ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ພວກຜູ້ຕັດສິນ 15
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມພວກຜູ້ຕັດສິນ

      • ແຊມ​ຊັນ​ແກ້ແຄ້ນ​ພວກ​ຟີລິດສະຕີນ (1-​20)

ພວກຜູ້ຕັດສິນ 15:1

ໄຂເງື່ອນ

  • *

    ເຂົ້າ​ຊະນິດໜຶ່ງ​ທີ່​ໃຊ້​ເຮັດ​ເຂົ້າຈີ່​ໄດ້

ພວກຜູ້ຕັດສິນ 15:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 14:17
  • +ຜຕສ 14:11, 20

ພວກຜູ້ຕັດສິນ 15:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 14:11, 20
  • +ຜຕສ 14:15

ພວກຜູ້ຕັດສິນ 15:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 14:4

ພວກຜູ້ຕັດສິນ 15:8

ໄຂເງື່ອນ

  • *

    ຫຼື “ຮອຍ​ແຍກ”

ພວກຜູ້ຕັດສິນ 15:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 23:11, 12

ພວກຜູ້ຕັດສິນ 15:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 13:1

ພວກຜູ້ຕັດສິນ 15:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 13:24, 25; 14:5, 6
  • +ຜຕສ 16:9, 12

ພວກຜູ້ຕັດສິນ 15:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 3:31

ພວກຜູ້ຕັດສິນ 15:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 16:30

ພວກຜູ້ຕັດສິນ 15:17

ໄຂເງື່ອນ

  • *

    ແປ​ວ່າ “ໂນນ​ພູ​ກະດູກ​ຄາງ​ກະ​ໄຕ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 15:9

ພວກຜູ້ຕັດສິນ 15:18

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ບໍ່​ໄດ້​ຮັບ​ສິນຕັດ”

ພວກຜູ້ຕັດສິນ 15:19

ໄຂເງື່ອນ

  • *

    ແປ​ວ່າ “ນ້ຳ​ອອກ​ບໍ່​ຂອງ​ຄົນ​ທີ່​ຮ້ອງ​ຂໍ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 17:6

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    9/2023, ໜ້າ 4

ພວກຜູ້ຕັດສິນ 15:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 49:16; ຜຕສ 2:16; 13:1, 5; 16:31; ຮຣ 11:32

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ຜຕສ. 15:2ຜຕສ 14:17
ຜຕສ. 15:2ຜຕສ 14:11, 20
ຜຕສ. 15:6ຜຕສ 14:11, 20
ຜຕສ. 15:6ຜຕສ 14:15
ຜຕສ. 15:7ຜຕສ 14:4
ຜຕສ. 15:92ຊມ 23:11, 12
ຜຕສ. 15:11ຜຕສ 13:1
ຜຕສ. 15:14ຜຕສ 13:24, 25; 14:5, 6
ຜຕສ. 15:14ຜຕສ 16:9, 12
ຜຕສ. 15:15ຜຕສ 3:31
ຜຕສ. 15:16ຜຕສ 16:30
ຜຕສ. 15:17ຜຕສ 15:9
ຜຕສ. 15:19ອພຍ 17:6
ຜຕສ. 15:20ປຖກ 49:16; ຜຕສ 2:16; 13:1, 5; 16:31; ຮຣ 11:32
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
ຄຳພີໄບເບິນສະບັບແປໂລກໃໝ່
ພວກຜູ້ຕັດສິນ 15:1-20

ພວກ​ຜູ້ຕັດສິນ

15 ຫຼັງ​ຈາກ​ນັ້ນ ເມື່ອ​ຮອດ​ລະດູ​ກ່ຽວ​ເຂົ້າວີດ* ແຊມຊັນ​ກໍ​ໄປ​ຢາມ​ເມຍ​ແລະ​ເອົາ​ແບ້​ນ້ອຍ​ໂຕ​ໜຶ່ງ​ໄປ​ນຳ. ລາວ​ເວົ້າ​ວ່າ: “ຂ້ອຍ​ຢາກ​ເຂົ້າ​ໄປ​ຫາ​ເມຍ​ຢູ່​ຫ້ອງ​ນອນ.” ແຕ່ພໍ່​ເຖົ້າ​ບໍ່​ຍອມ​ໃຫ້​ລາວ​ເຂົ້າ​ໄປ. 2 ພໍ່​ເຖົ້າ​ເວົ້າ​ກັບ​ລາວ​ວ່າ: “ຂ້ອຍ​ຄິດ​ວ່າ​ເຈົ້າ​ຄື​ຊິ​ຊັງ​ລາວ​ແລ້ວ.+ ຂ້ອຍ​ກໍ​ເລີຍ​ຍົກ​ລາວ​ໃຫ້​ແຕ່ງດອງ​ກັບ​ໝູ່​ເຈົ້າ​ບ່າວ​ຂອງ​ເຈົ້າ​ຄົນ​ໜຶ່ງ.+ ນ້ອງ​ສາວ​ຂອງ​ລາວ​ງາມ​ກວ່າ ໃຫ້​ເຈົ້າ​ເອົາ​ນ້ອງ​ສາວ​ຂອງ​ລາວ​ແທນ​ເດີ້.” 3 ແຕ່​ແຊມຊັນ​ເວົ້າ​ກັບ​ພໍ່​ເຖົ້າ​ວ່າ: “ເທື່ອ​ນີ້ ຖ້າ​ຂ້ອຍ​ເຮັດ​ຫຍັງ​ໃຫ້​ພວກ​ຟີລິດສະຕີນ ພວກ​ເຂົາ​ກໍ​ຈະ​ມາ​ໂທດ​ຂ້ອຍ​ບໍ່​ໄດ້​ເດີ້.”

