ປະຖົມມະການ
30 ຣາເຄນອິດສາເອື້ອຍຍ້ອນໂຕເອງບໍ່ມີລູກໃຫ້ຢາໂຄບ. ຣາເຄນກໍເລີຍບອກຢາໂຄບວ່າ: “ຖ້າອ້າຍບໍ່ຊ່ວຍໃຫ້ນ້ອງມີລູກ ໃຫ້ນ້ອງຕາຍດີກວ່າ.” 2 ເມື່ອໄດ້ຍິນຣາເຄນເວົ້າແບບນີ້ ຢາໂຄບກໍຮູ້ສຶກໃຈຮ້າຍແລະຕອບຄືນວ່າ: “ນ້ອງຄິດວ່າອ້າຍຫ້າມນ້ອງບໍ່ໃຫ້ມີລູກຊັ້ນເບາະ ອ້າຍບໍ່ແມ່ນພະເຈົ້າໄດ໋.” 3 ຣາເຄນບອກວ່າ: “ຄັນຊັ້ນ ໃຫ້ອ້າຍໄປນອນນຳບິນຮາ+ສາວໃຊ້ຂອງນ້ອງ ນ້ອງຊິໄດ້ມີລູກໃຫ້ອ້າຍຈາກຜູ້ຍິງຄົນນີ້.” 4 ລາວຈຶ່ງຍົກບິນຮາຄົນຮັບໃຊ້ຂອງລາວໃຫ້ເປັນເມຍຂອງຢາໂຄບ ແລະຢາໂຄບກໍນອນນຳບິນຮາ.+ 5 ບິນຮາກໍຖືພາ ແລະເກີດລູກຊາຍໃຫ້ຢາໂຄບ. 6 ຣາເຄນເວົ້າວ່າ: “ພະເຈົ້າຟັງຂ້ອຍແລະເຫັນດີນຳຂ້ອຍ ເພິ່ນກໍເລີຍໃຫ້ຂ້ອຍໄດ້ລູກຊາຍຄືກັນ.” ລາວຕັ້ງຊື່ໃຫ້ລູກວ່າດານ.*+ 7 ບິນຮາຄົນຮັບໃຊ້ຂອງຣາເຄນກໍຖືພາອີກ ແລ້ວເກີດລູກຊາຍຄົນທີ 2 ໃຫ້ຢາໂຄບ. 8 ຣາເຄນກໍເລີຍເວົ້າວ່າ: “ຂ້ອຍສູ້ກັບເອື້ອຍມາດົນ ແຕ່ຕອນນີ້ຂ້ອຍຊະນະແລ້ວ!” ຣາເຄນຕັ້ງຊື່ໃຫ້ລູກວ່ານັບທາລີ.*+
9 ເມື່ອເລອາຮູ້ວ່າໂຕເອງບໍ່ໄດ້ຖືພາອີກ ລາວກໍເອົາຊີລະປາຄົນຮັບໃຊ້ຂອງລາວໃຫ້ເປັນເມຍຂອງຢາໂຄບ.+ 10 ແລ້ວຊີລະປາຄົນຮັບໃຊ້ຂອງເລອາກໍເກີດລູກຊາຍໃຫ້ຢາໂຄບ. 11 ເລອາຈຶ່ງເວົ້າວ່າ: “ໂອ້ ດີອີ່ຫຼີ!” ແລະຕັ້ງຊື່ລູກວ່າຄາດ.*+ 12 ຫຼັງຈາກນັ້ນ ຊີລະປາຄົນຮັບໃຊ້ຂອງເລອາກໍເກີດລູກຊາຍໃຫ້ຢາໂຄບອີກຄົນໜຶ່ງ. 13 ເລອາເວົ້າວ່າ: “ຂ້ອຍດີໃຈຫຼາຍ ພວກຜູ້ຍິງກໍຈະດີໃຈນຳຂ້ອຍຄືກັນ.”+ ເລອາຈຶ່ງຕັ້ງຊື່ໃຫ້ລູກວ່າອາເຊ.*+
