ຂ່າວດີທີ່ຂຽນໂດຍມັດທາຍ
26 ຫຼັງຈາກເວົ້າເລື່ອງທັງໝົດນີ້ແລ້ວ ພະເຢຊູກໍບອກພວກລູກສິດວ່າ: 2 “ພວກເຈົ້າກະຮູ້ຢູ່ວ່າອີກ 2 ມື້ຈະແມ່ນເທດສະການປັດສະຄາ+ ແລະລູກມະນຸດຈະຖືກມອບໃຫ້ສັດຕູປະຫານຢູ່ເທິງເສົາ.”+
3 ຕອນນັ້ນ ພວກຫົວໜ້າປະໂລຫິດກັບພວກຜູ້ນຳຄົນຢິວມາປະຊຸມກັນຢູ່ເດີ່ນບ້ານຂອງປະໂລຫິດໃຫຍ່ຊື່ກາຢະຟາ.+ 4 ເຂົາເຈົ້າວາງແຜນຊົ່ວ+ເພື່ອຈະຈັບພະເຢຊູໄປຂ້າ. 5 ແຕ່ເຂົາເຈົ້າພາກັນເວົ້າວ່າ: “ຢ່າຟ້າວເຮັດໃນຍາມເທດສະການ ຈັກໜ້ອຍຈະເຮັດໃຫ້ປະຊາຊົນວຸ່ນວາຍ.”
6 ຕອນທີ່ພະເຢຊູຢູ່ບ້ານເບັດທານີ ໃນເຮືອນຂອງຊີໂມນທີ່ເຄີຍເປັນຂີ້ທູດ+ 7 ມີຜູ້ຍິງຄົນໜຶ່ງຖືຂວດ*ນ້ຳມັນຫອມລາຄາແພງເຂົ້າມາຫາພະເຢຊູ ແລ້ວລາວກໍເທນ້ຳມັນຫອມໃສ່ຫົວເພິ່ນຕອນທີ່ເພິ່ນກຳລັງກິນເຂົ້າ. 8 ເມື່ອພວກລູກສິດເຫັນແບບນັ້ນກໍບໍ່ພໍໃຈແລະພາກັນເວົ້າວ່າ: “ເປັນຫຍັງຄືເຮັດຖິ້ມເຮັດເສຍຈັ່ງຊີ້? 9 ຖ້າເອົາໄປຂາຍຄືຊິໄດ້ເງິນຫຼາຍ ແລ້ວເອົາເງິນໄປຊ່ວຍຄົນທຸກກະດີກວ່າ.” 10 ພະເຢຊູຮູ້ວ່າເຂົາເຈົ້າເວົ້າຫຍັງ ເພິ່ນຈຶ່ງບອກວ່າ: “ເປັນຫຍັງຈຶ່ງເວົ້າໃຫ້ລາວຈັ່ງຊັ້ນ? ລາວເຮັດແນວທີ່ດີຕໍ່ຂ້ອຍ. 11 ຄົນທຸກຈະຢູ່ກັບພວກເຈົ້າຕະຫຼອດ+ ແຕ່ຂ້ອຍຈະບໍ່ໄດ້ຢູ່ກັບພວກເຈົ້າຕະຫຼອດ.+ 12 ລາວເທນ້ຳມັນຫອມໃສ່ຂ້ອຍກໍເພື່ອກຽມຮ່າງກາຍຂອງຂ້ອຍໄວ້ສຳລັບການຝັງສົບ.+ 13 ຂ້ອຍຈະບອກໃຫ້ຮູ້ວ່າ ຂ່າວດີປະກາດໄປຮອດບ່ອນໃດໃນໂລກ ສິ່ງທີ່ຜູ້ຍິງຄົນນີ້ເຮັດກໍຈະຮູ້ໄປຮອດບ່ອນນັ້ນ ແລະຄົນຈະບໍ່ລືມລາວ.”+
14 ໃນອັກຄະສາວົກ* 12 ຄົນ ຜູ້ທີ່ຊື່ຢູດາອິສະກາຣີອົດ+ໄດ້ໄປຫາພວກຫົວໜ້າປະໂລຫິດ+ 15 ແລະຖາມວ່າ: “ຖ້າຂ້ອຍທໍລະຍົດເຢຊູເພື່ອພວກເຈົ້າຈະຈັບລາວໄດ້ ພວກເຈົ້າຊິເອົາຫຍັງໃຫ້ຂ້ອຍ?”+ ພວກປະໂລຫິດໃຫຍ່ຕົກລົງວ່າຈະເອົາຫຼຽນເງິນໃຫ້ລາວ 30 ຫຼຽນ.+ 16 ຕັ້ງແຕ່ນັ້ນມາ ຢູດາຈຶ່ງຊອກຫາໂອກາດທີ່ເໝາະເພື່ອຈະທໍລະຍົດພະເຢຊູ.
