້ນໃຈໃນພະເຈົ້າຢູ່.
4 ສິ່ງໜຶ່ງທີ່ຂ້ອຍເຄີຍຂໍຈາກພະເຢໂຫວາ
ເຊິ່ງເປັນສິ່ງທີ່ຂ້ອຍຢາກໄດ້ຫຼາຍ
ນັ້ນແມ່ນການໄດ້ຢູ່ວິຫານ*ຂອງພະເຢໂຫວາຕະຫຼອດຊີວິດຂອງຂ້ອຍ+
ເພື່ອຈະໄດ້ແນມເບິ່ງຄວາມດີ*ຂອງພະເຢໂຫວາ
5 ໃນມື້ທີ່ມີການທຳລາຍ ເພິ່ນຈະພາຂ້ອຍໄປລີ້ຢູ່ບ່ອນຂອງເພິ່ນ.+
ເພິ່ນຈະເຊື່ອງຂ້ອຍໄວ້ຢູ່ບ່ອນລັບໃນເຕັ້ນຂອງເພິ່ນ.+
ເພິ່ນຈະພາຂ້ອຍໄປຢູ່ເທິງຫີນຜາທີ່ສູງໆ.+
6 ຕອນນີ້ຂ້ອຍຊະນະສັດຕູຂອງຂ້ອຍແລ້ວ.
ຂ້ອຍຈະເອົາເຄື່ອງບູຊາມາໃຫ້ຢູ່ເຕັ້ນຂອງເພິ່ນແລະຮ້ອງດັງໆດ້ວຍຄວາມດີໃຈ.
ຂ້ອຍຈະຮ້ອງເພງ*ສັນລະເສີນພະເຢໂຫວາ.
8 ໃນໃຈຂອງລູກ ລູກຈື່ຄຳສັ່ງຂອງພະອົງໄດ້. ພະອົງບອກວ່າ:
“ໃຫ້ຊອກຫາວ່າສິ່ງໃດເຮັດໃຫ້ເຮົາພໍໃຈ?”*
ພະເຢໂຫວາເອີ້ຍ ລູກຈະຊອກຫາວ່າແມ່ນຫຍັງເຮັດໃຫ້ພະອົງພໍໃຈ.+
9 ຂໍພະອົງຢ່າປິ່ນໜ້າໜີຈາກລູກ.+
ຂໍພະອົງຢ່າໄລ່ລູກ*ໜີດ້ວຍຄວາມໃຈຮ້າຍ.
ພະອົງເປັນຜູ້ຊ່ວຍຂອງລູກ.+
ພະເຈົ້າຜູ້ຊ່ວຍໃຫ້ລອດຂອງລູກເອີ້ຍ ຂໍພະອົງຢ່າປະຢ່າຖິ້ມລູກເດີ້.
11 ພະເຢໂຫວາເອີ້ຍ ຂໍພະອົງສອນລູກໃຫ້ຮູ້ຈັກແນວທາງຂອງພະອົງ.+
ຂໍພະອົງພາລູກໄປໃນທາງທີ່ຖືກຕ້ອງເພື່ອລູກຈະໄດ້ຊະນະສັດຕູ.
12 ຂໍຢ່າສົ່ງລູກໃຫ້ພວກສັດຕູ+
ເພາະມີຄົນມາເປັນພະຍານໃສ່ຮ້າຍລູກ+
ແລະເຂົາເຈົ້າກໍຂູ່ວ່າຈະທຳຮ້າຍລູກ.
13 ຖ້າລູກບໍ່ເຊື່ອວ່າລູກຈະໄດ້ເຫັນຄວາມດີຂອງພະເຢໂຫວາຕອນທີ່ຍັງມີຊີວິດຢູ່+
ລູກກໍຄືຊິອົດທົນບໍ່ໄດ້.*
ຂໍໃຫ້ພວກເຮົາລໍຖ້າພະເຢໂຫວາດ້ວຍຄວາມໝັ້ນໃຈເດີ້.