14 ໃນລະດູກ່ຽວເຂົ້າວີດ* ຣູເບັນ+ໄປທົ່ງນາແລະໄດ້ໝາກໄມ້ທີ່ຜູ້ຄົນເຊື່ອກັນວ່າ ຖ້າຜູ້ຍິງກິນແລ້ວຈະມີລູກງ່າຍຂຶ້ນ.* ຣູເບັນເອົາໝາກໄມ້ນັ້ນໃຫ້ເລອາແມ່ຂອງລາວ. ແລ້ວຣາເຄນກໍມາລົມກັບເລອາວ່າ: “ນ້ອງຂໍໝາກໄມ້ນັ້ນທີ່ລູກຂອງເອື້ອຍເອົາມາໄດ້ບໍ?” 15 ເລອາເວົ້າກັບຣາເຄນວ່າ: “ນ້ອງເອົາຜົວຂອງເອື້ອຍໄປແລ້ວກໍຍັງບໍ່ພໍເບາະ?+ ຍັງຊິຢາກໄດ້ໝາກໄມ້ຂອງລູກເອື້ອຍອີກບໍ?” ຣາເຄນຕອບວ່າ: “ຄັນຊັ້ນ ໃຫ້ເຮົາມາແລກກັນ. ເອົາໝາກໄມ້ມາໃຫ້ນ້ອງ ແລະຄືນນີ້ໃຫ້ອ້າຍໄປນອນນຳເອື້ອຍ.”
16 ຕອນແລງໆຢາໂຄບກໍກັບມາຈາກທົ່ງນາ ເລອາໄປຫາລາວແລະເວົ້າວ່າ: “ມື້ນີ້ອ້າຍຕ້ອງມານອນນຳນ້ອງໄດ໋ ເພາະວ່ານ້ອງໄດ້ຊື້ສິດນັ້ນແລ້ວດ້ວຍໝາກໄມ້ທີ່ລູກຊາຍເອົາມາໃຫ້ນ້ອງ.” ຄືນນັ້ນຢາໂຄບຈຶ່ງໄປນອນນຳເລອາ. 17 ແລ້ວພະເຈົ້າກໍໄດ້ຟັງຄຳອະທິດຖານຂອງເລອາ. ລາວຖືພາແລະເກີດລູກຊາຍຄົນທີ 5 ໃຫ້ຢາໂຄບ. 18 ເລອາເວົ້າວ່າ: “ຍ້ອນຂ້ອຍຍົກສາວໃຊ້ໃຫ້ຜົວ ພະເຈົ້າເລີຍໃຫ້ຄ່າຈ້າງຂ້ອຍແລ້ວ.” ເລອາຈຶ່ງຕັ້ງຊື່ລູກວ່າອິດຊາຄາ.*+ 19 ແລ້ວເລອາກໍຖືພາອີກແລະເກີດລູກຊາຍຄົນທີ 6 ໃຫ້ຢາໂຄບ.+ 20 ລາວເວົ້າວ່າ: “ພະເຈົ້າໃຫ້ຂອງຂວັນທີ່ດີ. ຕອນນີ້ຜົວຈະສົນໃຈແລະເບິ່ງແຍງຂ້ອຍຫຼາຍຂຶ້ນ+ ຍ້ອນຂ້ອຍມີລູກຊາຍໃຫ້ລາວຕັ້ງວ່າ 6 ຄົນແລ້ວ.”+ ເລອາກໍຕັ້ງຊື່ໃຫ້ລູກວ່າເຊບູລູນ.*+ 21 ຫຼັງຈາກນັ້ນ ເລອາເກີດລູກສາວແລະຕັ້ງຊື່ໃຫ້ລາວວ່າດີນາ.+
22 ໃນທີ່ສຸດ ພະເຈົ້າກໍຄິດເຖິງຣາເຄນ. ເພິ່ນໄດ້ຍິນຄຳອະທິດຖານຂອງລາວ ແລະເຮັດໃຫ້ລາວມີລູກໄດ້.+ 23 ຣາເຄນກໍຖືພາແລະເກີດລູກຊາຍ. ລາວເວົ້າວ່າ: “ພະເຈົ້າເຮັດໃຫ້ຂ້ອຍບໍ່ຕ້ອງອັບອາຍແລ້ວ!”+ 24 ລາວກໍເລີຍຕັ້ງຊື່ໃຫ້ລູກວ່າໂຢເຊັບ*+ ແລະເວົ້າວ່າ: “ພະເຢໂຫວາໃຫ້ລູກຂ້ອຍອີກຄົນໜຶ່ງແລ້ວ.”
