ເພງສັນລະເສີນ
ເຖິງຜູ້ຄວບຄຸມດົນຕີ ເພງນີ້ຕັ້ງແບບເຢດູທູນ.* ເພງຂອງດາວິດ.
62 ຂ້ອຍລໍຖ້າພະເຈົ້າດ້ວຍຄວາມອົດທົນ.
ຄວາມລອດຂອງຂ້ອຍມາຈາກເພິ່ນ.+
2 ເພິ່ນເປັນຫີນຜາ ເປັນຄວາມລອດ ແລະເປັນບ່ອນລີ້ທີ່ປອດໄພ*ຂອງຂ້ອຍ.+
ຂ້ອຍຈະບໍ່ມີທາງເຊໄປເຊມາຈົນລົ້ມລົງ.+
3 ພວກເຈົ້າຈະທຳຮ້າຍແລະພະຍາຍາມຂ້າຄົນຜູ້ໜຶ່ງອີກດົນປານໃດ?+
ພວກເຈົ້າທັງໝົດອັນຕະລາຍຄືກັບກຳແພງທີ່ເນີ້ງໆອຽງໆແລະຄືກັບກຳແພງຫີນທີ່ກຳລັງຈະລົ້ມ.*
4 ເຂົາເຈົ້າປຶກສາກັນເພື່ອຈະເຮັດໃຫ້ລາວເສຍສັກສີ.*
ເຂົາເຈົ້າມີຄວາມສຸກທີ່ໄດ້ເວົ້າຕົວະ.
ປາກຂອງເຂົາເຈົ້າເວົ້າຄຳອວຍພອນ ແຕ່ໃນໃຈພັດມີແຕ່ຄຳສາບແຊ່ງ.+ (ເຊລາ)*
6 ເພິ່ນເປັນຫີນຜາ ເປັນຄວາມລອດ ແລະເປັນບ່ອນລີ້ທີ່ປອດໄພຂອງຂ້ອຍ.
ຂ້ອຍຈະບໍ່ຢ້ານຫຍັງ.+
7 ຄວາມລອດແລະກຽດຂອງຂ້ອຍຂຶ້ນຢູ່ກັບພະເຈົ້າ.
ພະເຈົ້າເປັນຫີນຜາທີ່ໝັ້ນຄົງແລະເປັນບ່ອນລີ້ໄພຂອງຂ້ອຍ.+
8 ປະຊາຊົນຂອງຂ້ອຍເອີ້ຍ ໃຫ້ພວກເຈົ້າໄວ້ໃຈເພິ່ນຕະຫຼອດເວລາ.
ໃຫ້ລະບາຍຄວາມຮູ້ສຶກຂອງພວກເຈົ້າກັບເພິ່ນ.+
ພະເຈົ້າເປັນບ່ອນລີ້ໄພຂອງພວກເຮົາ.+ (ເຊລາ)
9 ມະນຸດເປັນຄືກັບລົມຫາຍໃຈບາດດຽວ
ແລະເປັນຄືກັບພາບລວງຕາ.+
ເມື່ອເອົາເຂົາເຈົ້າມາຊັ່ງລວມກັນຢູ່ຊິງ ເຂົາເຈົ້າກໍເບົາກວ່າລົມຫາຍໃຈບາດດຽວຊ້ຳ.+
10 ຢ່າໝັ້ນໃຈໃນສິ່ງທີ່ເຈົ້າໄດ້ມາແບບບໍ່ຖືກຕ້ອງ
ຫຼືຢ່າຫວັງແບບຜິດໆວ່າເຈົ້າຈະລວຍຈາກການປຸ້ນ.
ຖ້າເຈົ້າລວຍຂຶ້ນກໍຢ່າໄວ້ໃຈໃນຊັບສົມບັດຂອງເຈົ້າ.+
11 ຂ້ອຍເຄີຍໄດ້ຍິນພະເຈົ້າເວົ້າສອງເທື່ອແລ້ວວ່າ
ລິດເດດເປັນຂອງພະເຈົ້າ.+