ໂຢບ
16 ໂຢບຕອບວ່າ:
2 “ຂ້ອຍໄດ້ຍິນເລື່ອງແນວນີ້ມາຫຼາຍແລ້ວ.
ແທນທີ່ຈະໃຫ້ກຳລັງໃຈຂ້ອຍ ພວກເຈົ້າພັດມາຊ້ຳເຕີມຂ້ອຍ.+
3 ປານໃດຈະເຊົາເວົ້າແນວບໍ່ເປັນປະໂຫຍດ?
ເປັນຫຍັງເຈົ້າ*ຈຶ່ງເວົ້າໃຫ້ຂ້ອຍແນວນີ້?
4 ຖ້າຂ້ອຍເປັນເຈົ້າ
ຂ້ອຍຈະເວົ້າຄືກັບເຈົ້າເວົ້າກໍໄດ້.
ຂ້ອຍຈະເວົ້າອີ່ຫຍັງໃຫ້ເຈົ້າກໍໄດ້
ແລະຂ້ອຍຈະແກວ່ງຫົວເພື່ອເຍາະເຍີ້ຍເຈົ້າກໍໄດ້.+
6 ເຖິງຂ້ອຍຈະເວົ້າອອກມາ ຂ້ອຍກໍເຈັບຄືເກົ່າ.+
ແຕ່ຄັນບໍ່ເວົ້າ ຂ້ອຍກໍຍັງເຈັບຢູ່ຄືກັນ.
7 ຕອນນີ້ ພະເຈົ້າເຮັດໃຫ້ຂ້ອຍໝົດເຫື່ອໝົດແຮງ.+
ເພິ່ນທຳລາຍຄົນໃນເຮືອນຂອງຂ້ອຍຈົນໝົດ.
8 ເພິ່ນເຮັດໃຫ້ຂ້ອຍທົນທຸກດ້ວຍມືຂອງເພິ່ນແລະຄົນອື່ນກໍເຫັນ.
ຮ່າງກາຍທີ່ຈ່ອຍໆຂອງຂ້ອຍກໍເປັນຄືກັບພະຍານທີ່ຕໍ່ສູ້ຂ້ອຍ.
9 ເພິ່ນໃຈຮ້າຍໃຫ້ຂ້ອຍ ຈີກຂ້ອຍເປັນຕ່ອນໆ ແລະຄຽດແຄ້ນໃຫ້ຂ້ອຍບໍ່ເຊົາ.+
ເພິ່ນກັດແຂ້ວໃສ່ຂ້ອຍ.
ສັດຕູຂອງຂ້ອຍເບິ່ງຂ້ອຍດ້ວຍຄວາມໃຈຮ້າຍ ແລະຢາກຈະທຳຮ້າຍຂ້ອຍ.+
10 ເຂົາເຈົ້າອ້າປາກກວ້າງໆເພື່ອຈະກິນຂ້ອຍ.+
ແລະເຂົາເຈົ້າຕົບໜ້າຂ້ອຍ.
ເຂົາເຈົ້າລວມໂຕກັນເປັນກຸ່ມໃຫຍ່ມາຕໍ່ສູ້ຂ້ອຍ.+
11 ພະເຈົ້າປ່ອຍໃຫ້ກຸ່ມເດັກນ້ອຍຜູ້ຊາຍມາໂຈມຕີຂ້ອຍ
ແລະປ່ອຍໃຫ້ຄົນຊົ່ວເຮັດກັບຂ້ອຍຕາມໃຈມັກ.+
12 ຂ້ອຍເຄີຍຢູ່ຢ່າງສຸກສະບາຍ ແຕ່ເພິ່ນເຮັດໃຫ້ຂ້ອຍຕ້ອງທົນທຸກ.+
ເພິ່ນຈັບຄໍຂ້ອຍມາແລະຫັກຂ້ອຍເປັນທ່ອນໆ.
ແລ້ວເພິ່ນກໍເອົາຂ້ອຍເປັນເປົ້າ.
13 ຄົນຍິງທະນູຂອງເພິ່ນມາລ້ອມຂ້ອຍໄວ້.+
ເພິ່ນບໍ່ໄດ້ອີ່ຕົນຂ້ອຍເລີຍ. ລູກທະນູຂອງເພິ່ນແທງຊອດໝາກໄຂ່ຫຼັງຂອງຂ້ອຍ.+
ເພິ່ນເທອະໄວຍະວະພາຍໃນ*ຂອງຂ້ອຍລົງດິນ.
14 ຂ້ອຍເປັນຄືກັບກຳແພງທີ່ຖືກເຈາະແລ້ວຖືກເຈາະອີກ.
ເພິ່ນແລ່ນໃສ່ຂ້ອຍຄືກັບທະຫານ.
15 ຂ້ອຍເອົາຜ້າເນື້ອຫຍາບມາຫຍິບເປັນເຄື່ອງນຸ່ງ.+
ຂ້ອຍຕົກຕ່ຳຫຼາຍ ເຮັດຫຍັງບໍ່ໄດ້ ແລະມີແຕ່ນັ່ງຢູ່ຂີ້ດິນ.*+
16 ຂ້ອຍຮ້ອງໄຫ້ຈົນຕາແດງ+
ແລະຂອບຕາຂອງຂ້ອຍກໍດຳກ່ຳ.*
17 ຂ້ອຍບໍ່ເຄີຍທຳຮ້າຍຄົນອື່ນ.
ຂ້ອຍອະທິດຖານດ້ວຍຄວາມຈິງໃຈ.
18 ແຜ່ນດິນເອີ້ຍ ຢ່າຖົມເລືອດຂອງຂ້ອຍໄວ້+
ແລະຂໍຮ້ອງທຸກແທນຂ້ອຍແດ່.
19 ມີຜູ້ໜຶ່ງໃນສະຫວັນເປັນພະຍານໃຫ້ຂ້ອຍໄດ້.
ຜູ້ນັ້ນທີ່ຢູ່ໃນສະຫວັນເຮັດໃຫ້ເຫັນແລ້ວວ່າຂ້ອຍບໍ່ແມ່ນຄົນຜິດ.
20 ໝູ່ຂອງຂ້ອຍພາກັນເຍາະເຍີ້ຍຂ້ອຍ.+
ຕອນທີ່ຂ້ອຍອະທິດຖານເຖິງພະເຈົ້າ ນ້ຳຕາຂອງຂ້ອຍກໍໄຫຼອອກມາ.*+
21 ຂໍໃຫ້ມີຄົນໜຶ່ງເປັນຜູ້ຕັດສິນຄະດີລະຫວ່າງຂ້ອຍກັບພະເຈົ້າ
ຄືກັບຕັດສິນຄະດີຂອງຄົນສອງຄົນ+
22 ເພາະຂ້ອຍຈະຢູ່ໄດ້ອີກບໍ່ດົນ.
ຂ້ອຍຈະໄປ ແລ້ວບໍ່ໄດ້ກັບມາອີກ.”+