ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເພງສັນລະເສີນ 27
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເພງສັນລະເສີນ

      • ພະເຢໂຫວາ​ເປັນ​ປ້ອມ​ທີ່​ປົກປ້ອງ​ຊີວິດ​ຂອງ​ຂ້ອຍ

        • ເຫັນ​ຄຸນຄ່າ​ວິຫານ​ຂອງ​ພະເຈົ້າ (4)

        • ພະເຢໂຫວາ​ເບິ່ງ​ແຍງ​ລູກ​ເຖິງ​ວ່າ​ພໍ່​ແມ່​ຈະ​ປະຖິ້ມ (10)

        • “ລໍ​ຖ້າ​ພະເຢໂຫວາ​ດ້ວຍ​ຄວາມ​ໝັ້ນໃຈ” (14)

ເພງສັນລະເສີນ 27:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 36:9; 43:3; 119:105
  • +ພສ 23:4; ຣມ 8:31; ຮຣ 13:6
  • +ພສ 62:6; ອຊຢ 12:2

ເພງສັນລະເສີນ 27:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 22:16

ເພງສັນລະເສີນ 27:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 20:15; 32:7; ພສ 3:6

ເພງສັນລະເສີນ 27:4

ໄຂເງື່ອນ

  • *

    ຫຼື “ບ່ອນ​ບໍລິສຸດ”

  • *

    ຫຼື “ຄວາມ​ສະຫງ່າ​ງາມ”

  • *

    ຫຼື “ເບິ່ງ​ວິຫານ​ຂອງ​ເພິ່ນ​ແລະ​ຄິດຕຶກຕອງ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 23:6; 65:4
  • +1ຊມ 3:3; 1ຂຄ 16:1; ພສ 26:8

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    2/2019, ໜ້າ 16

ເພງສັນລະເສີນ 27:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 32:7; 57:1; ຊຟຢ 2:3
  • +ພສ 61:4
  • +ພສ 40:2

ເພງສັນລະເສີນ 27:6

ໄຂເງື່ອນ

  • *

    ຫຼື “ຫຼິ້ນ​ດົນຕີ”

ເພງສັນລະເສີນ 27:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 130:2
  • +ພສ 4:1; 5:2

ເພງສັນລະເສີນ 27:8

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ຊອກຫາ​ໜ້າ​ຂອງ​ເຮົາ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 63:1; 105:4; ຊຟຢ 2:3

ເພງສັນລະເສີນ 27:9

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ລູກ​ທີ່​ເປັນ​ຜູ້​ຮັບໃຊ້​ຂອງ​ພະອົງ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 69:17; 143:7
  • +ພສ 46:1

ເພງສັນລະເສີນ 27:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 69:8
  • +ອຊຢ 49:15

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 59

ເພງສັນລະເສີນ 27:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 25:4; 86:11; ອຊຢ 30:20; 54:13

ເພງສັນລະເສີນ 27:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 31:8; 41:2, 11
  • +ມທ 26:59-61

ເພງສັນລະເສີນ 27:13

ໄຂເງື່ອນ

  • *

    ຫຼື​ອາດ​ແປ​ວ່າ “ລູກ​ເຊື່ອ​ວ່າ​ຈະ​ໄດ້​ເຫັນ​ຄວາມ​ດີ​ຂອງ​ພະ​ເຢໂຫວາ​ຕອນ​ທີ່​ຍັງ​ມີ​ຊີວິດ​ຢູ່​ແນ່ນອນ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ໂຢບ 33:28-30

ເພງສັນລະເສີນ 27:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 25:3; 62:5
  • +ອຊຢ 40:31

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ພສ. 27:1ພສ 36:9; 43:3; 119:105
ພສ. 27:1ພສ 23:4; ຣມ 8:31; ຮຣ 13:6
ພສ. 27:1ພສ 62:6; ອຊຢ 12:2
ພສ. 27:2ພສ 22:16
ພສ. 27:32ຂຄ 20:15; 32:7; ພສ 3:6
ພສ. 27:4ພສ 23:6; 65:4
ພສ. 27:41ຊມ 3:3; 1ຂຄ 16:1; ພສ 26:8
ພສ. 27:5ພສ 32:7; 57:1; ຊຟຢ 2:3
ພສ. 27:5ພສ 61:4
ພສ. 27:5ພສ 40:2
ພສ. 27:7ພສ 130:2
ພສ. 27:7ພສ 4:1; 5:2
ພສ. 27:8ພສ 63:1; 105:4; ຊຟຢ 2:3
ພສ. 27:9ພສ 69:17; 143:7
ພສ. 27:9ພສ 46:1
ພສ. 27:10ພສ 69:8
ພສ. 27:10ອຊຢ 49:15
ພສ. 27:11ພສ 25:4; 86:11; ອຊຢ 30:20; 54:13
ພສ. 27:12ພສ 31:8; 41:2, 11
ພສ. 27:12ມທ 26:59-61
ພສ. 27:13ໂຢບ 33:28-30
ພສ. 27:14ພສ 25:3; 62:5
ພສ. 27:14ອຊຢ 40:31
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
ຄຳພີໄບເບິນສະບັບແປໂລກໃໝ່
ເພງສັນລະເສີນ 27:1-14

ເພງສັນລະເສີນ

ເພງ​ຂອງ​ດາວິດ.

