ເພງສັນລະເສີນ
97 ພະເຢໂຫວາເປັນກະສັດແລ້ວ.+
ຂໍໃຫ້ໂລກມີຄວາມຍິນດີ.+
ຂໍໃຫ້ເກາະຕ່າງໆດີໃຈ.+
2 ຂີ້ເຝື້ອແລະຄວາມມືດຄຶ້ມກໍຢູ່ອ້ອມຂ້າງເພິ່ນ.+
ຄວາມຖືກຕ້ອງແລະຄວາມຍຸຕິທຳກໍເປັນຮາກຖານບັນລັງຂອງເພິ່ນ.+
4 ສາຍຟ້າຂອງເພິ່ນເຮັດໃຫ້ແຜ່ນດິນແຈ້ງສະຫວ່າງ.
ເມື່ອໂລກເຫັນສາຍຟ້ານັ້ນ ມັນກໍສັ່ນສະເທືອນ.+
5 ພູຕ່າງໆກໍເປື່ອຍໄປຄືກັບຂີ້ເຜີ້ງຕໍ່ໜ້າພະເຢໂຫວາ+
ຕໍ່ໜ້າພະເຈົ້າຜູ້ປົກຄອງໂລກນີ້ທັງໝົດ.
6 ສະຫວັນປະກາດຄວາມຍຸຕິທຳຂອງເພິ່ນ
ແລະທຸກຊາດກໍໄດ້ເຫັນຄວາມຍິ່ງໃຫຍ່ຂອງເພິ່ນ.+
7 ຂໍໃຫ້ທຸກຄົນທີ່ນະມັດສະການຮູບບູຊາ
ແລະຄົນທີ່ເວົ້າອວດກ່ຽວກັບພະເຈົ້າທີ່ບໍ່ມີຄ່າຂອງໂຕເອງ+ອັບອາຍຂາຍໜ້າ.+
ພະເຈົ້າທັງໝົດເອີ້ຍ ໃຫ້ມາໝູບລົງຕໍ່ໜ້າ*ເພິ່ນ.+
8 ພະເຢໂຫວາເອີ້ຍ ຊີໂອນໄດ້ຍິນກ່ຽວກັບການຕັດສິນຂອງພະອົງແລະດີໃຈຫຼາຍ.+
ເມືອງຕ່າງໆ*ຂອງຢູດາກໍມີຄວາມສຸກຫຼາຍ
ຍ້ອນການຕັດສິນຂອງພະອົງ.+
9 ພະເຢໂຫວາເອີ້ຍ ພະອົງເປັນພະເຈົ້າສູງສຸດທີ່ປົກຄອງທົ່ວໂລກ.
ພະອົງຖືກຍົກຍ້ອງໃຫ້ສູງຫຼາຍກວ່າພະເຈົ້າອື່ນໆທັງໝົດ.+
10 ພວກເຈົ້າຜູ້ທີ່ຮັກພະເຢໂຫວາເອີ້ຍ ຂໍໃຫ້ຊັງສິ່ງຊົ່ວ.+
ເພິ່ນປົກປ້ອງຊີວິດຂອງຄົນທີ່ພັກດີຕໍ່ເພິ່ນ.+
11 ແສງສະຫວ່າງສ່ອງມາໃສ່ຄົນທີ່ເຮັດສິ່ງທີ່ຖືກຕ້ອງ+
ແລະຄວາມສຸກກໍເກີດຂຶ້ນກັບຄົນທີ່ມີໃຈສັດຊື່.
12 ພວກເຈົ້າທີ່ເປັນຄົນທີ່ເຮັດສິ່ງທີ່ຖືກຕ້ອງເອີ້ຍ ໃຫ້ພວກເຈົ້າມີຄວາມສຸກຍ້ອນພະເຢໂຫວາ
ແລະໃຫ້ສັນລະເສີນຊື່*ທີ່ບໍລິສຸດຂອງເພິ່ນ.