ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ອົບພະຍົບ 2
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈ​ຄວາມ​ສຳຄັນຂອງປຶ້ມອົບພະຍົບ

      • ໂມເຊ​ເກີດ (1-4)

      • ລູກສາວ​ຂອງ​ຟາໂຣ​ຮັບ​ໂມເຊ​ມາ​ເປັນ​ລູກ (5-10)

      • ໂມເຊ​ໜີ​ໄປ​ມີດີອານ​ແລະ​ແຕ່ງດອງ​ກັບ​ຊິບໂປຣາ (11-22)

      • ພະເຈົ້າ​ໄດ້​ຍິນ​ສຽງ​ຮ້ອງ​ຄາງ​ຂອງ​ພວກ​ອິດສະຣາເອນ (23-25)

ອົບພະຍົບ 2:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 6:20; ຈຊບ 26:59

ອົບພະຍົບ 2:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 7:20; ຮຣ 11:23

ອົບພະຍົບ 2:3

ໄຂເງື່ອນ

  • *

    ພືດ​ຊະນິດໜຶ່ງ​ທີ່​ຄ້າຍຄື​ກັບ​ຕົ້ນ​ຜື. ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 7:18, 19

ອົບພະຍົບ 2:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 15:20; 1ຂຄ 6:3; ມກ 6:4

ອົບພະຍົບ 2:5

ໄຂເງື່ອນ

  • *

    ນີ້​ແມ່ນ​ຕຳແໜ່ງ​ກະສັດ​ຂອງ​ເອຢິບ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 7:21

ອົບພະຍົບ 2:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 6:20

ອົບພະຍົບ 2:10

ໄຂເງື່ອນ

  • *

    ແປ​ວ່າ “ຖືກ​ດຶງ​ຂຶ້ນ​ມາ” ໝາຍເຖິງ​ຖືກ​ຊ່ວຍ​ຂຶ້ນ​ມາ​ຈາກ​ນ້ຳ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຮຣ 11:24, 25
  • +ກຈກ 7:21

ອົບພະຍົບ 2:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 1:11; 3:7; ກຈກ 7:23

ອົບພະຍົບ 2:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 7:24

ອົບພະຍົບ 2:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 7:26

ອົບພະຍົບ 2:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 7:27, 28

ອົບພະຍົບ 2:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 25:1, 2; ອພຍ 3:1; 4:19

ອົບພະຍົບ 2:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 18:12

ອົບພະຍົບ 2:18

ໄຂເງື່ອນ

  • *

    ໝາຍເຖິງ​ເຢດໂຣ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 4:18; 18:1; ຈຊບ 10:29

ອົບພະຍົບ 2:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 7:22

ອົບພະຍົບ 2:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 18:2-4; ຈຊບ 12:1

ອົບພະຍົບ 2:22

ໄຂເງື່ອນ

  • *

    ແປ​ວ່າ “ຄົນ​ຕ່າງ​ຊາດ​ເຊິ່ງ​ຢູ່​ທີ່​ນັ້ນ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຂຄ 23:15
  • +ກຈກ 7:29

ອົບພະຍົບ 2:23

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ຟາໂຣ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 7:7; ກຈກ 7:30
  • +ອພຍ 3:7; 1ກສ 8:51

ອົບພະຍົບ 2:24

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 7:34
  • +ປຖກ 15:13, 14; ອພຍ 6:5; ຈຊບ 20:15, 16

