ເອຊາຢາ
1 ນີ້ແມ່ນນິມິດທີ່ພະເຈົ້າໃຫ້ເອຊາຢາ*+ລູກຊາຍຂອງອາມອດ. ເພິ່ນໃຫ້ລາວເຫັນກ່ຽວກັບສິ່ງທີ່ຈະເກີດຂຶ້ນກັບຢູດາແລະເຢຣູຊາເລັມໃນສະໄໝທີ່ອຸດຊີຢາ+ ໂຢທາມ+ ອາຮາດ+ ແລະເຮເຊກີຢາ+ເປັນກະສັດປົກຄອງຢູດາ.+
2 ໃຫ້ຜູ້ທີ່ຢູ່ໃນສະຫວັນແລະຢູ່ໃນໂລກຕັ້ງໃຈຟັງ.+
ພະເຢໂຫວາເວົ້າວ່າ:
3 ງົວຍັງຮູ້ຈັກເຈົ້າຂອງ
ແລະລາຍັງຮູ້ຈັກບ່ອນທີ່ເຈົ້າຂອງເອົາຫຍ້າໃຫ້ກິນ.
ແຕ່ພວກອິດສະຣາເອນພັດບໍ່ຮູ້ຈັກເຮົາ.*+
ປະຊາຊົນຂອງເຮົາເຮັດຄືກັບວ່າເຂົາເຈົ້າເປັນຄົນບໍ່ຮູ້ຈັກຄິດ.”
4 ຄວາມຈິບຫາຍຈະເກີດກັບຊາດທີ່ເຮັດຜິດ+
ກັບປະຊາຊົນທີ່ເຮັດບໍ່ດີ
ແລະກັບພວກລູກທີ່ເຮັດຊົ່ວ.
ເຂົາເຈົ້າປະຖິ້ມພະເຢໂຫວາ.+
ເຂົາເຈົ້າບໍ່ນັບຖືພະເຈົ້າອົງບໍລິສຸດຂອງອິດສະຣາເອນ
ແລະບໍ່ສົນໃຈເພິ່ນ.
5 ຕົນໂຕຂອງພວກເຈົ້າບ່ອນໃດກໍຖືກຕີໝົດແລ້ວ ພວກເຈົ້າຍັງຊິກະບົດອີກບໍ?+
ຫົວຂອງພວກເຈົ້າກໍເປັນບາດ
ແລະຫົວໃຈຂອງພວກເຈົ້າກໍເປັນພະຍາດແລ້ວ.+
6 ຕັ້ງແຕ່ຫົວຮອດຕີນບໍ່ມີບ່ອນໃດດີເລີຍ.
ຕົນໂຕຂອງພວກເຈົ້າມີແຕ່ບາດແລະຮອຍຊ້ຳ.
ບາດນັ້ນບໍ່ມີໃຜລ້າງ ພັນ ແລະເອົານ້ຳມັນໃສ່.+
7 ແຜ່ນດິນຂອງພວກເຈົ້າຮ້າງເປົ່າ
ແລະເມືອງຕ່າງໆກໍຖືກຈູດ.
ຄົນຕ່າງຊາດມາຍຶດເອົາແຜ່ນດິນຂອງພວກເຈົ້າ+
ແລະທຳລາຍແຜ່ນດິນນັ້ນຕໍ່ໜ້າພວກເຈົ້າ.+
8 ເມືອງຊີໂອນຖືກຖິ້ມຄືກັບຕູບຢູ່ສວນໝາກລະແຊັງ
ຖືກຖິ້ມຄືກັບຖຽງຢູ່ສວນໝາກແຕງ
ແລະຖືກຖິ້ມຄືກັບເມືອງທີ່ຖືກສັດຕູລ້ອມແລ້ວ.+
9 ຖ້າພະເຢໂຫວາຜູ້ບັນຊາການກອງທັບບໍ່ໄດ້ຊ່ວຍບາງຄົນໃຫ້ລອດ
ພວກເຮົາກໍຈະເປັນຄືກັບເມືອງໂຊໂດມ
ແລະເປັນຄືກັບເມືອງໂກໂມຣາ.+
10 ພວກເຈົ້າທີ່ເປັນຜູ້ປົກຄອງເມືອງໂຊໂດມ+ ໃຫ້ຟັງສິ່ງທີ່ພະເຢໂຫວາເວົ້າ.
ພວກເຈົ້າທີ່ເປັນຄົນເມືອງໂກໂມຣາ+ ໃຫ້ຕັ້ງໃຈຟັງຄຳສອນ*ຂອງພະເຈົ້າຂອງພວກເຮົາ.
