ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ມາລາກີ 2
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມມາລາກີ

      • ປະໂລຫິດ​ບໍ່​ໄດ້​ສອນ​ປະຊາຊົນ (1-​9)

        • ປະໂລຫິດ​ຕ້ອງ​ສອນ​ຄວາມ​ຮູ້​ຂອງ​ພະເຈົ້າ (7)

      • ປະຊາຊົນ​ມີ​ຄວາມ​ຜິດ​ທີ່​ຢ່າຮ້າງ​ແບບ​ຜິດ​ໆ​ (10-​17)

        • “ພະ​ເຢໂຫວາ​ບອກ​ວ່າ ‘ເຮົາ​ຊັງ​ການ​ຢ່າຮ້າງ’” (16)

ມາລາກີ 2:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມລກ 1:6

ມາລາກີ 2:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 26:14-17; ພບຍ 28:15
  • +ຮກ 1:11

ມາລາກີ 2:3

ໄຂເງື່ອນ

  • *

    ໝາຍເຖິງ​ບ່ອນ​ມ້ຽນ​ຂີ້​ສັດ​ຂອງ​ສັດ​ທີ່​ເອົາ​ມາ​ເປັນ​ເຄື່ອງ​ບູຊາ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢອ 1:17

ມາລາກີ 2:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 40:12, 15; ຈຊບ 3:6; 18:23; ອຊກ 44:15, 16

ມາລາກີ 2:6

ໄຂເງື່ອນ

  • *

    ຫຼື “ຄຳ​ສອນ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 17:8, 9
  • +ອພຍ 32:26

ມາລາກີ 2:7

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ກົດໝາຍ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 24:8; 2ຂຄ 15:3; ນຮຢ 8:7, 8; ອຊກ 44:23, 24

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 54

ມາລາກີ 2:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລກ 11:52
  • +ນຮຢ 13:29

ມາລາກີ 2:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 19:15; ພບຍ 1:17; 16:19

ມາລາກີ 2:10

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ດູຖູກ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມລກ 1:6; 1ກຣ 8:6
  • +ນຮຢ 5:8

ມາລາກີ 2:11

ໄຂເງື່ອນ

  • *

    ຫຼື​ອາດ​ແປ​ວ່າ “ວິຫານ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 20:26
  • +ພບຍ 7:1, 3; ຜຕສ 3:5, 6; 1ກສ 11:1, 2; ນຮຢ 13:23

ມາລາກີ 2:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 15:22

ມາລາກີ 2:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 21:27

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 42

ມາລາກີ 2:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 5:18-20; ມທ 19:4-6

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 42

ມາລາກີ 2:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 2:24; ມທ 5:32; 19:8, 9; ມຣກ 10:5-9
  • +ມລກ 2:10

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 42

    ຫໍສັງເກດການ (ສຶກສາ)

    12/2018, ໜ້າ 11

    ຫໍສັງເກດການ (ສຶກສາ)

    8/2016, ໜ້າ 6

ມາລາກີ 2:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 1:14, 15
  • +ອຊກ 18:29

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ມລກ. 2:1ມລກ 1:6
ມລກ. 2:2ລລວ 26:14-17; ພບຍ 28:15
ມລກ. 2:2ຮກ 1:11
ມລກ. 2:3ຢອ 1:17
ມລກ. 2:4ອພຍ 40:12, 15; ຈຊບ 3:6; 18:23; ອຊກ 44:15, 16
ມລກ. 2:62ຂຄ 17:8, 9
ມລກ. 2:6ອພຍ 32:26
ມລກ. 2:7ພບຍ 24:8; 2ຂຄ 15:3; ນຮຢ 8:7, 8; ອຊກ 44:23, 24
ມລກ. 2:8ລກ 11:52
ມລກ. 2:8ນຮຢ 13:29
ມລກ. 2:9ລລວ 19:15; ພບຍ 1:17; 16:19
ມລກ. 2:10ມລກ 1:6; 1ກຣ 8:6
ມລກ. 2:10ນຮຢ 5:8
ມລກ. 2:11ລລວ 20:26
ມລກ. 2:11ພບຍ 7:1, 3; ຜຕສ 3:5, 6; 1ກສ 11:1, 2; ນຮຢ 13:23
ມລກ. 2:121ຊມ 15:22
ມລກ. 2:13ສພສ 21:27
ມລກ. 2:14ສພສ 5:18-20; ມທ 19:4-6
ມລກ. 2:16ປຖກ 2:24; ມທ 5:32; 19:8, 9; ມຣກ 10:5-9
ມລກ. 2:16ມລກ 2:10
ມລກ. 2:17ອຊຢ 1:14, 15
ມລກ. 2:17ອຊກ 18:29
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
ຄຳພີໄບເບິນສະບັບແປໂລກໃໝ່
ມາລາກີ 2:1-17