17 ໃນມື້ທຳອິດ*ຂອງເທດສະການກິນເຂົ້າຈີ່ບໍ່ມີເຊື້ອ+ ພວກລູກສິດມາຖາມພະເຢຊູວ່າ: “ທ່ານຢາກໃຫ້ພວກເຮົາກຽມປັດສະຄາສຳລັບທ່ານຢູ່ໃສ?”+ 18 ພະເຢຊູຕອບວ່າ: “ເຂົ້າໄປໃນເມືອງ ແລ້ວພວກເຈົ້າຈະເຫັນຜູ້ຊາຍຄົນໜຶ່ງ. ໃຫ້ບອກລາວວ່າ ‘ອາຈານບອກວ່າ “ເວລາທີ່ກຳນົດໄວ້ສຳລັບຂ້ອຍໃກ້ຈະຮອດແລ້ວ ຂ້ອຍຈະສະຫຼອງປັດສະຄາກັບພວກລູກສິດຢູ່ເຮືອນຂອງເຈົ້າ.”’” 19 ພວກລູກສິດກໍເຮັດຕາມທີ່ພະເຢຊູສັ່ງ ແລ້ວກຽມການສະຫຼອງປັດສະຄາໄວ້.
20 ເມື່ອຮອດຕອນຄ່ຳ+ ພະເຢຊູກັບລູກສິດ 12 ຄົນກໍນັ່ງນຳກັນຢູ່ໂຕະ.+ 21 ຕອນທີ່ກຳລັງກິນເຂົ້າ ພະເຢຊູເວົ້າວ່າ: “ຂ້ອຍຈະບອກໃຫ້ຮູ້ວ່າ ໃນພວກເຈົ້າມີຜູ້ໜຶ່ງຈະທໍລະຍົດຂ້ອຍ.”+ 22 ເມື່ອພວກລູກສິດໄດ້ຍິນກໍບໍ່ສະບາຍໃຈຫຼາຍ ແຕ່ລະຄົນຈຶ່ງຖາມພະເຢຊູວ່າ: “ອາຈານ ບໍ່ແມ່ນຂ້ອຍຕີ້?” 23 ພະເຢຊູຕອບວ່າ: “ຜູ້ທີ່ຈະທໍລະຍົດຂ້ອຍແມ່ນຜູ້ທີ່ເອົາເຂົ້າຈີ່ຈ້ຳໃນຖ້ວຍໃບດຽວກັບຂ້ອຍ.+ 24 ແມ່ນຢູ່ລູກມະນຸດຈະຕ້ອງຕາຍຕາມທີ່ພະຄຳພີບອກໄວ້ ແຕ່ຜູ້ທີ່ທໍລະຍົດລູກມະນຸດຈະຕ້ອງຈິບຫາຍ!+ ຖ້າຜູ້ນັ້ນບໍ່ໄດ້ເກີດມາກະຄືຊິດີກວ່າ.”+ 25 ຢູດາຜູ້ທີ່ຈະທໍລະຍົດພະເຢຊູຖາມວ່າ: “ອາຈານ ບໍ່ແມ່ນຂ້ອຍຕີ້?” ເພິ່ນຕອບລາວວ່າ: “ເຈົ້າກໍຮູ້ຄຳຕອບຢູ່ແລ້ວ.”
