ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ພະບັນຍັດ 24
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມພະບັນຍັດ

      • ການ​ແຕ່ງດອງ​ແລະ​ການ​ປະ​ຮ້າງ (1-5)

      • ນັບ​ຖື​ຊີວິດ (6-9)

      • ຫ່ວງໃຍ​ຄົນ​ທີ່​ທຸກ​ຍາກ (10-18)

      • ຄຳ​ສັ່ງ​ເລື່ອງ​ການ​ເກັບ​ກ່ຽວ (19-22)

ພະບັນຍັດ 24:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 5:31, 32; ມຣກ 10:4, 11
  • +ມລກ 2:16; ມທ 1:19; 19:3-8

ດັດສະນີ

  • ຄູ່ມືຄົ້ນຄວ້າ

    “ຕາມເຮົາໄປ” ໜ້າ 104-105

    ຫໍສັງເກດການ (ສຶກສາ)

    12/2018, ໜ້າ 11

    ຫໍສັງເກດການ (ສຶກສາ)

    8/2016, ໜ້າ 6

ພະບັນຍັດ 24:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 21:7

ພະບັນຍັດ 24:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 20:7; ສພສ 5:18; ປຍຈ 9:9

ພະບັນຍັດ 24:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 22:26, 27

ພະບັນຍັດ 24:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 37:28; 40:15
  • +ອພຍ 21:16
  • +ພບຍ 19:18, 19; 21:20, 21

ພະບັນຍັດ 24:8

ໄຂເງື່ອນ

  • *

    ໃນ​ພາສາ​ເຮັບເຣີ​ຄຳ​ທີ່​ແປ​ວ່າ “ພະຍາດ​ຂີ້ທູດ” ມີ​ຄວາມໝາຍ​ກວ້າງ ອາດ​ລວມ​ເຖິງ​ພະຍາດ​ຕິດຕໍ່​ທາງ​ຜິວ​ໜັງ​ຊະນິດ​ອື່ນ​ໆ​ ແລະ​ອາດ​ໝາຍເຖິງ​ການ​ຕິດ​ເຊື້ອ​ທີ່​ເຫັນ​ໄດ້​ຢູ່​ເຄື່ອງນຸ່ງ​ກັບ​ເຮືອນ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 13:2, 15; ມຣກ 1:44; ລກ 17:14

ພະບັນຍັດ 24:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 12:10, 15

ພະບັນຍັດ 24:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 15:7, 8; ສພສ 3:27

ພະບັນຍັດ 24:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ໂຢບ 24:9, 10

ພະບັນຍັດ 24:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 22:26, 27

ພະບັນຍັດ 24:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 25:39, 43; ສພສ 14:31

ພະບັນຍັດ 24:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 19:13; ຢຣມ 22:13; ມທ 20:8
  • +ສພສ 22:22, 23; ຢກບ 5:4

ພະບັນຍັດ 24:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 25:3, 4
  • +ອຊກ 18:20

ພະບັນຍັດ 24:17

ໄຂເງື່ອນ

  • *

    ຫຼື “ລູກກຳພ້າ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 22:21, 22
  • +ອພຍ 22:26, 27

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    2/2019, ໜ້າ 24-25

ພະບັນຍັດ 24:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 5:15

ພະບັນຍັດ 24:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 19:9; 23:22; ນຣ 2:16; ພສ 41:1
  • +ພບຍ 15:7, 10; ສພສ 11:24; 19:17; ລກ 6:38; 2ກຣ 9:6; 1ຢຮ 3:17

ພະບັນຍັດ 24:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 19:10; ພບຍ 26:13

