ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ກິດຈະການ 24
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມກິດຈະການ

      • ຂໍ້​ກ່າວ​ຫາ​ໂປໂລ (1-9)

      • ໂປໂລ​ແກ້​ຄະດີ​ຕໍ່​ໜ້າ​ເຟລິກ (10-21)

      • ການ​ພິຈາລະນາ​ຄະດີ​ຂອງ​ໂປໂລ​ຖືກ​ເລື່ອນ​ອອກ​ໄປ 2 ປີ (22-27)

ກິດຈະການ 24:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 23:2
  • +ກຈກ 23:26

ກິດຈະການ 24:2

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 192

ກິດຈະການ 24:3

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 192

ກິດຈະການ 24:5

ໄຂເງື່ອນ

  • *

    ຫຼື “ທົ່ວ​ໂລກ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 5:11; ກຈກ 16:20, 21; 17:6, 7
  • +ລກ 23:1, 2
  • +ມທ 2:23; ກຈກ 28:22

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 192

ກິດຈະການ 24:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 21:27, 28

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 192

ກິດຈະການ 24:7

ໄຂເງື່ອນ

  • *

    ເບິ່ງ​ພາກ​ຜະໜວກ ກ3

ກິດຈະການ 24:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຟລປ 1:7

ກິດຈະການ 24:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 21:17, 26

ກິດຈະການ 24:14

ໄຂເງື່ອນ

  • *

    “ກົດໝາຍ​ຂອງ​ໂມເຊ​ແລະ​ໃນ​ຄຳສອນ​ຂອງ​ພວກ​ຜູ້​ພະຍາກອນ” ໃນ​ນີ້​ໝາຍເຖິງ​ພະຄຳພີ​ພາກ​ພາສາ​ເຮັບເຣີ​ທັງໝົດ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 3:15; ກຈກ 3:13; 2ຕມ 1:3
  • +ກຈກ 28:23; ຣມ 3:21

ກິດຈະການ 24:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລກ 23:43
  • +ອຊຢ 26:19; ມທ 22:31, 32; ລກ 14:13, 14; ຢຮ 5:28, 29; 11:25; ຮຣ 11:35; ພນມ 20:12

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    9/2022, ໜ້າ 16-17, 20, 22, 26

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 30

    ຫໍສັງເກດການ (ສຶກສາ)

    12/2020, ໜ້າ 7

    ຮຽນໄບເບິນ ໜ້າ 77-79

    ໄບເບິນສອນ ໜ້າ 72-73

    ຄວາມຮູ້ ໜ້າ 185-186

    ຊີວິດຕະຫຼອດໄປ ໜ້າ 170-172, 179-180

ກິດຈະການ 24:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 23:1; 1ກຣ 4:4; ຮຣ 13:18

ກິດຈະການ 24:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກຣ 8:4

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 169

ກິດຈະການ 24:18

ໄຂເງື່ອນ

  • *

    ແຂວງ​ໜຶ່ງ​ຂອງ​ຈັກກະວັດ​ໂຣມ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 21:24, 26

ກິດຈະການ 24:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 25:16

ກິດຈະການ 24:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 23:6

ກິດຈະການ 24:22

ໄຂເງື່ອນ

  • *

    ໝາຍເຖິງ​ແນວ​ທາງ​ຊີວິດ​ແລະ​ຄຳສອນ​ຂອງ​ຄລິດສະຕຽນ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 9:1, 2; 19:9