26 ຕອນທີ່ຍັງກິນເຂົ້າຢູ່ ພະເຢຊູຈັບເອົາເຂົ້າຈີ່ແຜ່ນໜຶ່ງ ແລ້ວອະທິດຖານຂອບໃຈພະເຈົ້າ. ຈາກນັ້ນ ເພິ່ນກໍຫັກເຂົ້າຈີ່+ແລະຍື່ນໃຫ້ພວກລູກສິດແລ້ວເວົ້າວ່າ: “ກິນເຂົ້າຈີ່ນີ້ແມ້. ນີ້ໝາຍເຖິງຮ່າງກາຍຂອງຂ້ອຍ.”+ 27 ແລ້ວພະເຢຊູກໍຈັບເອົາຈອກຂຶ້ນມາ ອະທິດຖານຂອບໃຈພະເຈົ້າ ແລ້ວຍື່ນໃຫ້ເຂົາເຈົ້າ. ເພິ່ນເວົ້າວ່າ: “ໃຫ້ທຸກຄົນກິນຈາກຈອກນີ້.+ 28 ນີ້ໝາຍເຖິງເລືອດຂອງຂ້ອຍ ເປັນ ‘ເລືອດ+ທີ່ເຮັດໃຫ້ສັນຍາມີຜົນບັງຄັບໃຊ້’+ ເຊິ່ງຈະຕ້ອງໄຫຼອອກເພື່ອເຮັດໃຫ້ຄວາມຜິດຂອງຄົນຈຳນວນຫຼາຍ+ໄດ້ຮັບການຍົກໂທດ.+ 29 ແຕ່ຂ້ອຍຈະບອກໃຫ້ຮູ້ວ່າ ຂ້ອຍຈະບໍ່ກິນເຫຼົ້າແວງອີກເລີຍ ຈົນກວ່າຈະຮອດມື້ນັ້ນທີ່ຂ້ອຍຈະກິນເຫຼົ້າແວງໃໝ່ກັບພວກເຈົ້າຕອນທີ່ພວກເຈົ້າມີສ່ວນໃນການປົກຄອງຂອງພະເຈົ້າຜູ້ເປັນພໍ່ຂອງຂ້ອຍ.”+ 30 ຈາກນັ້ນ ພະເຢຊູກັບພວກລູກສິດໄດ້ຮ້ອງເພງສັນລະເສີນພະເຈົ້າ ແລ້ວເຂົາເຈົ້າກໍພາກັນອອກໄປພູໝາກກອກ.+
31 ພະເຢຊູບອກເຂົາເຈົ້າວ່າ: “ຄືນນີ້ ພວກເຈົ້າທຸກຄົນຈະຖິ້ມຂ້ອຍຍ້ອນເລື່ອງທີ່ຈະເກີດຂຶ້ນກັບຂ້ອຍ ຄືກັບທີ່ພະຄຳພີບອກໄວ້ວ່າ ‘ເຮົາຈະຂ້າຜູ້ລ້ຽງແກະ ແລະແກະໃນຝູງຈະກະຈັດກະຈາຍກັນໄປ.’+ 32 ແຕ່ເມື່ອຂ້ອຍຄືນມາຈາກຕາຍແລ້ວ ຂ້ອຍຈະໄປຖ້າພວກເຈົ້າຢູ່ແຂວງຄາລີເລ.”+ 33 ເປໂຕບອກພະເຢຊູວ່າ: “ເຖິງວ່າທຸກຄົນຈະຖິ້ມທ່ານຍ້ອນເລື່ອງທີ່ຈະເກີດຂຶ້ນກັບທ່ານ ແຕ່ຂ້ອຍຈະບໍ່ມີວັນຖິ້ມທ່ານເລີຍ!”+ 34 ພະເຢຊູບອກລາວວ່າ: “ຂ້ອຍຈະບອກໃຫ້ຮູ້ວ່າ ໃນຄືນນີ້ກ່ອນໄກ່ຂັນ ເຈົ້າຈະປະຕິເສດຮອດ 3 ເທື່ອວ່າບໍ່ຮູ້ຈັກຂ້ອຍ.”+ 35 ເປໂຕບອກພະເຢຊູວ່າ: “ເຖິງວ່າຂ້ອຍຈະຕ້ອງຕາຍພ້ອມກັບທ່ານ ບໍ່ມີທາງທີ່ຂ້ອຍຈະປະຕິເສດວ່າບໍ່ຮູ້ຈັກທ່ານ.”+ ລູກສິດທຸກຄົນກໍເວົ້າແບບດຽວກັນ.