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ພບຍ. 24:1ມທ 5:31, 32; ມຣກ 10:4, 11
ພບຍ. 24:1ມລກ 2:16; ມທ 1:19; 19:3-8
ພບຍ. 24:2ລລວ 21:7
ພບຍ. 24:5ພບຍ 20:7; ສພສ 5:18; ປຍຈ 9:9
ພບຍ. 24:6ອພຍ 22:26, 27
ພບຍ. 24:7ປຖກ 37:28; 40:15
ພບຍ. 24:7ອພຍ 21:16
ພບຍ. 24:7ພບຍ 19:18, 19; 21:20, 21
ພບຍ. 24:8ລລວ 13:2, 15; ມຣກ 1:44; ລກ 17:14
ພບຍ. 24:9ຈຊບ 12:10, 15
ພບຍ. 24:10ພບຍ 15:7, 8; ສພສ 3:27
ພບຍ. 24:12ໂຢບ 24:9, 10
ພບຍ. 24:13ອພຍ 22:26, 27
ພບຍ. 24:14ລລວ 25:39, 43; ສພສ 14:31
ພບຍ. 24:15ລລວ 19:13; ຢຣມ 22:13; ມທ 20:8
ພບຍ. 24:15ສພສ 22:22, 23; ຢກບ 5:4
ພບຍ. 24:162ຂຄ 25:3, 4
ພບຍ. 24:16ອຊກ 18:20
ພບຍ. 24:17ອພຍ 22:21, 22
ພບຍ. 24:17ອພຍ 22:26, 27
ພບຍ. 24:18ພບຍ 5:15
ພບຍ. 24:19ລລວ 19:9; 23:22; ນຣ 2:16; ພສ 41:1
ພບຍ. 24:19ພບຍ 15:7, 10; ສພສ 11:24; 19:17; ລກ 6:38; 2ກຣ 9:6; 1ຢຮ 3:17
ພບຍ. 24:20ລລວ 19:10; ພບຍ 26:13
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
ຄຳພີໄບເບິນສະບັບແປໂລກໃໝ່
ພະບັນຍັດ 24:1-22

ພະບັນຍັດ

24 “ຖ້າ​ຜູ້​ຊາຍ​ຄົນ​ໃດ​ແຕ່ງດອງ​ກັບ​ຜູ້​ຍິງ ແລະ​ຕໍ່ມາ​ກໍ​ບໍ່​ພໍ​ໃຈ​ລາວ ຍ້ອນ​ເຫັນ​ວ່າ​ລາວ​ເຮັດສິ່ງ​ທີ່​ເປັນ​ຕາ​ໜ້າ​ອາຍ ຜົວ​ຕ້ອງ​ເຮັດ​ໃບຢ່າຮ້າງ​ໃຫ້​ຜູ້​ຍິງ​ຄົນ​ນັ້ນ+ ແລະ​ໃຫ້​ລາວ​ອອກ​ຈາກ​ເຮືອນ​ໄປ.+ 2 ຫຼັງ​ຈາກ​ທີ່​ຜູ້​ຍິງ​ຄົນ​ນັ້ນ​ອອກ​ຈາກ​ເຮືອນ​ຜູ້​ຊາຍ​ໄປ​ແລ້ວ ລາວ​ຈະ​ແຕ່ງດອງ​ໃໝ່​ກໍ​ໄດ້.+ 3 ຖ້າ​ຜົວ​ຄົນ​ທີ 2 ຂອງ​ຜູ້​ຍິງ​ຄົນ​ນັ້ນ​ຊັງ​ລາວ ເຮັດ​ໃບຢ່າຮ້າງ​ໃຫ້​ລາວ ແລະ​ໃຫ້​ລາວ​ອອກ​ຈາກ​ເຮືອນ​ໄປ ຫຼື​ຖ້າ​ຜົວ​ຄົນ​ທີ 2 ຕາຍ​ໄປ 4 ຜົວ​ຄົນ​ທຳອິດ​ຈະ​ເອົາ​ລາວ​ກັບ​ມາ​ເປັນ​ເມຍ​ອີກ​ບໍ່​ໄດ້ ຍ້ອນ​ວ່າ​ຜູ້​ຍິງ​ຄົນ​ນັ້ນ​ຖື​ວ່າ​ບໍ່​ສະອາດ​ສຳລັບ​ລາວ​ແລ້ວ. ການ​ເຮັດ​ແນວ​ນີ້​ເປັນ​ສິ່ງ​ທີ່​ເປັນ​ຕາ​ຂີ້ດຽດ​ສຳລັບ​ພະ​ເຢໂຫວາ. ຫ້າມ​ເຈົ້າ​ເຮັດ​ຜິດ​ໃນ​ແຜ່ນດິນ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ຈະ​ເອົາ​ໃຫ້​ເຈົ້າ​ເປັນ​ມໍລະດົກ.