ກິດຈະການ 24:24

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 10:18

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 194-195

ກິດຈະການ 24:25

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 17:30, 31; 2ກຣ 5:10

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 194-195

ກິດຈະການ 24:27

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 25:9

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 195

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ກຈກ. 24:1ກຈກ 23:2
ກຈກ. 24:1ກຈກ 23:26
ກຈກ. 24:5ມທ 5:11; ກຈກ 16:20, 21; 17:6, 7
ກຈກ. 24:5ລກ 23:1, 2
ກຈກ. 24:5ມທ 2:23; ກຈກ 28:22
ກຈກ. 24:6ກຈກ 21:27, 28
ກຈກ. 24:10ຟລປ 1:7
ກຈກ. 24:11ກຈກ 21:17, 26
ກຈກ. 24:14ອພຍ 3:15; ກຈກ 3:13; 2ຕມ 1:3
ກຈກ. 24:14ກຈກ 28:23; ຣມ 3:21
ກຈກ. 24:15ລກ 23:43
ກຈກ. 24:15ອຊຢ 26:19; ມທ 22:31, 32; ລກ 14:13, 14; ຢຮ 5:28, 29; 11:25; ຮຣ 11:35; ພນມ 20:12
ກຈກ. 24:16ກຈກ 23:1; 1ກຣ 4:4; ຮຣ 13:18
ກຈກ. 24:172ກຣ 8:4
ກຈກ. 24:18ກຈກ 21:24, 26
ກຈກ. 24:19ກຈກ 25:16
ກຈກ. 24:21ກຈກ 23:6
ກຈກ. 24:22ກຈກ 9:1, 2; 19:9
ກຈກ. 24:24ມທ 10:18
ກຈກ. 24:25ກຈກ 17:30, 31; 2ກຣ 5:10
ກຈກ. 24:27ກຈກ 25:9
  • ຄຳພີໄບເບິນສະບັບແປໂລກໃໝ່
  • ອ່ານໃນ ພະຄຳພີຄລິດສະຕຽນພາກພາສາກຣີກ
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
ຄຳພີໄບເບິນສະບັບແປໂລກໃໝ່
ກິດຈະການ 24:1-27

ກິດຈະການຂອງອັກຄະສາວົກ

24 ຫ້າ​ມື້​ຕໍ່ມາ ປະໂລຫິດ​ໃຫຍ່​ອານາເນຍ+​ກັບ​ຜູ້​ນຳ​ຄົນ​ຢິວ​ບາງຄົນ​ແລະ​ທະນາຍ​ຄວາມ​ຊື່​ເຕຕູໂລ​ກໍ​ເດີນທາງ​ໄປ​ແຈ້ງ​ຂໍ້​ກ່າວຫາ​ໂປໂລ​ຕໍ່​ເຈົ້າແຂວງ.+ 2 ເມື່ອ​ເຕຕູໂລ​ຖືກ​ເອີ້ນ ລາວ​ກໍ​ເລີ່ມ​ກ່າວຫາ​ໂປໂລ​ວ່າ:

“ທ່ານ​ເຟລິກ​ທີ່​ນັບຖື ພວກ​ເຮົາ​ມີ​ຄວາມ​ສະຫງົບສຸກ​ຫຼາຍ​ກໍ​ຍ້ອນ​ທ່ານ ແລະ​ປະເທດ​ຊາດ​ຂອງ​ພວກ​ເຮົາ​ພັດທະນາ​ຂຶ້ນ​ກໍ​ຍ້ອນ​ທ່ານ​ເບິ່ງ​ການ​ໄກ. 3 ພວກ​ເຮົາ​ທຸກ​ຄົນ​ບໍ່​ວ່າ​ຢູ່​ໃສ​ກໍ​ຮູ້ສຶກ​ຂອບໃຈ​ຫຼາຍ​ສຳລັບ​ສິ່ງ​ຕ່າງ​ໆ​ທີ່​ທ່ານ​ໄດ້​ເຮັດ​ເພື່ອ​ພວກ​ເຮົາ​ມາ​ຕະຫຼອດ. 4 ຂ້ອຍ​ບໍ່​ຢາກ​ລົບກວນ​ເວລາ​ທ່ານ​ຫຼາຍ​ກວ່າ​ນີ້ ຂ້ອຍ​ຂໍ​ເວົ້າ​ສັ້ນ​ໆ​. ຂໍ​ໃຫ້​ທ່ານ​ອົດທົນ​ຟັງ​ຂ້ອຍ. 5 ພວກ​ເຮົາ​ເຫັນ​ວ່າ​ຜູ້​ຊາຍ​ຄົນ​ນີ້​ເປັນ​ຄົນ​ສ້າງ​ບັນຫາ+​ທີ່​ປຸກລະດົມ+​ຄົນ​ຢິວ​ຢູ່​ທຸກບ່ອນ.* ລາວ​ເປັນ​ຫົວໜ້າ​ຂອງ​ນິກາຍ​ທີ່​ຊື່ ‘ຄົນ​ນາຊາເຣັດ’+ 6 ແລະ​ເຮັດ​ສິ່ງ​ທີ່​ລົບລູ່​ວິຫານ​ນຳ​ອີກ ພວກ​ເຮົາ​ຈຶ່ງ​ຈັບ​ລາວ​ໄວ້.+ 7*​—— 8 ຂໍ​ໃຫ້​ທ່ານ​ສອບສວນ​ລາວ​ເອງ ແລ້ວ​ທ່ານ​ຈະ​ໄດ້​ຮູ້​ວ່າ​ເລື່ອງ​ທັງ​ໝົດ​ທີ່​ພວກ​ເຮົາ​ຟ້ອງ​ລາວ​ນັ້ນ​ເປັນ​ຄວາມຈິງ.”