11 ພະເຢໂຫວາບອກວ່າ: “ເຄື່ອງບູຊາທີ່ພວກເຈົ້າເອົາມາຫຼາຍໆນັ້ນບໍ່ມີປະໂຫຍດຫຍັງສຳລັບເຮົາ.+
ເຮົາບໍ່ຢາກໄດ້ເຄື່ອງບູຊາເຜົາທີ່ເປັນແກະໂຕຜູ້+ແລະນ້ຳມັນຂອງສັດທີ່ຕຸ້ຍພີດີງາມຂອງພວກເຈົ້າແລ້ວ+
ແລະເຮົາກໍບໍ່ພໍໃຈກັບເລືອດ+ ງົວນ້ອຍ+ ເລືອດແກະນ້ອຍ ແລະເລືອດແບ້ທີ່ພວກເຈົ້າເອົາມາໃຫ້.+
12 ຕອນທີ່ພວກເຈົ້າມານະມັດສະການເຮົາ+
ໃຜບອກໃຫ້ພວກເຈົ້າມາ?
ພວກເຈົ້າມາຢຽບເດີ່ນວິຫານຂອງເຮົາໃຫ້ມັນຫຼຸບລົງເຮັດຫຍັງ?+
13 ບໍ່ຕ້ອງເອົາເຄື່ອງບູຊາທີ່ເຮັດຈາກເມັດເຂົ້າມາໃຫ້ເຮົາແລ້ວ ຍ້ອນມັນບໍ່ມີຄ່າສຳລັບເຮົາ.
ເຮົາຂີ້ດຽດເຄື່ອງຫອມຂອງພວກເຈົ້າ.+
ເຖິງວ່າພວກເຈົ້າສະຫຼອງມື້ເດືອນອອກໃໝ່+ ວັນຊະບາໂຕ+ ແລະມາລວມກັນເພື່ອນະມັດສະການເຮົາ+
ແຕ່ເຮົາທົນບໍ່ໄດ້ທີ່ພວກເຈົ້າໃຊ້ຄາຖາອາຄົມ+ໃນການສະຫຼອງທີ່ສັກສິດເຫຼົ່ານັ້ນ.
14 ເຮົາຊັງການສະຫຼອງມື້ເດືອນອອກໃໝ່ແລະເທດສະການຕ່າງໆຂອງພວກເຈົ້າ.
ທັງໝົດນີ້ເປັນພາລະໜັກສຳລັບເຮົາ
ແລະເຮົາຊິບໍ່ແບກມັນອີກແລ້ວ.
15 ເມື່ອພວກເຈົ້າຍົກມືອະທິດຖານຫາເຮົາ
ເຮົາຈະບໍ່ແນມເບິ່ງ.+
16 ໃຫ້ພວກເຈົ້າເຮັດໃຫ້ໂຕເອງສະອາດ.*+
ຢ່າເຮັດສິ່ງທີ່ບໍ່ດີຢູ່ຕໍ່ໜ້າເຮົາ.
ໃຫ້ພວກເຈົ້າເຊົາເຮັດສິ່ງທີ່ຊົ່ວ.+
17 ໃຫ້ຮຽນເຮັດສິ່ງທີ່ດີແລະຍຸຕິທຳ.+
ໃຫ້ລົງໂທດຄົນທີ່ຂົ່ມເຫງຜູ້ອື່ນ
ປົກປ້ອງສິດຂອງລູກກຳພ້າພໍ່*
ແລະຊ່ວຍແມ່ໝ້າຍໃຫ້ໄດ້ຕາມທີ່ລາວຄວນໄດ້.”+
18 ພະເຢໂຫວາເວົ້າວ່າ: “ໃຫ້ພວກເຮົາມາລົມກັນ ເຮົາຈະຊ່ວຍພວກເຈົ້າໃຫ້ກັບມາເປັນໝູ່ຂອງເຮົາອີກ.+
ເຖິງວ່າຄວາມຜິດຂອງພວກເຈົ້າເປັນສີແດງຄືກັບເລືອດ
ເຮົາກໍຈະເຮັດໃຫ້ມັນຂາວຄືກັບຫິມະ.+
ເຖິງວ່າຄວາມຜິດຂອງພວກເຈົ້າເປັນຄືກັບຜ້າສີແດງສົດ
ເຮົາກໍຈະເຮັດໃຫ້ມັນຂາວຄືກັບຂົນແກະ.
