ຈົດໝາຍເຖິງຄລິດສະຕຽນໃນເມືອງເອເຟໂຊ
5 ດັ່ງນັ້ນ ໃຫ້ພວກເຈົ້າຮຽນແບບພະເຈົ້າ+ຄືກັບລູກທີ່ຮັກຂອງເພິ່ນ 2 ແລະໃຊ້ຊີວິດດ້ວຍຄວາມຮັກຕໍ່ໄປ+ຄືກັບທີ່ພະຄລິດຮັກພວກເຮົາ.*+ ເພິ່ນຍອມສະລະຊີວິດເປັນເຄື່ອງບູຊາທີ່ມີກິ່ນຫອມສຳລັບພະເຈົ້າເພື່ອພວກເຮົາ.+
3 ຢ່າເວົ້າລົມກັນໃນເລື່ອງການເຮັດຜິດສິນລະທຳທາງເພດ* ການກະທຳທີ່ບໍ່ສະອາດທຸກຮູບແບບຫຼືຄວາມໂລບ+ ຍ້ອນມັນບໍ່ເໝາະສົມກັບຄົນບໍລິສຸດ.+ 4 ຢ່າເຮັດເລື່ອງໜ້າອາຍ ແລະຢ່າເວົ້າເລື່ອງບໍ່ມີສາລະຫຼືເລື່ອງຕະຫຼົກລາມົກເຊິ່ງເປັນສິ່ງທີ່ບໍ່ເໝາະສົມ+ ແຕ່ໃຫ້ຂອບໃຈພະເຈົ້າດີກວ່າ.+ 5 ພວກເຈົ້າຮູ້ແລ້ວວ່າຄົນທີ່ເຮັດຜິດສິນລະທຳທາງເພດ*+ ຄົນທີ່ເຮັດສິ່ງທີ່ບໍ່ສະອາດ ຫຼືຄົນໂລບ+ທີ່ເປັນຄືກັບຄົນຂາບໄຫວ້ຮູບບູຊາ ຈະບໍ່ມີສ່ວນໃນການປົກຄອງ*ຂອງພະຄລິດແລະຂອງພະເຈົ້າ.+
6 ຢ່າໃຫ້ຜູ້ໃດຫຼອກລວງພວກເຈົ້າດ້ວຍຄຳເວົ້າທີ່ບໍ່ແມ່ນຄວາມຈິງ ຍ້ອນພະເຈົ້າຈະລົງໂທດຄົນທີ່ບໍ່ເຊື່ອຟັງທີ່ເຮັດສິ່ງເຫຼົ່ານັ້ນ. 7 ດັ່ງນັ້ນ ຢ່າເຮັດຄືກັບເຂົາເຈົ້າ. 8 ພວກເຈົ້າເຄີຍຢູ່ໃນຄວາມມືດ* ແຕ່ຕອນນີ້ຢູ່ໃນຄວາມສະຫວ່າງແລ້ວ*+ຍ້ອນພວກເຈົ້າເປັນຄົນຂອງຜູ້ເປັນນາຍ.+ ຂໍໃຫ້ໃຊ້ຊີວິດແບບຄົນທີ່ຢູ່ໃນຄວາມສະຫວ່າງຕໍ່ໄປ. 9 ຜົນຂອງຄວາມສະຫວ່າງແມ່ນຄວາມດີທຸກຢ່າງ ຄວາມຖືກຕ້ອງ ແລະຄວາມສັດຊື່.+ 10 ໃຫ້ກວດເບິ່ງຢູ່ສະເໝີວ່າສິ່ງທີ່ພວກເຈົ້າເຮັດເປັນສິ່ງທີ່ຜູ້ເປັນນາຍພໍໃຈຫຼືບໍ່.+ 11 ໃຫ້ເຊົາເຮັດສິ່ງທີ່ບໍ່ມີຄ່າທີ່ກ່ຽວກັບຄວາມມືດ+ ແຕ່ໃຫ້ເປີດໂປງວ່າສິ່ງເຫຼົ່ານັ້ນຊົ່ວ. 12 ຍ້ອນສິ່ງທີ່ເຂົາເຈົ້າເຮັດແບບລັບໆນັ້ນຖ້າຈະເວົ້າເຖິງກໍເປັນຕາໜ້າອາຍ. 13 ຄວາມສະຫວ່າງເປີດເຜີຍທຸກສິ່ງ ທຸກສິ່ງທີ່ຖືກເປີດເຜີຍຈຶ່ງແຈ້ງສະຫວ່າງ. 14 ພະຄຳພີບອກໄວ້ວ່າ: “ຄົນທີ່ນອນຫຼັບຢູ່ ຕື່ນແມ້. ລຸກຂຶ້ນຈາກຕາຍແມ້+ ແລ້ວພະຄລິດຈະສ່ອງແສງສະຫວ່າງມາໃຫ້ເຈົ້າ.”+