ມາລາກີ

2 “ພວກ​ປະໂລຫິດ ນີ້​ແມ່ນ​ຄຳສັ່ງ​ສຳລັບ​ພວກ​ເຈົ້າ.+ 2 ຖ້າ​ພວກ​ເຈົ້າ​ບໍ່​ເຊື່ອຟັງ​ແລະ​ບໍ່​ຕັ້ງໃຈ​ສັນລະເສີນ​ຊື່​ຂອງ​ເຮົາ ເຮົາ​ຈະ​ສາບແຊ່ງ​ພວກ​ເຈົ້າ+​ແລະ​ສິ່ງ​ທີ່​ພວກ​ເຈົ້າ​ອວຍພອນ​ຄົນ​ອື່ນ ເຮົາ​ຈະ​ປ່ຽນ​ເປັນ​ຄຳ​ສາບແຊ່ງ.+ ເຮົາ​ຈະ​ປ່ຽນ​ຄຳ​ອວຍພອນ​ຂອງ​ພວກ​ເຈົ້າ​ເປັນ​ຄຳ​ສາບແຊ່ງ ຍ້ອນ​ພວກ​ເຈົ້າ​ຕັ້ງໃຈ​ບໍ່​ເຊື່ອຟັງ​ເຮົາ.” ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ເວົ້າ​ໄວ້​ແບບ​ນີ້.

3 “ເຮົາ​ຈະ​ທຳລາຍ​ແນວ​ປູກ​ທີ່​ພວກ​ເຈົ້າ​ຫວ່ານ​ຍ້ອນ​ສິ່ງ​ທີ່​ພວກ​ເຈົ້າ​ເຮັດ+ ແລະ​ຕອນ​ທີ່​ພວກ​ເຈົ້າ​ເອົາ​ສັດ​ມາ​ເປັນ​ເຄື່ອງ​ບູຊາ​ໃນ​ຍາມ​ເທດສະການ​ຕ່າງ​ໆ​ ເຮົາ​ຈະ​ເອົາ​ຂີ້​ຂອງ​ພວກ​ມັນ​ດຶກ​ໃສ່​ໜ້າ​ພວກ​ເຈົ້າ ແລະ​ພວກ​ເຈົ້າ​ຈະ​ຖືກ​ໂຍນ​ໃສ່​ກອງ​ຂີ້​ສັດ.* 4 ແລ້ວ​ພວກ​ເຈົ້າ​ຈະ​ຮູ້​ວ່າ​ເຮົາ​ເປັນ​ຜູ້​ໃຫ້​ຄຳສັ່ງ​ນີ້​ກັບ​ພວກ​ເຈົ້າ ເພື່ອ​ຄຳ​ສັນຍາ​ທີ່​ເຮົາ​ໄດ້​ເຮັດ​ກັບ​ເລວີ​ຈະ​ບໍ່​ຖືກ​ຍົກເລີກ.”+ ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ເວົ້າ​ແບບ​ນີ້.

5 “ສັນຍາ​ທີ່​ເຮົາ​ເຮັດ​ກັບ​ລາວ​ໄດ້​ປົກປ້ອງ​ຊີວິດ​ລາວ ແລະ​ເຮັດ​ໃຫ້​ລາວ​ຢູ່​ຢ່າງ​ສະຫງົບສຸກ. ຍ້ອນ​ແນວ​ນີ້ ລາວ​ຈຶ່ງ​ຢ້ານຢຳ​ເຮົາ. ລາວ​ນັບຖື​ຊື່​ຂອງ​ເຮົາ ລາວ​ຈຶ່ງ​ບໍ່​ຍອມ​ເຮັດ​ສິ່ງ​ທີ່​ເຮົາ​ບໍ່​ມັກ. 6 ລາວ​ສອນ​ກົດໝາຍ*​ທີ່​ເປັນ​ຄວາມຈິງ+​ແລະ​ບໍ່​ເຄີຍ​ເວົ້າ​ແນວ​ຊົ່ວ​ໆ​. ລາວ​ໃຊ້​ຊີວິດ​ທີ່​ສະຫງົບສຸກ​ແລະ​ສັດຊື່​ຕໍ່​ເຮົາ.+ ລາວ​ຊ່ວຍ​ຫຼາຍ​ຄົນ​ໃຫ້​ເຊົາ​ເຮັດ​ຜິດ. 7 ປະໂລຫິດ​ຕ້ອງ​ສອນ​ຄວາມ​ຮູ້​ຂອງ​ພະເຈົ້າ ແລະ​ປະຊາຊົນ​ຕ້ອງ​ໄປ​ຫາ​ລາວ​ເພື່ອ​ຈະ​ໄດ້​ຮັບ​ການສອນ*+ ຍ້ອນ​ລາວ​ເປັນ​ຜູ້​ສົ່ງ​ຂ່າວ​ຂອງ​ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ.

