ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ກິດຈະການ 14
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມກິດຈະການ

      • ລູກສິດ​ເພີ່ມ​ຂຶ້ນ​ຫຼາຍ​ແລະ​ການ​ຕໍ່ຕ້ານ​ໃນ​ເມືອງ​ອີໂກນີອົນ (1-7)

      • ຖືກ​ເຂົ້າ​ໃຈ​ຜິດ​ວ່າ​ເປັນ​ເທບ​ພະເຈົ້າ​ໃນ​ເມືອງ​ລີຊະທາ (8-18)

      • ໂປໂລ​ຖືກ​ດຶກ​ກ້ອນ​ຫີນ​ໃສ່​ແຕ່​ລອດ​ຕາຍ (19, 20)

      • ໃຫ້​ກຳລັງ​ໃຈ​ປະຊາຄົມ​ຕ່າງ⁠​ໆ​ (21-23)

      • ກັບ​ໄປ​ເມືອງ​ອັນຕີໂອເຂຍ​ໃນ​ແຂວງ​ປິຊິເດຍ (24-28)

ກິດຈະການ 14:1

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 95

ກິດຈະການ 14:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 13:45

ກິດຈະການ 14:3

ໄຂເງື່ອນ

  • *

    ເບິ່ງ​ພາກ​ຜະໜວກ ກ5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 19:11; ຮຣ 2:3, 4

ກິດຈະການ 14:4

ໄຂເງື່ອນ

  • *

    ໃນ​ພາສາ​ກຣີກ​ຄຳ​ນີ້​ແປ​ວ່າ “ຜູ້​ທີ່​ຖືກ​ສົ່ງ​ອອກ​ໄປ”

ກິດຈະການ 14:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 14:19

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 96

ກິດຈະການ 14:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 10:23

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 96

ກິດຈະການ 14:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 9:28

ກິດຈະການ 14:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 35:6

ກິດຈະການ 14:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 28:3-6

ກິດຈະການ 14:12

ໄຂເງື່ອນ

  • *

    ຊື່​ເທບ​ພະເຈົ້າ​ອົງ​ໜຶ່ງ​ຂອງ​ກຣີກ. ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.

  • *

    ຊື່​ເທບ​ພະເຈົ້າ​ອົງ​ໜຶ່ງ​ຂອງ​ກຣີກ. ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ສະບັບແປໂລກໃໝ່ ໜ້າ 2419

ກິດຈະການ 14:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 10:25, 26
  • +ອພຍ 20:11; ພສ 146:6

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 97-98

ກິດຈະການ 14:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 17:30

ກິດຈະການ 14:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 17:26, 27; ຣມ 1:20
  • +ພສ 147:8; ຢຣມ 5:24; ມທ 5:45
  • +ພສ 145:16

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 97-98

    ໃກ້ຊິດ ໜ້າ 272-273

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 7

ກິດຈະການ 14:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 17:13
  • +2ກຣ 11:25

ກິດຈະການ 14:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 16:1

ກິດຈະການ 14:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 11:22, 23
  • +ມທ 10:38; ຢຮ 15:19; ຣມ 8:17; 1ທຊ 3:4

ກິດຈະການ 14:23

ໄຂເງື່ອນ

  • *

    ເບິ່ງ​ພາກ​ຜະໜວກ ກ5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຕຕ 1:5
  • +ກຈກ 13:2, 3

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 99

ກິດຈະການ 14:24

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 13:13

ກິດຈະການ 14:26

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 13:1, 2

ກິດຈະການ 14:27

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ເປີດ​ປະຕູ​ແຫ່ງ​ຄວາມ​ເຊື່ອ​ໃຫ້​ຄົນ​ຕ່າງ​ຊາດ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 11:18

