ເພງສັນລະເສີນ
ເພງຂອງດາວິດ.
23 ພະເຢໂຫວາເບິ່ງແຍງຂ້ອຍຄືກັບຜູ້ລ້ຽງແກະ.+
ຂ້ອຍຈະບໍ່ຂາດເຂີນຫຍັງ.+
3 ເພິ່ນເຮັດໃຫ້ຂ້ອຍສົດຊື່ນຂຶ້ນ.+
ເພິ່ນພາຂ້ອຍໄປໃນທາງທີ່ຖືກຕ້ອງເພາະເຫັນແກ່ຊື່ຂອງເພິ່ນ.+
4 ເຖິງວ່າລູກຈະຍ່າງຢູ່ໃນຮ່ອມພູມືດໆ+
ລູກກໍບໍ່ຢ້ານຫຍັງ+
ເພາະພະອົງຢູ່ກັບລູກ.+
ພະອົງຖືໄມ້ຄ້ອນເທົ້າກັບໄມ້ແສ້ຢູ່ໃນມື ລູກຈຶ່ງຮູ້ສຶກປອດໄພ.*
5 ພະອົງກຽມອາຫານໃຫ້ລູກຕໍ່ໜ້າສັດຕູຂອງລູກ.+