36 ພະເຢຊູກັບພວກລູກສິດຍ່າງມາຮອດສວນທີ່ຊື່ວ່າເຄັດເຊມາເນ+ ແລ້ວເພິ່ນບອກເຂົາເຈົ້າວ່າ: “ໃຫ້ນັ່ງຖ້າຢູ່ນີ້ ຂ້ອຍຈະໄປອະທິດຖານຢູ່ພຸ້ນ.”+ 37 ພະເຢຊູພາເປໂຕກັບລູກຊາຍ 2 ຄົນຂອງເຊເບດາຍໄປນຳ. ຕອນນັ້ນ ເພິ່ນຮູ້ສຶກໂສກເສົ້າແລະທຸກໃຈຫຼາຍ.+ 38 ເພິ່ນຈຶ່ງບອກເຂົາເຈົ້າວ່າ: “ຂ້ອຍທຸກໃຈຈົນເກືອບຊິຕາຍແລ້ວ. ໃຫ້ພວກເຈົ້າຢູ່ນີ້ແລະເຝົ້າລະວັງຢູ່ສະເໝີນຳກັນກັບຂ້ອຍ.”+ 39 ພະເຢຊູໄດ້ຍ່າງໄປອີກໜ້ອຍໜຶ່ງ ແລ້ວເພິ່ນກໍໝູບໜ້າລົງອະທິດຖານວ່າ:+ “ພໍ່ເອີ້ຍ ຖ້າເປັນໄປໄດ້ ຂໍໃຫ້ຈອກນີ້*+ກາຍລູກໄປ. ແຕ່ຢ່າໃຫ້ເປັນໄປຕາມທີ່ລູກຕ້ອງການ ຂໍໃຫ້ເປັນໄປຕາມທີ່ພໍ່ຕ້ອງການ.”+
40 ພະເຢຊູກັບມາຫາພວກລູກສິດແລະເຫັນວ່າເຂົາເຈົ້າກຳລັງນອນຫຼັບ ເພິ່ນຈຶ່ງບອກເປໂຕວ່າ: “ພວກເຈົ້າເຝົ້າລະວັງຄືກັບຂ້ອຍຈັກຊົ່ວໂມງໜຶ່ງບໍ່ໄດ້ບໍ?+ 41 ພວກເຈົ້າຕ້ອງເຝົ້າລະວັງຢູ່ສະເໝີ+ແລະອະທິດຖານຢູ່ເລື້ອຍໆ+ເພື່ອພວກເຈົ້າຈະບໍ່ຍອມແພ້ເມື່ອຖືກທົດສອບ.+ ເຖິງວ່າໃຈສູ້* ແຕ່ຮ່າງກາຍຂອງພວກເຈົ້າກໍຍັງອ່ອນແອ.”+ 42 ພະເຢຊູອອກໄປອີກເປັນເທື່ອທີ 2 ແລະອະທິດຖານວ່າ: “ພໍ່ເອີ້ຍ ຖ້າລູກຫຼີກຈາກຈອກນີ້ບໍ່ໄດ້ແລະຕ້ອງໄດ້ກິນແທ້ໆ ກໍຂໍໃຫ້ເປັນໄປຕາມທີ່ພໍ່ຕ້ອງການ.”+ 43 ເມື່ອພະເຢຊູກັບມາກໍເຫັນພວກລູກສິດກຳລັງນອນຫຼັບຍ້ອນເຂົາເຈົ້າຢາກນອນແຮງ. 44 ເພິ່ນຈຶ່ງປະເຂົາເຈົ້າໄວ້ ແລະໄປອະທິດຖານອີກເປັນເທື່ອທີ 3. 