4 ແລ້ວ​ແຊມຊັນ​ກໍ​ໄປ​ຈັບ​ເອົາ​ໝາ​ໄນ​ມາ 300 ໂຕ. ລາວ​ມັດ​ຫາງ​ໝາ 2 ໂຕ​ຕິດ​ກັນ​ເປັນ​ຄູ່​ໆ​. ແລ້ວ​ລາວ​ກໍ​ເອົາ​ກະບອງ​ໄຟ​ອັນ​ໜຶ່ງ​ມາ​ສອດ​ໃສ່​ບ່ອນ​ທີ່​ມັດ​ຫາງ​ໝາ​ຕິດ​ກັນ​ແຕ່​ລະ​ຄູ່. 5 ລາວ​ຈູດ​ໄຟ​ໃສ່​ກະບອງ ແລ້ວ​ກໍ​ປ່ອຍ​ໝາ​ໄນ​ໃຫ້​ແລ່ນ​ລົງ​ໄປ​ທົ່ງ​ນາ​ຂອງ​ພວກ​ຟີລິດສະຕີນ. ໄຟ​ຈຶ່ງ​ໄໝ້​ເຂົ້າ ທັງ​ໂຕ​ທີ່​ກ່ຽວ​ແລ້ວ​ກັບ​ໂຕ​ທີ່​ຍັງ​ບໍ່​ທັນ​ໄດ້​ກ່ຽວ ແລະ​ໄໝ້​ສວນ​ໝາກ​ລະແຊັງ​ກັບ​ສວນ​ໝາກກອກ​ນຳ.

6 ພວກ​ຟີລິດສະຕີນ​ຖາມ​ວ່າ: “ຜູ້​ໃດ​ເຮັດ​ແນວ​ນີ້?” ມີ​ຄົນ​ຕອບ​ວ່າ: “ແຊມຊັນ​ລູກ​ເຂີຍ​ຂອງ​ຄົນ​ທີ່​ຢູ່​ຕິມນາ​ເປັນ​ຄົນ​ເຮັດ ຍ້ອນ​ພໍ່​ເຖົ້າ​ໄດ້​ຍົກ​ເມຍ​ຂອງ​ລາວ​ໃຫ້​ໝູ່​ເຈົ້າ​ບ່າວ​ຄົນ​ໜຶ່ງ​ຂອງ​ລາວ.”+ ເມື່ອ​ໄດ້​ຍິນ​ແນວ​ນັ້ນ ພວກ​ຟີລິດສະຕີນ​ກໍ​ຂຶ້ນ​ໄປ​ແລະ​ຈັບ​ເມຍ​ກັບ​ພໍ່​ເຖົ້າ​ຂອງ​ແຊມຊັນ​ໄປ​ເຜົາ.+ 7 ແຊມຊັນ​ເລີຍ​ເວົ້າ​ວ່າ: “ຖ້າ​ພວກ​ເຈົ້າ​ເຮັດ​ແນວ​ນີ້ ຂ້ອຍ​ຈະ​ບໍ່​ຢູ່​ຊື່​ໆ​ຈົນ​ກວ່າ​ຂ້ອຍ​ຈະ​ໄດ້​ແກ້ແຄ້ນ​ພວກ​ເຈົ້າ.”+ 8 ແລ້ວ​ແຊມຊັນ​ກໍ​ຂ້າ​ພວກ​ນັ້ນຕາຍ​ໄປ​ບັກ​ຫຼາຍ​ໆ​. ຈາກ​ນັ້ນ ລາວ​ກໍ​ໄປລີ້​ຢູ່​ຖ້ຳ*​ບ່ອນ​ໜຶ່ງ​ໃນ​ຫຼືບ​ຫີນ​ເອຕາມ.

