ຈົດໝາຍສະບັບທຳອິດຂອງເປໂຕ
4 ໃນເມື່ອພະຄລິດທົນທຸກທໍລະມານມາແລ້ວຕອນທີ່ເປັນມະນຸດ+ ກໍໃຫ້ພວກເຈົ້າກຽມໂຕໃຫ້ພ້ອມເພື່ອຈະຄິດ*ແບບດຽວກັບເພິ່ນ ຍ້ອນວ່າຄົນທີ່ທົນທຸກລຳບາກໃນຮ່າງກາຍນີ້ກໍເຊົາເຮັດຜິດແລ້ວ.+ 2 ລາວຈະບໍ່ໃຊ້ຊີວິດທີ່ເຫຼືອຢູ່ໃນຮ່າງກາຍນີ້ຕາມຄວາມຕ້ອງການຂອງມະນຸດອີກຕໍ່ໄປ+ ແຕ່ຈະໃຊ້ຊີວິດຕາມຄວາມຕ້ອງການຂອງພະເຈົ້າ.+ 3 ຜ່ານມາ ພວກເຈົ້າໃຊ້ຊີວິດຕາມໃຈຄົນໃນໂລກຫຼາຍພໍແລ້ວ.+ ຕອນນັ້ນ ພວກເຈົ້າເຮັດຊົ່ວແບບບໍ່ອາຍ* ປ່ອຍໂຕໄປກັບຄວາມຕ້ອງການທີ່ຜິດໆ ກິນເຫຼົ້າຫຼາຍໂພດ ກິນລ້ຽງເຮຮາຈົນສຸດຂີດ ແຂ່ງກັນກິນເຫຼົ້າ ແລະຂາບໄຫວ້ຮູບບູຊາທີ່ເປັນຕາຂີ້ດຽດ.+ 4 ແຕ່ເມື່ອພວກເຈົ້າບໍ່ເຮັດຊົ່ວຄືກັບເຂົາເຈົ້າແລ້ວ ເຂົາເຈົ້າກໍແປກໃຈແລະເວົ້າດູຖູກພວກເຈົ້າ.+ 5 ເຂົາເຈົ້າຈະຕ້ອງໃຫ້ການຕໍ່ພະຄລິດເຊິ່ງພ້ອມຈະຕັດສິນຄົນເປັນແລະຄົນຕາຍ.+ 6 ຍ້ອນແນວນີ້ຈຶ່ງມີການປະກາດຂ່າວດີໃຫ້ຄົນຕາຍນຳ*+ ເພາະເຖິງວ່າເຂົາເຈົ້າຖືກຕັດສິນຕາມຄວາມຄິດຂອງມະນຸດ ແຕ່ສຳລັບພະເຈົ້າແລ້ວ ເຂົາເຈົ້າອາດຈະໃຊ້ຊີວິດຕາມການຊີ້ນຳຈາກພະລັງຂອງພະເຈົ້າກໍໄດ້.
7 ຈຸດຈົບຂອງທຸກສິ່ງມາໃກ້ແລ້ວ. ດັ່ງນັ້ນ ຂໍໃຫ້ມີສະຕິ+ແລະຈື່ໄວ້ສະເໝີວ່າເຮົາຕ້ອງອະທິດຖານ.+ 8 ສຳຄັນທີ່ສຸດແມ່ນໃຫ້ຮັກກັນຫຼາຍໆ+ ຍ້ອນຄວາມຮັກເຮັດໃຫ້ຄົນເຮົາເຕັມໃຈຍົກໂທດໃຫ້ຄົນອື່ນ.+ 9 ໃຫ້ຍິນດີຕ້ອນຮັບກັນໂດຍບໍ່ຈົ່ມ.+ 10 ແຕ່ລະຄົນໄດ້ຮັບຄວາມສາມາດ*ຕາມຄວາມກະລຸນາທີ່ຍິ່ງໃຫຍ່ທີ່ພະເຈົ້າສະແດງອອກໃນຫຼາຍໆທາງ. ດັ່ງນັ້ນ ໃຫ້ໃຊ້ຄວາມສາມາດຕາມຂະໜາດທີ່ໄດ້ຮັບມາເພື່ອຮັບໃຊ້ກັນໃນຖານະຄົນຮັບໃຊ້ທີ່ດີ.