ຈົດໝາຍສະບັບທີສອງເຖິງຄລິດສະຕຽນໃນເມືອງໂກຣິນໂທ
7 ດັ່ງນັ້ນ ພີ່ນ້ອງທີ່ຮັກເອີ້ຍ ໃນເມື່ອພວກເຮົາໄດ້ຮັບຄຳສັນຍາທັງໝົດນີ້+ ກໍໃຫ້ພວກເຮົາເຮັດໃຫ້ໂຕເອງສະອາດຈາກທຸກສິ່ງທີ່ເຮັດໃຫ້ຮ່າງກາຍແລະຈິດໃຈເປິເປື້ອນ+ ແລະໃຫ້ຄວາມຢ້ານຢຳພະເຈົ້າຊ່ວຍພວກເຮົາໃຫ້ບໍລິສຸດຫຼາຍຂຶ້ນເລື້ອຍໆ.
2 ໃຫ້ເປີດໃຈຮັບພວກເຮົາ.+ ພວກເຮົາບໍ່ໄດ້ເຮັດຜິດຕໍ່ຜູ້ໃດ ບໍ່ໄດ້ທຳຮ້າຍຜູ້ໃດ ແລະບໍ່ໄດ້ເອົາປຽບຜູ້ໃດເລີຍ.+ 3 ຂ້ອຍເວົ້າແບບນີ້ບໍ່ແມ່ນເພື່ອຕຳໜິພວກເຈົ້າ. ຂ້ອຍບອກແລ້ວວ່າ ບໍ່ວ່າຊີວິດຫຼືຄວາມຕາຍກໍປ່ຽນຄວາມຮັກທີ່ພວກເຮົາມີຕໍ່ພວກເຈົ້າບໍ່ໄດ້. 4 ຂ້ອຍເວົ້າກັບພວກເຈົ້າແບບກົງໄປກົງມາໄດ້ວ່າ ຂ້ອຍພູມໃຈໃນໂຕພວກເຈົ້າຫຼາຍ. ຂ້ອຍໄດ້ຮັບກຳລັງໃຈແທ້ໆແລະມີຄວາມສຸກຫຼາຍເຖິງວ່າພວກເຮົາຕ້ອງເຈິຄວາມຍາກລຳບາກ.+
5 ທີ່ຈິງ ຕັ້ງແຕ່ມາຮອດແຂວງມາເກໂດເນຍ+ ພວກເຮົາບໍ່ໄດ້ພັກເລີຍ ແຕ່ຕ້ອງອົດທົນກັບຄວາມທຸກລຳບາກທຸກດ້ານ. ພາຍນອກພວກເຮົາຖືກຕໍ່ຕ້ານຮຸນແຮງ ສ່ວນພາຍໃນພວກເຮົາກໍກັງວົນກັບເລື່ອງຕ່າງໆ. 6 ແຕ່ພະເຈົ້າຜູ້ໃຫ້ກຳລັງໃຈຄົນທີ່ທໍ້ໃຈນັ້ນ+ໄດ້ໃຫ້ກຳລັງໃຈພວກເຮົາໂດຍໃຫ້ຕີໂຕມາຢູ່ນຳ. 7 ພວກເຮົາມີກຳລັງໃຈບໍ່ແມ່ນຍ້ອນຕີໂຕມາຢູ່ນຳເທົ່ານັ້ນ ແຕ່ຍ້ອນຕີໂຕໄດ້ຮັບກຳລັງໃຈຈາກພວກເຈົ້າ. ລາວເລົ່າໃຫ້ພວກເຮົາຟັງວ່າພວກເຈົ້າຢາກເຈິຂ້ອຍຫຼາຍ ພວກເຈົ້າເສຍໃຈຫຼາຍ ແລະພວກເຈົ້າເປັນຫ່ວງຂ້ອຍແທ້ໆ. ເມື່ອຮູ້ແບບນີ້ຂ້ອຍກໍແຮ່ງດີໃຈຫຼາຍຂຶ້ນອີກ.
