ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 1 ເທຊະໂລນິກ 3
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມ 1 ເທຊະໂລນິກ

      • ໂປໂລ​ລໍ​ຖ້າ​ຢູ່​ເມືອງ​ອາແຖນ​ດ້ວຍ​ຄວາມ​ກັງວົນ (1-5)

      • ຕີໂມທຽວ​ກັບ​ມາ​ບອກ​ຂ່າວດີ (6-10)

      • ຄຳ​ອະທິດຖານ​ເພື່ອ​ພີ່ນ້ອງ​ຄົນ​ເທຊະໂລນິກ (11-13)

1 ເທຊະໂລນິກ 3:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 17:15

1 ເທຊະໂລນິກ 3:2

ໄຂເງື່ອນ

  • *

    ຫຼື​ອາດ​ແປ​ວ່າ “ໝູ່​ທີ່​ເຮັດ​ວຽກ​ຮ່ວມ​ກັບ​ພະເຈົ້າ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 16:1, 2; ຣມ 16:21; 1ກຣ 16:10

1 ເທຊະໂລນິກ 3:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 14:22; 1ກຣ 4:9; 1ປຕ 2:21

1 ເທຊະໂລນິກ 3:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ທຊ 2:14

1 ເທຊະໂລນິກ 3:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ທຊ 3:2
  • +ມທ 4:3; 2ກຣ 11:3

1 ເທຊະໂລນິກ 3:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 18:5

1 ເທຊະໂລນິກ 3:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ທຊ 1:4

1 ເທຊະໂລນິກ 3:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ທຊ 1:3

1 ເທຊະໂລນິກ 3:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ທຊ 4:9; 2ທຊ 1:3

1 ເທຊະໂລນິກ 3:13

ໄຂເງື່ອນ

  • *

    ເບິ່ງ​ຄຳ​ວ່າ “ການ​ມາ” ໃນ​ສ່ວນ​ອະທິບາຍ​ຄຳສັບ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກຣ 1:8
  • +1ທຊ 2:19; 5:23; 2ທຊ 2:1, 2

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

1ທຊ. 3:1ກຈກ 17:15
1ທຊ. 3:2ກຈກ 16:1, 2; ຣມ 16:21; 1ກຣ 16:10
1ທຊ. 3:3ກຈກ 14:22; 1ກຣ 4:9; 1ປຕ 2:21
1ທຊ. 3:41ທຊ 2:14
1ທຊ. 3:51ທຊ 3:2
1ທຊ. 3:5ມທ 4:3; 2ກຣ 11:3
1ທຊ. 3:6ກຈກ 18:5
1ທຊ. 3:72ທຊ 1:4
1ທຊ. 3:102ທຊ 1:3
1ທຊ. 3:121ທຊ 4:9; 2ທຊ 1:3
1ທຊ. 3:131ກຣ 1:8
1ທຊ. 3:131ທຊ 2:19; 5:23; 2ທຊ 2:1, 2
  • ຄຳພີໄບເບິນສະບັບແປໂລກໃໝ່
  • ອ່ານໃນ ພະຄຳພີຄລິດສະຕຽນພາກພາສາກຣີກ
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
ຄຳພີໄບເບິນສະບັບແປໂລກໃໝ່
1 ເທຊະໂລນິກ 3:1-13