19 ຖ້າພວກເຈົ້າເຕັມໃຈເຊື່ອຟັງ
ພວກເຈົ້າຈະໄດ້ກິນແນວດີໆຈາກແຜ່ນດິນ.+
20 ແຕ່ຖ້າພວກເຈົ້າບໍ່ເຊື່ອຟັງແລະກະບົດຕໍ່ເຮົາ
ພວກເຈົ້າຈະຖືກຂ້າດ້ວຍດາບ.+
ເຮົາເຢໂຫວາເວົ້າຈັ່ງຊີ້.”
21 ເມືອງທີ່ເຄີຍສັດຊື່ຕໍ່ພະເຈົ້າ+ ຕອນນີ້ກາຍເປັນໂສເພນີແລ້ວ.+
23 ເຈົ້ານາຍຂອງພວກເຈົ້າເປັນຄົນໃຈແຂງກະດ້າງແລະເປັນໝູ່ກັບພວກໂຈນ.+
ເຂົາເຈົ້າມັກຮັບສິນບົນແລະນຳໄປເອົາຢູ່ທຸກບ່ອນ.+
ເຂົາເຈົ້າບໍ່ໄດ້ໃຫ້ຄວາມຍຸຕິທຳກັບລູກກຳພ້າ
ແລະບໍ່ໄດ້ຊ່ວຍແມ່ໝ້າຍໃຫ້ໄດ້ຕາມທີ່ລາວຄວນໄດ້.+
24 ພະເຢໂຫວາຜູ້ບັນຊາການກອງທັບ ຜູ້ເປັນນາຍອົງສູງສຸດ
ພະເຈົ້າຜູ້ມີລິດເດດຂອງອິດສະຣາເອນເວົ້າວ່າ:
“ເຮົາຈະຈັດການກັບພວກທີ່ຕໍ່ຕ້ານເຮົາ
ແລະເຮົາຈະແກ້ແຄ້ນສັດຕູຂອງເຮົາ.+
25 ເຮົາຈະລົງໂທດພວກເຈົ້າ.
ເຮົາຈະຫຼອມພວກເຈົ້າເພື່ອເອົາແນວທີ່ປົນຢູ່ອອກ.
ເຮົາຈະແຍກແນວທີ່ບໍ່ດີທັງໝົດອອກຈາກພວກເຈົ້າ.+
26 ເຮົາຈະໃຫ້ເຈົ້າມີຜູ້ຕັດສິນອີກເທື່ອໜຶ່ງ
ແລະໃຫ້ມີທີ່ປຶກສາຄືເກົ່າ.+
ຫຼັງຈາກນັ້ນ ເຈົ້າຈະຖືກເອີ້ນວ່າເມືອງທີ່ຍຸຕິທຳແລະສັດຊື່ຕໍ່ພະເຈົ້າ.+
27 ເຮົາຈະໄຖ່ເມືອງຊີໂອນດ້ວຍຄວາມຍຸຕິທຳ+
ແລະເຮົາຈະເຮັດສິ່ງທີ່ຖືກຕ້ອງໂດຍໃຫ້ຄົນຂອງເມືອງນັ້ນກັບມາ.
28 ຄົນທີ່ກະບົດແລະຄົນທີ່ເຮັດຜິດຈະຖືກທຳລາຍພ້ອມກັນ+
ແລະຄົນທີ່ປະຖິ້ມພະເຢໂຫວາຈະຖືກກຳຈັດ.+
29 ເຂົາເຈົ້າຈະອັບອາຍຍ້ອນຕົ້ນໄມ້ໃຫຍ່ທີ່ເຂົາເຈົ້າຢາກໄດ້+
ແລະເຂົາເຈົ້າຈະອັບອາຍຍ້ອນສວນ*ທີ່ເຂົາເຈົ້າໄດ້ເລືອກໄວ້.+
30 ເຂົາເຈົ້າຈະເປັນຄືກັບຕົ້ນໄມ້ໃຫຍ່ທີ່ໃບຫ່ຽວແລ້ວ+
ແລະເປັນຄືກັບສວນທີ່ບໍ່ມີນ້ຳ.
31 ຄົນທີ່ແຂງແຮງຈະກາຍເປັນຄືກັບເຟືອງ
ແລະວຽກຂອງລາວຈະເປັນຄືກັບໝັດໄຟ.
ທັງສອງຈະໄໝ້ໄປພ້ອມກັນ
ແລະຈະບໍ່ມີໃຜມອດມັນໄດ້.”