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ອພຍ. 2:1ອພຍ 6:20; ຈຊບ 26:59
ອພຍ. 2:2ກຈກ 7:20; ຮຣ 11:23
ອພຍ. 2:3ກຈກ 7:18, 19
ອພຍ. 2:4ອພຍ 15:20; 1ຂຄ 6:3; ມກ 6:4
ອພຍ. 2:5ກຈກ 7:21
ອພຍ. 2:8ອພຍ 6:20
ອພຍ. 2:10ຮຣ 11:24, 25
ອພຍ. 2:10ກຈກ 7:21
ອພຍ. 2:11ອພຍ 1:11; 3:7; ກຈກ 7:23
ອພຍ. 2:12ກຈກ 7:24
ອພຍ. 2:13ກຈກ 7:26
ອພຍ. 2:14ກຈກ 7:27, 28
ອພຍ. 2:15ປຖກ 25:1, 2; ອພຍ 3:1; 4:19
ອພຍ. 2:16ອພຍ 18:12
ອພຍ. 2:18ອພຍ 4:18; 18:1; ຈຊບ 10:29
ອພຍ. 2:19ກຈກ 7:22
ອພຍ. 2:21ອພຍ 18:2-4; ຈຊບ 12:1
ອພຍ. 2:221ຂຄ 23:15
ອພຍ. 2:22ກຈກ 7:29
ອພຍ. 2:23ອພຍ 7:7; ກຈກ 7:30
ອພຍ. 2:23ອພຍ 3:7; 1ກສ 8:51
ອພຍ. 2:24ກຈກ 7:34
ອພຍ. 2:24ປຖກ 15:13, 14; ອພຍ 6:5; ຈຊບ 20:15, 16
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
ຄຳພີໄບເບິນສະບັບແປໂລກໃໝ່
ອົບພະຍົບ 2:1-25

ອົບພະຍົບ

2 ໃນ​ຕອນ​ນັ້ນ ຜູ້​ຊາຍ​ຄົນ​ໜຶ່ງ​ໃນ​ຕະກູນ​ເລວີ​ໄດ້​ແຕ່ງດອງ​ກັບຜູ້​ຍິງ​ໃນ​ຕະກູນດຽວ​ກັນ.+ 2 ແລ້ວ​ຜູ້​ຍິງ​ຄົນ​ນັ້ນ​ກໍ​ຖື​ພາ​ແລະ​ເກີດ​ລູກ​ຊາຍ. ແອ​ນ້ອຍ​ຄົນ​ນັ້ນ​ໜ້າ​ຮັກ​ຫຼາຍ ລາວ​ເລີຍເຊື່ອງ​ໄວ້​ເປັນ​ເວລາ 3 ເດືອນ.+ 3 ເມື່ອ​ເຫັນ​ວ່າຊິ​ເຊື່ອງ​ລູກ​ໄວ້​ຕໍ່​ໄປ​ບໍ່​ໄດ້+ ລາວ​ຈຶ່ງ​ເອົາພາໄພຣັດ*ມາ​ສານ​ເປັນ​ກະຕ່າ ແລ້ວ​ເອົາ​ຢາງ​ໝາກ​ຕອຍ​ຈາກ​ທຳມະຊາດ​ມາທາ​ທາງ​ໃນ​ແລະ​ທາງ​ນອກ. ຈາກ​ນັ້ນ ລາວ​ເອົາ​ລູກ​ໃສ່​ໃນ​ກະຕ່າ​ນັ້ນ​ແລະ​ເອົາ​ໄປ​ວາງ​ໄວ້​ຢູ່​ປ່າ​ໄມ້​ອໍ້​ໃນ​ແມ່​ນ້ຳ​ນິນ. 4 ແຕ່​ເອື້ອຍ​ຂອງ​ແອ​ນ້ອຍ+​ຈອບ​ເບິ່ງ​ຢູ່​ໄກ​ໆ​ເພື່ອ​ຊິ​ຮູ້​ວ່າ​ຊິ​ມີ​ຫຍັງ​ເກີດ​ຂຶ້ນ​ກັບ​ນ້ອງ​ບໍ່.