9 ພວກ​ຢິວ​ກໍ​ຮ່ວມກ່າວຫາໂປໂລ​ຄື​ກັນ​ໂດຍ​ຢືນຢັນ​ວ່າ​ເລື່ອງ​ທີ່​ຟ້ອງ​ໂປໂລ​ເປັນ​ຄວາມຈິງ. 10 ເມື່ອ​ເຈົ້າແຂວງ​ງຶກຫົວ​ໃສ່​ໂປໂລ ໂປໂລ​ກໍ​ເວົ້າ​ວ່າ:

“ເນື່ອງ​ຈາກ​ຂ້ອຍ​ຮູ້​ດີ​ວ່າ​ທ່ານ​ເປັນ​ຜູ້​ພິພາກສາ​ໃຫ້​ຊາດ​ນີ້​ມາ​ຫຼາຍ​ປີ​ແລ້ວ ຂ້ອຍ​ຈຶ່ງ​ດີ​ໃຈ​ທີ່​ໄດ້​ເວົ້າ​ແກ້​ຄະດີ​ຂອງ​ຂ້ອຍ​ຕໍ່​ໜ້າ​ທ່ານ.+ 11 ຕັ້ງແຕ່​ຂ້ອຍ​ໄປ​ນະມັດສະການ​ຢູ່​ເມືອງ​ເຢຣູຊາເລັມ​ຈົນ​ຮອດ​ຕອນນີ້​ກໍ​ຍັງ​ບໍ່​ກາຍ 12 ມື້.+ ຖ້າ​ທ່ານ​ຢາກ​ຮູ້​ຄວາມຈິງ ທ່ານ​ກໍ​ຖາມ​ເບິ່ງ​ໄດ້. 12 ເຂົາເຈົ້າ​ບໍ່​ເຄີຍ​ເຫັນ​ຂ້ອຍ​ຖຽງ​ກັບ​ຜູ້​ໃດ​ຢູ່​ວິຫານ ຫຼື​ປຸກລະດົມ​ຜູ້​ໃດ​ໃຫ້ກໍ່​ຄວາມ​ວຸ່ນວາຍ ບໍ່​ວ່າ​ຢູ່​ໃນ​ບ່ອນ​ປະຊຸມ​ຂອງ​ເຂົາເຈົ້າ​ຫຼື​ຢູ່​ບ່ອນ​ອື່ນ​ໆ​ໃນ​ເມືອງ. 13 ຈົນ​ຮອດ​ຕອນ​ນີ້ ເຂົາເຈົ້າ​ກໍ​ບໍ່​ມີ​ຫຼັກຖານ​ທີ່​ພິສູດ​ໃຫ້​ທ່ານ​ເຫັນ​ວ່າ​ຂ້ອຍ​ເຮັດ​ຜິດ​ຕາມ​ທີ່​ເຂົາເຈົ້າ​ກ່າວຫາ. 14 ແຕ່​ຂ້ອຍ​ຍອມຮັບ​ເລື່ອງ​ໜຶ່ງ. ຂ້ອຍ​ເຮັດ​ວຽກ​ຮັບໃຊ້​ທີ່​ສັກສິດ​ໃຫ້​ພະເຈົ້າ​ຂອງ​ປູ່ຍ່າ​ຕານາຍ​ຂອງ​ຂ້ອຍ+​ຕາມ​ແນວ​ທາງ​ທີ່​ເຂົາເຈົ້າ​ເອີ້ນ​ວ່າ​ນິກາຍ​ໜຶ່ງ ຍ້ອນ​ຂ້ອຍ​ເຊື່ອ​ທຸກສິ່ງ​ທີ່​ຂຽນ​ໄວ້​ໃນ​ກົດໝາຍ​ຂອງ​ໂມເຊ​ແລະ​ໃນ​ຄຳສອນ​ຂອງ​ພວກ​ຜູ້​ພະຍາກອນ.