ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເຢເຣມີຢາ 33
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເຢເຣມີຢາ

      • ຄຳ​ສັນຍານ​ວ່າ​ຈະ​ມີ​ການ​ຟື້ນຟູ (1-13)

      • ຄວາມ​ປອດໄພ​ພາຍ​ໃຕ້​ການ​ປົກຄອງ​ຂອງ ‘ກະ⁠ສັດ​ທີ່​ຍຸຕິທຳ’ (14-16)

      • ສັນຍາ​ທີ່​ເຮັດ​ກັບ​ດາວິດ​ແລະ​ປະໂລຫິດ (17-26)

        • ສັນຍາ​ທີ່​ເຮັດ​ກັບ​ກາງເວັນ​ແລະ​ກາງຄືນ (20)

ເຢເຣມີຢາ 33:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ນຮຢ 3:25; ຢຣມ 32:2; 37:21; 38:28

ເຢເຣມີຢາ 33:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 48:6

ເຢເຣມີຢາ 33:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 28:52; ຢຣມ 32:24

ເຢເຣມີຢາ 33:6

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ເຮົາ​ຈະ​ເອົາ​ການ​ຟື້ນ​ໂຕ​ແລະ​ສຸຂະພາບ​ມາ​ໃຫ້​ເມືອງ​ນີ້”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 30:26; ຢຣມ 30:17
  • +ອຊຢ 54:13

ເຢເຣມີຢາ 33:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 30:3; ຢຣມ 30:3
  • +ຢຣມ 24:6

ເຢເຣມີຢາ 33:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 85:2; ອຊຢ 40:2; 43:25; ຢຣມ 31:34; ມກ 7:18; ຊຄຢ 13:1

ເຢເຣມີຢາ 33:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 62:3, 7
  • +ມກ 7:17
  • +ນຮຢ 6:15, 16

ເຢເຣມີຢາ 33:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 31:12
  • +ຊຄຢ 9:17
  • +2ຂຄ 5:13; ອຊຣ 3:11; ພສ 106:1; ອຊຢ 12:4; ມກ 7:18
  • +ລລວ 7:12; ພສ 107:22

ເຢເຣມີຢາ 33:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 65:10; ຢຣມ 32:43

ເຢເຣມີຢາ 33:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 17:26
  • +ຢຣມ 32:44

ເຢເຣມີຢາ 33:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 29:10

ເຢເຣມີຢາ 33:15

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ເຮົາ​ຈະ​ເຮັດ​ໃຫ້​ມີ​ໜໍ່​ທີ່​ຍຸຕິທຳ​ປົ່ງ​ອອກ​ມາ​ເພື່ອ​ດາວິດ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 53:2; ຊຄຢ 6:12; ພນມ 22:16
  • +ອຊຢ 11:1, 4; ຢຣມ 23:5; ຮຣ 1:9

ເຢເຣມີຢາ 33:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 45:17
  • +ອຊກ 28:26
  • +ຢຣມ 23:6

ເຢເຣມີຢາ 33:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 7:16, 17; 1ກສ 2:4; ພສ 89:20, 29; ອຊຢ 9:7; ລກ 1:32, 33

ເຢເຣມີຢາ 33:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 1:16; ອຊຢ 54:10; ຢຣມ 31:35-37

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    8/2019, ໜ້າ 26

ເຢເຣມີຢາ 33:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 7:16, 17; 23:5; ພສ 89:34, 35; 132:11; ອຊຢ 55:3
  • +ອຊຢ 9:6; ລກ 1:32, 33
  • +ພບຍ 21:5

ເຢເຣມີຢາ 33:25

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 1:16
  • +ພສ 104:19; ຢຣມ 31:35, 36

ເຢເຣມີຢາ 33:26

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 14:1; ຢຣມ 31:20
  • +ອຊຣ 2:1, 70

