ຂ່າວດີທີ່ຂຽນໂດຍໂຢຮັນ
11 ຕອນນັ້ນ ມີຜູ້ຊາຍຄົນໜຶ່ງບໍ່ສະບາຍແຮງ. ລາວຊື່ລາຊະໂຣຢູ່ບ້ານເບັດທານີ. ມາຣິອາກັບມາທາທີ່ເປັນເອື້ອຍນ້ອງກັນກໍຢູ່ບ້ານນີ້.+ 2 ມາຣິອາຄົນນີ້ແມ່ນຜູ້ຍິງທີ່ເອົານ້ຳມັນຫອມເທໃສ່ຜູ້ເປັນນາຍແລະເອົາຜົມເຊັດຕີນເພິ່ນ.+ ລາຊະໂຣທີ່ບໍ່ສະບາຍເປັນນ້ອງຊາຍ*ຂອງລາວ. 3 ມາຣິອາກັບມາທາຈຶ່ງໃຊ້ຄົນໄປບອກພະເຢຊູວ່າ: “ນາຍເອີ້ຍ! ໝູ່ຮັກຂອງທ່ານບໍ່ສະບາຍແຮງ.” 4 ເມື່ອພະເຢຊູໄດ້ຍິນແບບນັ້ນກໍເວົ້າວ່າ: “ລາວບໍ່ສະບາຍເທື່ອນີ້ບໍ່ແມ່ນເພື່ອໃຫ້ຕາຍ ແຕ່ເພື່ອເຮັດໃຫ້ພະເຈົ້າໄດ້ຮັບການຍົກຍ້ອງ+ ແລະລູກຂອງພະເຈົ້າຈະໄດ້ຮັບການຍົກຍ້ອງຍ້ອນເຫດການນີ້.”
5 ພະເຢຊູຮັກມາທາກັບມາຣິອາລວມທັງລາຊະໂຣນຳ. 6 ແຕ່ຫຼັງຈາກໄດ້ຍິນວ່າລາຊະໂຣບໍ່ສະບາຍແຮງ ເພິ່ນກໍຍັງຢູ່ບ່ອນເກົ່າອີກ 2 ມື້. 7 ແລ້ວເພິ່ນເວົ້າກັບພວກລູກສິດວ່າ: “ໄປ໋ ກັບໄປແຂວງຢູດາຍອີກເທື່ອໜຶ່ງ.” 8 ພວກລູກສິດບອກເພິ່ນວ່າ: “ອາຈານ+ ບໍ່ດົນມານີ້ພວກຢິວຢູ່ຫັ້ນພະຍາຍາມຊິເອົາກ້ອນຫີນດຶກໃສ່ທ່ານໃຫ້ຕາຍ+ ທ່ານຍັງຊິກັບໄປອີກບໍ?” 9 ພະເຢຊູຕອບວ່າ: “ກາງເວັນມີ 12 ຊົ່ວໂມງບໍ່ແມ່ນບໍ?+ ຖ້າຜູ້ໃດຍ່າງຕອນກາງເວັນ ລາວຈະບໍ່ສະດຸດໄປຕຳຫຍັງເລີຍ ຍ້ອນລາວເຫັນແສງສະຫວ່າງຂອງໂລກນີ້. 10 ແຕ່ຖ້າຜູ້ໃດຍ່າງຕອນກາງຄືນລາວຈະສະດຸດ ຍ້ອນລາວບໍ່ມີແສງສະຫວ່າງໃນໂຕ.”
