ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 2 ຕີໂມທຽວ 2
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມ 2 ຕີໂມທຽວ

      • ມອບ​ຂ່າວ​ສານ​ໄວ້​ກັບ​ຄົນ​ທີ່​ມີ​ຄວາມ​ສາມາດ (1-7)

      • ທົນທຸກ​ຍ້ອນ​ຂ່າວດີ (8-13)

      • ໃຊ້​ຖ້ອຍຄຳ​ຂອງ​ພະເຈົ້າ​ຢ່າງ​ຖືກຕ້ອງ (14-19)

      • ໜີ​ໄປ​ໄກ⁠​ໆ​ຈາກ​ຄວາມ​ຕ້ອງ​ການ​ທີ່​ມີ​ໃນ​ໄວ​ໜຸ່ມ​ສາວ (20-22)

      • ການ​ຮັບມື​ກັບ​ຜູ້​ຕໍ່ຕ້ານ (23-26)

2 ຕີໂມທຽວ 2:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຕມ 1:2

2 ຕີໂມທຽວ 2:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຕມ 3:14

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    12/2020, ໜ້າ 29

    ຫໍສັງເກດການ (ສຶກສາ)

    1/2017, ໜ້າ 26-31

2 ຕີໂມທຽວ 2:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຕມ 1:18
  • +2ຕມ 1:8

2 ຕີໂມທຽວ 2:4

ໄຂເງື່ອນ

  • *

    ຫຼື​ອາດ​ແປ​ວ່າ “ກິດຈະກຳ​ໃນ​ຊີວິດ​ປະຈຳ​ວັນ”

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    11/2019, ໜ້າ 17

    ຫໍສັງເກດການ (ສຶກສາ)

    7/2017, ໜ້າ 6-7

2 ຕີໂມທຽວ 2:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກຣ 9:25

2 ຕີໂມທຽວ 2:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 2:24
  • +ກຈກ 2:29-32; ຣມ 1:3
  • +ກຈກ 13:23

2 ຕີໂມທຽວ 2:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 9:16; ຟລປ 1:7
  • +ກລຊ 4:3, 4

2 ຕີໂມທຽວ 2:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກຣ 1:6; ອຟຊ 3:13; ກລຊ 1:24

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    12/2020, ໜ້າ 28

2 ຕີໂມທຽວ 2:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຣມ 6:5, 8

2 ຕີໂມທຽວ 2:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພນມ 3:21; 20:4, 6
  • +ມທ 10:33; ລກ 12:9

2 ຕີໂມທຽວ 2:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຕມ 4:2

2 ຕີໂມທຽວ 2:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຕມ 4:7; 6:20

2 ຕີໂມທຽວ 2:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຕມ 1:20

2 ຕີໂມທຽວ 2:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກຣ 15:12

2 ຕີໂມທຽວ 2:19

ໄຂເງື່ອນ

  • *

    ເບິ່ງ​ພາກ​ຜະໜວກ ກ5

  • *

    ເບິ່ງ​ພາກ​ຜະໜວກ ກ5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 16:5
  • +ອຊຢ 26:13

2 ຕີໂມທຽວ 2:20

ໄຂເງື່ອນ

  • *

    ຫຼື “ແນວ​ທີ່​ມີ​ກຽດ”

  • *

    ຫຼື “ແນວ​ທີ່​ບໍ່​ມີ​ກຽດ”

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດແລະວຽກຮັບໃຊ້—ຄູ່ມືປະຊຸມ

    8/2019, ໜ້າ 3

2 ຕີໂມທຽວ 2:21

ໄຂເງື່ອນ

  • *

    ຫຼື “ຖືກ​ແຍກ​ໄວ້​ໃຫ້​ເປັນ​ຂອງ​ພະເຈົ້າ”

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດແລະວຽກຮັບໃຊ້—ຄູ່ມືປະຊຸມ

    8/2019, ໜ້າ 3

2 ຕີໂມທຽວ 2:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຕມ 1:3, 4; 4:7; ຕຕ 3:9

2 ຕີໂມທຽວ 2:24

ໄຂເງື່ອນ

  • *

    ຫຼື “ຜ່ອນ​ໜັກ​ຜ່ອນ​ເບົາ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ທຊ 2:7
  • +ມທ 5:39

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 12

    ຫໍສັງເກດການ

    15/5/2015, ໜ້າ 24

2 ຕີໂມທຽວ 2:25

ໄຂເງື່ອນ

  • *

    ຫຼື “ປ່ຽນ​ໃຈ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 15:1; ຄລຕ 6:1; ຕຕ 3:2; 1ປຕ 3:15
  • +1ຕມ 2:3, 4