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ຢຣມ. 33:1ນຮຢ 3:25; ຢຣມ 32:2; 37:21; 38:28
ຢຣມ. 33:3ອຊຢ 48:6
ຢຣມ. 33:4ພບຍ 28:52; ຢຣມ 32:24
ຢຣມ. 33:6ອຊຢ 30:26; ຢຣມ 30:17
ຢຣມ. 33:6ອຊຢ 54:13
ຢຣມ. 33:7ພບຍ 30:3; ຢຣມ 30:3
ຢຣມ. 33:7ຢຣມ 24:6
ຢຣມ. 33:8ພສ 85:2; ອຊຢ 40:2; 43:25; ຢຣມ 31:34; ມກ 7:18; ຊຄຢ 13:1
ຢຣມ. 33:9ອຊຢ 62:3, 7
ຢຣມ. 33:9ມກ 7:17
ຢຣມ. 33:9ນຮຢ 6:15, 16
ຢຣມ. 33:11ຢຣມ 31:12
ຢຣມ. 33:11ຊຄຢ 9:17
ຢຣມ. 33:112ຂຄ 5:13; ອຊຣ 3:11; ພສ 106:1; ອຊຢ 12:4; ມກ 7:18
ຢຣມ. 33:11ລລວ 7:12; ພສ 107:22
ຢຣມ. 33:12ອຊຢ 65:10; ຢຣມ 32:43
ຢຣມ. 33:13ຢຣມ 17:26
ຢຣມ. 33:13ຢຣມ 32:44
ຢຣມ. 33:14ຢຣມ 29:10
ຢຣມ. 33:15ອຊຢ 53:2; ຊຄຢ 6:12; ພນມ 22:16
ຢຣມ. 33:15ອຊຢ 11:1, 4; ຢຣມ 23:5; ຮຣ 1:9
ຢຣມ. 33:16ອຊຢ 45:17
ຢຣມ. 33:16ອຊກ 28:26
ຢຣມ. 33:16ຢຣມ 23:6
ຢຣມ. 33:172ຊມ 7:16, 17; 1ກສ 2:4; ພສ 89:20, 29; ອຊຢ 9:7; ລກ 1:32, 33
ຢຣມ. 33:20ປຖກ 1:16; ອຊຢ 54:10; ຢຣມ 31:35-37
ຢຣມ. 33:212ຊມ 7:16, 17; 23:5; ພສ 89:34, 35; 132:11; ອຊຢ 55:3
ຢຣມ. 33:21ອຊຢ 9:6; ລກ 1:32, 33
ຢຣມ. 33:21ພບຍ 21:5
ຢຣມ. 33:25ປຖກ 1:16
ຢຣມ. 33:25ພສ 104:19; ຢຣມ 31:35, 36
ຢຣມ. 33:26ອຊຢ 14:1; ຢຣມ 31:20
ຢຣມ. 33:26ອຊຣ 2:1, 70
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
ຄຳພີໄບເບິນສະບັບແປໂລກໃໝ່
ເຢເຣມີຢາ 33:1-26

ເຢເຣມີຢາ

33 ຕອນ​ທີ່​ເຢເຣມີຢາ​ຍັງ​ຖືກ​ກັກ​ໂຕ​ຢູ່​ເດີ່ນ​ທະຫານ​ປ້ອງກັນ​ໂຕ​ກະສັດ+ ພະ​ເຢໂຫວາ​ກໍ​ມາ​ເວົ້າ​ກັບ​ລາວ​ເປັນ​ເທື່ອ​ທີ 2 ວ່າ: 2 “ພະ​ເຢໂຫວາ​ຜູ້​ທີ່​ສ້າງ​ໂລກ ພະ​ເຢໂຫວາ​ຜູ້​ທີ່​ຕັ້ງ​ໂລກ​ໄວ້​ຢ່າງ​ໝັ້ນຄົງ ພະ​ເຈົ້າ​ທີ່​ຊື່​ວ່າ​ເຢໂຫວາ​ເວົ້າ​ວ່າ 3 ‘ໃຫ້​ເຈົ້າ​ຮ້ອງ​ຫາ​ເຮົາ​ແລະ​ເຮົາ​ຈະ​ຕອບ​ເຈົ້າ. ເຮົາ​ຈະ​ບອກ​ເຈົ້າ​ດ້ວຍ​ຄວາມ​ເຕັມ​ໃຈ​ກ່ຽວ​ກັບ​ສິ່ງ​ທີ່​ຍິ່ງໃຫຍ່​ແລະ​ສິ່ງ​ທີ່​ເຂົ້າ​ໃຈ​ບໍ່​ໄດ້​ທີ່​ເຈົ້າ​ບໍ່​ເຄີຍ​ຮູ້​ຈັກ​ມາ​ກ່ອນ.’+

