ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ປັນຍາຈານ 3
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມປັນຍາຈານ

      • ມີ​ເວລາ​ກຳນົດ​ໄວ້​ສຳລັບ​ທຸກ​ສິ່ງ (1-8)

      • ຊີວິດ​ທີ່​ມີ​ຄວາມສຸກ​ເປັນ​ຂອງຂວັນ​ຈາກ​ພະເຈົ້າ (9-15)

        • ມະນຸດ​ຢາກ​ມີ​ຊີວິດ​ຢູ່​ຕະຫຼອດໄປ (11)

      • ພະເຈົ້າ​ຕັດສິນ​ທຸກຄົນ​ຢ່າງ​ຍຸຕິທຳ (16, 17)

      • ຄົນ​ແລະ​ສັດ​ກໍ​ຕາຍ​ຄື​ກັນ (18-22)

        • ທັງສອງ​ຈະ​ຕ້ອງ​ກັບ​ໄປ​ເປັນ​ຂີ້ດິນ (20)

ປັນຍາຈານ 3:4

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ໂດດ”

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຄອບຄົວ ໜ້າ 97-98

ປັນຍາຈານ 3:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 3:31
  • +ພສ 39:1
  • +1ຊມ 19:4; 25:23, 24; ອສທ 4:13, 14; ພສ 145:11; ສພສ 9:8

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    3/2020, ໜ້າ 18-23

    ຫໍສັງເກດການ (ສຶກສາ)

    7/2019, ໜ້າ 11-12

    ຫໍສັງເກດການ

    15/12/2015, ໜ້າ 18-19

    ຄອບຄົວ ໜ້າ 65-66

ປັນຍາຈານ 3:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 139:21; ຣມ 12:9

ປັນຍາຈານ 3:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຍຈ 1:3; 5:15, 16

ປັນຍາຈານ 3:11

ໄຂເງື່ອນ

  • *

    ຫຼື “ເປັນ​ລະບຽບ; ເໝາະສົມ”

  • *

    ແປ​ຕາມ​ໂຕ​ວ່າ “ເພິ່ນ​ເອົາ​ເວລາ​ທີ່​ບໍ່​ສິ້ນ​ສຸດ​ໃສ່​ໄວ້​ໃນ​ຫົວໃຈ​ມະນຸດ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 1:31; ຣມ 1:20

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    10/2023, ໜ້າ 21-22

    ຫໍສັງເກດການ (ສຶກສາ)

    12/2022, ໜ້າ 4

    ໃກ້ຊິດ ໜ້າ 319

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 25

    ອີ່ມໃຈພໍໃຈ ໜ້າ 29

    ຊີວິດຕະຫຼອດໄປ ໜ້າ 10

ປັນຍາຈານ 3:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 37:3; 1ທຊ 5:15

ປັນຍາຈານ 3:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຍຈ 5:18, 19; ອຊຢ 65:21, 22

ປັນຍາຈານ 3:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 10:7; ພນມ 15:4

ປັນຍາຈານ 3:15

ໄຂເງື່ອນ

  • *

    ຫຼື​ອາດ​ແປ​ວ່າ “ສິ່ງ​ທີ່​ຜ່ານ​ໄປ​ແລ້ວ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຍຈ 1:9

ປັນຍາຈານ 3:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 82:2; 94:16, 21

ປັນຍາຈານ 3:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຍຈ 12:14; ກຈກ 17:31; ຣມ 2:5, 6

ປັນຍາຈານ 3:19

ໄຂເງື່ອນ

  • *

    ຫຼື “ພະລັງ​ຊີວິດ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ໂຢບ 14:10; ພສ 39:5; 89:48
  • +ປຖກ 7:22; ພສ 104:29; ປຍຈ 12:7

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຄວາມຮູ້ ໜ້າ 82

ປັນຍາຈານ 3:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຍຈ 9:10
  • +ປຖກ 2:7, 19
  • +ປຖກ 3:19; ໂຢບ 10:9