11 ເມື່ອເວົ້າແບບນັ້ນແລ້ວ ພະເຢຊູກໍບອກເຂົາເຈົ້າວ່າ: “ລາຊະໂຣໝູ່ຂອງພວກເຮົານອນຫຼັບຢູ່+ ແຕ່ຂ້ອຍຈະໄປປຸກລາວ.” 12 ພວກລູກສິດເວົ້າກັບເພິ່ນວ່າ: “ນາຍເອີ້ຍ ຖ້າລາວນອນຫຼັບຢູ່ ລາວກໍຈະດີຂຶ້ນ.” 13 ທີ່ຈິງ ພະເຢຊູໝາຍຄວາມວ່າລາຊະໂຣຕາຍແລ້ວ ແຕ່ເຂົາເຈົ້າຄິດວ່າເພິ່ນເວົ້າເຖິງການນອນຫຼັບພັກຜ່ອນ. 14 ພະເຢຊູຈຶ່ງບອກເຂົາເຈົ້າກົງໆວ່າ: “ລາຊະໂຣຕາຍແລ້ວ+ 15 ແລະກໍດີທີ່ຂ້ອຍບໍ່ໄດ້ຢູ່ຫັ້ນ ຍ້ອນສິ່ງທີ່ຂ້ອຍຈະໄປເຮັດນີ້ຈະເສີມຄວາມເຊື່ອຂອງພວກເຈົ້າ. ໄປ໋ ພວກເຮົາໄປ.” 16 ໂທມາທີ່ຄົນເອີ້ນວ່າຝາແຝດ*ເວົ້າກັບພວກໝູ່ທີ່ເປັນລູກສິດວ່າ: “ໄປ໋ ພວກເຮົາໄປຕາຍນຳອາຈານ.”+
17 ເມື່ອພະເຢຊູໄປຮອດຫັ້ນ ກໍເຫັນວ່າເຂົາເຈົ້າເອົາສົບຂອງລາຊະໂຣໄປໄວ້ໃນບ່ອນຝັງສົບໄດ້ 4 ມື້ແລ້ວ. 18 ບ້ານເບັດທານີຢູ່ໃກ້ເມືອງເຢຣູຊາເລັມປະມານ 3 ກິໂລແມັດ.* 19 ມີຄົນຢິວຫຼາຍຄົນມາປອບໃຈມາທາກັບມາຣິອາທີ່ສູນເສຍນ້ອງຊາຍ. 20 ເມື່ອມາທາໄດ້ຍິນວ່າພະເຢຊູກຳລັງມາ ລາວຈຶ່ງອອກໄປຫາເພິ່ນ ແຕ່ມາຣິອາ+ຍັງຢູ່ເຮືອນ. 21 ມາທາບອກພະເຢຊູວ່າ: “ນາຍເອີ້ຍ ຖ້າທ່ານຢູ່ນີ້ ລາວຄືຊິບໍ່ຕາຍ. 22 ແຕ່ຂ້ອຍກໍຍັງເຊື່ອວ່າພະເຈົ້າຈະໃຫ້ທຸກຢ່າງຕາມທີ່ທ່ານຂໍ.” 23 ພະເຢຊູບອກມາທາວ່າ: “ລາວຈະຟື້ນຄືນມາຈາກຕາຍ.” 24 ມາທາບອກເພິ່ນວ່າ: “ຂ້ອຍເຊື່ອວ່າລາວຈະຖືກປຸກໃຫ້ຟື້ນຄືນມາຈາກຕາຍ+ໃນວັນສຸດທ້າຍ.” 25 ພະເຢຊູບອກລາວວ່າ: “ຂ້ອຍແມ່ນຜູ້ທີ່ປຸກຄົນຕາຍໃຫ້ຟື້ນແລະໃຫ້ເຂົາເຈົ້າມີຊີວິດ.+ ຜູ້ທີ່ສະແດງຄວາມເຊື່ອໃນຂ້ອຍ ເຖິງວ່າລາວຕາຍກໍຈະມີຊີວິດອີກ 26 ແລະທຸກຄົນທີ່ຍັງມີຊີວິດຢູ່ແລະສະແດງຄວາມເຊື່ອໃນຂ້ອຍ ເຂົາເຈົ້າຈະບໍ່ຕາຍເລີຍ.+ ເຈົ້າເຊື່ອບໍ?” 27 ລາວຕອບວ່າ: “ນາຍເອີ້ຍ ຂ້ອຍເຊື່ອ. ຂ້ອຍເຊື່ອວ່າທ່ານເປັນພະຄລິດລູກຂອງພະເຈົ້າ ແລະເປັນຜູ້ທີ່ຕ້ອງມາໃນໂລກນີ້.” 28 ເມື່ອເວົ້າຈົບ ລາວກໍໄປເອີ້ນມາຣິອາຜູ້ເປັນນ້ອງສາວ. ລາວຊິ່ມວ່າ: “ອາຈານ+ມາແລ້ວ ເພິ່ນບອກໃຫ້ເຈົ້າໄປຫາ.” 29 ເມື່ອມາຣິອາໄດ້ຍິນແບບນັ້ນກໍຟ້າວໄປຫາພະເຢຊູ.