5 ເມື່ອ​ຜູ້​ຊາຍ​ແຕ່ງດອງ ລາວ​ຈະ​ໄດ້​ຮັບ​ການ​ຍົກເວັ້ນ 1 ປີ. ຢ່າ​ໃຫ້​ລາວ​ໄປ​ເປັນ​ທະຫານ ແລະ​ຢ່າ​ໃຫ້​ລາວ​ໄປ​ເຮັດ​ໜ້າ​ທີ່​ອື່ນ​ໆ​. ລາວ​ຄວນ​ຈະ​ຢູ່​ເຮືອນ​ແລະ​ເຮັດ​ໃຫ້ເມຍ​ມີ​ຄວາມ​ສຸກ.+

6 ຢ່າ​ໃຫ້​ຜູ້​ໃດ​ເອົາ​ຫີນ​ໂມ້​ຫຼື​ຫີນ​ໂມ້​ໂຕ​ທາງ​ເທິງ​ໄປ​ເປັນ​ເຄື່ອງ​ຄ້ຳ​ປະກັນ​ເອົາ​ເງິນ​ກູ້+ ເພາະ​ມັນ​ເປັນ​ສິ່ງ​ທີ່​ຈະ​ໃຊ້​ເຮັດ​ຢູ່​ເຮັດ​ກິນ.

7 ຖ້າ​ຜູ້​ໃດ​ລັກ​ພາ​ໂຕ​ຄົນ​ອິດສະຣາເອນ​ໄປ ແລະ​ໄດ້​ຂົ່ມເຫງ​ລາວ​ແລະ​ຂາຍ​ລາວ+ ຄົນ​ທີ່​ລັກ​ພາ​ໂຕ​ຄົນ​ອື່ນ​ໄປ​ຈະ​ຕ້ອງ​ຕາຍ.+ ພວກ​ເຈົ້າ​ຕ້ອງ​ກຳຈັດ​ຄວາມ​ຊົ່ວ​ຮ້າຍ​ໃຫ້​ໝົດ​ໄປ​ຈາກ​ພວກ​ເຈົ້າ.+

8 ຖ້າ​ຜູ້​ໃດ​ເປັນ​ພະຍາດ​ຂີ້ທູດ* ໃຫ້​ເຈົ້າ​ເຮັດ​ທຸກ​ຢ່າງ​ຕາມ​ທີ່​ປະໂລຫິດ​ຄົນ​ເລວີ​ຈະ​ບອກ​ໃຫ້​ເຈົ້າ​ເຮັດ.+ ເຈົ້າ​ຕ້ອງ​ເຮັດ​ຕາມ​ທີ່​ຂ້ອຍ​ສັ່ງ​ເຂົາ​ເຈົ້າ​ຢ່າງ​ຄັກ​ແນ່. 9 ໃຫ້​ຈື່​ວ່າ​ພະ​ເຢໂຫວາ​ໄດ້​ເຮັດ​ແນວ​ໃດ​ກັບ​ມີຣີອາມ​ຫຼັງ​ຈາກ​ທີ່​ເຈົ້າ​ອອກ​ມາ​ຈາກ​ເອຢິບ.+

