ປະຖົມມະການ
19 ທູດສະຫວັນ 2 ອົງມາຮອດເມືອງໂຊໂດມຕອນແລງ. ຕອນນັ້ນໂລດກຳລັງນັ່ງຢູ່ປະຕູເມືອງໂຊໂດມ. ເມື່ອເຫັນເຂົາເຈົ້າ ລາວກໍລຸກຂຶ້ນໄປຫາແລະໝູບໜ້າລົງພື້ນສະແດງຄວາມນັບຖື.+ 2 ໂລດເວົ້າວ່າ: “ນາຍເອີ້ຍ ຂໍເຊີນທ່ານມາແວ່ເຮືອນຂອງຜູ້ຮັບໃຊ້ຂອງທ່ານກ່ອນ. ມານອນຢາມຈັກຄືນໜຶ່ງແລະພວກເຮົາຈະລ້າງຕີນໃຫ້ພວກທ່ານ. ຈາກນັ້ນ ພວກທ່ານຈຶ່ງຄ່ອຍອອກເດີນທາງແຕ່ເຊົ້າ.” ເຂົາເຈົ້າຕອບວ່າ: “ບໍ່ເປັນຫຍັງ ພວກເຮົາຊິນອນຢູ່ເດີ່ນຂອງເມືອງນີ້ກໍໄດ້.” 3 ແຕ່ໂລດກໍຊວນແລ້ວຊວນອີກຈົນເຂົາເຈົ້າມາພັກຢູ່ເຮືອນຂອງລາວ. ຈາກນັ້ນ ລາວກໍກຽມອາຫານຢ່າງດີ ແລະເຮັດເຂົ້າຈີ່ບໍ່ມີເຊື້ອໃຫ້ເຂົາເຈົ້າກິນ.
4 ກ່ອນທີ່ເຂົາເຈົ້າຈະເຂົ້ານອນ ຜູ້ຊາຍໃນເມືອງໂຊໂດມທຸກຄົນຕັ້ງແຕ່ເດັກນ້ອຍຈົນຮອດຜູ້ເຖົ້າກໍພາກັນມາອ້ອມເຮືອນຂອງໂລດແລະກໍ່ກວນ. 5 ເຂົາເຈົ້າຮ້ອງໃສ່ລາວບໍ່ຢຸດບໍ່ເຊົາວ່າ: “ພວກຜູ້ຊາຍທີ່ມາພັກນຳເຈົ້າຄືນນີ້ ພວກເຂົາຢູ່ໃສ? ເອົາພວກເຂົາມາໃຫ້ພວກເຮົານອນນຳ.”+
6 ໂລດອອກໄປຫາພວກນັ້ນຢູ່ທາງນອກ ແລ້ວກໍອັດປະຕູເຮືອນ. 7 ລາວເວົ້າວ່າ: “ພີ່ນ້ອງເອີ້ຍ ຂ້ອຍຂໍນຳເດີ້. ຢ່າເຮັດຊົ່ວເລີຍ. 8 ຂ້ອຍມີລູກສາວ 2 ຄົນທີ່ຍັງບໍ່ເຄີຍນອນນຳຜູ້ຊາຍຈັກເທື່ອ. ຂ້ອຍຈະເອົາໃຫ້ພວກເຈົ້າ. ພວກເຈົ້າຢາກເຮັດຫຍັງກໍຕາມໃຈພວກເຈົ້າ. ແຕ່ຢ່າເຮັດຫຍັງໃຫ້ຜູ້ຊາຍ 2 ຄົນນີ້ ເພາະເຂົາເຈົ້າເປັນແຂກທີ່ຂ້ອຍຕ້ອງປົກປ້ອງ.”+ 9 ຄົນພວກນັ້ນເວົ້າວ່າ: “ຫຼີກແມະ! ເຈົ້າເປັນຄົນຕ່າງຊາດທີ່ມາຢູ່ນີ້ ເຈົ້າມີສິດຫຍັງມາຕັດສິນພວກເຮົາ? ພວກເຮົາຈະເຮັດໃຫ້ເຈົ້າທໍລະມານຫຼາຍກວ່າທີ່ຈະເຮັດກັບ 2 ຄົນນັ້ນອີກ.” ແລ້ວຄົນພວກນັ້ນກໍຫຸ້ມມາໃສ່ໂລດແລະພະຍາຍາມຈະພັງປະຕູເຂົ້າໄປ. 10 ຜູ້ຊາຍ 2 ຄົນນັ້ນເດ່ມືອອກມາດຶງເອົາໂລດເຂົ້າໄປໃນເຮືອນແລະອັດປະຕູ. 11 ເຂົາເຈົ້າເຮັດໃຫ້ພວກທີ່ຢູ່ໜ້າປະຕູເຮືອນຕາບອດ ຕັ້ງແຕ່ເດັກນ້ອຍຈົນຮອດຜູ້ເຖົ້າ. ພວກນັ້ນງົມໆທາວໆຫາປະຕູຈົນເມື່ອຍກໍບໍ່ເຈິ.