8 ແຕ່​ພວກເຈົ້າ​ບໍ່​ໄດ້​ເຮັດ​ແບບນັ້ນ. ພວກເຈົ້າ​ໄດ້​ເຮັດ​ໃຫ້ຫຼາຍ​ຄົນບໍ່​ເຮັດ​ຕາມ​ກົດໝາຍ​ຂອງ​ເຮົາ.+ ພວກເຈົ້າ​ບໍ່​ເຮັດ​ຕາມ​ສັນຍາ​ທີ່​ເຮົາ​ໄດ້​ເຮັດ​ກັບ​ເລວີ.”+ ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ເວົ້າ​ແບບ​ນີ້. 9 ເຮົາ​ຈະ​ເຮັດ​ໃຫ້​ຄົນ​ດູຖູກ​ພວກ​ເຈົ້າ​ແລະ​ເບິ່ງ​ພວກ​ເຈົ້າ​ເປັນ​ຄົນ​ຕ່ຳຕ້ອຍ ຍ້ອນ​ພວກ​ເຈົ້າ​ບໍ່​ເຮັດ​ຕາມ​ແນວ​ທາງ​ຂອງ​ເຮົາ ແຕ່​ໃຊ້​ກົດໝາຍ​ແບບ​ບໍ່​ຍຸຕິທຳ.”+

10 “ພວກ​ເຮົາ​ມີ​ພໍ່​ຄົນ​ດຽວ​ກັນ​ແມ່ນ​ບໍ?+ ແລະ​ພວກເຮົາ​ຖືກ​ສ້າງ​ຈາກ​ພະເຈົ້າ​ອົງ​ດຽວ​ກັນ​ແມ່ນ​ບໍ? ແຕ່​ເປັນ​ຫຍັງ​ພວກ​ເຮົາ​ຈຶ່ງ​ຫຼອກ​ລວງ​ກັນ+​ແລະ​ບໍ່​ເຮັດ​ຕາມ*​ສັນຍາ​ທີ່​ພະເຈົ້າ​ເຮັດ​ກັບ​ປູ່ຍ່າຕານາຍ​ຂອງ​ພວກເຮົາ? 11 ຄົນ​ໃນ​ຢູດາ​ເຮັດ​ຊົ່ວ​ແລະ​ເຮັດ​ສິ່ງ​ທີ່​ເປັນ​ຕາ​ຂີ້ດຽດ​ໃນ​ອິດສະຣາເອນ​ແລະ​ໃນ​ເມືອງ​ເຢຣູຊາເລັມ. ເຂົາເຈົ້າ​ດູຖູກ​ຄວາມ​ບໍລິສຸດ*​ຂອງ​ພະ​ເຢໂຫວາ+​ເຊິ່ງ​ເປັນ​ສິ່ງ​ທີ່​ເພິ່ນ​ຮັກ​ຫຼາຍ. ເຂົາເຈົ້າ​ແຕ່ງດອງ​ກັບ​ພວກ​ຜູ້ຍິງ​ທີ່​ນະມັດສະການ​ພະເຈົ້າ​ອື່ນ.+ 12 ພະ​ເຢໂຫວາ​ຈະ​ກຳຈັດ​ຄົນ​ທີ່​ເຮັດ​ຜິດ​ອອກ​ໄປ​ຈາກ​ເຕັ້ນ​ຂອງ​ຢາໂຄບ ບໍ່​ວ່າ​ລາວ​ຈະ​ເປັນ​ໃຜ​ກໍ​ຕາມ. ເຖິງ​ວ່າ​ລາວ​ຈະ​ເອົາ​ເຄື່ອງ​ບູຊາ​ມາ​ໃຫ້​ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ ແຕ່​ຈັ່ງ​ໃດ​ເພິ່ນ​ກໍ​ຈະ​ກຳຈັດ​ລາວ.”+