45 ແລ້ວພະເຢຊູກໍກັບມາຫາພວກລູກສິດແລະບອກເຂົາເຈົ້າວ່າ: “ໃນເວລາແບບນີ້ພວກເຈົ້າຍັງນອນຫຼັບພັກຜ່ອນຢູ່ບໍ! ຕອນນີ້ໃກ້ຈະຮອດເວລາແລ້ວທີ່ລູກມະນຸດຈະຖືກທໍລະຍົດແລະຖືກຈັບ. 46 ລຸກຂຶ້ນ. ໄປ໋! ຄົນທີ່ທໍລະຍົດຂ້ອຍມາແລ້ວ.” 47 ພະເຢຊູເວົ້າຍັງບໍ່ທັນສຸດຄວາມ ຢູດາທີ່ເປັນຜູ້ໜຶ່ງໃນອັກຄະສາວົກ 12 ຄົນກໍມາຮອດພ້ອມກັບຄົນກຸ່ມໃຫຍ່ທີ່ຖືດາບຖືໄມ້ຄ້ອນມານຳ. ພວກນີ້ເປັນຄົນຂອງພວກຫົວໜ້າປະໂລຫິດແລະພວກຜູ້ນຳຄົນຢິວ.+
48 ຜູ້ທີ່ທໍລະຍົດພະເຢຊູບອກພວກນັ້ນໄວ້ແລ້ວວ່າ: “ຖ້າຂ້ອຍຈູບຜູ້ໃດ ໃຫ້ຈັບຜູ້ນັ້ນ.” 49 ຢູດາຍ່າງເຂົ້າມາຫາພະເຢຊູແລະເວົ້າວ່າ: “ສະບາຍດີ ອາຈານ!” ແລ້ວກໍຈູບເພິ່ນຄ່ອຍໆ. 50 ແຕ່ພະເຢຊູເວົ້າກັບລາວວ່າ: “ເຈົ້າມານີ້ເຮັດຫຍັງ?”+ ແລ້ວພວກນັ້ນກໍເຂົ້າມາຈັບເພິ່ນ. 51 ແຕ່ຜູ້ໜຶ່ງທີ່ຢູ່ກັບພະເຢຊູໄດ້ຖອດດາບອອກມາຟັນທາດຂອງປະໂລຫິດໃຫຍ່ ແລະຖືກຫູຂອງລາວຂາດເບື້ອງໜຶ່ງ.+ 52 ພະເຢຊູບອກຜູ້ນັ້ນວ່າ: “ເອົາດາບມ້ຽນໄວ້ໃນຝັກສະ+ ເພາະທຸກຄົນທີ່ໃຊ້ດາບຈະຕາຍຍ້ອນດາບ.+ 53 ພວກເຈົ້າຄິດວ່າຂ້ອຍຈະຂໍພໍ່ຂອງຂ້ອຍໃຫ້ຊ່ວຍບໍ່ໄດ້ບໍ? ເພິ່ນຈະສົ່ງທູດສະຫວັນຫຼາຍກວ່າ 12 ກອງທັບມາຊ່ວຍຂ້ອຍຕອນນີ້ເລີຍກໍໄດ້.+ 54 ແຕ່ຖ້າຂ້ອຍເຮັດແບບນັ້ນ ສິ່ງທີ່ຂຽນໄວ້ໃນພະຄຳພີຈະເກີດຂຶ້ນແທ້ໄດ້ແນວໃດ?” 55 ແລ້ວພະເຢຊູເວົ້າກັບຄົນກຸ່ມໃຫຍ່ນັ້ນວ່າ: “ເປັນຫຍັງຕ້ອງຖືດາບຖືໄມ້ຄ້ອນມາຈັບຂ້ອຍຄືກັບຈັບໂຈນ? ຂ້ອຍນັ່ງສອນຢູ່ວິຫານທຸກມື້+ ພວກເຈົ້າຄືບໍ່ມາຈັບ?+ 56 ແຕ່ມັນເປັນແນວນີ້ກໍເພື່ອໃຫ້ສິ່ງທີ່ພວກຜູ້ພະຍາກອນຂຽນໄວ້ເກີດຂຶ້ນແທ້.”+ ແລ້ວລູກສິດທຸກຄົນກໍຖິ້ມພະເຢຊູແລ້ວໜີໄປ.+
57 ພວກນັ້ນຈັບພະເຢຊູໄປເຮືອນປະໂລຫິດໃຫຍ່ກາຢະຟາ.+ ພວກຄູສອນສາສະໜາກັບພວກຜູ້ນຳຄົນຢິວກໍມາລວມກັນຢູ່ຫັ້ນແລ້ວ.+ 58 ສ່ວນເປໂຕໄດ້ນຳຫຼັງພະເຢຊູໄປຫ່າງໆຈົນຮອດເດີ່ນບ້ານຂອງປະໂລຫິດໃຫຍ່ ແລ້ວລາວກໍເຂົ້າໄປນັ່ງຢູ່ກັບພວກຄົນຮັບໃຊ້ເພື່ອຖ້າເບິ່ງວ່າຈະມີຫຍັງເກີດຂຶ້ນ.+