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 12

2 ຕີໂມທຽວ 2:26

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຮ 13:27; ກຈກ 5:3; 1ຕມ 1:20

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

2ຕມ. 2:11ຕມ 1:2
2ຕມ. 2:22ຕມ 3:14
2ຕມ. 2:31ຕມ 1:18
2ຕມ. 2:32ຕມ 1:8
2ຕມ. 2:51ກຣ 9:25
2ຕມ. 2:8ກຈກ 2:24
2ຕມ. 2:8ກຈກ 2:29-32; ຣມ 1:3
2ຕມ. 2:8ກຈກ 13:23
2ຕມ. 2:9ກຈກ 9:16; ຟລປ 1:7
2ຕມ. 2:9ກລຊ 4:3, 4
2ຕມ. 2:102ກຣ 1:6; ອຟຊ 3:13; ກລຊ 1:24
2ຕມ. 2:11ຣມ 6:5, 8
2ຕມ. 2:12ພນມ 3:21; 20:4, 6
2ຕມ. 2:12ມທ 10:33; ລກ 12:9
2ຕມ. 2:152ຕມ 4:2
2ຕມ. 2:161ຕມ 4:7; 6:20
2ຕມ. 2:171ຕມ 1:20
2ຕມ. 2:181ກຣ 15:12
2ຕມ. 2:19ຈຊບ 16:5
2ຕມ. 2:19ອຊຢ 26:13
2ຕມ. 2:231ຕມ 1:3, 4; 4:7; ຕຕ 3:9
2ຕມ. 2:241ທຊ 2:7
2ຕມ. 2:24ມທ 5:39
2ຕມ. 2:25ສພສ 15:1; ຄລຕ 6:1; ຕຕ 3:2; 1ປຕ 3:15
2ຕມ. 2:251ຕມ 2:3, 4
2ຕມ. 2:26ຢຮ 13:27; ກຈກ 5:3; 1ຕມ 1:20
  • ຄຳພີໄບເບິນສະບັບແປໂລກໃໝ່
  • ອ່ານໃນ ພະຄຳພີຄລິດສະຕຽນພາກພາສາກຣີກ
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
ຄຳພີໄບເບິນສະບັບແປໂລກໃໝ່
2 ຕີໂມທຽວ 2:1-26

ຈົດໝາຍສະບັບທີສອງເຖິງຕີໂມທຽວ

2 ລູກ​ຮັກ​ຂອງ​ຂ້ອຍ+ ຂໍ​ໃຫ້​ເຈົ້າ​ໄດ້​ຮັບ​ກຳລັງ​ຫຼາຍ​ຂຶ້ນ​ເລື້ອຍ​ໆ​ຈາກ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ທີ່​ພະເຈົ້າ​ສະແດງ​ຜ່ານ​ທາງ​ພະຄລິດ​ເຢຊູ. 2 ສິ່ງ​ຕ່າງ​ໆ​ທີ່​ເຈົ້າ​ໄດ້​ຍິນ​ຈາກ​ຂ້ອຍ​ເຊິ່ງ​ມີ​ຫຼາຍ​ຄົນ​ເປັນ​ພະຍານ​ຢືນຢັນ​ນັ້ນ+ ໃຫ້​ເຈົ້າ​ມອບ​ໄວ້​ນຳ​ຄົນ​ທີ່​ສັດຊື່​ເຊິ່ງ​ມີ​ຄວາມ​ສາມາດ​ພໍ​ທີ່​ຈະ​ສອນ​ຄົນ​ອື່ນ​ໄດ້. 3 ເຈົ້າ​ເປັນ​ທະຫານ​ທີ່​ດີ+​ຂອງ​ພະຄລິດ​ເຢຊູ ຂໍ​ໃຫ້​ເຈົ້າ​ຍອມ​ອົດທົນ​ຮ່ວມ​ກັບຂ້ອຍ.+ 4 ທະຫານ​ປະຈຳ​ການ​ທີ່​ຢາກ​ໃຫ້​ຜູ້​ທີ່​ເກນ​ລາວ​ພໍໃຈ​ຄື​ຊິ​ບໍ່​ຫຍຸ້ງ​ຢູ່​ກັບ​ການ​ຄ້າ​ຂາຍ​ຫາ​ລ້ຽງ​ຊີບ​ດອກ.* 5 ນັກ​ກິລາ​ກໍ​ຄື​ກັນ ລາວ​ຕ້ອງ​ແຂ່ງ​ຂັນ​ຕາມ​ກົດ. ຄັນ​ບໍ່​ຊັ້ນ ລາວ​ກໍ​ບໍ່​ມີ​ທາງ​ໄດ້​ໃສ່​ມົງກຸດ.+ 6 ຊາວໄຮ່​ຊາວນາ​ທີ່​ເຮັດ​ວຽກ​ໜັກ​ກໍ​ຄວນ​ຈະ​ເປັນ​ຄົນ​ທຳອິດ​ທີ່ໄດ້​ຮັບ​ສ່ວນ​ແບ່ງ​ຜົນລະປູກ. 7 ໃຫ້​ເຈົ້າ​ຄິດ​ເຖິງ​ເລື່ອງ​ທີ່​ຂ້ອຍ​ເວົ້າ​ສະເໝີ ແລະ​ຜູ້​ເປັນ​ນາຍ​ຈະ​ຊ່ວຍ​ເຈົ້າ​ໃຫ້​ເຂົ້າ​ໃຈ​ທຸກ​ສິ່ງ.