4 ເຮົາ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ​ເວົ້າ​ກ່ຽວ​ກັບ​ຫີນ​ຂອງ​ເຮືອນ​ຕ່າງ​ໆ​ໃນ​ເມືອງ​ນີ້​ແລະ​ຫີນ​ຂອງ​ວັງ​ຕ່າງ​ໆ​ຂອງ​ພວກ​ກະສັດ​ຢູດາ​ທີ່​ປະຊາຊົນ​ພາກັນ​ຮື້​ລົງ​ມາ ເພື່ອ​ໃຊ້​ຮັບ​ມື​ກັບ​ພວກ​ສັດຕູ​ທີ່​ເອົາ​ດິນ​ມາ​ກອງ​ເປັນ​ໂນນ​ຈຸ​ກຳແພງ​ແລະ​ຖື​ດາບ​ມາ​ໂຈມຕີ.+ 5 ເຮົາ​ຍັງ​ໄດ້​ເວົ້າ​ກ່ຽວ​ກັບ​ຄົນ​ທີ່​ຈະ​ມາ​ຕໍ່ສູ້​ພວກ​ການເດອາ ກ່ຽວ​ກັບ​ບ່ອນ​ຕ່າງ​ໆ​ທີ່​ເຕັມ​ແຕ່​ຊາກ​ສົບ​ຂອງ​ຄົນ​ທີ່​ເຮົາ​ຂ້າ​ຖິ້ມ​ດ້ວຍ​ຄວາມ​ໃຈ​ຮ້າຍ​ແຮງ ແລະ​ກ່ຽວ​ກັບ​ຄົນ​ທີ່​ເຮັດ​ຊົ່ວ​ຫຼາຍ​ຈົນ​ເຮັດ​ໃຫ້​ເຮົາ​ປະຖິ້ມ​ເມືອງ​ນີ້​ໄປ. ເຮົາ​ເວົ້າ​ວ່າ 6 ‘ເຮົາ​ຈະ​ເຮັດ​ໃຫ້​ສະພາບ​ຂອງ​ເມືອງ​ນີ້​ດີ​ຂຶ້ນ*+ ເຮົາ​ຈະ​ປິ່ນປົວ​ຄົນ​ໃນ​ເມືອງ​ນີ້​ແລະ​ຈະ​ໃຫ້​ເຂົາ​ເຈົ້າ​ຢູ່​ຢ່າງ​ສະຫງົບສຸກ​ແລະ​ປອດໄພ.+ 7 ເຮົາ​ຈະ​ພາ​ພວກ​ຢູດາ​ແລະ​ພວກ​ອິດສະຣາເອນ​ທີ່​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ກັບ​ມາ.+ ເຮົາ​ຈະ​ເຮັດ​ໃຫ້​ເຂົາ​ເຈົ້າ​ເປັນ​ຊາດ​ໜຶ່ງ​ຄື​ກັບ​ທີ່​ເຮົາ​ເຄີຍ​ເຮັດ​ໃນ​ຕອນ​ທຳອິດ.+ 8 ເຮົາ​ຈະ​ຍົກ​ໂທດ​ບາບ​ແລະ​ຄວາມ​ຜິດ​ທັງໝົດ​ທີ່​ເຂົາ​ເຈົ້າ​ໄດ້​ເຮັດ​ຕໍ່​ເຮົາ​ເພື່ອ​ທີ່​ເຂົາ​ເຈົ້າ​ຈະ​ສະອາດ.+ 9 ເມືອງ​ນີ້​ຈະ​ເຮັດ​ໃຫ້​ຊາດ​ຕ່າງ​ໆ​ໃນ​ໂລກ​ທີ່​ໄດ້​ຍິນ​ສິ່ງ​ດີ​ທັງໝົດ​ທີ່​ເຮົາ​ເຮັດ​ໃຫ້​ປະຊາຊົນ​ຂອງ​ເຮົາ ສັນລະເສີນ​ເຮົາ​ແລະ​ໃຫ້​ກຽດ​ເຮົາ.+ ຊາດ​ເຫຼົ່າ​ນັ້ນ​ຈະ​ຢ້ານ​ຈົນ​ໂຕ​ສັ່ນ+​ເມື່ອ​ເຂົາ​ເຈົ້າ​ເຫັນ​ສິ່ງ​ດີ​ຕ່າງ​ໆ​ແລະ​ຄວາມ​ສະຫງົບ​ສຸກ​ທີ່​ເຮົາ​ເອົາ​ໃຫ້​ເມືອງ​ນີ້.’+