ຈົດໝາຍສະບັບທຳອິດເຖິງຄລິດສະຕຽນໃນເມືອງເທຊະໂລນິກ

3 ເມື່ອ​ພວກ​ເຮົາ​ລໍ​ຖ້າ​ຟັງ​ຂ່າວ​ຂອງ​ພວກ​ເຈົ້າ​ຕໍ່​ໄປ​ບໍ່​ໄຫວ ພວກ​ເຮົາ​ຈຶ່ງ​ຕັດສິນໃຈ​ວ່າ​ຈະ​ຢູ່ເມືອງ​ອາແຖນ+ 2 ແລະ​ສົ່ງ​ຕີໂມທຽວ+​ພີ່​ນ້ອງ​ຂອງ​ພວກ​ເຮົາ​ໄປ​ຫາ​ພວກ​ເຈົ້າ. ລາວ​ເປັນ​ຜູ້​ຮັບໃຊ້​ຂອງ​ພະເຈົ້າ*​ທີ່​ປະກາດ​ຂ່າວດີ​ເລື່ອງ​ພະຄລິດ. ລາວ​ຈະ​ຊ່ວຍ​ພວກ​ເຈົ້າ​ໃຫ້​ເຂັ້ມແຂງ​ແລະ​ມີ​ກຳລັງ​ໃຈ ເພື່ອ​ເຮັດ​ໃຫ້​ພວກ​ເຈົ້າ​ມີ​ຄວາມ​ເຊື່ອ​ທີ່​ໝັ້ນຄົງ 3 ແລະ​ບໍ່​ຫວັ່ນໄຫວ​ເມື່ອ​ເຈິ​ຄວາມ​ຍາກ​ລຳບາກ. ພວກ​ເຈົ້າ​ກໍ​ຮູ້​ວ່າ​ສິ່ງ​ເຫຼົ່າ​ນີ້​ຈະ​ຕ້ອງ​ເກີດຂຶ້ນ​ກັບ​ພວກ​ເຮົາ.+ 4 ຕອນ​ທີ່​ພວກ​ເຮົາ​ຢູ່​ກັບ​ພວກ​ເຈົ້າ ພວກ​ເຮົາ​ເຄີຍ​ບອກ​ວ່າ​ພວກ​ເຮົາ​ຈະ​ຕ້ອງ​ເຈິ​ຄວາມທຸກ​ລຳບາກ ແລ້ວ​ກໍ​ເປັນ​ແນວ​ນັ້ນ​ແທ້​ໆ​ແບບ​ທີ່​ພວກ​ເຈົ້າ​ຮູ້.+ 5 ດັ່ງນັ້ນ ເມື່ອ​ຂ້ອຍ​ລໍ​ຖ້າ​ຕໍ່​ໄປ​ບໍ່​ໄຫວ ຂ້ອຍ​ຈຶ່ງ​ສົ່ງ​ຕີໂມທຽວ​ໄປ​ເພື່ອ​ຈະ​ຮູ້​ວ່າ​ຄວາມ​ເຊື່ອ​ຂອງ​ພວກ​ເຈົ້າ​ເປັນ​ແນວ​ໃດ+ ຍ້ອນ​ຢ້ານ​ວ່າ​ມານຮ້າຍ+​ຈະ​ລໍ້ລວງ​ພວກ​ເຈົ້າ ແລ້ວ​ວຽກ​ທີ່​ພວກ​ເຮົາ​ທຸ່ມເທ​ເຮັດ​ຈະ​ເສຍ​ແຮງ​ໄປ​ລ້າ​ໆ​.

