ເພງສັນລະເສີນ
ເພງຂອງດາວິດ.
26 ພະເຢໂຫວາເອີ້ຍ ຂໍພະອົງຕັດສິນລູກຍ້ອນລູກໃຊ້ຊີວິດຢ່າງສັດຊື່+
ແລະລູກໄວ້ໃຈພະເຢໂຫວາເຕັມທີ.+
2 ພະເຢໂຫວາເອີ້ຍ ຂໍພະອົງກວດເບິ່ງລູກແລະເບິ່ງວ່າລູກເປັນຄົນແບບໃດແທ້ໆ.
3 ລູກຄິດຕຶກຕອງເຖິງຄວາມຮັກທີ່ໝັ້ນຄົງຂອງພະອົງສະເໝີ
6 ພະເຢໂຫວາເອີ້ຍ ລູກຈະລ້າງມືເພື່ອສະແດງວ່າລູກບໍ່ມີຄວາມຜິດ
ແລະລູກຈະຍ່າງອ້ອມແທ່ນບູຊາຂອງພະອົງ
7 ເພື່ອລູກຈະຂອບໃຈພະອົງດ້ວຍສຽງດັງໆ+
ແລະປະກາດສິ່ງດີໆທັງໝົດທີ່ພະອົງເຮັດ.
9 ຂໍຢ່າກຳຈັດລູກໄປພ້ອມກັບຄົນທີ່ເຮັດຜິດ.+
ຂໍຢ່າທຳລາຍລູກໄປພ້ອມກັບພວກທີ່ຂ້າຄົນ.*
10 ເຂົາເຈົ້າມັກເຮັດສິ່ງທີ່ເປັນຕາໜ້າອາຍ
ແລະມັກຮັບສິນບົນ.*
11 ແຕ່ລູກຈະໃຊ້ຊີວິດຢ່າງສັດຊື່.
ຂໍພະອົງຊ່ວຍ*ລູກແລະເມດຕາລູກ.