10 ພະ​ເຢໂຫວາ​ບອກ​ວ່າ ‘ພວກ​ເຈົ້າ​ຈະ​ເວົ້າ​ວ່າ​ບ່ອນ​ນີ້​ເປັນ​ບ່ອນ​ຮ້າງ​ເປົ່າ ບໍ່​ມີ​ຄົນ​ແລະ​ສັດ​ອາໄສ​ຢູ່. ເມືອງ​ຕ່າງ​ໆ​ຂອງ​ຢູດາ​ແລະ​ຫົນ​ທາງ​ເມືອງ​ເຢຣູຊາເລັມ​ກໍ​ເປັນ​ບ່ອນ​ຮ້າງ​ເປົ່າ ບໍ່​ມີ​ຄົນ​ແລະ​ສັດ​ອາໄສ​ຢູ່​ຄື​ກັນ. 11 ແຕ່​ບ່ອນ​ນີ້​ຈະ​ກັບ​ມາ​ມີ​ສຽງ​ໂຫ່​ຮ້ອງ​ດີໃຈ+ ສຽງ​ຄວາມ​ມ່ວນ​ຊື່ນ ສຽງ​ຂອງ​ເຈົ້າ​ບ່າວ​ເຈົ້າ​ສາວ ແລະ​ສຽງ​ຂອງ​ຄົນ​ທີ່​ເວົ້າ​ວ່າ “ໃຫ້​ຂອບໃຈ​ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ ຍ້ອນ​ພະ​ເຢໂຫວາ​ດີ​ແທ້​ໆ​+​ແລະ​ເພິ່ນ​ມີ​ຄວາມ​ຮັກ​ທີ່​ໝັ້ນຄົງ​ຕະຫຼອດ​ໄປ!”’+

ພະ​ເຢໂຫວາ​ບອກ​ວ່າ ‘ເຂົາ​ເຈົ້າ​ຈະ​ເອົາ​ເຄື່ອງ​ບູຊາ​ສະແດງ​ຄວາມ​ຂອບ​ໃຈ​ມາ​ໃຫ້​ຢູ່​ວິຫານ​ຂອງ​ພະ​ເຢໂຫວາ+ ຍ້ອນ​ເຮົາ​ໄດ້​ພາ​ຄົນ​ທີ່​ຢູ່​ແຜ່ນດິນ​ນີ້​ທີ່​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ກັບ​ມາ​ຢູ່​ນີ້​ຄື​ເກົ່າ.’

12 ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ບອກ​ວ່າ ‘ໃນ​ແຜ່ນດິນ​ທີ່​ຮ້າງ​ເປົ່າ ໃນ​ເມືອງ​ຕ່າງ​ໆ​ທີ່​ບໍ່​ມີ​ຄົນ​ແລະ​ສັດ​ອາໄສ​ຢູ່​ນີ້​ຈະ​ມີ​ທົ່ງ​ຫຍ້າ​ໃຫ້​ຄົນ​ລ້ຽງ​ແກະ​ພາ​ຝູງ​ແກະ​ໄປ​ກິນ​ຫຍ້າ​ອີກ​ເທື່ອ​ໜຶ່ງ.’+

13 ພະ​ເຢໂຫວາ​ບອກ​ວ່າ ‘ໃນ​ເມືອງ​ຕ່າງ​ໆ​ທີ່​ຢູ່​ເຂດ​ພູ ຢູ່​ທົ່ງ​ພຽງ ຢູ່​ທາງ​ໃຕ້ ຢູ່​ເຂດ​ຂອງ​ພວກ​ເບັນຢາມິນ ຢູ່​ອ້ອມ​ແອ້ມ​ເມືອງ​ເຢຣູຊາເລັມ+ ແລະ​ຢູ່​ເມືອງ​ຕ່າງ​ໆ​ຂອງ​ຢູດາ+​ຈະ​ມີ​ພວກ​ຄົນ​ລ້ຽງ​ແກະ​ທີ່​ນັບ​ຝູງ​ແກະ​ຂອງ​ເຂົາ​ເຈົ້າ​ອີກ​ເທື່ອ​ໜຶ່ງ.’