6 ແຕ່​ຕີໂມທຽວ​ຫາກໍ​ກັບ​ມາ+​ບອກ​ຂ່າວດີ​ກ່ຽວກັບ​ຄວາມ​ເຊື່ອ​ແລະ​ຄວາມ​ຮັກ​ຂອງ​ພວກ​ເຈົ້າ. ລາວ​ບອກ​ວ່າ​ພວກ​ເຈົ້າ​ຍັງ​ຄິດ​ຮອດ​ພວກ​ເຮົາ​ສະເໝີ​ແລະ​ຢາກ​ເຈິ​ພວກ​ເຮົາ​ຄື​ກັບ​ທີ່​ພວກ​ເຮົາ​ຢາກ​ເຈິ​ພວກ​ເຈົ້າ. 7 ພີ່​ນ້ອງ​ເອີ້ຍ ເມື່ອ​ຮູ້​ວ່າ​ພວກ​ເຈົ້າ​ຮັກສາ​ຄວາມ​ເຊື່ອ​ໄວ້ ພວກ​ເຮົາ​ກໍ​ໄດ້​ກຳລັງ​ໃຈ​ໃນ​ຕອນ​ທີ່​ຕ້ອງ​ອົດທົນ​ກັບ​ຄວາມ​ທຸກ​ແລະ​ເຈິ​ກັບ​ຄວາມ​ຍາກ​ລຳບາກ.+ 8 ພວກ​ເຮົາ​ມີ​ກຳລັງ​ຫຼາຍ ເມື່ອ​ຮູ້​ວ່າ​ພວກ​ເຈົ້າ​ຍັງ​ຢືນຢັດ​ຢູ່​ຝ່າຍ​ຜູ້​ເປັນ​ນາຍ. 9 ພວກ​ເຮົາ​ບໍ່​ຮູ້​ຊິ​ຂອບໃຈ​ພະເຈົ້າ​ແນວ​ໃດ ຍ້ອນ​ພວກ​ເຈົ້າ​ເຮັດ​ໃຫ້​ພວກ​ເຮົາ​ມີ​ຄວາມ​ສຸກ​ຫຼາຍ. 10 ພວກ​ເຮົາ​ອະທິດຖານ​ອ້ອນວອນ​ຫຼາຍ​ເປັນ​ພິເສດ​ທັງ​ເວັນ​ທັງ​ຄືນ ເພື່ອ​ຈະ​ໄດ້​ເຈິ​ພວກ​ເຈົ້າ​ແລະ​ຕື່ມ​ສິ່ງ​ທີ່​ພວກ​ເຈົ້າ​ຍັງ​ຂາດ​ຢູ່ ເພື່ອ​ຄວາມ​ເຊື່ອ​ຂອງ​ພວກ​ເຈົ້າ​ຈະ​ໝັ້ນຄົງ​ຂຶ້ນ.+

11 ຂໍ​ໃຫ້​ພະເຈົ້າ​ຜູ້​ເປັນ​ພໍ່​ຂອງ​ພວກ​ເຮົາ​ແລະ​ພະ​ເຢຊູ​ຜູ້​ເປັນ​ນາຍ​ຂອງ​ພວກ​ເຮົາເປີດ​ໂອກາດໃຫ້​ພວກ​ເຮົາ​ໄດ້​ໄປ​ຫາ​ພວກ​ເຈົ້າ. 12 ຂໍ​ໃຫ້​ຜູ້​ເປັນ​ນາຍ​ຊ່ວຍ​ພວກ​ເຈົ້າ​ໃຫ້​ມີ​ຄວາມ​ຮັກ​ຫຼາຍ​ຂຶ້ນ​ຕໍ່​ກັນ​ແລະ​ຕໍ່​ທຸກ​ຄົນ​ຈົນ​ສຸດ​ຫົວໃຈ​ຄື​ກັບ​ທີ່​ພວກ​ເຮົາ​ຮັກ​ພວກ​ເຈົ້າ.+ 13 ເມື່ອ​ເປັນ​ແນວ​ນັ້ນ ພະ​ເຢຊູ​ຈະ​ເຮັດ​ໃຫ້​ໃຈ​ພວກ​ເຈົ້າ​ໝັ້ນຄົງ​ແລະ​ບໍລິສຸດ​ບໍ່​ມີ​ບ່ອນ​ຕິ​ຕໍ່​ໜ້າ​ພະເຈົ້າ​ຜູ້​ເປັນ​ພໍ່​ຂອງ​ພວກ​ເຮົາ+ ຕອນ​ທີ່​ພະ​ເຢຊູ​ຜູ້​ເປັນ​ນາຍ​ຂອງ​ພວກ​ເຮົາ​ກັບ​ມາ*+​ພ້ອມ​ກັບ​ຜູ້​ບໍລິສຸດ​ທຸກ​ຄົນ​ຂອງ​ເພິ່ນ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