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 29

    ຄວາມຮູ້ ໜ້າ 82

ປັນຍາຈານ 3:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 146:3, 4; ປຍຈ 3:19; 9:10

ປັນຍາຈານ 3:22

ໄຂເງື່ອນ

  • *

    ຫຼື “ສ່ວນ​ແບ່ງ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 12:7; ປຍຈ 5:18
  • +ໂຢບ 14:21; ປຍຈ 6:12

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ປຍຈ. 3:72ຊມ 3:31
ປຍຈ. 3:7ພສ 39:1
ປຍຈ. 3:71ຊມ 19:4; 25:23, 24; ອສທ 4:13, 14; ພສ 145:11; ສພສ 9:8
ປຍຈ. 3:8ພສ 139:21; ຣມ 12:9
ປຍຈ. 3:9ປຍຈ 1:3; 5:15, 16
ປຍຈ. 3:11ປຖກ 1:31; ຣມ 1:20
ປຍຈ. 3:12ພສ 37:3; 1ທຊ 5:15
ປຍຈ. 3:13ປຍຈ 5:18, 19; ອຊຢ 65:21, 22
ປຍຈ. 3:14ຢຣມ 10:7; ພນມ 15:4
ປຍຈ. 3:15ປຍຈ 1:9
ປຍຈ. 3:16ພສ 82:2; 94:16, 21
ປຍຈ. 3:17ປຍຈ 12:14; ກຈກ 17:31; ຣມ 2:5, 6
ປຍຈ. 3:19ໂຢບ 14:10; ພສ 39:5; 89:48
ປຍຈ. 3:19ປຖກ 7:22; ພສ 104:29; ປຍຈ 12:7
ປຍຈ. 3:20ປຍຈ 9:10
ປຍຈ. 3:20ປຖກ 2:7, 19
ປຍຈ. 3:20ປຖກ 3:19; ໂຢບ 10:9
ປຍຈ. 3:21ພສ 146:3, 4; ປຍຈ 3:19; 9:10
ປຍຈ. 3:22ພບຍ 12:7; ປຍຈ 5:18
ປຍຈ. 3:22ໂຢບ 14:21; ປຍຈ 6:12
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
ຄຳພີໄບເບິນສະບັບແປໂລກໃໝ່
ປັນຍາຈານ 3:1-22

ປັນຍາຈານ

3 ມີ​ເວລາ​ກຳນົດ​ໄວ້​ສຳລັບ​ທຸກ​ສິ່ງ.

ມີ​ເວລາ​ສຳລັບ​ທຸກ​ຢ່າງ​ທີ່​ຢູ່​ໃຕ້​ຟ້າ​ເຊິ່ງ​ກໍ​ຄື:

 2 ເວລາ​ເກີດ​ແລະ​ເວລາ​ຕາຍ

ເວລາ​ປູກ​ແລະ​ເວລາ​ຫຼົກ​ສິ່ງ​ທີ່​ປູກ​ໄວ້

 3 ເວລາ​ຂ້າ​ແລະ​ເວລາ​ປິ່ນປົວ

ເວລາ​ມ້າງ​ແລະ​ເວລາ​ສ້າງ

 4 ເວລາ​ຮ້ອງໄຫ້​ແລະ​ເວລາ​ຫົວ

ເວລາ​ໄວ້ທຸກ​ແລະ​ເວລາ​ເຕັ້ນ​ລຳ*

 5 ເວລາ​ໂຍນ​ກ້ອນ​ຫີນ​ຖິ້ມ​ແລະ​ເວລາ​ລວບລວມ​ກ້ອນ​ຫີນ​ມາ​ໄວ້​ນຳ​ກັນ

ເວລາ​ກອດ​ແລະ​ເວລາ​ບໍ່​ກອດ

 6 ເວລາ​ຊອກ​ຫາ​ແລະ​ເວລາ​ທີ່​ຕ້ອງ​ຍອມຮັບ​ວ່າ​ເສຍ​ໄປ​ແລ້ວ

ເວລາ​ເກັບ​ມ້ຽນ​ແລະ​ເວລາ​ໂຍນ​ຖິ້ມ

 7 ເວລາ​ຈີກ​ໃຫ້​ຂາດ+​ແລະ​ເວລາ​ຫຍິບ​ໃຫ້​ຕິດ​ກັນ

ເວລາ​ມິດ​ງຽບ+​ແລະ​ເວລາ​ເວົ້າ+

 8 ເວລາ​ຮັກ​ແລະ​ເວລາ​ຊັງ+

ເວລາ​ສຳລັບ​ສົງຄາມ​ແລະ​ເວລາ​ສຳລັບ​ຄວາມ​ສະຫງົບສຸກ.