5 ຕອນ​ທີ່​ລູກສາວຂອງຟາໂຣ*ລົງ​ໄປ​ອາບ​ນ້ຳ​ຢູ່​ແມ່​ນ້ຳ​ນິນ ພວກ​ຜູ້​ຍິງ​ທີ່​ເປັນ​ຄົນ​ຮັບ​ໃຊ້​ຂອງ​ລາວກໍ​ຍ່າງ​ຢູ່​ຕາມ​ແຄມ​ນ້ຳ. ລູກສາວ​ຂອງ​ກະສັດ​ແນມ​ເຫັນ​ກະຕ່າ​ໜ່ວຍນັ້ນຢູ່​ປ່າ​ໄມ້​ອໍ້. ລາວ​ກໍ​ເລີຍ​ບອກ​ທາດ​ຍິງ​ຂອງ​ລາວ​ໄປ​ເອົາ​ມາ.+ 6 ເມື່ອ​ລູກສາວ​ກະສັດ​ເປີດ​ກະຕ່າ​ອອກ ກໍ​ເຫັນ​ແອ​ນ້ອຍ​ຜູ້​ຊາຍກຳລັງ​ຮ້ອງ​ໄຫ້​ຢູ່. ລາວ​ຮູ້ສຶກ​ອີ່ຕົນ​ຫຼາຍ​ແລະ​ເວົ້າ​ວ່າ: “ແອ​ນ້ອຍ​ຜູ້​ນີ້​ເປັນ​ລູກ​ຂອງ​ຄົນ​ເຮັບເຣີ​ໄດ໋​ນິ.” 7 ແລ້ວ​ເອື້ອຍ​ຂອງ​ແອ​ນ້ອຍ​ກໍ​ເວົ້າ​ກັບ​ລູກສາວ​ຂອງ​ຟາໂຣ​ວ່າ: “ທ່ານ​ຢາກ​ໃຫ້​ຂ້ອຍ​ໄປ​ຊອກ​ຫາ​ຜູ້​ຍິງ​ຄົນ​ເຮັບເຣີ​ມາ​ລ້ຽງ​ແອ​ນ້ອຍ​ໃຫ້​ທ່ານ​ບໍ?” 8 ລູກສາວຂອງຟາໂຣ​ບອກ​ວ່າ: “ກະ​ດີ!” ແລ້ວ​ເດັກ​ນ້ອຍ​ຜູ້​ຍິງ​ຄົນ​ນັ້ນ​ກໍ​ໄປ​ເອີ້ນ​ແມ່​ຂອງ​ແອ​ນ້ອຍ​ມາ.+ 9 ລູກສາວຂອງຟາໂຣ​ເວົ້າ​ກັບ​ແມ່​ຂອງ​ແອ​ນ້ອຍ​ວ່າ: “ເອົາ​ແອ​ນ້ອຍ​ຄົນ​ນີ້​ໄປ​ລ້ຽງ​ໃຫ້​ຂ້ອຍ ແລ້ວ​ຂ້ອຍ​ຊິ​ຈ່າຍ​ເງິນ​ໃຫ້​ເຈົ້າ.” ແລ້ວ​ຜູ້​ຍິງ​ຄົນ​ນັ້ນ​ກໍ​ເອົາ​ແອ​ນ້ອຍ​ໄປ​ລ້ຽງ​ໃຫ້​ລູກສາວ​ຂອງ​ຟາໂຣ. 10 ເມື່ອ​ເດັກ​ນ້ອຍ​ນັ້ນ​ໃຫຍ່​ຂຶ້ນ ແມ່​ຂອງ​ລາວ​ກໍ​ເອົາ​ລາວ​ໄປ​ສົ່ງ​ໃຫ້​ລູກສາວ​ຂອງ​ຟາໂຣ ແລະ​ລາວ​ກໍ​ໄດ້​ເປັນ​ລູກ​ຊາຍ​ຂອງ​ລູກສາວ​ຟາໂຣ.+ ລູກສາວ​ຂອງ​ຟາໂຣ​ຕັ້ງ​ຊື່​ໃຫ້​ເດັກ​ນ້ອຍ​ວ່າ​ໂມເຊ.* ລາວ​ເວົ້າ​ວ່າ: “ຂ້ອຍ​ຕັ້ງ​ຊື່​ນີ້​ໃຫ້​ເດັກ​ນ້ອຍ​ຄົນ​ນີ້​ກໍ​ຍ້ອນ​ວ່າ ຂ້ອຍ​ໄດ້​ຊ່ວຍ​ລາວຂຶ້ນ​ມາ​ຈາກ​ນ້ຳ.”+