8 ເຖິງວ່າຈົດໝາຍຂອງຂ້ອຍເຮັດໃຫ້ພວກເຈົ້າເສຍໃຈ+ ແຕ່ຂ້ອຍກໍບໍ່ເສຍໃຈທີ່ໄດ້ຂຽນຫາພວກເຈົ້າ. ຕອນທຳອິດຂ້ອຍກໍເສຍໃຈຢູ່ (ທີ່ເຫັນວ່າຈົດໝາຍນັ້ນເຮັດໃຫ້ພວກເຈົ້າເສຍໃຈ ເຖິງຈະເປັນໄລຍະສັ້ນໆ) 9 ແຕ່ຕອນນີ້ຂ້ອຍດີໃຈຍ້ອນຮູ້ວ່າພວກເຈົ້າບໍ່ພຽງແຕ່ເສຍໃຈ ແຕ່ພວກເຈົ້າເສຍໃຈຈົນຖືກກະຕຸ້ນໃຫ້ກັບໃຈ. ເມື່ອພວກເຈົ້າເສຍໃຈແບບນີ້ກໍເຮັດໃຫ້ພະເຈົ້າພໍໃຈ ແລະສິ່ງທີ່ພວກເຮົາຂຽນຫາພວກເຈົ້າບໍ່ໄດ້ເຮັດໃຫ້ພວກເຈົ້າເສຍຫາຍຕື່ມອີກ. 10 ຄວາມເສຍໃຈແບບທີ່ພະເຈົ້າພໍໃຈນັ້ນກະຕຸ້ນໃຫ້ເກີດການກັບໃຈ ເຊິ່ງພາໄປເຖິງຄວາມລອດແລະຈະບໍ່ເຮັດໃຫ້ເສຍໃຈ+ ແຕ່ຄວາມເສຍໃຈແບບໂລກເຮັດໃຫ້ຕາຍ. 11 ຄວາມເສຍໃຈແບບທີ່ພະເຈົ້າພໍໃຈນີ້ແຫຼະທີ່ເຮັດໃຫ້ພວກເຈົ້າຕັ້ງໃຈແທ້ໆທີ່ຈະເຮັດໃຫ້ໂຕເອງພົ້ນຄຳຕຳໜິ ເຮັດໃຫ້ພວກເຈົ້າຮ້າຍໂຕເອງທີ່ໄດ້ເຮັດຜິດ ເຮັດໃຫ້ຢ້ານຢຳພະເຈົ້າ ເຮັດໃຫ້ຢາກຈະກັບໃຈແທ້ໆ ແລະເຮັດໃຫ້ຢາກຮັບໃຊ້ພະເຈົ້າຈາກໃຈແລະລົງມືແກ້ໄຂຄວາມຜິດ.+ ພວກເຈົ້າພິສູດໂຕໃນທຸກດ້ານແລ້ວວ່າໂຕເອງບໍລິສຸດໃນເລື່ອງນີ້. 12 ເມື່ອຂ້ອຍຂຽນຈົດໝາຍຫາພວກເຈົ້າ ຂ້ອຍບໍ່ໄດ້ຂຽນເພື່ອຄົນທີ່ເຮັດຜິດ+ຫຼືຄົນທີ່ເປັນຝ່າຍເສຍຫາຍ. ແຕ່ຂ້ອຍຂຽນເພື່ອພວກເຈົ້າຈະໄດ້ສະແດງໃຫ້ພະເຈົ້າເຫັນວ່າພວກເຈົ້າຕັ້ງໃຈແທ້ໆທີ່ຈະເຮັດຕາມຄຳແນະນຳຂອງພວກເຮົາ. 13 ທັງໝົດນີ້ແຫຼະທີ່ເຮັດໃຫ້ພວກເຮົາໄດ້ຮັບກຳລັງໃຈ.
ແຕ່ນອກຈາກໄດ້ຮັບກຳລັງໃຈແລ້ວ ພວກເຮົາແຮ່ງດີໃຈຫຼາຍຂຶ້ນອີກທີ່ເຫັນຕີໂຕມີຄວາມສຸກຍ້ອນພວກເຈົ້າທຸກຄົນເຮັດໃຫ້ລາວສົດຊື່ນ. 14 ຂ້ອຍຈຶ່ງບໍ່ຕ້ອງອາຍທີ່ເຄີຍອວດເລື່ອງຂອງພວກເຈົ້າໃຫ້ລາວຟັງ ຍ້ອນເລື່ອງທີ່ອວດນັ້ນເປັນຄວາມຈິງຄືກັບທຸກເລື່ອງທີ່ພວກເຮົາເຄີຍບອກພວກເຈົ້າ. 15 ລາວແຮ່ງຮັກພວກເຈົ້າຫຼາຍຂຶ້ນອີກ ເມື່ອລາວຄິດເຖິງເລື່ອງທີ່ພວກເຈົ້າເຊື່ອຟັງ+ ແລະເລື່ອງທີ່ພວກເຈົ້າຕ້ອນຮັບລາວດ້ວຍຄວາມນັບຖືຫຼາຍ. 16 ຂ້ອຍດີໃຈແທ້ໆທີ່ຂ້ອຍໝັ້ນໃຈໃນໂຕພວກເຈົ້າໄດ້ສະເໝີ.