25 ຫຼັງຈາກຣາເຄນເກີດໂຢເຊັບແລ້ວ ຢາໂຄບກໍເວົ້າກັບລາບານວ່າ: “ລູກຂໍໄປຢູ່ນຳຄອບຄົວທີ່ບ້ານເກີດຂອງລູກ.+ 26 ພໍ່ກໍຮູ້ຢູ່ແລ້ວວ່າລູກເຮັດວຽກໃຫ້ພໍ່ໜັກຫຼາຍສ່ຳໃດເພື່ອຈະໄດ້ເມຍແລະລູກ. ຄັນຊັ້ນ ຕອນນີ້ລູກຈະພາທຸກຄົນໄປນຳລູກເດີ້.”+ 27 ລາບານຕອບວ່າ: “ຢ່າຟ້າວໄປ! ຢູ່ຕໍ່ກ່ອນ. ພໍ່ໄປເບິ່ງດວງແລ້ວເຫັນວ່າພະເຢໂຫວາອວຍພອນພໍ່ຍ້ອນລູກ.” 28 ລາບານຍັງເວົ້າອີກວ່າ: “ຢາກໃຫ້ພໍ່ເອົາຄ່າຈ້າງໃຫ້ອີກເທົ່າໃດບອກມາໂລດ.”+ 29 ຢາໂຄບກໍເວົ້າກັບລາບານວ່າ: “ພໍ່ກໍຮູ້ແມ່ນບໍວ່າລູກຕັ້ງໃຈເບິ່ງແຍງຝູງແກະຂອງພໍ່.+ 30 ຕອນທີ່ລູກມາ ທຳອິດແກະຂອງພໍ່ກໍຍັງບໍ່ມີຫຼາຍ ແຕ່ຕອນນີ້ກໍມີເພີ່ມຂຶ້ນຫຼາຍເທົ່າ ແລະຕັ້ງແຕ່ລູກມາ ພະເຢໂຫວາກໍອວຍພອນພໍ່. ຕອນນີ້ລູກກໍຢາກເຮັດເພື່ອຄອບຄົວຂອງລູກຄືກັນ.”+
31 ລາບານກໍເລີຍຖາມວ່າ: “ແລ້ວພໍ່ຊິເອົາຫຍັງໃຫ້ລູກໄດ້ແດ່?” ຢາໂຄບຕອບວ່າ: “ພໍ່ບໍ່ຕ້ອງເອົາຫຍັງໃຫ້ລູກດອກ! ລູກຈະລ້ຽງແກະໃຫ້ພໍ່ຕໍ່ໄປ ຖ້າພໍ່ອະນຸຍາດໃຫ້ລູກເຮັດຢ່າງໜຶ່ງ.+ 32 ມື້ນີ້ເຮົາຈະໄປເບິ່ງຝູງສັດທັງໝົດນຳກັນ. ພໍ່ຕ້ອງເອົາແກະໂຕແມ່ລາຍດ່າງ ແກະໂຕຜູ້ສີນ້ຳຕານເຂັ້ມ ແລະແບ້ໂຕແມ່ລາຍດ່າງເປັນຄ່າຈ້າງໃຫ້ລູກ.+ 33 ຖ້າມື້ໜ້າພໍ່ມາກວດເບິ່ງຄ່າຈ້າງຂອງລູກກໍຈະເຫັນວ່າລູກສັດຊື່. ຖ້າພໍ່ເຫັນວ່າຝູງສັດຂອງລູກມີແບ້ໂຕແມ່ທີ່ບໍ່ແມ່ນລາຍດ່າງ ຫຼືແກະໂຕຜູ້ທີ່ບໍ່ແມ່ນສີນ້ຳຕານເຂັ້ມນີ້ກໍສະແດງວ່າລູກເປັນຄົນສໍ້ໂກງ.”