*+ 15 ຂ້ອຍ​ມີ​ຄວາມຫວັງ​ໃນ​ພະເຈົ້າ​ຄື​ກັບ​ທີ່​ເຂົາເຈົ້າ​ມີ. ຄວາມຫວັງ​ຂອງ​ຂ້ອຍ​ແມ່ນ​ທັງ​ຄົນ​ດີແລະ​ຄົນ​ຊົ່ວ+​ຈະ​ຄືນ​ມາ​ຈາກ​ຕາຍ.+ 16 ຂ້ອຍ​ພະຍາຍາມ​ຕະຫຼອດ​ທີ່​ຈະ​ບໍ່​ເຮັດ​ຜິດ​ຕໍ່​ພະເຈົ້າ​ຫຼື​ຕໍ່​ມະນຸດ ເພື່ອ​ຈະ​ບໍ່​ມີ​ຫຍັງ​ລົບກວນ​ໃຈ​ຮູ້ຜິດ​ຮູ້ຖືກ​ຂອງ​ຂ້ອຍ.+ 17 ຫຼັງ​ຈາກ​ທີ່​ຂ້ອຍ​ບໍ່​ຢູ່​ເມືອງ​ເຢຣູຊາເລັມ​ຫຼາຍ​ປີ ຂ້ອຍ​ກໍ​ກັບ​ໄປຫັ້ນ​ເພື່ອ​ເອົາ​ເງິນ​ໄປ​ຊ່ວຍ+​ຄົນ​ໃນ​ຊາດ​ຂອງ​ຂ້ອຍ​ແລະ​ເອົາ​ເຄື່ອງ​ບູຊາ​ໄປ​ໃຫ້​ພະເຈົ້າ. 18 ຕອນ​ທີ່​ກຳລັງ​ເຮັດ​ແບບນັ້​ນ ພວກ​ຢິວ​ກໍ​ເຫັນ​ຂ້ອຍ​ຢູ່​ວິຫານ​ຫຼັງ​ຈາກ​ທີ່​ເຮັດ​ໃຫ້​ໂຕເອງ​ສະອາດ​ຕາມ​ພິທີກຳ.+ ຂ້ອຍ​ບໍ່​ໄດ້​ຢູ່​ກັບ​ຄົນ​ກຸ່ມ​ໃຫຍ່​ຫຼືກໍ່​ຄວາມວຸ່ນວາຍ​ຫຍັງ​ເລີຍ. ຕອນ​ນັ້ນ ຄົນ​ຢິວ​ບາງຄົນ​ຈາກ​ແຂວງ​ອາຊີ*​ກໍ​ຢູ່​ຫັ້ນ​ຄື​ກັນ. 19 ຖ້າ​ພວກ​ນັ້ນ​ມີ​ຫຍັງ​ຈະ​ກ່າວຫາ​ຂ້ອຍ ເຂົາເຈົ້າ​ກໍ​ຄວນ​ຈະ​ມາ​ຟ້ອງ​ຂ້ອຍ​ຕໍ່​ໜ້າ​ທ່ານ​ມື້​ນີ້.+ 20 ຄັນ​ບໍ່​ຊັ້ນ​ກໍ​ໃຫ້​ຄົນ​ທີ່​ຢູ່​ນີ້​ບອກ​ມາ​ວ່າ​ຂ້ອຍ​ເຮັດ​ຫຍັງ​ຜິດ​ຕອນ​ທີ່​ຂ້ອຍ​ຢືນ​ຢູ່​ຕໍ່​ໜ້າ​ສານ​ຊັນເຮດຣິນ. 21 ມີ​ແຕ່​ເລື່ອງ​ດຽວ​ທີ່​ເຂົາເຈົ້າ​ຈະ​ກ່າວຫາ​ຂ້ອຍ​ໄດ້​ກໍ​ແມ່ນ​ຕອນ​ທີ່​ຢືນ​ຢູ່​ກາງ​ສານ ຂ້ອຍ​ຮ້ອງ​ຂຶ້ນ​ວ່າ ‘ຂ້ອຍ​ຖືກ​ຕັດສິນ​ຄະດີ​ຕໍ່​ໜ້າ​ພວກ​ເຈົ້າ​ໃນ​ມື້​ນີ້​ກໍ​ຍ້ອນ​ເລື່ອງ​ການ​ຄືນ​ມາ​ຈາກ​ຕາຍ.’”+