8 ຢ່າ​ລືມ​ວ່າ​ພະ​ເຢຊູ​ຄລິດ​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ+ ແລະ​ເພິ່ນ​ເປັນ​ລູກ​ຫຼານ​ຂອງ​ດາວິດ+​ຕາມ​ທີ່​ບອກ​ໄວ້​ໃນ​ຂ່າວດີ​ທີ່​ຂ້ອຍ​ປະກາດ.+ 9 ຂ້ອຍ​ທົນທຸກ​ທໍລະມານ​ແລະ​ຖືກ​ຂັງ​ຄື​ກັບ​ຄົນ​ທີ່​ຂ້າ​ຄົນ​ຍ້ອນ​ຂ່າວດີ​ນີ້​ແຫຼະ.+ ແຕ່​ເຖິງ​ຈະ​ເປັນ​ແນວ​ນັ້ນ ຄຳສອນ​ຂອງ​ພະເຈົ້າ​ກໍ​ບໍ່​ມີ​ທາງ​ຖືກ​ຂັງ​ໄວ້.+ 10 ຍ້ອນ​ແນວ​ນີ້ ຂ້ອຍ​ຈຶ່ງອົດທົນ​ກັບ​ທຸກ​ສິ່ງຕໍ່​ໆ​ໄປ​ໄດ້​ເພື່ອເຫັນ​ແກ່ຄົນ​ທີ່​ພະເຈົ້າ​ເລືອກ​ໄວ້+ ເພື່ອ​ເຂົາເຈົ້າ​ຈະ​ໄດ້​ຮັບ​ຄວາມ​ລອດທີ່​ມາ​ທາງພະຄລິດ​ເຢຊູ​ແລະ​ໄດ້​ຮັບ​ກຽດ​ຕະຫຼອດ​ໄປ. 11 ຄຳເວົ້າ​ນີ້​ເປັນ​ຄວາມ​ຈິງ​ທີ່​ວ່າ ຖ້າ​ພວກ​ເຮົາ​ຕາຍ​ນຳ​ກັນ ພວກ​ເຮົາ​ກໍ​ຈະ​ມີ​ຊີວິດ​ນຳ​ກັນ​ແນ່ນອນ.+ 12 ຖ້າ​ພວກ​ເຮົາ​ອົດທົນ​ຕໍ່​ໄປ ພວກ​ເຮົາ​ຈະ​ໄດ້​ປົກຄອງ​ເປັນ​ກະສັດ​ນຳ​ກັນ.+ ແຕ່​ຖ້າ​ພວກ​ເຮົາ​ປະຕິເສດ​ພະເຈົ້າ ເພິ່ນ​ກໍ​ຈະ​ປະຕິເສດ​ພວກ​ເຮົາ​ຄື​ກັນ.+ 13 ເຖິງ​ວ່າ​ພວກ​ເຮົາ​ບໍ່​ສັດຊື່ ເພິ່ນ​ກໍ​ຍັງ​ສັດຊື່​ຢູ່ ຍ້ອນ​ເພິ່ນ​ຈະ​ປະຕິເສດ​ໂຕເອງ​ບໍ່​ໄດ້.