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 101

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ກຈກ. 14:2ກຈກ 13:45
ກຈກ. 14:3ກຈກ 19:11; ຮຣ 2:3, 4
ກຈກ. 14:5ກຈກ 14:19
ກຈກ. 14:6ມທ 10:23
ກຈກ. 14:9ມທ 9:28
ກຈກ. 14:10ອຊຢ 35:6
ກຈກ. 14:11ກຈກ 28:3-6
ກຈກ. 14:15ກຈກ 10:25, 26
ກຈກ. 14:15ອພຍ 20:11; ພສ 146:6
ກຈກ. 14:16ກຈກ 17:30
ກຈກ. 14:17ກຈກ 17:26, 27; ຣມ 1:20
ກຈກ. 14:17ພສ 147:8; ຢຣມ 5:24; ມທ 5:45
ກຈກ. 14:17ພສ 145:16
ກຈກ. 14:19ກຈກ 17:13
ກຈກ. 14:192ກຣ 11:25
ກຈກ. 14:20ກຈກ 16:1
ກຈກ. 14:22ກຈກ 11:22, 23
ກຈກ. 14:22ມທ 10:38; ຢຮ 15:19; ຣມ 8:17; 1ທຊ 3:4
ກຈກ. 14:23ຕຕ 1:5
ກຈກ. 14:23ກຈກ 13:2, 3
ກຈກ. 14:24ກຈກ 13:13
ກຈກ. 14:26ກຈກ 13:1, 2
ກຈກ. 14:27ກຈກ 11:18
  • ຄຳພີໄບເບິນສະບັບແປໂລກໃໝ່
  • ອ່ານໃນ ພະຄຳພີຄລິດສະຕຽນພາກພາສາກຣີກ
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
ຄຳພີໄບເບິນສະບັບແປໂລກໃໝ່
ກິດຈະການ 14:1-28

ກິດຈະການຂອງອັກຄະສາວົກ

14 ໃນ​ເມືອງ​ອີໂກນີອົນ ໂປໂລ​ກັບ​ບາຣະນາບາ​ໄດ້​ເຂົ້າ​ໄປ​ໃນ​ບ່ອນ​ປະຊຸມ​ຂອງ​ຄົນ​ຢິວ​ແລະ​ບັນລະຍາຍ​ດີ​ຫຼາຍ​ຈົນ​ເຮັດ​ໃຫ້​ຄົນ​ຢິວ​ກັບ​ຄົນ​ກຣີກ​ບັກ​ຫຼາຍ​ໆ​ເຂົ້າ​ມາ​ເປັນ​ລູກສິດ​ຂອງ​ພະ​ເຢຊູ. 2 ແຕ່​ຄົນ​ຢິວ​ທີ່​ບໍ່​ເຊື່ອ​ໄດ້​ຍົວະ​ຄົນ​ຕ່າງຊາດ​ໃຫ້​ຊັງ​ເຂົາເຈົ້າ.+ 3 ໂປໂລ​ກັບ​ບາຣະນາບາ​ຢູ່​ຫັ້ນ​ດົນ​ເຕີບ. ທັງ​ສອງ​ຄົນ​ໄດ້​ຮັບ​ອຳນາດ​ຈາກ​ພະ​ເຢໂຫວາ*​ໃຫ້​ປະກາດ​ຢ່າງ​ກ້າຫານ. ເພິ່ນ​ໃຫ້​ເຂົາເຈົ້າ​ເຮັດ​ການ​ອັດສະຈັນ​ແລະ​ສະແດງ​ປາຕິຫານ​ຫຼາຍ​ຢ່າງ​ເພື່ອ​ຢືນຢັນ​ເລື່ອງ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຂອງ​ເພິ່ນ.+ 4 ຄົນ​ໃນ​ເມືອງ​ນີ້​ແຕກ​ແຍກ​ເປັນ 2 ພວກ. ພວກ​ໜຶ່ງ​ຢູ່​ຝ່າຍ​ຄົນ​ຢິວ ແລະ​ອີກ​ພວກ​ໜຶ່ງ​ຢູ່​ຝ່າຍ​ພວກ​ອັກຄະ​ສາວົກ.* 5 ຄົນ​ຕ່າງຊາດ​ແລະ​ຄົນ​ຢິວ​ກັບ​ພວກ​ຜູ້​ນຳ​ຂອງ​ເຂົາເຈົ້າ​ໄດ້​ວາງ​ແຜນ​ຈະ​ເຮັດ​ໃຫ້ 2 ຄົນ​ນີ້​ອັບອາຍ​ຂາຍ​ໜ້າ​ແລະ​ຈະ​ດຶກ​ກ້ອນ​ຫີນ​ໃສ່​ເຂົາເຈົ້າ.+ 6 ເມື່ອ​ໂປໂລ​ກັບ​ບາຣະນາບາ​ຮູ້​ເລື່ອງ​ນີ້ ເຂົາເຈົ້າ​ກໍ​ໜີ​ໄປ​ເມືອງ​ລີຊະທາ​ແລະ​ເມືອງ​ເດຣະເບ​ໃນ​ແຂວງ​ລີກາໂອເນຍ ແລະ​ໄປ​ຕາມ​ເຂດ​ຕ່າງ​ໆ​ທີ່​ຢູ່​ແຖວ​ນັ້ນ.+ 7 ເຂົາເຈົ້າ​ປະກາດ​ຂ່າວດີ​ຢູ່​ຫັ້ນ​ຕໍ່.