27 ພະ​ເຢໂຫວາ​ເປັນ​ແສງ​ສະຫວ່າງ+​ແລະ​ເປັນ​ຄວາມ​ລອດ​ຂອງ​ຂ້ອຍ

ຂ້ອຍ​ຈະ​ຕ້ອງ​ຢ້ານ​ໃຜ?+

ພະ​ເຢໂຫວາ​ເປັນ​ປ້ອມ​ທີ່​ປົກປ້ອງ​ຊີວິດ​ຂອງ​ຂ້ອຍ+

ຂ້ອຍ​ຈະ​ຕ້ອງ​ຢ້ານ​ຜູ້​ໃດ?

 2 ຕອນ​ທີ່​ພວກ​ຄົນ​ຊົ່ວ​ມາ​ໂຈມຕີ​ເພື່ອ​ຈະ​ຂ້າ​ຂ້ອຍ+

ສັດຕູ​ເຫຼົ່າ​ນັ້ນ​ພັດ​ເປັນ​ຝ່າຍ​ສະດຸດ​ແລະ​ລົ້ມ​ລົງ.

 3 ເຖິງ​ວ່າ​ຈະ​ມີ​ກອງທັບ​ມາ​ຕັ້ງ​ຄ້າຍ​ຕໍ່ສູ້​ຂ້ອຍ

ໃຈ​ຂ້ອຍ​ກໍ​ຈະ​ບໍ່​ຢ້ານ.+

ເຖິງ​ວ່າ​ຈະ​ມີ​ຄົນ​ມາ​ເຮັດ​ສົງຄາມ​ກັບ​ຂ້ອຍ

ຂ້ອຍ​ກໍ​ຈະ​ຍັງ​ໝັ້ນໃຈ​ໃນ​ພະເຈົ້າ​ຢູ່.

 4 ສິ່ງ​ໜຶ່ງ​ທີ່​ຂ້ອຍ​ເຄີຍ​ຂໍ​ຈາກ​ພະ​ເຢໂຫວາ

ເຊິ່ງ​ເປັນ​ສິ່ງ​ທີ່​ຂ້ອຍ​ຢາກ​ໄດ້​ຫຼາຍ

ນັ້ນ​ແມ່ນ​ການ​ໄດ້​ຢູ່​ວິຫານ*​ຂອງ​ພະ​ເຢໂຫວາ​ຕະຫຼອດ​ຊີວິດ​ຂອງ​ຂ້ອຍ+

ເພື່ອ​ຈະ​ໄດ້​ແນມ​ເບິ່ງ​ຄວາມ​ດີ*​ຂອງ​ພະ​ເຢໂຫວາ

ແລະ​ເບິ່ງ​ວິຫານ​ຂອງ​ເພິ່ນ​ດ້ວຍ​ຄວາມ​ຊື່ນຊົມ​ຍິນດີ.*+

 5 ໃນ​ມື້​ທີ່​ມີ​ການ​ທຳລາຍ ເພິ່ນ​ຈະ​ພາ​ຂ້ອຍ​ໄປ​ລີ້​ຢູ່​ບ່ອນ​ຂອງ​ເພິ່ນ.+

ເພິ່ນ​ຈະ​ເຊື່ອງ​ຂ້ອຍ​ໄວ້​ຢູ່​ບ່ອນ​ລັບ​ໃນ​ເຕັ້ນ​ຂອງ​ເພິ່ນ.+

ເພິ່ນ​ຈະ​ພາ​ຂ້ອຍ​ໄປ​ຢູ່​ເທິງ​ຫີນ​ຜາ​ທີ່ສູງ​ໆ​.+

 6 ຕອນນີ້​ຂ້ອຍ​ຊະນະ​ສັດຕູ​ຂອງ​ຂ້ອຍ​ແລ້ວ.