34 ລາບານຕອບວ່າ: “ກໍດີ ເຮັດຕາມທີ່ລູກເວົ້າໂລດ.”+ 35 ໃນມື້ນັ້ນ ລາບານໄດ້ແຍກແບ້ໂຕຜູ້ລາຍດ່າງ ແບ້ໂຕແມ່ລາຍດ່າງ ແກະໂຕຜູ້ສີນ້ຳຕານເຂັ້ມ ແລະໂຕອື່ນໆທີ່ມີສີຂາວປົນໜ້ອຍໜຶ່ງອອກຈາກຝູງ ແລ້ວເອົາໃຫ້ພວກລູກຊາຍຂອງລາວໄປລ້ຽງ. 36 ລາບານເອົາຝູງສັດຂອງລາວ ແລະຝູງສັດຂອງຢາໂຄບໃຫ້ຢູ່ຫ່າງກັນຫຼາຍສ່ຳກັບຍ່າງ 3 ມື້ຮອດ ແລະຢາໂຄບກໍລ້ຽງຝູງສັດຂອງລາບານທີ່ຍັງເຫຼືອຢູ່.
37 ຈາກນັ້ນ ຢາໂຄບໄດ້ຕັດເອົາງ່າຕົ້ນກຳຍານ ຕົ້ນແອວມ້ອນ ແລະຕົ້ນແພນ ແລ້ວກໍລອກເປືອກອອກເປັນຈຸດເປັນຈຸດໃຫ້ເຫັນໄມ້ສີຂາວທາງໃນ. 38 ລາວເອົາງ່າໄມ້ເຫຼົ່ານັ້ນໄປວາງໄວ້ໃກ້ຝູງສັດ ເອົາໄປແຊ່ໄວ້ໃນຮາງນ້ຳແລະຮ່ອງນ້ຳບ່ອນທີ່ສັດຈະໄປກິນນ້ຳ ເພື່ອໃຫ້ສັດທີ່ຕິດເຊີງເຫັນງ່າໄມ້ພວກນັ້ນຕອນທີ່ມາກິນນ້ຳ.
39 ເມື່ອສັດທີ່ຕິດເຊີງແນມເຫັນງ່າໄມ້ເຫຼົ່ານັ້ນ ລູກຂອງພວກມັນອອກມາກໍຈະມີລາຍດ່າງ. 40 ຫຼັງຈາກນັ້ນ ຢາໂຄບກໍແຍກແກະໂຕຜູ້ອອກມາກ່ອນ ແລະເອົາຝູງສັດທີ່ມີລາຍດ່າງແລະສີນ້ຳຕານເຂັ້ມໄປໄວ້ຢູ່ບ່ອນທີ່ຝູງສັດຂອງລາບານຊິເຫັນໄດ້. ແລ້ວຢາໂຄບກໍແຍກຝູງສັດຂອງລາວອອກຈາກຝູງສັດຂອງລາບານ. 41 ເມື່ອສັດໂຕທີ່ແຂງແຮງຕິດເຊີງ ຢາໂຄບຈະເອົາງ່າໄມ້ພວກນັ້ນໄປແຊ່ໄວ້ໃນຮ່ອງນ້ຳໃຫ້ສັດເຫັນ ເພື່ອສັດຈະເຊີງກັນຢູ່ໃກ້ໆງ່າໄມ້ນັ້ນ. 42 ຖ້າສັດທີ່ຕິດເຊີງບໍ່ແຂງແຮງ ຢາໂຄບກໍຈະບໍ່ເອົາງ່າໄມ້ເຫຼົ່ານັ້ນໄປວາງໄວ້. ດັ່ງນັ້ນ ລາບານຈະໄດ້ສັດທີ່ບໍ່ແຂງແຮງ ແຕ່ຢາໂຄບຈະໄດ້ສັດທີ່ແຂງແຮງ.+
43 ຢາໂຄບກໍລວຍຂຶ້ນລວຍຂຶ້ນ. ລາວມີຝູງແກະ ຝູງແບ້ ຝູງອູດ ແລະຝູງລາຫຼາຍຝູງ ລວມທັງມີຄົນຮັບໃຊ້ຫຼາຍຄົນ.+