ເພງສັນລະເສີນ
ເຖິງຜູ້ຄວບຄຸມດົນຕີ ເພງນີ້ສຳລັບຮ້ອງກັບເຄື່ອງດົນຕີທີ່ມີສາຍ. ເພງສັນລະເສີນ.
2 ເພື່ອທີ່ຄົນທົ່ວໂລກຈະໄດ້ຮູ້ກ່ຽວກັບສິ່ງທີ່ພະອົງເຮັດ+
ແລະເພື່ອທີ່ຄົນທຸກຊາດຈະໄດ້ຮູ້ວ່າພະອົງເປັນຜູ້ຊ່ວຍໃຫ້ລອດ.+
3 ພະເຈົ້າເອີ້ຍ ຂໍໃຫ້ຊາດຕ່າງໆສັນລະເສີນພະອົງ.
ຂໍໃຫ້ຄົນຈາກທຸກຊາດຍົກຍ້ອງພະອົງ.
4 ຂໍໃຫ້ປະເທດຕ່າງໆມີຄວາມສຸກແລະໂຫ່ຮ້ອງດ້ວຍຄວາມຍິນດີ+
ຍ້ອນພະອົງຈະຕັດສິນເຂົາເຈົ້າຢ່າງຍຸຕິທຳ+
ແລະພະອົງຈະຊີ້ນຳທຸກຊາດໃນໂລກນີ້. (ເຊລາ)
5 ພະເຈົ້າເອີ້ຍ ຂໍໃຫ້ຊາດຕ່າງໆສັນລະເສີນພະອົງ.
ຂໍໃຫ້ຄົນຈາກທຸກຊາດຍົກຍ້ອງພະອົງ.