30 ພະເຢຊູຍັງບໍ່ໄດ້ເຂົ້າໄປໃນບ້ານເທື່ອ ເພິ່ນຍັງຢູ່ບ່ອນທີ່ມາທາໄປຫາ. 31 ເມື່ອຄົນຢິວທີ່ປອບໃຈມາຣິອາຢູ່ໃນເຮືອນເຫັນລາວຟ້າວອອກໄປ ເຂົາເຈົ້າກໍນຳຫຼັງລາວໄປ ຍ້ອນຄິດວ່າລາວຈະໄປຮ້ອງໄຫ້ຢູ່ບ່ອນຝັງສົບ.+ 32 ເມື່ອມາຣິອາເຫັນພະເຢຊູ ລາວກໍໝູບລົງຢູ່ຕີນເພິ່ນແລ້ວເວົ້າວ່າ: “ນາຍເອີ້ຍ ຖ້າທ່ານຢູ່ນີ້ ລາວຄືຊິບໍ່ຕາຍ.” 33 ເມື່ອພະເຢຊູເຫັນມາຣິອາຮ້ອງໄຫ້ ແລະພວກຢິວທີ່ມານຳລາວກໍຮ້ອງໄຫ້ຄືກັນ ເພິ່ນກໍໂສກເສົ້າແລະສະເທືອນໃຈ. 34 ເພິ່ນຖາມວ່າ: “ພວກເຈົ້າເອົາສົບລາວໄວ້ໃສ?” ເຂົາເຈົ້າຕອບວ່າ: “ນາຍເອີ້ຍ ມາເບິ່ງແມ້.” 35 ແລ້ວພະເຢຊູກໍຮ້ອງໄຫ້.+ 36 ເມື່ອພວກຢິວເຫັນແບບນັ້ນກໍພາກັນເວົ້າວ່າ: “ເບິ່ງແມ້ ລາວຮັກລາຊະໂຣຫຼາຍແທ້ໆ!” 37 ແຕ່ມີບາງຄົນເວົ້າວ່າ: “ຜູ້ຊາຍຄົນນີ້ເຄີຍເຮັດໃຫ້ຄົນຕາບອດເຫັນຮຸ່ງ.+ ລາວໜ້າຈະເຮັດບາງຢ່າງເພື່ອບໍ່ໃຫ້ລາຊະໂຣຕາຍ.”
38 ເມື່ອໃກ້ຊິຮອດບ່ອນຝັງສົບ ພະເຢຊູກໍຮູ້ສຶກສະເທືອນໃຈອີກ. ບ່ອນຝັງສົບນັ້ນເປັນຖ້ຳແລະມີຫີນອັດທາງເຂົ້າໄວ້. 39 ພະເຢຊູສັ່ງວ່າ: “ກິ້ງຫີນອອກ.” ມາທາທີ່ເປັນເອື້ອຍນ້ອງຂອງຜູ້ຕາຍບອກເພິ່ນວ່າ: “ນາຍເອີ້ຍ ປານນີ້ສົບຄືຊິເໝັນ ຍ້ອນລາວຕາຍໄດ້ 4 ມື້ແລ້ວ.” 40 ພະເຢຊູບອກລາວວ່າ: “ຂ້ອຍເຄີຍບອກເຈົ້າແລ້ວບໍ່ແມ່ນບໍວ່າ ຖ້າເຈົ້າເຊື່ອ ເຈົ້າຈະໄດ້ເຫັນລິດເດດຂອງພະເຈົ້າ?”+ 41 ເຂົາເຈົ້າຈຶ່ງກິ້ງຫີນທີ່ອັດທາງເຂົ້າບ່ອນຝັງສົບອອກ ແລ້ວພະເຢຊູກໍເງີຍໜ້າຂຶ້ນຟ້າ+ແລະເວົ້າວ່າ: “ພໍ່ເອີ້ຍ ລູກຂອບໃຈທີ່ພໍ່ຟັງຄຳຂໍຮ້ອງຂອງລູກ. 42 ລູກຮູ້ຢູ່ແລ້ວວ່າພໍ່ຟັງລູກສະເໝີ ແຕ່ລູກຂໍເທື່ອນີ້ກໍເພື່ອຄົນທີ່ຢືນຢູ່ອ້ອມນີ້ຈະເຊື່ອວ່າພໍ່ໃຊ້ລູກມາ.”+ 43 ເມື່ອເວົ້າຈົບແລ້ວ ເພິ່ນກໍເອີ້ນສຽງດັງໆວ່າ: “ລາຊະໂຣເອີ້ຍ ອອກມາ!”+ 44 ລາຊະໂຣທີ່ຕາຍໄປແລ້ວກໍຍ່າງອອກມາທັງໆທີ່ຍັງມີຜ້າພັນມືພັນຕີນຢູ່ ແລະມີຜ້າພັນໜ້າຄືກັນ. ພະເຢຊູບອກເຂົາເຈົ້າວ່າ: “ເອົາຜ້າທີ່ພັນຢູ່ນັ້ນອອກໃຫ້ລາວແດ່ ລາວຈຶ່ງຊິຍ່າງໄດ້.”