14 ພະ​ເຢໂຫວາ​ບອກ​ວ່າ ‘ອີກ​ບໍ່​ດົນ ເມື່ອ​ເຮົາ​ເຮັດ​ໃຫ້​ຄຳ​ສັນຍາ​ດີ​ໆ​ທີ່​ເຮົາ​ເວົ້າ​ໄວ້​ກ່ຽວ​ກັບ​ຄົນ​ອິດສະຣາເອນ​ແລະ​ຄົນ​ຢູດາ​ເກີດ​ຂຶ້ນ​ແທ້+ 15 ໃນ​ສະໄໝ​ນັ້ນ​ແລະ​ໃນ​ຕອນ​ນັ້ນ ເຮົາ​ຈະ​ເຮັດ​ໃຫ້​ເຊື້ອສາຍ​ທີ່​ຍຸຕິທຳ​ມາ​ຈາກ​ດາວິດ.*+ ລາວ​ຈະ​ເຮັດ​ໃຫ້​ມີ​ຄວາມ​ຖືກຕ້ອງ​ແລະ​ຍຸຕິທຳ​ໃນ​ແຜ່ນດິນ​ນີ້.+ 16 ໃນ​ຕອນ​ນັ້ນ ຄົນ​ຢູດາ​ຈະ​ໄດ້​ຮັບ​ການ​ຊ່ວຍ​ໃຫ້​ລອດ+​ແລະ​ຄົນ​ໃນ​ເມືອງ​ເຢຣູຊາເລັມ​ຈະ​ປອດໄພ.+ ເມືອງ​ນີ້​ຈະ​ຖືກ​ເອີ້ນ​ວ່າ​ຄວາມ​ຖືກ​ຕ້ອງ​ມາ​ຈາກ​ພະ​ເຢໂຫວາ.’+

17 ພະ​ເຢໂຫວາ​ບອກ​ວ່າ ‘ຈະ​ມີ​ແຕ່​ລູກ​ຫຼານ​ຂອງ​ດາວິດ​ປົກຄອງ​ອິດສະຣາເອນ​ຕະຫຼອດ​ໄປ+ 18 ແລະ​ຈະ​ມີ​ປະໂລຫິດ​ຕະກູນ​ເລວີ​ຢືນ​ຢູ່​ຕໍ່​ໜ້າ​ເຮົາ​ຕະຫຼອດ​ໄປ​ເພື່ອ​ເຜົາ​ເຄື່ອງ​ບູຊາ​ເຜົາ ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ ແລະ​ເຄື່ອງ​ບູຊາ​ອື່ນ​ໆ​.’”