10 ຖ້າ​ເຈົ້າ​ເອົາ​ເງິນ​ໃຫ້​ຄົນ​ອື່ນ​ຢືມ+ ຫ້າມ​ເຈົ້າ​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ລາວ ເພື່ອ​ເອົາ​ສິ່ງ​ທີ່​ລາວ​ຈະ​ໃຊ້​ເປັນ​ເຄື່ອງ​ຄ້ຳ​ປະກັນ. 11 ເຈົ້າ​ຕ້ອງ​ຢືນ​ຖ້າ​ລາວ​ຢູ່​ນອກ​ເຮືອນ ແລະ​ໃຫ້​ຄົນ​ທີ່​ຢືມ​ເງິນ​ເຈົ້າ​ເອົາ​ສິ່ງ​ທີ່​ລາວ​ໃຊ້​ເປັນ​ເຄື່ອງ​ຄ້ຳ​ປະກັນ​ອອກ​ມາ​ໃຫ້​ເຈົ້າ. 12 ຖ້າ​ລາວ​ເປັນ​ຄົນ​ທຸກ ຫ້າມ​ເຈົ້າ​ເອົາ​ເຄື່ອງ​ທີ່​ລາວ​ໃຊ້​ເປັນ​ເຄື່ອງ​ຄ້ຳ​ປະກັນ​ໄວ້​ຢູ່​ນຳ​ເຈົ້າ​ຂ້າມ​ຄືນ.+ 13 ເຈົ້າ​ຕ້ອງ​ສົ່ງ​ສິ່ງ​ທີ່​ລາວ​ໃຊ້​ເປັນ​ເຄື່ອງ​ຄ້ຳ​ປະກັນ​ຄືນ​ໃຫ້​ລາວກ່ອນ​ຕາເວັນ​ຕົກ​ດິນ ເພື່ອ​ລາວ​ຈະ​ມີ​ເຄື່ອງນຸ່ງ​ຫົ່ມ​ຕອນ​ເຂົ້າ​ນອນ+ ແລ້ວ​ລາວ​ຈະ​ອວຍພອນ​ເຈົ້າ. ເມື່ອ​ເຈົ້າ​ເຮັດ​ແນວ​ນີ້ ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ຈະຖື​ວ່າ​ເຈົ້າ​ເຮັດ​ສິ່ງ​ທີ່​ຖືກຕ້ອງ.

14 ຫ້າມ​ເຈົ້າ​ໂກງ​ຄ່າ​ຈ້າງ​ຂອງ​ຄົນ​ທຸກ​ຍາກ ບໍ່​ວ່າ​ລາວ​ຈະ​ເປັນ​ຄົນ​ຊາດດຽວກັນ ຫຼື​ເປັນ​ຄົນ​ຕ່າງ​ຊາດ​ທີ່​ອາໄສ​ຢູ່​ໃນ​ເມືອງ​ຂອງ​ເຈົ້າ.+ 15 ເຈົ້າ​ຕ້ອງ​ຈ່າຍ​ຄ່າ​ຈ້າງ​ໃຫ້​ລາວ​ໃນ​ມື້​ນັ້ນ+ກ່ອນ​ຕາເວັນ​ຕົກ​ດິນ ຍ້ອນ​ວ່າ​ລາວ​ເປັນ​ຄົນ​ຫາ​ເຊົ້າ​ກິນ​ຄ່ຳ. ຄັນ​ບໍ່​ຊັ້ນ ລາວ​ຈະ​ເອົາ​ເລື່ອງ​ນີ້​ໄປ​ຈົ່ມ​ກັບ​ພະ​ເຢໂຫວາ ແລ້ວ​ເຈົ້າ​ກໍ​ຈະ​ມີ​ຄວາມ​ຜິດ.+

16 ຢ່າ​ໃຫ້​ພໍ່​ຕ້ອງ​ຕາຍ​ຍ້ອນ​ຄວາມ​ຜິດ​ຂອງ​ລູກ ແລະ​ຢ່າ​ໃຫ້​ລູກ​ຕ້ອງ​ຕາຍ​ຍ້ອນ​ຄວາມ​ຜິດ​ຂອງ​ພໍ່.+ ແຕ່​ລະ​ຄົນ​ຈະ​ຕ້ອງ​ຕາຍ​ຍ້ອນ​ຄວາມ​ຜິດ​ຂອງ​ໂຕເອງ.+