8 ໃນ​ເມືອງ​ລີຊະທາ​ມີ​ຜູ້​ຊາຍ​ຄົນ​ໜຶ່ງ​ຕີນ​ເປັນ​ລ່ອຍ​ຕັ້ງແຕ່​ເກີດ​ແລະ​ຍ່າງ​ບໍ່​ໄດ້. 9 ລາວ​ກຳລັງ​ນັ່ງ​ຟັງ​ໂປໂລ​ເວົ້າ. ເມື່ອ​ໂປໂລ​ແນມ​ເບິ່ງ​ກໍ​ເຫັນ​ວ່າ​ລາວ​ມີ​ຄວາມ​ເຊື່ອ ແລະ​ໂປໂລ​ກໍ​ເຊື່ອ​ວ່າ​ລາວ​ຈະ​ເຊົາ​ພະຍາດ​ໄດ້.+ 10 ໂປໂລ​ເວົ້າ​ສຽງ​ດັງ​ວ່າ: “ຢືນ​ຂຶ້ນ.” ຜູ້​ຊາຍ​ຄົນ​ນັ້ນ​ກໍ​ຢືນ​ຂຶ້ນ​ແລ້ວ​ເລີ່ມ​ຍ່າງ.+ 11 ເມື່ອ​ຄົນ​ເຫັນ​ສິ່ງ​ທີ່​ໂປໂລ​ເຮັດ​ກໍ​ພາກັນ​ຮ້ອງ​ເປັນ​ພາສາ​ລີກາໂອເນຍ​ວ່າ: “ເທບ​ພະເຈົ້າ​ແປງ​ກາຍ​ເປັນ​ມະນຸດລົງ​ມາ​ຫາ​ພວກ​ເຮົາ​ແລ້ວ!”+ 12 ເຂົາເຈົ້າ​ເອີ້ນ​ບາຣະນາບາ​ວ່າ​ເທບ​ພະເຈົ້າ​ຊູດ* ແຕ່​ເອີ້ນ​ໂປໂລ​ວ່າ​ເທບ​ພະເຈົ້າ​ເຮຣະເມ*​ຍ້ອນ​ສ່ວນ​ຫຼາຍ​ແລ້ວ​ໂປໂລ​ເປັນ​ຄົນ​ເວົ້າ. 13 ປະໂລຫິດ​ຂອງ​ເທບ​ພະເຈົ້າ​ຊູດ​ທີ່​ມີ​ວິຫານ​ຕັ້ງ​ຢູ່​ໜ້າ​ເມືອງ​ໄດ້​ເອົາ​ງົວ​ໂຕ​ຜູ້​ຫຼາຍ​ໂຕ​ກັບ​ພວງ​ດອກ​ໄມ້​ມາ​ປະຕູ​ເມືອງ​ແລະ​ຕັ້ງໃຈ​ຈະ​ເອົາ​ເຄື່ອງ​ບູຊາ​ເຫຼົ່ານີ້​ໃຫ້​ບາຣະນາບາ​ກັບ​ໂປໂລ​ນຳ​ກັນ​ກັບ​ປະຊາຊົນ.