45 ຄົນຢິວຫຼາຍຄົນທີ່ມາຫາມາຣິອາແລະໄດ້ເຫັນສິ່ງທີ່ພະເຢຊູເຮັດກໍເຊື່ອໃນເພິ່ນ.+ 46 ແຕ່ມີບາງຄົນໄປເລົ່າເລື່ອງທີ່ພະເຢຊູເຮັດໃຫ້ພວກຟາຣີຊາຍຟັງ. 47 ພວກຫົວໜ້າປະໂລຫິດກັບພວກຟາຣີຊາຍຈຶ່ງເອີ້ນປະຊຸມສານຊັນເຮດຣິນແລະເວົ້າວ່າ: “ພວກເຮົາຊິເຮັດແນວໃດ ຜູ້ຊາຍຄົນນັ້ນເຮັດການອັດສະຈັນຫຼາຍຢ່າງ?+ 48 ຖ້າຍັງປ່ອຍໄວ້ແບບນີ້ ຄົນຈະແຫ່ກັນໄປເຊື່ອລາວໝົດ ແລ້ວພວກໂຣມກໍຈະມາຍຶດທັງວິຫານແລະປະເທດຂອງເຮົານຳ.” 49 ຜູ້ໜຶ່ງຊື່ກາຢະຟາ+ທີ່ເປັນປະໂລຫິດໃຫຍ່ໃນປີນັ້ນເວົ້າຂຶ້ນມາວ່າ: “ພວກເຈົ້າບໍ່ຮູ້ຫຍັງເລີຍ. 50 ພວກເຈົ້າບໍ່ເຂົ້າໃຈບໍວ່າ ເພື່ອປະໂຫຍດຂອງພວກເຈົ້າເອງ ໃຫ້ຄົນໜຶ່ງຕາຍແທນປະຊາຊົນກໍດີກວ່າໃຫ້ຄົນໝົດຊາດຕ້ອງຕາຍ?” 51 ລາວບໍ່ໄດ້ເວົ້າແບບນີ້ຈາກຄວາມຄິດຂອງໂຕເອງ ແຕ່ຍ້ອນລາວເປັນປະໂລຫິດໃຫຍ່ໃນປີນັ້ນ ລາວຈຶ່ງພະຍາກອນວ່າພະເຢຊູຈະຕ້ອງຕາຍເພື່ອຄົນຊາດດຽວກັນ 52 ແລະບໍ່ແມ່ນເພື່ອຄົນຊາດດຽວກັນເທົ່ານັ້ນ ແຕ່ເພື່ອລວບລວມພວກລູກຂອງພະເຈົ້າທີ່ກະຈັດກະຈາຍກັນຢູ່ໃຫ້ເປັນອັນໜຶ່ງອັນດຽວກັນນຳອີກ. 53 ຕັ້ງແຕ່ມື້ນັ້ນ ເຂົາເຈົ້າຈຶ່ງຫາທາງຈະຂ້າພະເຢຊູ.
54 ດັ່ງນັ້ນ ພະເຢຊູຈຶ່ງບໍ່ໄປຫັ້ນມານີ້ແບບເປີດເຜີຍອີກຕໍ່ໄປໃນບ່ອນທີ່ມີຄົນຢິວ ແຕ່ເພິ່ນອອກຈາກບ່ອນນັ້ນໄປເມືອງໜຶ່ງຊື່ເອຟຣາຢິມ+ທີ່ຢູ່ໃກ້ບ່ອນກັນດານ ແລະຢູ່ຫັ້ນກັບພວກລູກສິດ. 55 ເມື່ອໃກ້ຊິຮອດເທດສະການປັດສະຄາ+ຂອງຄົນຢິວ ມີຄົນຈາກນອກເມືອງບັກຫຼາຍໆເຂົ້າມາໃນເມືອງເຢຣູຊາເລັມກ່ອນເທດສະການຈະເລີ່ມເພື່ອເຮັດໃຫ້ໂຕເອງສະອາດຕາມພິທີກຳ. 56 ເຂົາເຈົ້າຊອກຫາພະເຢຊູ ແລະຕອນທີ່ຢູ່ບໍລິເວນວິຫານເຂົາເຈົ້າພາກັນເວົ້າວ່າ: “ພວກເຈົ້າຄິດແນວໃດ? ລາວຊິມາເທດສະການນີ້ຫຼືບໍ່?” 57 ພວກຫົວໜ້າປະໂລຫິດກັບພວກຟາຣີຊາຍສັ່ງໄວ້ວ່າ ຖ້າຜູ້ໃດຮູ້ວ່າພະເຢຊູຢູ່ໃສກໍໃຫ້ມາບອກ ແລ້ວເຂົາເຈົ້າຈະໄປຈັບເພິ່ນ.