ຂ້ອຍ​ຈະ​ເອົາ​ເຄື່ອງ​ບູຊາ​ມາ​ໃຫ້​ຢູ່​ເຕັ້ນ​ຂອງ​ເພິ່ນ​ແລະ​ຮ້ອງ​ດັງ​ໆ​ດ້ວຍ​ຄວາມ​ດີໃຈ.

ຂ້ອຍ​ຈະ​ຮ້ອງ​ເພງ*​ສັນລະເສີນ​ພະ​ເຢໂຫວາ.

 7 ພະ​ເຢໂຫວາ​ເອີ້ຍ ຂໍ​ພະອົງ​ຟັງ​ລູກ​ຕອນ​ທີ່​ລູກ​ຮ້ອງ​ຫາ​ພະອົງ.+

ຂໍ​ພະອົງ​ອີ່ຕົນ​ລູກ​ແລະ​ຕອບ​ລູກ​ແດ່.+

 8 ໃນ​ໃຈ​ຂອງ​ລູກ ລູກ​ຈື່​ຄຳສັ່ງ​ຂອງ​ພະອົງ​ໄດ້. ພະອົງ​ບອກ​ວ່າ:

“ໃຫ້​ຊອກ​ຫາ​ວ່າ​ສິ່ງ​ໃດ​ເຮັດ​ໃຫ້​ເຮົາ​ພໍໃຈ?”*

ພະ​ເຢໂຫວາ​ເອີ້ຍ ລູກ​ຈະ​ຊອກ​ຫາ​ວ່າ​ແມ່ນ​ຫຍັງ​ເຮັດ​ໃຫ້​ພະອົງ​ພໍໃຈ.+

 9 ຂໍ​ພະອົງ​ຢ່າ​ປິ່ນ​ໜ້າ​ໜີ​ຈາກ​ລູກ.+

ຂໍ​ພະອົງ​ຢ່າ​ໄລ່​ລູກ*​ໜີ​ດ້ວຍ​ຄວາມ​ໃຈຮ້າຍ.

ພະອົງ​ເປັນ​ຜູ້​ຊ່ວຍ​ຂອງ​ລູກ.+

ພະເຈົ້າ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ລູກ​ເອີ້ຍ ຂໍ​ພະອົງ​ຢ່າປະ​ຢ່າຖິ້ມ​ລູກ​ເດີ້.

10 ເຖິງ​ວ່າ​ພໍ່​ແມ່​ແທ້​ໆ​ຈະ​ປະຖິ້ມ​ລູກ+

ແຕ່​ພະ​ເຢໂຫວາ​ຈະ​ຮັບ​ລູກ​ໄວ້.+

11 ພະ​ເຢໂຫວາ​ເອີ້ຍ ຂໍ​ພະອົງ​ສອນ​ລູກ​ໃຫ້​ຮູ້ຈັກ​ແນວ​ທາງ​ຂອງ​ພະອົງ.+

ຂໍ​ພະອົງ​ພາ​ລູກ​ໄປ​ໃນ​ທາງ​ທີ່​ຖືກຕ້ອງ​ເພື່ອ​ລູກ​ຈະ​ໄດ້​ຊະນະ​ສັດຕູ.

12 ຂໍ​ຢ່າ​ສົ່ງ​ລູກ​ໃຫ້​ພວກ​ສັດຕູ+

ເພາະ​ມີ​ຄົນ​ມາ​ເປັນ​ພະຍານ​ໃສ່​ຮ້າຍ​ລູກ+

ແລະ​ເຂົາເຈົ້າ​ກໍ​ຂູ່​ວ່າ​ຈະ​ທຳ​ຮ້າຍ​ລູກ.

13 ຖ້າ​ລູກ​ບໍ່​ເຊື່ອ​ວ່າ​ລູກ​ຈະ​ໄດ້​ເຫັນ​ຄວາມ​ດີ​ຂອງ​ພະ​ເຢໂຫວາ​ຕອນ​ທີ່​ຍັງ​ມີ​ຊີວິດ​ຢູ່+

ລູກ​ກໍ​ຄື​ຊິ​ອົດທົນ​ບໍ່​ໄດ້.*

14 ໃຫ້​ພວກ​ເຮົາ​ລໍ​ຖ້າ​ພະ​ເຢໂຫວາ​ດ້ວຍ​ຄວາມ​ໝັ້ນໃຈ.+

ໃຫ້​ພວກ​ເຮົາ​ກ້າຫານ​ແລະ​ມີ​ຈິດໃຈ​ທີ່​ເຂັ້ມແຂງ.+

ຂໍ​ໃຫ້​ພວກ​ເຮົາ​ລໍ​ຖ້າ​ພະ​ເຢໂຫວາ​ດ້ວຍ​ຄວາມ​ໝັ້ນໃຈ​ເດີ້.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