19 ພະ​ເຢໂຫວາ​ເວົ້າ​ກັບ​ເຢເຣມີຢາ​ອີກ​ວ່າ: 20 “ພະ​ເຢໂຫວາ​ບອກ​ວ່າ ‘ຄື​ກັບ​ທີ່​ເຈົ້າ​ບໍ່​ສາມາດ​ຍົກ​ເລີກ​ສັນຍາ​ທີ່​ເຮົາ​ເຮັດ​ໄວ້​ກັບ​ກາງ​ເວັນ​ແລະ​ສັນຍາ​ທີ່​ເຮົາ​ເຮັດ​ໄວ້​ກັບ​ກາງ​ຄືນ ແລະ​ບໍ່​ສາມາດ​ຫ້າມ​ບໍ່​ໃຫ້​ກາງເວັນ​ກັບ​ກາງຄືນ​ມາ​ກົງ​ເວລາ​ຂອງ​ພວກ​ມັນ+ 21 ເຈົ້າ​ກໍ​ບໍ່​ສາມາດ​ຍົກ​ເລີກ​ສັນຍາ​ທີ່​ເຮົາ​ເຮັດ​ໄວ້​ກັບ​ດາວິດ​ຜູ້​ຮັບ​ໃຊ້​ຂອງ​ເຮົາ+ ບໍ່​ສາມາດ​ຫ້າມ​ບໍ່​ໃຫ້​ມີ​ເຊື້ອສາຍ​ຂອງ​ລາວ​ປົກຄອງ​ເທິງ​ບັນລັງ+ ແລະ​ກໍ​ບໍ່​ສາມາດ​ຍົກ​ເລີກ​ສັນຍາ​ທີ່​ເຮົາ​ເຮັດ​ໄວ້​ກັບ​ພວກ​ປະໂລຫິດ​ຕະກູນ​ເລວີ​ທີ່​ເປັນ​ຜູ້​ຮັບ​ໃຊ້​ຂອງ​ເຮົາ​ຄື​ກັນ.+ 22 ເຮົາ​ຈະ​ເຮັດ​ໃຫ້​ລູກ​ຫຼານ​ຂອງ​ດາວິດ​ຜູ້​ຮັບ​ໃຊ້​ຂອງ​ເຮົາ​ແລະ​ພວກ​ເລວີ​ທີ່​ຮັບ​ໃຊ້​ເຮົາ​ມີ​ຈຳນວນ​ຫຼາຍ​ຈົນ​ນັບ​ບໍ່​ຫຼ້ອນ​ຄື​ກັບ​ດາວ​ທີ່​ຢູ່​ເທິງ​ຟ້າ​ແລະ​ເມັດ​ດິນ​ຊາຍ​ຢູ່​ທະເລ.’”

23 ພະ​ເຢໂຫວາ​ເວົ້າ​ກັບ​ເຢເຣມີຢາ​ອີກ​ວ່າ: 24 “ເຈົ້າ​ບໍ່​ໄດ້​ຍິນ​ຄົນ​ພວກ​ນີ້​ເວົ້າ​ບໍ​ທີ່​ວ່າ ‘ພະ​ເຢໂຫວາ​ຈະ​ບໍ່​ຍອມ​ຮັບ 2 ຕະກູນ​ທີ່​ເພິ່ນ​ເລືອກ​ໄວ້’? ເຂົາ​ເຈົ້າ​ບໍ່​ນັບຖື​ປະຊາຊົນ​ຂອງ​ເຮົາ​ເລີຍ​ແລະ​ບໍ່​ໄດ້​ຖື​ວ່າ​ເຂົາ​ເຈົ້າ​ເປັນ​ຊາດ​ໜຶ່ງ​ຊ້ຳ.

25 ພະ​ເຢໂຫວາ​ບອກ​ວ່າ ‘ຄື​ກັບ​ສັນຍາ​ທີ່​ເຮົາ​ໄດ້​ເຮັດ​ໄວ້​ກັບ​ກາງ​ເວັນ​ແລະ​ກາງ​ຄືນ+ ແລະ​ກົດ​ທີ່​ເຮົາ​ໄດ້​ຕັ້ງ​ໄວ້​ສຳລັບ​ຟ້າ​ແລະ​ໂລກ​ທີ່​ບໍ່​ມີ​ທາງ​ປ່ຽນ​ແປງ​ໄດ້+ 26 ເຮົາ​ກໍ​ຈະ​ບໍ່​ມີ​ທາງ​ຜິດ​ສັນຍາ. ເຮົາ​ຈະ​ບໍ່​ມີ​ທາງ​ປະ​ຖິ້ມ​ລູກ​ຫຼານ​ຂອງ​ຢາໂຄບ​ແລະ​ລູກ​ຫຼານ​ຂອງ​ດາວິດ​ຜູ້​ຮັບ​ໃຊ້​ຂອງ​ເຮົາ. ເຮົາ​ຈະ​ໃຫ້​ລູກ​ຫຼານ​ຂອງ​ລາວ​ປົກຄອງ​ລູກ​ຫຼານ​ຂອງ​ອັບຣາຮາມ ອີຊາກ ແລະ​ຢາໂຄບ. ເຮົາ​ຈະ​ອີ່ຕົນ​ເຂົາ​ເຈົ້າ+​ແລະ​ພາ​ເຂົາ​ເຈົ້າ​ທີ່​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ກັບ​ມາ.’”+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