+ 11 ຖ້າຜູ້ໃດມີຄວາມສາມາດໃນການເວົ້າກໍໃຫ້ລາວເຮັດໃຫ້ເຫັນແຈ້ງວ່າສິ່ງທີ່ເວົ້ານັ້ນມາຈາກຖ້ອຍຄຳຂອງພະເຈົ້າ. ຖ້າຜູ້ໃດມີຄວາມສາມາດໃນການຮັບໃຊ້ກໍໃຫ້ລາວຮັບໃຊ້ໂດຍເພິ່ງກຳລັງທີ່ມາຈາກພະເຈົ້າ+ ເພື່ອເພິ່ນຈະໄດ້ຮັບການຍ້ອງຍໍສັນລະເສີນໃນທຸກເລື່ອງ+ໂດຍທາງພະເຢຊູຄລິດ. ຂໍໃຫ້ພະເຈົ້າມີກຽດແລະລິດເດດຕະຫຼອດໄປ. ອາແມນ.*
12 ພີ່ນ້ອງທີ່ຮັກ ຢ່າແປກໃຈກັບການທົດສອບທີ່ເປັນຄືກັບໄຟທີ່ພວກເຈົ້າເຈິຢູ່.+ ຢ່າຄິດວ່າມັນເປັນເລື່ອງແປກທີ່ເກີດຂຶ້ນກັບພວກເຈົ້າ. 13 ແຕ່ໃຫ້ດີໃຈສະເໝີ+ທີ່ພວກເຈົ້າຕ້ອງທົນທຸກລຳບາກຮ່ວມກັບພະຄລິດຮອດຂັ້ນນີ້+ ຍ້ອນວ່າເມື່ອເພິ່ນມາໃນຖານະທີ່ສູງສົ່ງ ພວກເຈົ້າກໍຈະຊົມຊື່ນຍິນດີນຳກັນກັບເພິ່ນ.+ 14 ຖ້າພວກເຈົ້າຖືກດ່າ*ຍ້ອນເປັນລູກສິດຂອງພະຄລິດ ພວກເຈົ້າກໍມີຄວາມສຸກ+ ເພາະນີ້ສະແດງວ່າພວກເຈົ້າມີພະລັງຂອງພະເຈົ້າເຊິ່ງເປັນພະລັງທີ່ເຮັດໃຫ້ມີກຽດ.
15 ຢ່າໃຫ້ຜູ້ໃດໃນພວກເຈົ້າຕ້ອງທົນທຸກລຳບາກຍ້ອນເປັນຄົນຂ້າຄົນ ເປັນຄົນຂີ້ລັກ ເປັນຄົນເຮັດຊົ່ວ ຫຼືເປັນຄົນທີ່ມັກຫຍຸ້ງເລື່ອງຂອງຄົນອື່ນ.+ 16 ແຕ່ຖ້າຜູ້ໃດຕ້ອງທົນທຸກລຳບາກຍ້ອນເປັນຄລິດສະຕຽນກໍບໍ່ຕ້ອງອາຍ.+ ຂໍໃຫ້ລາວຍ້ອງຍໍສັນລະເສີນພະເຈົ້າໂດຍໃຊ້ຊີວິດແບບຄລິດສະຕຽນຕໍ່ໆໄປ. 17 ຕອນນີ້ ເວລາທີ່ຈະຕັດສິນມາຮອດແລ້ວ. ການຕັດສິນຈະເລີ່ມຈາກຄອບຄົວຂອງພະເຈົ້າກ່ອນ.+ ຖ້າການຕັດສິນເລີ່ມຈາກພວກເຮົາກ່ອນ+ ຈະເກີດຫຍັງຂຶ້ນກັບຄົນທີ່ບໍ່ເຊື່ອຟັງຂ່າວດີຂອງພະເຈົ້າ?+ 18 “ຖ້າຄົນທີ່ເຮັດສິ່ງທີ່ຖືກຕ້ອງຍັງລອດໄດ້ຍາກ ແລ້ວຄົນທີ່ໝິ່ນປະໝາດພະເຈົ້າແລະຄົນທີ່ເຮັດຜິດຈະເປັນແນວໃດ?”+ 19 ດັ່ງນັ້ນ ໃຫ້ຄົນທີ່ທົນທຸກລຳບາກຍ້ອນເຮັດສິ່ງທີ່ພະເຈົ້າຕ້ອງການນັ້ນຝາກຊີວິດໄວ້ກັບເພິ່ນທີ່ເປັນຜູ້ສ້າງທີ່ສັດຊື່ແລະໃຫ້ລາວເຮັດດີຕໍ່ໆໄປ.+