14 ຂໍໃຫ້​ເຕືອນ​ເຂົາເຈົ້າ​ໃນ​ເລື່ອງ​ເຫຼົ່າ​ນີ້​ສະເໝີ. ສັ່ງ​ເຂົາເຈົ້າ​ຕໍ່​ໜ້າ​ພະເຈົ້າ​ວ່າ​ຢ່າ​ຖຽງ​ກັນ​ເລື່ອງ​ຄຳເວົ້າ​ຍ້ອນ​ມັນ​ບໍ່​ມີ​ປະໂຫຍດ​ຫຍັງ ມີ​ແຕ່​ຈະ​ເຮັດ​ໃຫ້​ຄົນ​ທີ່​ຟັງ​ໄດ້​ຮັບ​ຄວາມ​ເສຍຫາຍ. 15 ໃຫ້​ເຈົ້າ​ພະຍາຍາມ​ສຸດ​ຄວາມ​ສາມາດ​ເພື່ອ​ເປັນ​ຄົນ​ທີ່​ພະເຈົ້າ​ພໍໃຈ ເປັນ​ຄົນ​ງານ​ທີ່​ບໍ່​ມີ​ຫຍັງ​ຕ້ອງ​ອາຍ ແລະ​ໃຊ້​ຖ້ອຍຄຳ​ຂອງ​ເພິ່ນ​ທີ່​ເປັນ​ຄວາມ​ຈິງ​ຢ່າງ​ຖືກຕ້ອງ.+ 16 ໃຫ້​ຫຼີກລ່ຽງ​ຄຳເວົ້າ​ທີ່​ບໍ່​ມີ​ປະໂຫຍດ​ທີ່​ໝິ່ນ​ປະໝາດ​ພະເຈົ້າ+ ຍ້ອນ​ຄຳເວົ້າ​ແບບ​ນັ້ນ​ຈະ​ເຮັດ​ໃຫ້​ຄົນ​ຖອຍ​ຫ່າງ​ອອກ​ຈາກ​ພະເຈົ້າ​ຫຼາຍ​ຂຶ້ນ​ເລື້ອຍ​ໆ​. 17 ຄຳເວົ້າ​ແບບ​ນັ້ນ​ຈະແພ່ລາມ​ໄປ​ຄື​ກັບ​ບາດ​ທີ່​ເນົ່າ​ເປື່ອຍ. ຮີເມນາໂອ​ແລະ​ຟີເລໂຕ​ກໍ​ລວມ​ຢູ່​ໃນ​ພວກ​ທີ່​ແພ່​ຄຳເວົ້າ​ແບບ​ນັ້ນ​ຄື​ກັນ.+ 18 ສອງ​ຄົນ​ນີ້​ອອກ​ໄປ​ຈາກ​ຄວາມ​ຈິງ​ແລ້ວ. ເຂົາເຈົ້າ​ບອກ​ວ່າ​ການ​ຄືນ​ມາ​ຈາກ​ຕາຍ​ເກີດຂຶ້ນ​ແລ້ວ+ ແລະ​ເຂົາເຈົ້າ​ກຳລັງ​ທຳລາຍ​ຄວາມ​ເຊື່ອ​ຂອງ​ບາງ​ຄົນ. 19 ແຕ່​ເຖິງ​ຢ່າງ​ນັ້ນ ຮາກ​ຖານ​ທີ່​ແໜ້ນ​ໜາ​ທີ່ພະເຈົ້າວາງ​ໄວ້​ນັ້ນ​ກໍ​ຍັງ​ຕັ້ງ​ໝັ້ນຄົງ​ຢູ່ ແລະ​ມີ​ຂໍ້​ຄວາມ​ທີ່​ເປັນ​ຄື​ກັບ​ກາ​ຈ້ຳ​ຮັບຮອງ​ຂຽນ​ໄວ້​ວ່າ: “ພະ​ເຢໂຫວາ*​ຮູ້​ວ່າ​ຜູ້​ໃດ​ເປັນ​ຄົນ​ຂອງ​ເພິ່ນ”+ ແລະ “ໃຫ້​ທຸກ​ຄົນ​ທີ່​ອ້ອນວອນ​ໂດຍ​ອອກ​ຊື່​ຂອງ​ພະ​ເຢໂຫວາ*+​ເຊົາ​ເຮັດ​ຊົ່ວ.”