12 ແລ້ວຜູ້ຊາຍ 2 ຄົນນັ້ນກໍເວົ້າກັບໂລດວ່າ: “ເຈົ້າມີຍາດຕິພີ່ນ້ອງບໍ່? ໃຫ້ພາລູກເຂີຍ ລູກຊາຍ ລູກສາວ ແລະຄົນຂອງເຈົ້າຢູ່ເມືອງນີ້ອອກໄປໃຫ້ໝົດ! 13 ພວກເຮົາຈະທຳລາຍເມືອງນີ້ ຍ້ອນສຽງຈົ່ມກ່ຽວກັບຄົນຢູ່ນີ້ດັງໄປຮອດພະເຢໂຫວາ.+ ພະເຢໂຫວາຈຶ່ງສົ່ງພວກເຮົາໃຫ້ມາທຳລາຍເມືອງນີ້.” 14 ໂລດຈຶ່ງໄປບອກພວກຜູ້ຊາຍ*ທີ່ຈະມາແຕ່ງດອງກັບລູກສາວ 2 ຄົນຂອງລາວ. ລາວບອກຫຼາຍເທື່ອວ່າ: “ໄວໆ! ໃຫ້ຟ້າວອອກຈາກນີ້ ຍ້ອນພະເຢໂຫວາຈະທຳລາຍເມືອງນີ້ແລ້ວ!” ແຕ່ເຂົາເຈົ້າຄິດວ່າລາວເວົ້າຢອກ.+
15 ຕອນທີ່ໃກ້ຊິແຈ້ງ ທູດສະຫວັນຟ້າວເລັ່ງໂລດວ່າ: “ໄວໆ! ພາເມຍກັບລູກສາວ 2 ຄົນຂອງເຈົ້າໜີໄປ ເພື່ອຈະບໍ່ຖືກທຳລາຍໄປພ້ອມກັບເມືອງນີ້!”+ 16 ແຕ່ໂລດກໍຍັງຊ້າຢູ່. ຍ້ອນພະເຢໂຫວາອີ່ຕົນລາວ+ ເພິ່ນຈຶ່ງໃຫ້ທູດສະຫວັນ 2 ອົງດຶງແຂນລາວກັບເມຍ ແລະລູກສາວ 2 ຄົນອອກໄປນອກເມືອງ.+ 17 ເມື່ອເຂົາເຈົ້າອອກມານອກເມືອງແລ້ວ ທູດສະຫວັນບອກວ່າ: “ຂ້ຽວໜີໄປເດີ້! ຢ່າຫຼຽວຄືນຫຼັງ+ ແລະຢ່າຢຸດກາງທາງ!+ ໃຫ້ເຈົ້າໜີໄປເຂດພູເພື່ອຈະບໍ່ຖືກທຳລາຍ!”
18 ແຕ່ໂລດບອກເຂົາເຈົ້າວ່າ: “ພະເຢໂຫວາ! ຂໍບໍ່ໄປບ່ອນນັ້ນໄດ້ບໍ? 19 ລູກເປັນຜູ້ຮັບໃຊ້ທີ່ພະອົງພໍໃຈແລະພະອົງເມດຕາລູກຫຼາຍ*ໂດຍຊ່ວຍລູກໃຫ້ລອດ.+ ແຕ່ລູກໜີໄປບໍ່ຮອດເຂດພູດອກ. ລູກຢ້ານວ່າຈະເຈິໄພພິບັດແລະຕາຍກ່ອນ.+ 20 ຢູ່ໃກ້ໆນີ້ມີເມືອງນ້ອຍໆເມືອງໜຶ່ງ ລູກຂໍໜີໄປຫັ້ນໄດ້ບໍ? ມັນເປັນເມືອງນ້ອຍໆເທົ່ານັ້ນ ແລ້ວລູກຈະລອດຊີວິດ.” 21 ພະເຈົ້າ*ຈຶ່ງເວົ້າກັບລາວວ່າ: “ກໍໄດ້ ເຮົາຈະໃຫ້ຕາມທີ່ເຈົ້າຂໍ.+ ເຮົາຈະບໍ່ທຳລາຍເມືອງທີ່ເຈົ້າເວົ້າເຖິງນັ້ນ.+ 22 ໜີໄປຫັ້ນໄວໆ! ເພາະເຮົາຍັງເຮັດຫຍັງບໍ່ໄດ້ ຈົນກວ່າເຈົ້າຈະຮອດເມືອງນັ້ນ!”+ ເມືອງນັ້ນຈຶ່ງໄດ້ຊື່ວ່າໂຊອາ.*+