59 ພວກຫົວໜ້າປະໂລຫິດກັບສະມາຊິກທຸກຄົນຂອງສານຊັນເຮດຣິນກໍຊອກພະຍານຕົວະມາໃສ່ຮ້າຍພະເຢຊູເພື່ອຈະເຮັດໃຫ້ເພິ່ນຖືກໂທດປະຫານ.+ 60 ເຖິງຈະມີພະຍານຕົວະຫຼາຍຄົນມາໃຫ້ການ ແຕ່ເຂົາເຈົ້າກໍບໍ່ສາມາດຊອກຫາພະຍານທີ່ໜ້າເຊື່ອຖືໄດ້.+ ໃນທີ່ສຸດກໍມີ 2 ຄົນມາໃຫ້ການວ່າ: 61 “ຜູ້ນີ້ເຄີຍເວົ້າວ່າ ‘ຂ້ອຍສາມາດທຳລາຍວິຫານຂອງພະເຈົ້າ ແລ້ວສ້າງຂຶ້ນໃໝ່ພາຍໃນ 3 ມື້.’”+ 62 ປະໂລຫິດໃຫຍ່ກໍລຸກຂຶ້ນເວົ້າກັບພະເຢຊູວ່າ: “ເຈົ້າຊິບໍ່ເວົ້າຫຍັງຫວະ? ເຈົ້າບໍ່ໄດ້ຍິນບໍ ພວກນີ້ກ່າວຫາເຈົ້າແນວໃດ?”+ 63 ແຕ່ພະເຢຊູບໍ່ຕອບ+ ປະໂລຫິດໃຫຍ່ຈຶ່ງເວົ້າກັບເພິ່ນວ່າ: “ຂ້ອຍຂໍສັ່ງເຈົ້າໃຫ້ສາບານໃນນາມຂອງພະເຈົ້າຜູ້ມີຊີວິດຢູ່ຕະຫຼອດໄປ. ບອກມາດຽວນີ້ ເຈົ້າແມ່ນພະຄລິດລູກຂອງພະເຈົ້າແມ່ນບໍ.”+ 64 ພະເຢຊູຕອບລາວວ່າ: “ແມ່ນແລ້ວ.* ຂ້ອຍຈະບອກເຈົ້າວ່າ ຕັ້ງແຕ່ນີ້ໄປ ພວກເຈົ້າຈະເຫັນລູກມະນຸດ+ນັ່ງຢູ່ເບື້ອງຂວາມືຂອງພະເຈົ້າຜູ້ມີລິດເດດ+ ແລະຈະເຫັນເພິ່ນມາເທິງຂີ້ເຝື້ອໃນທ້ອງຟ້າ.”+ 65 ແລ້ວປະໂລຫິດໃຫຍ່ກໍຈີກເສື້ອຄຸມຂອງໂຕເອງແລະເວົ້າວ່າ: “ລາວໝິ່ນປະໝາດພະເຈົ້າ! ພວກເຮົາຍັງຕ້ອງມີພະຍານອີກຫວະ? ພວກເຈົ້າກໍໄດ້ຍິນແລ້ວວ່າລາວໝິ່ນປະໝາດພະເຈົ້າ. 66 ພວກເຈົ້າຄິດວ່າຄວນເຮັດແນວໃດກັບລາວ?” ຄົນພວກນັ້ນຕອບວ່າ: “ລາວສົມຄວນຕາຍ.”+ 67 ແລ້ວເຂົາເຈົ້າກໍຖົ່ມນ້ຳລາຍໃສ່ໜ້າພະເຢຊູ+ແລະຊົກເພິ່ນ.+ ບາງຄົນກໍຕົບໜ້າເພິ່ນ+ 68 ແລະເວົ້າວ່າ: “ພະຄລິດເອີ້ຍ ທວາຍເບິ່ງດຸວ່າແມ່ນໃຜຕົບເຈົ້າ?”