11 ມີ​ມື້​ໜຶ່ງ ຕອນ​ທີ່​ໂມເຊ​ໃຫຍ່​ແລ້ວ​ ລາວ​ເຫັນ​ຄົນ​ອິດສະຣາເອນ​ທີ່​ເປັນຄົນ​ຊາດ​ດຽວ​ກັບ​ລາວ​ກຳລັງຖືກ​ບັງຄັບໃຫ້​ເຮັດ​ວຽກ​ໜັກ.+ ລາວ​ເຫັນ​ຄົນ​ເອຢິບ​ຕີ​ຄົນ​ເຮັບເຣີ. 12 ລາວ​ຫຼຽວ​ໜ້າ​ຫຼຽວ​ຫຼັງ ເມື່ອ​ບໍ່​ເຫັນ​ຜູ້​ໃດ ລາວ​ກໍ​ເລີຍ​ຂ້າ​ຄົນ​ເອຢິບ​ຜູ້​ນັ້ນ ແລ້ວ​ເອົາ​ສົບ​ໄປເຊື່ອງໄວ້​ໃນ​ດິນ​ຊາຍ.+

13 ມື້​ຕໍ່ມາ ລາວ​ເຫັນ​ຄົນ​ເຮັບເຣີ 2 ຄົນ​ຜິດ​ກັນ ລາວ​ເລີຍ​ເວົ້າ​ກັບ​ຄົນ​ທີ່​ເຮັດ​ຜິດ​ວ່າ: “ເປັນ​ຫຍັງ​ເຈົ້າ​ຄື​ຕີ​ໝູ່​ຂອງ​ເຈົ້າ?”+ 14 ຄົນ​ນັ້ນ​ກໍ​ຕອບ​ວ່າ: “ແມ່ນ​ໃຜ​ແຕ່ງຕັ້ງ​ໃຫ້​ເຈົ້າ​ເປັນ​ຫົວ​ໜ້າ​ຕັດສິນ​ພວກ​ເຮົາ? ເຈົ້າ​ຊິ​ຂ້າ​ຂ້ອຍ​ຄື​ກັບ​ຂ້າ​ຄົນ​ເອຢິບ​ຫັ້ນ​ເບາະ?”+ ໂມເຊ​ເລີຍ​ຢ້ານແລະ​ຄິດ​ວ່າ: “ຄົນ​ອື່ນ​ຄື​ຊິ​ຮູ້​ແລ້ວ​ວ່າ​ເຮົາ​ຂ້າ​ຄົນ!”

