ຈົດໝາຍເຖິງຕີໂຕ
3 ໃຫ້ເຈົ້າເຕືອນພີ່ນ້ອງສະເໝີວ່າໃຫ້ຍອມຢູ່ໃຕ້ອຳນາດແລະເຊື່ອຟັງລັດຖະບານແລະຜູ້ມີອຳນາດປົກຄອງ.+ ໃຫ້ຢູ່ພ້ອມທີ່ຈະເຮັດວຽກທີ່ດີທຸກຢ່າງ. 2 ຢ່າເວົ້າໃສ່ຮ້າຍຜູ້ໃດ. ຢ່າເປັນຄົນມັກຜິດຖຽງ ແຕ່ໃຫ້ເປັນຄົນມີເຫດຜົນ+ແລະສະແດງຄວາມອ່ອນໂຍນຕໍ່ທຸກຄົນສະເໝີ.+ 3 ຍ້ອນພວກເຮົາກໍເຄີຍເປັນຄົນໂງ່ ບໍ່ເຊື່ອຟັງ ຖືກຊັກຈູງໃຫ້ຫຼົງທາງ ຕົກເປັນທາດຂອງຕັນຫາແລະຄວາມຕ້ອງການຕ່າງໆ ເປັນຄົນຊົ່ວ ອິດສາກັນ ເປັນຄົນໜ້າລັງກຽດ ແລະຊັງກັນ.
4 ເມື່ອພະເຈົ້າຜູ້ຊ່ວຍໃຫ້ລອດຂອງພວກເຮົາສະແດງຄວາມຮັກແລະຄວາມເມດຕາຕໍ່ມະນຸດ+ 5 (ບໍ່ແມ່ນຍ້ອນຄວາມດີໃດໆທີ່ພວກເຮົາໄດ້ເຮັດ+ ແຕ່ຍ້ອນເພິ່ນອີ່ຕົນພວກເຮົາ)+ ເພິ່ນຊ່ວຍພວກເຮົາໃຫ້ລອດໂດຍໃຊ້ນ້ຳລ້າງພວກເຮົາ ພວກເຮົາຈຶ່ງມີຊີວິດໃໝ່+ ແລະເພິ່ນໃຊ້ພະລັງບໍລິສຸດສ້າງພວກເຮົາຂຶ້ນໃໝ່.+ 6 ເພິ່ນໃຫ້*ພະລັງນັ້ນກັບພວກເຮົາຢ່າງລົ້ນເຫຼືອ*ໂດຍທາງພະເຢຊູຄລິດຜູ້ຊ່ວຍໃຫ້ລອດຂອງພວກເຮົາ.+ 7 ເພິ່ນຍອມຮັບພວກເຮົາກໍຍ້ອນຄວາມກະລຸນາທີ່ຍິ່ງໃຫຍ່ຂອງເພິ່ນ.+ ພວກເຮົາຈຶ່ງມີໂອກາດເປັນຜູ້ຮັບມໍລະດົກ+ເຊິ່ງແມ່ນຊີວິດຕະຫຼອດໄປຕາມທີ່ເພິ່ນສັນຍາໄວ້.+
8 ສິ່ງທີ່ຂ້ອຍເວົ້າມານີ້ເປັນຄວາມຈິງ ແລະຂ້ອຍຢາກໃຫ້ເຈົ້າເນັ້ນເລື່ອງນີ້ສະເໝີ ເພື່ອຄົນທີ່ເຊື່ອໃນພະເຈົ້າຈະຕັ້ງໃຈເຮັດວຽກທີ່ດີຕໍ່ໄປ. ເລື່ອງທັງໝົດນີ້ເປັນເລື່ອງທີ່ດີແລະເປັນປະໂຫຍດຕໍ່ທຸກຄົນ.
9 ແຕ່ຢ່າເຂົ້າໄປຫຍຸ້ງກ່ຽວກັບການຖຽງກັນແບບໂງ່ໆ ຢ່າສົນໃຈເລື່ອງລຳດັບເຊື້ອສາຍ ຢ່າຖຽງກັນເລື່ອງກົດໝາຍຂອງໂມເຊ ຍ້ອນມັນບໍ່ມີສາລະແລະບໍ່ມີປະໂຫຍດຫຍັງເລີຍ.+ 10 ສ່ວນຄົນທີ່ແພ່ຄຳສອນຜິດໆ*+ ເມື່ອເຕືອນ 2 ເທື່ອແລ້ວ+ແຕ່ລາວຍັງບໍ່ຟັງ ກໍໃຫ້ເຊົາຄົບຫາກັບລາວ+ 11 ຍ້ອນຄົນແບບນັ້ນໄດ້ອອກຈາກຄວາມຈິງໄປແລ້ວ. ຄວາມຜິດຂອງລາວຕັດສິນລົງໂທດລາວເອງ.
12 ເມື່ອຂ້ອຍສົ່ງອາເຕມາຫຼືຕີຂີໂກ+ໄປຫາເຈົ້າແລ້ວ ຂໍໃຫ້ເຈົ້າພະຍາຍາມໄປຫາຂ້ອຍໃຫ້ໄດ້ຢູ່ເມືອງນີໂກໂປລີ ຍ້ອນຂ້ອຍຕັ້ງໃຈຈະຢູ່ຫັ້ນຕອນຍາມໜາວ. 13 ໃຫ້ພະຍາຍາມແທ້ໆເພື່ອຊ່ວຍເຫຼືອເຊນາທີ່ຊ່ຽວຊານເລື່ອງກົດໝາຍຂອງໂມເຊແລະຊ່ວຍອາໂປໂລ. ເຂົາເຈົ້າຈະໄດ້ເດີນທາງໂດຍບໍ່ຂາດສິ່ງທີ່ຈຳເປັນ.+ 14 ນອກຈາກນັ້ນ ໃຫ້ພວກພີ່ນ້ອງຮຽນຮູ້ທີ່ຈະເຮັດວຽກທີ່ດີຕໍ່ໆໄປ ເພື່ອເຂົາເຈົ້າຈະໄດ້ຊ່ວຍເຫຼືອຄົນທີ່ເດືອດຮ້ອນ+ແລະເພື່ອເຂົາເຈົ້າຈະເກີດຜົນຢູ່ສະເໝີ.+
15 ທຸກຄົນທີ່ຢູ່ກັບຂ້ອຍຝາກຄວາມຄິດຮອດໄປຫາເຈົ້າ. ຂ້ອຍຂໍຝາກຄວາມຄິດຮອດໄປຫາພີ່ນ້ອງຮ່ວມຄວາມເຊື່ອທີ່ຮັກພວກເຮົາ.
ຂໍໃຫ້ພວກເຈົ້າທຸກຄົນໄດ້ຮັບຄວາມກະລຸນາທີ່ຍິ່ງໃຫຍ່ຈາກພະເຈົ້າ.