23 ໂລດໄປຮອດເມືອງໂຊອາຕອນຕາເວັນຂຶ້ນ. 24 ແລ້ວພະເຢໂຫວາກໍໃຫ້ມາດແລະໄຟຕົກລົງມາໃສ່ເມືອງໂຊໂດມກັບເມືອງໂກໂມຣາຄືກັບຝົນ. ພະເຢໂຫວາໃຫ້ມາດແລະໄຟເຫຼົ່ານັ້ນຕົກລົງມາຈາກຟ້າ.+ 25 ເພິ່ນທຳລາຍ 2 ເມືອງນັ້ນກັບເຂດທີ່ຢູ່ໃກ້ຄຽງ ທັງຄົນແລະຕົ້ນໄມ້ກໍຖືກທຳລາຍຈົນໝົດ.+ 26 ແຕ່ເມຍຂອງໂລດທີ່ນຳຫຼັງມາ ໄດ້ຫຼຽວຄືນຫຼັງແລະກາຍເປັນເສົາເກືອ.+
27 ອັບຣາຮາມຕື່ນແຕ່ເຊົ້າ ແລ້ວກໍອອກໄປບ່ອນທີ່ລາວເຄີຍລົມກັບພະເຢໂຫວາ.+ 28 ເມື່ອອັບຣາຮາມແນມລົງໄປເມືອງໂຊໂດມກັບເມືອງໂກໂມຣາແລະບໍລິເວນທີ່ຢູ່ໃກ້ຄຽງ ລາວກໍຕົກໃຈຫຼາຍ. ລາວເຫັນຄວັນໜາຄືກັບຄວັນທີ່ອອກມາຈາກເຕົາເຜົາ!+ 29 ແຕ່ຕອນທີ່ພະເຈົ້າທຳລາຍເມືອງເຫຼົ່ານັ້ນ ເພິ່ນຍັງຄິດເຖິງອັບຣາຮາມຢູ່ ເພິ່ນກໍເລີຍໃຫ້ໂລດອອກມາກ່ອນແລ້ວຈຶ່ງທຳລາຍບ່ອນນັ້ນ.+
30 ຕໍ່ມາ ໂລດກັບລູກສາວ 2 ຄົນອອກຈາກເມືອງໂຊອາ ແລ້ວໄປຢູ່ໃນເຂດພູ+ ເພາະລາວບໍ່ກ້າຢູ່ໃນເມືອງໂຊອາອີກ.+ ລາວກັບລູກສາວ 2 ຄົນເລີຍໄປຢູ່ໃນຖ້ຳ. 31 ແລ້ວຜູ້ເປັນເອື້ອຍກໍເວົ້າກັບນ້ອງວ່າ: “ພໍ່ຂອງເຮົາກໍເຖົ້າແລ້ວ ຢູ່ບ່ອນນີ້ກໍບໍ່ມີຜູ້ຊາຍທີ່ເຮົາຈະແຕ່ງດອງແລະນອນນຳໄດ້ຄືກັບທີ່ຄົນອື່ນໆເຮັດ. 32 ປ໋ະ ເຮົາເອົາເຫຼົ້າໃຫ້ພໍ່ກິນ ແລ້ວໄປນອນນຳລາວ. ພໍ່ເຮົາຊິໄດ້ມີຜູ້ສືບເຊື້ອສາຍ.”
33 ໃນຄືນນັ້ນ ເຂົາເຈົ້າເອົາເຫຼົ້າແວງໃຫ້ພໍ່ກິນຈົນເມົາ ແລ້ວຜູ້ເປັນເອື້ອຍກໍໄປນອນນຳພໍ່. ແຕ່ພໍ່ບໍ່ຮູ້ວ່າລູກສາວມານອນນຳຕອນໃດແລະລຸກໄປຕອນໃດ. 34 ມື້ຕໍ່ມາ ຜູ້ເປັນເອື້ອຍກໍເວົ້າກັບນ້ອງວ່າ: “ມື້ຄືນນີ້ເອື້ອຍນອນນຳພໍ່ແລ້ວ ຊັ້ນມື້ນີ້ໃຫ້ເຮົາເອົາເຫຼົ້າແວງໃຫ້ພໍ່ກິນອີກ ແລ້ວໃຫ້ນ້ອງໄປນອນນຳພໍ່. ພໍ່ເຮົາຊິໄດ້ມີຜູ້ສືບເຊື້ອສາຍ.” 35 ຄືນນັ້ນ ເຂົາເຈົ້າກໍເອົາເຫຼົ້າແວງໃຫ້ພໍ່ກິນອີກ ແລ້ວຜູ້ເປັນນ້ອງກໍໄປນອນນຳພໍ່. ແຕ່ພໍ່ບໍ່ຮູ້ວ່າລູກສາວມານອນນຳຕອນໃດແລະລຸກໄປຕອນໃດ. 36 ແລ້ວລູກສາວ 2 ຄົນຂອງໂລດກໍຖືພາກັບພໍ່ຂອງໂຕເອງ. 37 ຜູ້ເປັນເອື້ອຍມີລູກຊາຍຄົນໜຶ່ງຊື່ໂມອາບ.+ ຄົນໂມອາບເປັນລູກຫຼານຂອງລາວ.+ 38 ຜູ້ເປັນນ້ອງມີລູກຊາຍຄົນໜຶ່ງຊື່ເບັນອຳມີ. ຄົນອຳໂມນ+ເປັນລູກຫຼານຂອງລາວ.