9 ຄົນ​ທີ່​ເຮັດ​ວຽກ​ໄດ້​ຫຍັງ​ຈາກ​ຄວາມ​ພະຍາຍາມ​ທັງໝົດ​ຂອງ​ລາວ?+​ 10 ຂ້ອຍ​ໄດ້​ເຫັນ​ວຽກ​ທີ່​ພະເຈົ້າ​ເອົາ​ໃຫ້​ມະນຸດ​ເຮັດ. 11 ເພິ່ນ​ເຮັດ​ໃຫ້​ທຸກ​ສິ່ງ​ສວຍ​ງາມ*​ຕາມ​ເວລາ​ຂອງ​ມັນ.+ ເພິ່ນ​ຍັງ​ໄດ້​ສ້າງ​ມະນຸດ​ໃຫ້​ຢາກ​ມີ​ຊີວິດ​ຢູ່​ຕະຫຼອດ​ໄປ* ແຕ່​ມະນຸດ​ຈະ​ບໍ່​ມີ​ທາງ​ເຂົ້າ​ໃຈ​ວ່າ​ພະເຈົ້າ​ທ່ຽງແທ້​ເຮັດ​ຫຍັງ​ແດ່​ຕັ້ງແຕ່​ຕົ້ນ​ຈົນ​ຈົບ.

12 ຂ້ອຍ​ໄດ້​ຂໍ້​ສະຫຼຸບ​ວ່າ​ສຳລັບ​ມະນຸດ​ແລ້ວ ບໍ່​ມີ​ຫຍັງ​ດີ​ກວ່າ​ການ​ໃຊ້​ຊີວິດ​ຢ່າງ​ມີ​ຄວາມ​ສຸກ​ແລະ​ໄດ້​ເຮັດ​ສິ່ງ​ທີ່​ດີ.+ 13 ນອກ​ຈາກ​ນັ້ນ ທຸກ​ຄົນ​ຄວນ​ໄດ້​ກິນ​ໄດ້​ດື່ມ​ແລະ​ມີ​ຄວາມ​ສຸກ​ກັບ​ວຽກ​ໜັກ​ທັງໝົດ​ຂອງ​ໂຕເອງ. ນີ້​ແມ່ນ​ຂອງຂວັນ​ຈາກ​ພະເຈົ້າ.+

14 ຂ້ອຍ​ໄດ້​ຮູ້​ວ່າ​ທຸກ​ສິ່ງ​ທີ່​ພະເຈົ້າ​ທ່ຽງແທ້​ສ້າງ​ຈະ​ໝັ້ນຄົງ​ຢູ່​ຕະຫຼອດ​ໄປ ບໍ່​ຕ້ອງ​ເພີ່ມ​ຫຼື​ຫຼຸດ​ຫຍັງ. ພະເຈົ້າ​ທ່ຽງແທ້​ສ້າງ​ສິ່ງ​ຕ່າງ​ໆ​ໃຫ້​ເປັນ​ແນວ​ນີ້​ເພື່ອ​ມະນຸດ​ຈະ​ໄດ້​ຢ້ານຢຳ​ເພິ່ນ.+

15 ສິ່ງ​ທີ່​ເກີດ​ຂຶ້ນ​ເຄີຍ​ເກີດ​ຂຶ້ນ​ມາ​ແລ້ວ​ແລະ​ສິ່ງ​ທີ່​ຈະ​ມາ​ກໍ​ເຄີຍ​ມີ​ຢູ່​ແລ້ວ+ ແຕ່​ພະເຈົ້າ​ທ່ຽງແທ້​ເປັນ​ຜູ້​ທີ່​ຊອກ​ຫາ​ສິ່ງ​ທີ່​ມະນຸດ​ແລ່ນ​ໄລ່​ນຳ*​ມາ​ໃຫ້​ເຂົາ​ເຈົ້າ.