20 ໃນ​ເຮືອນ​ຫຼັງ​ໃຫຍ່​ບໍ່​ໄດ້​ມີ​ເຄື່ອງ​ໃຊ້​ທີ່​ເປັນ​ຄຳ​ແລະ​ເປັນ​ເງິນ​ເທົ່າ​ນັ້ນ ແຕ່​ຍັງ​ມີ​ເຄື່ອງ​ໃຊ້​ທີ່​ເປັນ​ໄມ້​ແລະ​ເປັນ​ດິນ​ເຜົາ​ນຳ. ເຄື່ອງ​ໃຊ້​ບາງ​ຢ່າງ​ເອົາ​ໄວ້​ໃຊ້​ສຳລັບ​ແນວ​ທີ່​ສຳຄັນ* ແຕ່​ບາງ​ຢ່າງ​ກໍ​ເອົາ​ໄວ້​ໃຊ້​ສຳລັບ​ແນວ​ທີ່​ບໍ່​ສຳຄັນ.* 21 ດັ່ງນັ້ນ ຖ້າ​ຜູ້​ໃດ​ຢູ່​ໄກ​ໆ​ຈາກ​ເຄື່ອງ​ໃຊ້​ສຳລັບ​ແນວ​ທີ່​ບໍ່​ສຳຄັນ ລາວ​ຈະ​ເປັນ​ຄື​ກັບ​ເຄື່ອງ​ໃຊ້​ສຳລັບ​ແນວ​ທີ່​ສຳຄັນ ຖືກ​ເຮັດ​ໃຫ້​ສະອາດ​ແລ້ວ* ເປັນ​ປະໂຫຍດ​ຕໍ່​ເຈົ້າ​ຂອງ ແລະ​ພ້ອມ​ສຳລັບ​ວຽກ​ທີ່​ດີ​ທຸກ​ຢ່າງ. 22 ດັ່ງນັ້ນ ໃຫ້​ໜີ​ໄປ​ໄກ​ໆ​ຈາກ​ຄວາມ​ຕ້ອງການ​ທີ່​ມີ​ໃນ​ໄວ​ໜຸ່ມ​ສາວ ແຕ່​ໃຫ້​ພະຍາຍາມ​ເຮັດ​ສິ່ງ​ທີ່​ຖືກຕ້ອງ ມີ​ຄວາມ​ເຊື່ອ ມີ​ຄວາມ​ຮັກ ແລະ​ມີ​ສັນຕິ​ສຸກ​ນຳ​ກັນ​ກັບ​ຄົນ​ທີ່​ຮ້ອງ​ຫາ​ຜູ້​ເປັນ​ນາຍ​ດ້ວຍ​ຄວາມ​ບໍລິສຸດ​ໃຈ.

23 ນອກ​ຈາກ​ນັ້ນ ຢ່າ​ສົນໃຈ​ການ​ຖຽງ​ກັນ​ໃນ​ເລື່ອງ​ທີ່​ບໍ່​ເປັນ​ປະໂຫຍດ+ ຍ້ອນ​ເຈົ້າ​ຮູ້​ວ່າ​ການ​ຖຽງ​ກັນ​ແບບ​ນັ້ນ​ເຮັດ​ໃຫ້​ເກີດ​ການ​ຜິດ​ຖຽງ​ກັນ. 24 ທາດ​ຂອງ​ຜູ້​ເປັນ​ນາຍ​ບໍ່​ຄວນ​ຜິດ​ຖຽງ​ກັບ​ຜູ້​ໃດ ແຕ່​ຄວນ​ສຸພາບ​ອ່ອນໂຍນ*​ຕໍ່​ທຸກ​ຄົນ+ ມີ​ຄວາມ​ສາມາດ​ທີ່​ຈະ​ສອນ ຮູ້​ຈັກ​ຄວບຄຸມ​ໂຕເອງ​ເມື່ອ​ມີ​ຄົນ​ເຮັດ​ບໍ່​ດີ​ໃສ່+ 25 ແລະ​ສັ່ງ​ສອນ​ຄົນ​ທີ່​ບໍ່​ເຊື່ອຟັງ​ດ້ວຍ​ຄວາມ​ອ່ອນໂຍນ.+ ລາວ​ຄວນ​ເຮັດ​ແນວ​ນີ້ ຍ້ອນ​ພະເຈົ້າ​ອາດ​ໃຫ້​ໂອກາດ​ເຂົາເຈົ້າ​ກັບໃຈ*​ແລ້ວ​ຮັບ​ເອົາ​ຄວາມ​ຮູ້​ທີ່​ຖືກຕ້ອງ​ເລື່ອງ​ຄວາມ​ຈິງ.+ 26 ເຂົາເຈົ້າ​ອາດ​ໄດ້​ສະຕິ​ແລະ​ຫຼຸດ​ພົ້ນ​ຈາກ​ກັບດັກ​ຂອງ​ມານຮ້າຍ ຍ້ອນ​ມັນ​ຈັບ​ເຂົາເຈົ້າ​ໄວ້​ທັງ​ໆ​ທີ່​ມີ​ຊີວິດ​ຢູ່​ເພື່ອ​ໃຫ້​ເຮັດ​ຕາມ​ໃຈ​ມັນ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