9 ແລ້ວ​ພວກ​ຟີລິດສະຕີນ​ກໍ​ມາ​ຕັ້ງ​ຄ້າຍ​ຢູ່​ເຂດ​ຂອງ​ຕະກູນ​ຢູດາ. ພວກ​ເຂົາ​ເລາະ​ປຸ້ນ​ໄປ​ຈົນ​ຮອດ​ເລຮີ.+ 10 ພວກ​ຢູດາ​ເລີຍ​ຖາມ​ພວກ​ເຂົາ​ວ່າ: “ເປັນ​ຫຍັງ​ພວກ​ເຈົ້າ​ຈຶ່ງ​ມາ​ໂຈມຕີ​ພວກ​ເຮົາ?” ພວກ​ເຂົາ​ຕອບ​ວ່າ: “ພວກ​ເຮົາ​ຂຶ້ນ​ມາ​ຈັບ​ແຊມຊັນ. ພວກ​ເຮົາ​ຊິ​ແກ້ແຄ້ນ​ມັນ ຄື​ກັບ​ທີ່​ມັນ​ເຮັດ​ກັບ​ພວກ​ເຮົາ.” 11 ແລ້ວ​ຄົນ​ໃນ​ຕະກູນ​ຢູດາ 3.000 ຄົນ​ກໍ​ລົງ​ໄປ​ຖ້ຳ​ທີ່​ຢູ່​ຫຼືບ​ຫີນ​ເອຕາມ. ເຂົາ​ເຈົ້າ​ເວົ້າ​ກັບ​ແຊມຊັນ​ວ່າ: “ເຈົ້າ​ກະ​ຮູ້​ຢູ່​ວ່າ​ພວກ​ຟີລິດສະຕີນ​ປົກຄອງ​ພວກ​ເຮົາ.+ ເປັນ​ຫຍັງ​ເຈົ້າຈຶ່ງ​ເຮັດ​ແນວ​ນີ້?” ລາວ​ຕອບ​ເຂົາ​ເຈົ້າ​ວ່າ: “ພວກ​ນັ້ນ​ເຮັດ​ແນວ​ໃດ​ກັບ​ຂ້ອຍ ຂ້ອຍ​ກໍ​ເຮັດ​ແນວ​ນັ້ນ​ກັບ​ພວກ​ມັນ​ຄືນ​ຕົ໋ວ.” 12 ເຂົາ​ເຈົ້າ​ບອກ​ລາວ​ວ່າ: “ພວກ​ເຮົາ​ມາ​ນີ້ ກໍ​ເພື່ອ​ຊິ​ຈັບ​ເຈົ້າ​ສົ່ງ​ໃຫ້​ພວກ​ຟີລິດສະຕີນ.” ແຊມຊັນ​ເລີຍ​ເວົ້າ​ວ່າ: “ໃຫ້​ພວກ​ເຈົ້າ​ສາບານ​ກັບ​ຂ້ອຍ​ກ່ອນ​ວ່າ​ຊິ​ບໍ່​ເຮັດ​ຫຍັງ​ໃຫ້​ຂ້ອຍ.” 13 ເຂົາ​ເຈົ້າ​ຈຶ່ງ​ເວົ້າ​ກັບ​ລາວ​ວ່າ: “ພວກ​ເຮົາ​ຊິ​ບໍ່​ເຮັດ​ຫຍັງ​ໃຫ້​ເຈົ້າ​ດອກ. ພວກ​ເຮົາ​ຊິ​ບໍ່​ຂ້າເຈົ້າ. ມີ​ແຕ່​ຊິ​ຈັບ​ເຈົ້າ​ມັດ ແລ້ວ​ສົ່ງ​ໃຫ້​ພວກ​ຟີລິດສະຕີນ​ຊື່​ໆ​.”