22 ເຟລິກ​ຮູ້​ດີ​ກ່ຽວກັບ​ເລື່ອງທາງ​ນັ້ນ*+ ລາວ​ຈຶ່ງ​ໃຫ້​ເລື່ອນ​ການ​ພິຈາລະນາ​ອອກ​ໄປ​ກ່ອນ​ແລະ​ເວົ້າ​ວ່າ: “ຂ້ອຍ​ຈະ​ຕັດສິນ​ຄະດີ​ຂອງ​ພວກ​ເຈົ້າ​ຕອນ​ທີ່​ນາຍພັນ​ລີເຊຍ​ມາ​ຮອດ.” 23 ແລ້ວ​ເຟລິກ​ກໍ​ສັ່ງ​ນາຍ​ຮ້ອຍ​ໃຫ້​ຂັງ​ໂປໂລ​ໄວ້ ແຕ່​ໃຫ້​ມີ​ອິດສະຫຼະ​ຢູ່​ແດ່ ແລະ​ສັ່ງ​ວ່າ​ບໍ່​ຕ້ອງ​ຫ້າມ​ຖ້າ​ມີ​ພວກ​ຂອງ​ໂປໂລ​ມາ​ເບິ່ງແຍງ​ລາວ.

24 ບໍ່​ເທົ່າ​ໃດ​ມື້​ຕໍ່ມາ ເຟລິກ​ມາ​ກັບ​ເມຍ​ທີ່​ຊື່​ດູຊີນລາ​ທີ່​ເປັນ​ຄົນ​ຢິວ. ເຟລິກ​ໃຫ້​ຄົນ​ໄປ​ເອີ້ນໂປໂລ​ມາ​ເພື່ອ​ຈະ​ໄດ້​ຟັງ​ໂປໂລເວົ້າ​ເຖິງ​ຄວາມ​ເຊື່ອ​ເລື່ອງ​ພະຄລິດ​ເຢຊູ.+ 25 ແຕ່​ເມື່ອ​ໂປໂລ​ເວົ້າ​ເຖິງ​ເລື່ອງ​ການ​ເຮັດ​ສິ່ງ​ທີ່​ຖືກຕ້ອງ ການ​ຮູ້ຈັກ​ຄວບຄຸມ​ໂຕເອງ ແລະ​ການ​ຕັດສິນ​ທີ່​ຈະ​ເກີດ​ຂຶ້ນ+ ເຟລິກ​ກໍ​ຢ້ານ​ແລະ​ບອກ​ວ່າ: “ຕອນ​ນີ້ ເຈົ້າ​ໄປ​ໄດ້​ແລ້ວ. ຖ້າ​ມີ​ໂອກາດ​ຂ້ອຍ​ຈະ​ເອີ້ນ​ເຈົ້າ​ມາ​ອີກ.” 26 ທີ່​ຈິງ ເຟລິກ​ຫວັງ​ວ່າ​ຈະ​ໄດ້​ເງິນ​ຈາກ​ໂປໂລ ລາວ​ຈຶ່ງ​ເອີ້ນ​ໂປໂລ​ມາ​ລົມ​ນຳ​ເລື້ອຍ​ໆ​. 27 ແຕ່​ເຟລິກ​ຍັງ​ໃຫ້​ໂປໂລ​ຢູ່​ໃນ​ຄຸກ​ຕໍ່​ໄປ​ຍ້ອນ​ຢາກ​ເອົາ​ໃຈ​ຄົນ​ຢິວ.+ ສອງ​ປີ​ຜ່ານ​ໄປ ໂປກີໂອເຟຊະໂຕ​ກໍ​ມາ​ຮັບ​ຕຳແໜ່ງ​ຕໍ່​ຈາກ​ເຟລິກ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