14 ແຕ່​ເມື່ອ​ອັກຄະສາວົກ​ບາຣະນາບາ​ກັບ​ໂປໂລ​ໄດ້​ຍິນ​ແບບນັ້ນ ເຂົາ​ເຈົ້າ​ກໍ​ຈີກ​ເສື້ອ​ຂອງ​ໂຕເອງ ແລ້ວ​ແລ່ນ​ເຂົ້າ​ໄປ​ທາງ​ກາງ​ຄົນ​ກຸ່ມ​ນັ້ນ​ແລະ​ຮ້ອງ​ວ່າ: 15 “ເປັນຫຍັງ​ພວກ​ເຈົ້າ​ເຮັດ​ແບບ​ນີ້? ພວກ​ເຮົາ​ກໍ​ເປັນ​ຄົນ​ທຳມະດາ​ແລະ​ເຈັບ​ປວດ​ເປັນ​ຄື​ກັບ​ພວກເຈົ້າ.+ ພວກ​ເຮົາ​ມາ​ປະກາດ​ຂ່າວດີ​ໃຫ້​ພວກ​ເຈົ້າ ເພື່ອ​ພວກ​ເຈົ້າ​ຈະ​ເຊົາ​ເຮັດ​ສິ່ງ​ທີ່​ບໍ່​ມີ​ປະໂຫຍດ​ເຫຼົ່ານີ້ ແລ້ວ​ມາ​ຫາ​ພະເຈົ້າ​ຜູ້​ມີ​ຊີວິດ​ຢູ່. ເພິ່ນ​ເປັນ​ຜູ້​ສ້າງ​ຟ້າ ໂລກ ທະເລ ແລະ​ທຸກ​ສິ່ງ​ໃນ​ບ່ອນ​ເຫຼົ່າ​ນັ້ນ.+ 16 ແຕ່​ກີ້​ພະເຈົ້າ​ປ່ອຍ​ໃຫ້​ຄົນ​ທຸກ​ຊາດ​ເຮັດ​ຕາມ​ໃຈ​ໂຕເອງ.+ 17 ແຕ່​ເພິ່ນ​ກໍ​ຍັງ​ໃຫ້​ຫຼັກຖານ​ຈະ​ແຈ້ງ​ກ່ຽວກັບ​ເພິ່ນ​ເອງ+​ໂດຍ​ການ​ເຮັດ​ດີ ໃຫ້​ມີ​ຝົນ​ຕົກ​ລົງ​ມາ​ຈາກ​ຟ້າ ໃຫ້​ມີ​ຜົນລະປູກ​ອຸດົມ​ສົມບູນ​ຕາມ​ລະດູ+ ໃຫ້​ມີ​ອາຫານ​ກິນ​ຈົນ​ອີ່ມ ແລະ​ເຮັດ​ໃຫ້​ພວກ​ເຈົ້າ​ມີ​ຄວາມສຸກ.”+ 18 ເຖິງ​ວ່າ​ເວົ້າ​ແບບ​ນີ້​ແລ້ວ ຄົນ​ທີ່​ຢູ່​ຫັ້ນ​ກໍ​ຍັງ​ພະຍາຍາມ​ຈະ​ຂາບໄຫວ້​ໂປໂລ​ກັບ​ບາຣະນາບາ ແລະ​ທັງ​ສອງ​ຄົນ​ເກືອບ​ຈະ​ຫ້າມ​ເຂົາເຈົ້າ​ໄວ້​ບໍ່​ໄດ້.