ແລ້ວ​ເຂົາ​ເຈົ້າ​ກໍ​ເອົາ​ເຊືອກ​ໃໝ່​ໆ​ 2 ເສັ້ນ​ມາ​ມັດ​ແຊມຊັນ ແລະ​ເອົາ​ໂຕ​ລາວ​ຂຶ້ນ​ຈາກ​ຫຼືບ​ຫີນ. 14 ເມື່ອ​ແຊມຊັນ​ມາ​ຮອດ​ເລຮີ ພວກ​ຟີລິດສະຕີນ​ກໍ​ພາກັນ​ໂຫ່​ຮ້ອງ​ດີ​ໃຈ​ທີ່​ເຫັນ​ລາວ​ຖືກ​ຈັບ. ແລ້ວ​ພະ​ເຢໂຫວາ​ກໍ​ໃຫ້​ພະລັງ​ຂອງ​ເພິ່ນ​ກັບ​ແຊມຊັນ.+ ເຊືອກ​ທີ່​ມັດ​ແຂນ​ລາວ​ນັ້ນ​ກໍ​ຫຼຸດ​ອອກ​ງ່າຍ​ໆ​ຄື​ກັບ​ດ້າຍ​ທີ່​ຖືກ​ໄຟ​ໄໝ້.+ 15 ແຊມຊັນ​ແນມ​ເຫັນ​ກະດູກ​ຄາງ​ກະ​ໄຕ​ຂອງ​ລາ​ທີ່​ຍັງ​ໃໝ່​ໆ​ສົດ​ໆ​ຢູ່. ລາວ​ຈຶ່ງ​ເອົາ​ກະດູກ​ນັ້ນ​ຂ້າ​ພວກ​ຟີລິດສະຕີນ​ຕາຍ​ໄປ 1.000 ຄົນ.+ 16 ແລ້ວ​ແຊມຊັນ​ກໍ​ເວົ້າ​ວ່າ:

“ດ້ວຍ​ກະດູກ​ຄາງ​ກະ​ໄຕ​ຂອງ​ລາ​ອັນ​ດຽວ ຂ້ອຍ​ຂ້າ​ຄົນ​ໄດ້​ບັກ​ຫຼາຍ​ໆ​.

ດ້ວຍ​ກະດູກ​ຄາງ​ກະ​ໄຕ​ຂອງ​ລາ​ອັນ​ດຽວ ຂ້ອຍ​ຂ້າ​ສັດຕູ​ໄດ້​ໜຶ່ງ​ພັນ​ຄົນ.”+

17 ເມື່ອ​ແຊມຊັນ​ເວົ້າ​ຈົບ ລາວ​ກໍ​ໂຍນ​ກະດູກ​ຄາງ​ກະ​ໄຕ​ນັ້ນ​ຖິ້ມ. ບ່ອນ​ນັ້ນ​ຈຶ່ງ​ຖືກ​ເອີ້ນ​ວ່າ​ລາມັດເລຮີ.*+ 18 ລາວ​ຫິວ​ນ້ຳ​ແຮງ​ຈຶ່ງ​ຮ້ອງ​ຫາ​ພະ​ເຢໂຫວາ​ວ່າ: “ພະອົງ​ໄດ້​ຊ່ວຍ​ຜູ້​ຮັບ​ໃຊ້​ຂອງ​ພະອົງ​ໃຫ້​ໄດ້ໄຊ​ຊະນະ​ທີ່​ຍິ່ງ​ໃຫຍ່​ໃນ​ເທື່ອ​ນີ້. ຂໍ​ພະອົງ​ຢ່າ​ປ່ອຍ​ໃຫ້​ລູກ​ຫິວ​ນ້ຳ​ຕາຍ​ຢູ່​ບ່ອນ​ນີ້​ເລີຍ ແລະ​ຂໍ​ຢ່າ​ໃຫ້​ລູກ​ຕົກ​ຢູ່​ໃນ​ມື​ຂອງ​ພວກ​ທີ່​ບໍ່​ໄດ້ຮັບ​ໃຊ້​ພະເຈົ້າ.”* 19 ແລ້ວ​ພະເຈົ້າ​ກໍ​ເຮັດ​ໃຫ້​ໂຜ້ງ​ທີ່​ຢູ່​ເລຮີ​ແຍກ​ອອກ ແລະ​ມີ​ນ້ຳ​ໄຫຼ​ອອກ​ມາ​ຈາກ​ໂຜ້ງ​ນັ້ນ.+ ເມື່ອ​ແຊມຊັນ​ໄດ້​ກິນ​ນ້ຳ ລາວ​ກໍ​ມີ​ແຮງ​ແລະ​ສົດ​ຊື່ນ​ຂຶ້ນ. ລາວ​ຈຶ່ງ​ຕັ້ງ​ຊື່​ໃຫ້​ບ່ອນ​ນັ້ນ​ວ່າ​ເອັນຮັກໂກເຣ.* ບ່ອນ​ນີ້​ຍັງ​ຢູ່​ໃນ​ເລຮີ​ຈົນ​ຮອດ​ທຸກ​ມື້​ນີ້.

20 ແຊມຊັນ​ເປັນ​ຜູ້ຕັດສິນ​ຂອງ​ພວກ​ອິດສະຣາເອນ 20 ປີ ໃນ​ສະໄໝ​ທີ່​ພວກ​ຟີລິດສະຕີນມີ​ອຳນາດ​ຫຼາຍ.+

ໜັງສືພາສາລາວ (1993-2026)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