15 ດັ່ງນັ້ນ ລະວັງໃຫ້ດີສະເໝີ ຢ່າໃຊ້ຊີວິດຄືຄົນໂງ່ ແຕ່ໃຫ້ໃຊ້ຊີວິດຄືຄົນສະຫຼາດ. 16 ໃຊ້ເວລາໃຫ້ເປັນປະໂຫຍດຫຼາຍທີ່ສຸດ*+ຍ້ອນສະໄໝນີ້ຊົ່ວຫຼາຍ. 17 ດັ່ງນັ້ນ ຢ່າເປັນຄົນບໍ່ຮູ້ຈັກຄິດ ແຕ່ໃຫ້ພະຍາຍາມເຂົ້າໃຈວ່າພະເຢໂຫວາ*ຕ້ອງການຫຍັງ.+ 18 ຢ່າເມົາເຫຼົ້າ+ ຍ້ອນຈະເຮັດໃຫ້ຂາດສະຕິ* ແຕ່ໃຫ້ພວກເຈົ້າມີພະລັງຂອງພະເຈົ້າຫຼາຍໆຢູ່ສະເໝີ. 19 ໃຫ້ກະຕຸ້ນກັນ*ໂດຍການຮ້ອງເພງສັນລະເສີນ ເພງຍ້ອງຍໍພະເຈົ້າ+ ແລະເພງນະມັດສະການພະເຈົ້າ. ໃຫ້ຮ້ອງເພງແລະເຮັດທຳນອງດົນຕີ+ໃນໃຈໃຫ້ພະເຢໂຫວາ*+ 20 ແລະຂອບໃຈພະເຈົ້າ+ຜູ້ເປັນພໍ່ຂອງພວກເຮົາສະເໝີສຳລັບທຸກສິ່ງທຸກຢ່າງໃນນາມພະເຢຊູຄລິດຜູ້ເປັນນາຍຂອງພວກເຮົາ.+
21 ໃຫ້ເຊື່ອຟັງກັນແລະກັນ+ດ້ວຍຄວາມຢ້ານຢຳພະຄລິດ. 22 ໃຫ້ເມຍເຊື່ອຟັງຜົວ+ຄືກັບທີ່ລາວເຊື່ອຟັງພະຄລິດ 23 ຍ້ອນຜົວເປັນຜູ້ນຳ*ຂອງເມຍ+ຄືກັບທີ່ພະຄລິດເປັນຜູ້ນຳຂອງປະຊາຄົມ.+ ປະຊາຄົມເປັນຮ່າງກາຍຂອງພະຄລິດທີ່ເພິ່ນຊ່ວຍໃຫ້ລອດ. 24 ດັ່ງນັ້ນ ໃຫ້ເມຍເຊື່ອຟັງຜົວສະເໝີຄືກັບທີ່ປະຊາຄົມເຊື່ອຟັງພະຄລິດ 25 ສ່ວນຜົວກໍໃຫ້ຮັກເມຍສະເໝີ+ຄືກັບທີ່ພະຄລິດຮັກປະຊາຄົມແລະສະລະຊີວິດເພື່ອເຂົາເຈົ້າ.+ 26 ເພິ່ນເຮັດແບບນີ້ເພື່ອຈະລ້າງປະຊາຄົມໃຫ້ສະອາດດ້ວຍນ້ຳທີ່ເປັນຄຳສອນຂອງພະເຈົ້າ.+ 27 ເມື່ອເຮັດແນວນີ້ ເພິ່ນຈະເຮັດໃຫ້ປະຊາຄົມງົດງາມສຳລັບເພິ່ນ ເປັນປະຊາຄົມທີ່ບໍ່ມີຮອຍດ່າງ ຮອຍຫ່ຽວ ຫຼືຂໍ້ບົກພ່ອງຫຍັງເລີຍ+ ແຕ່ບໍລິສຸດແລະບໍ່ມີຕຳໜິ.+
28 ຜົວກໍຄືກັນ ຄວນຮັກເມຍຄືກັບຮັກຮ່າງກາຍຂອງໂຕເອງ. ຜູ້ຊາຍທີ່ຮັກເມຍກໍຮັກໂຕເອງ. 29 ບໍ່ມີຜູ້ຊາຍຄົນໃດຊັງຮ່າງກາຍໂຕເອງ ແຕ່ລາວຈະເບິ່ງແຍງແລະທະນຸຖະໜອມມັນຄືກັບທີ່ພະຄລິດເຮັດຕໍ່ປະຊາຄົມ. 30 ເພິ່ນເຮັດແນວນັ້ນຍ້ອນພວກເຮົາເປັນອະໄວຍະວະໃນຮ່າງກາຍຂອງເພິ່ນ.+ 31 “ດັ່ງນັ້ນ ຜູ້ຊາຍຈະຈາກພໍ່ແມ່ໄປຜູກພັນໃກ້ຊິດກັບເມຍ ແລະເຂົາເຈົ້າກໍຈະເປັນອັນໜຶ່ງອັນດຽວກັນ.”*+ 32 ຄວາມລັບສັກສິດ+ເລື່ອງນີ້ສຳຄັນຫຼາຍ ເປັນເລື່ອງກ່ຽວກັບພະຄລິດແລະປະຊາຄົມ.+ 33 ແຕ່ສຳລັບພວກເຈົ້າ ໃຫ້ຜົວທຸກຄົນຮັກເມຍ+ຄືກັບຮັກໂຕເອງ ສ່ວນເມຍກໍຄວນນັບຖືຜົວຈາກໃຈ.+