69 ຕອນນັ້ນ ເປໂຕນັ່ງຢູ່ເດີ່ນບ້ານ ມີສາວໃຊ້ຄົນໜຶ່ງມາທ້ວງລາວວ່າ: “ເຈົ້າເປັນໝູ່ຂອງເຢຊູຄົນຄາລີເລຕົ໋ວ!”+ 70 ແຕ່ເປໂຕປະຕິເສດຕໍ່ໜ້າທຸກຄົນທີ່ຢູ່ຫັ້ນວ່າ: “ຂ້ອຍບໍ່ຮູ້ຈັກລາວ. ເຈົ້າເວົ້າເລື່ອງຫຍັງ?” 71 ຈາກນັ້ນ ເປໂຕກໍຍ່າງໄປປະຕູທາງເຂົ້າ. ມີຜູ້ຍິງອີກຄົນໜຶ່ງເຫັນລາວແລະເວົ້າກັບຄົນທີ່ຢູ່ແຖວນັ້ນວ່າ: “ຜູ້ນີ້ເປັນໝູ່ຂອງເຢຊູຄົນນາຊາເຣັດ.”+ 72 ເປໂຕປະຕິເສດອີກແລະສາບານວ່າ: “ຂ້ອຍບໍ່ຮູ້ຈັກຜູ້ນັ້ນແທ້ໆ!” 73 ຫຼັງຈາກນັ້ນໜ້ອຍໜຶ່ງ ພວກທີ່ຢືນຢູ່ແຖວນັ້ນກໍເຂົ້າມາເວົ້າກັບເປໂຕວ່າ: “ແມ່ນແລ້ວ ເຈົ້າເປັນຜູ້ໜຶ່ງໃນພວກນັ້ນແທ້ໆ. ສຳນຽງຂອງເຈົ້າຄືກັບຄົນຄາລີເລ.” 74 ເປໂຕເລີ່ມສາບານວ່າ ຖ້າລາວເວົ້າຕົວະຂໍໃຫ້ລາວຖືກລົງໂທດ ແລະຍັງເວົ້າອີກວ່າ: “ຂ້ອຍບໍ່ຮູ້ຈັກຜູ້ນັ້ນແທ້ໆ!” ທັນໃດນັ້ນ ໄກ່ກໍຂັນ. 75 ແລ້ວເປໂຕກໍຄິດພໍ້ຄຳເວົ້າຂອງພະເຢຊູທີ່ວ່າ: “ກ່ອນໄກ່ຂັນ ເຈົ້າຈະປະຕິເສດຮອດ 3 ເທື່ອວ່າບໍ່ຮູ້ຈັກຂ້ອຍ.”+ ຈາກນັ້ນ ລາວກໍອອກໄປທາງນອກແລະຮ້ອງໄຫ້ດ້ວຍຄວາມເຈັບປວດໃຈຫຼາຍ.