13 “ມີ​ອີກ​ສິ່ງ​ໜຶ່ງ​ທີ່​ພວກ​ເຈົ້າ​ເຮັດ​ເຊິ່ງ​ເຮັດ​ໃຫ້​ແທ່ນບູຊາ​ຂອງ​ພະ​ເຢໂຫວາ​ມີ​ແຕ່​ນ້ຳ​ຕາ ສຽງ​ຮ້ອງ​ໄຫ້ ແລະ​ສຽງ​ຮ້ອງ​ຄາງ. ສິ່ງ​ນັ້ນ​ເຮັດ​ໃຫ້​ເພິ່ນ​ບໍ່​ເບິ່ງ​ແລະ​ບໍ່​ສົນໃຈ​ເຄື່ອງ​ບູຊາ​ທີ່​ພວກ​ເຈົ້າ​ເອົາ​ມາ​ໃຫ້.+ 14 ພວກ​ເຈົ້າ​ຖາມ​ວ່າ ‘ສິ່ງ​ນັ້ນ​ແມ່ນ​ຫຍັງ?’ ສິ່ງ​ນັ້ນ​ກໍ​ແມ່ນ​ພວກເຈົ້າ​ທໍລະຍົດ​ຜູ້ຍິງ​ທີ່​ພວກ​ເຈົ້າ​ແຕ່ງດອງ​ນຳ​ຕອນ​ທີ່​ພວກ​ເຈົ້າ​ຍັງ​ໜຸ່ມ ທັງ​ໆ​ທີ່​ເຂົາເຈົ້າ​ເປັນ​ຄູ່​ຊີວິດ​ແລະ​ເປັນ​ເມຍ​ທີ່​ຖືກຕ້ອງ​ຕາມ​ກົດໝາຍ.+ ພະ​ເຢໂຫວາ​ເຫັນ​ທຸກ​ສິ່ງ​ທີ່​ພວກ​ເຈົ້າ​ເຮັດ. 15 ແຕ່​ກໍ​ມີ​ບາງຄົນ​ບໍ່​ໄດ້​ເຮັດ​ແບບ​ນັ້ນ ຍ້ອນ​ລາວ​ເຮັດ​ຕາມ​ການ​ຊີ້ນຳ​ຈາກ​ພະລັງບໍລິສຸດ​ຂອງ​ພະເຈົ້າ. ຜູ້​ນັ້ນ​ຢາກ​ໄດ້​ຫຍັງ? ລາວ​ຢາກ​ມີ​ລູກ​ມີ​ຫຼານ​ທີ່​ເປັນ​ປະຊາຊົນ​ຂອງ​ພະເຈົ້າ. ດັ່ງນັ້ນ ໃຫ້​ລະວັງ​ຄວາມຄິດ​ຂອງ​ພວກ​ເຈົ້າ​ໃຫ້​ດີ ແລະ​ຢ່າ​ທໍລະຍົດ​ເມຍ​ທີ່​ພວກ​ເຈົ້າ​ເອົາ​ຕອນ​ທີ່​ຍັງ​ໜຸ່ມ. 16 ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ​ເວົ້າ​ວ່າ ‘ເຮົາ​ຊັງ​ການ​ຢ່າຮ້າງ+​ແລະ​ຊັງ​ຄົນ​ທີ່​ມັກ​ຄວາມ​ຮຸນແຮງ.’ ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ເວົ້າ​ວ່າ ‘ໃຫ້​ລະວັງ​ຄວາມຄິດ​ຂອງ​ພວກ​ເຈົ້າ ແລະ​ຢ່າ​ທໍລະຍົດ​ກັນ.’+

17 ຄຳເວົ້າ​ຂອງ​ພວກ​ເຈົ້າ​ເຮັດ​ໃຫ້​ພະ​ເຢໂຫວາ​ເບື່ອ​ພວກ​ເຈົ້າ+ ແຕ່​ພວກ​ເຈົ້າ​ຖາມ​ວ່າ ‘ພວກ​ເຮົາ​ເຮັດ​ໃຫ້​ເພິ່ນ​ເບື່ອ​ຈັ່ງ​ໃດ?’ ກໍ​ໂດຍ​ເວົ້າ​ວ່າ ‘ພະ​ເຢໂຫວາ​ເບິ່ງ​ຄົນ​ທີ່​ເຮັດ​ຊົ່ວ​ເປັນ​ຄົນ​ດີ​ແລະ​ເພິ່ນ​ພໍໃຈ​ລາວ.’+ ພວກ​ເຈົ້າ​ຍັງ​ເວົ້າ​ອີກ​ວ່າ ‘ພະເຈົ້າ​ທີ່​ຍຸຕິທຳ​ຢູ່​ໃສ?’”

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