17 ເຈົ້າ​ຕ້ອງ​ຍຸຕິທຳ​ກັບ​ຄົນ​ຕ່າງ​ຊາດ​ຫຼື​ລູກ​ກຳພ້າ​ພໍ່.*+ ຫ້າມ​ຮັບ​ເອົາ​ເຄື່ອງນຸ່ງ​ຂອງ​ແມ່​ໝ້າຍ ເພື່ອ​ໃຊ້​ເປັນ​ເຄື່ອງ​ຄ້ຳ​ປະກັນ.+ 18 ຢ່າ​ລືມ​ວ່າ​ເຈົ້າ​ກໍ​ເຄີຍ​ເປັນ​ທາດ​ຢູ່​ໃນ​ເອຢິບ ແລະ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ໄດ້​ໄຖ່​ເຈົ້າ​ອອກ​ຈາກ​ຫັ້ນ.+ ດັ່ງນັ້ນ ຂ້ອຍ​ຈຶ່ງ​ສັ່ງ​ເຈົ້າ​ໃຫ້​ເຮັດ​ແນວ​ນີ້.

19 ເມື່ອ​ເຈົ້າ​ໄປ​ກ່ຽວ​ເຂົ້າ​ຢູ່​ທົ່ງ​ນາ​ແລະ​ລືມ​ຟ່ອນ​ເຂົ້າ​ໄວ້ ຫ້າມ​ເຈົ້າ​ກັບ​ຄືນ​ໄປ​ເອົາ. ໃຫ້​ປະ​ໄວ້​ໃຫ້​ຄົນ​ຕ່າງ​ຊາດ ລູກ​ກຳພ້າ​ພໍ່ ແລະ​ແມ່​ໝ້າຍ.+ ຖ້າ​ເຈົ້າ​ເຮັດ​ແນວ​ນີ້ ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ກໍ​ຈະ​ອວຍພອນ​ທຸກ​ສິ່ງ​ທີ່​ເຈົ້າ​ເຮັດ.+

20 ຕອນ​ທີ່​ເຈົ້າ​ເອົາ​ໄມ້​ມາ​ຟາດ​ຕົ້ນ​ໝາກກອກ​ເພື່ອ​ເອົາ​ໜ່ວຍ​ຂອງ​ມັນ ເຈົ້າ​ຟາດ​ຕົ້ນ​ຂອງ​ມັນ​ໄດ້ ແຕ່​ຢ່າ​ຟາດ​ງ່າ​ມັນ. ໃຫ້​ຈົ່ງ​ໜ່ວຍ​ທີ່​ເຫຼືອ​ໄວ້​ໃຫ້​ຄົນ​ຕ່າງ​ຊາດ ລູກ​ກຳພ້າ​ພໍ່ ແລະ​ແມ່​ໝ້າຍ​ໄດ້​ກິນ​ແດ່.+

21 ເມື່ອ​ເຈົ້າ​ໄປ​ເກັບ​ໝາກ​ລະແຊັງ​ຢູ່​ສວນ ຫ້າມ​ກັບ​ໄປ​ເກັບ​ເອົາ​ໜ່ວຍ​ທີ່​ເຫຼືອ​ຢູ່​ຕົ້ນ. ໃຫ້​ຈົ່ງ​ມັນ​ໄວ້​ໃຫ້​ຄົນ​ຕ່າງ​ຊາດ ລູກ​ກຳພ້າ​ພໍ່ ແລະ​ແມ່​ໝ້າຍ. 22 ຢ່າ​ລືມ​ວ່າ​ເຈົ້າ​ກໍ​ເຄີຍ​ເປັນ​ທາດ​ຢູ່​ໃນ​ເອຢິບ. ດັ່ງນັ້ນ ຂ້ອຍ​ຈຶ່ງ​ສັ່ງ​ເຈົ້າ​ໃຫ້​ເຮັດ​ແນວ​ນີ້.”

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