15 ແລ້ວ​ຟາໂຣ​ກໍ​ຮູ້​ເລື່ອງ​ນີ້ ແລະ​ພະຍາຍາມຊິຂ້າ​ໂມເຊ. ແຕ່​ໂມເຊ​ໜີ​ໄປ​ແຜ່ນດິນ​ມີດີອານ+ ແລະ​ໄດ້​ໄປ​ນັ່ງ​ເຊົາ​ເມື່ອຍ​ຢູ່​ໃກ້​ນ້ຳ​ສ້າງ. 16 ປະໂລຫິດ​ມີດີອານ​ຄົນ​ໜຶ່ງ+ມີ​ລູກສາວ 7 ຄົນ. ຕອນ​ນັ້ນ​ພວກ​ລູກສາວ​ມາ​ຕັກ​ນ້ຳ​ໃຫ້​ຝູງ​ສັດ​ຂອງ​ພໍ່​ກິນ. 17 ທຸກ​ໆ​ເທື່ອທີ່​ເຂົາ​ເຈົ້າ​ມາ​ຕັກ​ນ້ຳ​ໃຫ້​ແກະ​ກິນ ຄົນ​ລ້ຽງ​ແກະ​ຄົນ​ອື່ນ​ໆ​ກໍ​ມັກ​ມາ​ໄລ່​ເຂົາ​ເຈົ້າ. ແຕ່​ເທື່ອ​ນີ້​ໂມເຊ​ໄດ້​ຊ່ວຍ​ເຂົາ​ເຈົ້າ​ແລະ​ຕັກ​ນ້ຳ​ໃຫ້​ແກະ​ກິນ. 18 ເມື່ອ​ເຂົາ​ເຈົ້າ​ກັບ​ເມືອ​ເຮືອນ​ຫາ​ເຣອູເອນ*​ພໍ່​ຂອງ​ເຂົາ​ເຈົ້າ+ ພໍ່​ກໍ​ແປກ​ໃຈ​ແລະ​ຖາມ​ວ່າ: “ມື້​ນີ້​ພວກ​ລູກ​ຄື​ກັບ​ມາ​ໄວ​ແທ້?” 19 ເຂົາ​ເຈົ້າ​ຕອບ​ວ່າ: “ຜູ້​ຊາຍ​ເອຢິບ​ຄົນ​ໜຶ່ງ+​ໄດ້​ຊ່ວຍ​ພວກ​ເຮົາ​ຈາກ​ພວກ​ຄົນ​ລ້ຽງ​ແກະ​ຄົນ​ອື່ນ​ໆ​. ລາວ​ຊ່ວຍ​ຕັກ​ນ້ຳ​ໃຫ້​ພວກ​ເຮົາ ແລະ​ຕັກ​ນ້ຳ​ໃຫ້​ຝູງ​ສັດ​ນຳ.” 20 ພໍ່​ເວົ້າ​ກັບ​ລູກສາວ​ວ່າ: “ແລ້ວ​ລາວ​ຢູ່​ໃສ? ເປັນ​ຫຍັງ​ຄື​ບໍ່​ຊວນ​ລາວ​ມາ​ກິນ​ເຂົ້າ​ນຳ​ພວກ​ເຮົາ?” 21 ຫຼັງ​ຈາກ​ນັ້ນ ໂມເຊ​ກໍ​ຢູ່​ກັບ​ເຣອູເອນ. ແລ້ວ​ເຣອູເອນ​ໄດ້​ຍົກ​ຊິບໂປຣາ+ລູກສາວ​ຂອງ​ລາວ​ໃຫ້​ເປັນ​ເມຍ​ຂອງ​ໂມເຊ. 22 ຕໍ່ມາ ຊິບໂປຣາ​ກໍ​ເກີດ​ລູກ​ຊາຍ​ແລະ​ໂມເຊ​ຕັ້ງ​ຊື່​ໃຫ້​ລູກ​ວ່າ​ເກໂຊມ*+ ເພາະ​ໂມເຊ​ບອກ​ວ່າ: “ຂ້ອຍ​ເປັນ​ຄົນ​ຕ່າງ​ຊາດ​ທີ່​ອາໄສ​ຢູ່​ຕ່າງ​ປະເທດ.”+

23 ຫຼັງ​ຈາກ​ຫຼາຍ​ປີ​ຜ່ານ​ໄປ ກະສັດ​ເອຢິບ*ກໍ​ຕາຍ.+ ແຕ່​ພວກ​ອິດສະຣາເອນ​ກໍ​ຍັງ​ຮ້ອງ​ຄາງ​ຈົ່ມ​ທຸກ​ຈົ່ມ​ຍາກ​ຍ້ອນ​ເປັນ​ທາດ​ຢູ່ ແລະ​ເຂົາ​ເຈົ້າ​ໄດ້​ຮ້ອງ​ຂໍ​ໃຫ້​ພະເຈົ້າ​ທ່ຽງແທ້​ຊ່ວຍ.+ 24 ພະເຈົ້າ​ໄດ້​ຍິນ​ສຽງ​ຮ້ອງ​ຄາງ​ຂອງ​ເຂົາ​ເຈົ້າ+ ແລະ​ເພິ່ນ​ກໍ​ຄິດເຖິງ​ຄຳ​ສັນຍາ​ທີ່​ໃຫ້​ໄວ້​ກັບ​ອັບຣາຮາມ ອີຊາກ ແລະ​ຢາໂຄບ.+ 25 ດັ່ງນັ້ນ ພະເຈົ້າຈຶ່ງ​ສົນ​ໃຈພວກ​ລູກ​ຫຼານ​ອິດສະຣາເອນ ແລະ​ເຫັນ​ວ່າ​ເຂົາ​ເຈົ້າ​ມີ​ຄວາມທຸກ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