19 ແຕ່​ຄົນ​ຢິວ​ຈາກ​ເມືອງ​ອັນຕີໂອເຂຍ​ກັບ​ເມືອງ​ອີໂກນີອົນ​ໄດ້​ຍົວະ​ຄົນ​ກຸ່ມ​ນັ້ນ​ໃຫ້​ຕໍ່ຕ້ານ​ໂປໂລ.+ ເຂົາເຈົ້າ​ເອົາ​ກ້ອນ​ຫີນ​ດຶກ​ໃສ່​ໂປໂລ​ແລ້ວ​ລາກ​ອອກ​ໄປ​ນອກ​ເມືອງ​ຍ້ອນ​ຄິດ​ວ່າ​ລາວ​ຕາຍ​ແລ້ວ.+ 20 ແຕ່​ເມື່ອ​ພວກ​ລູກສິດ​ມາ​ຢືນ​ອ້ອມ​ໂປໂລ ລາວ​ກໍ​ລຸກ​ຂຶ້ນ​ແລ້ວ​ຍ່າງ​ເຂົ້າ​ໄປ​ໃນ​ເມືອງ. ໃນ​ມື້​ຕໍ່​ມາ ໂປໂລ​ກັບ​ບາຣະນາບາ​ກໍ​ໄປ​ເມືອງ​ເດຣະເບ.+ 21 ເມື່ອ​ປະກາດ​ຂ່າວດີ​ແລະ​ຊ່ວຍ​ຫຼາຍ​ຄົນ​ໃນ​ເມືອງ​ນັ້ນ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ​ແລ້ວ ທັງ​ສອງ​ຄົນ​ກໍ​ກັບ​ໄປ​ເມືອງ​ລີຊະທາ ເມືອງ​ອີໂກນີອົນ ແລະ​ເມືອງ​ອັນຕີໂອເຂຍ. 22 ເຂົາເຈົ້າ​ໃຫ້​ກຳລັງໃຈ​ພວກ​ລູກສິດ+​ໃຫ້​ມີ​ຄວາມເຊື່ອ​ເຂັ້ມແຂງ​ແລະ​ບອກ​ວ່າ: “ພວກ​ເຮົາ​ຈະມີ​ສ່ວນໃນ​ການ​ປົກຄອງ​ຂອງ​ພະເຈົ້າ​ໂດຍ​ຜ່ານ​ຄວາມທຸກ​ລຳບາກ​ຫຼາຍ​ຢ່າງ.”+ 23 ແລ້ວ​ໂປໂລ​ກັບ​ບາຣະນາບາ​ກໍ​ແຕ່ງຕັ້ງ​ຜູ້​ເບິ່ງແຍງ​ໄວ້​ໃນ​ແຕ່​ລະ​ປະຊາຄົມ.+ ທັງ​ສອງ​ຄົນ​ອະທິດຖານ​ພ້ອມ​ກັບ​ອົດ​ເຂົ້າ+ ແລະ​ໄດ້​ຝາກ​ເຂົາເຈົ້າ​ໄວ້​ກັບ​ພະ​ເຢໂຫວາ*​ຜູ້​ເປັນ​ພະເຈົ້າ​ທີ່​ເຂົາເຈົ້າ​ເຊື່ອ.

24 ຈາກ​ນັ້ນ ໂປໂລ​ກັບ​ບາຣະນາບາ​ກໍ​ເດີນທາງ​ຜ່ານ​ປິຊິເດຍ​ໄປ​ແຂວງ​ປຳຟີເລຍ.+ 25 ເມື່ອ​ປະກາດ​ຄຳສອນ​ຂອງ​ພະເຈົ້າ​ໃນ​ເມືອງ​ເປ​ເຄ​ແລ້ວ ເຂົາເຈົ້າ​ກໍ​ໄປ​ເມືອງ​ອັດຕາ​ເລຍ. 26 ແລ້ວ​ເຂົາເຈົ້າ​ກໍ​ຂີ່​ເຮືອ​ຈາກ​ຫັ້ນໄປ​ເມືອງ​ອັນຕີໂອເຂຍ. ໃນ​ເມືອງ​ນີ້​ພວກ​ພີ່ນ້ອງ​ເຄີຍ​ຂໍ​ພະເຈົ້າ​ໃຫ້​ອວຍພອນ​ໂປໂລ​ກັບ​ບາຣະນາບາ​ໃນ​ວຽກ​ທີ່​ທັງ​ສອງ​ຄົນ​ຈະ​ເຮັດ ເຊິ່ງ​ຕອນນີ້​ວຽກ​ນັ້ນ​ກໍ​ສຳເລັດ​ແລ້ວ.+

27 ເມື່ອ​ໄປ​ຮອດ ໂປໂລ​ກັບ​ບາຣະນາບາ​ກໍ​ໃຫ້​ພີ່ນ້ອງ​ໃນ​ປະຊາຄົມ​ມາ​ລວມ​ກັນ. ເຂົາເຈົ້າ​ໄດ້​ເລົ່າ​ຫຼາຍ​ສິ່ງ​ທີ່​ພະເຈົ້າ​ໃຊ້​ເຂົາເຈົ້າ​ໃຫ້​ເຮັດ ແລະ​ບອກ​ວ່າ​ເພິ່ນ​ໄດ້​ເປີດ​ໂອກາດ​ໃຫ້​ຄົນ​ຕ່າງຊາດ​ເຂົ້າ​ມາ​ເຊື່ອ.*+ 28 ໂປໂລ​ກັບ​ບາຣະນາບາ​ຢູ່​ຫັ້ນ​ກັບ​ພວກ​ລູກສິດ​ດົນ​ເຕີບ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