16 ຢູ່​ໃຕ້​ດວງ​ຕາເວັນ​ນີ້ ຂ້ອຍ​ຍັງ​ໄດ້​ເຫັນ​ອີກ​ວ່າ​ໃນ​ບ່ອນ​ທີ່​ຄວນ​ມີ​ຄວາມ​ຍຸຕິທຳ​ແລະ​ຄວາມ​ຖືກຕ້ອງ​ພັດ​ມີ​ຄວາມ​ຊົ່ວ.+ 17 ຂ້ອຍ​ຈຶ່ງ​ຄິດ​ໃນ​ໃຈ​ວ່າ: “ພະເຈົ້າ​ທ່ຽງແທ້​ຈະ​ຕັດສິນ​ທັງ​ຄົນ​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ແລະ​ຄົນ​ຊົ່ວ+ ຍ້ອນ​ເພິ່ນ​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ຕາມ​ເວລາ​ທີ່​ເພິ່ນ​ເຫັນ​ວ່າ​ເໝາະ​ສົມ.”

18 ຂ້ອຍ​ຍັງ​ຄິດ​ໃນ​ໃຈ​ກ່ຽວ​ກັບ​ມະນຸດ​ອີກ​ວ່າ: “ພະເຈົ້າ​ທ່ຽງແທ້​ຈະ​ທົດສອບ​ເຂົາ​ເຈົ້າ​ແລະ​ເຮັດ​ໃຫ້​ເຫັນ​ວ່າ​ເຂົາ​ເຈົ້າ​ກໍ​ບໍ່​ຕ່າງ​ຫຍັງ​ຈາກ​ສັດ” 19 ຍ້ອນ​ມີ​ຈຸດຈົບ​ແຕ່​ແບບ​ດຽວ​ສຳລັບ​ມະນຸດ​ແລະ​ສັດ. ທັງ​ສອງ​ມີ​ຈຸດຈົບ​ຄື​ກັນ.+ ສັດ​ຕາຍ​ໄດ້ ມະນຸດ​ກໍ​ຕາຍ​ໄດ້ ທັງ​ສອງ​ມີ​ລົມ​ຫາຍໃຈ*​ຄື​ກັນ.+ ມະນຸດ​ຈຶ່ງ​ບໍ່​ໄດ້​ດີ​ໄປ​ກວ່າ​ສັດ ຍ້ອນ​ທຸກ​ຢ່າງ​ບໍ່​ມີ​ປະໂຫຍດ. 20 ທັງ​ຄົນ​ແລະ​ສັດ​ຈະ​ໄປ​ບ່ອນ​ດຽວ​ກັນ.+ ທັງ​ສອງ​ມາ​ຈາກ​ຂີ້​ດິນ+​ແລະ​ກໍ​ຈະ​ຕ້ອງ​ກັບ​ໄປ​ເປັນ​ຂີ້​ດິນ.+ 21 ບໍ່​ມີ​ໃຜ​ຮູ້​ແທ້​ໆ​ວ່າ​ພະລັງ​ຊີວິດ​ທີ່​ພະເຈົ້າ​ໃຫ້​ກັບ​ມະນຸດ​ຂຶ້ນ​ໄປ​ທາງ​ເທິງ​ຫຼື​ບໍ່ ແລະ​ພະລັງ​ຊີວິດ​ທີ່​ພະເຈົ້າ​ໃຫ້​ກັບ​ສັດ​ລົງ​ໄປ​ທາງ​ລຸ່ມ​ຫຼື​ບໍ່.+ 22 ຂ້ອຍ​ໄດ້​ຮູ້​ອີກ​ວ່າ​ສຳລັບ​ມະນຸດ​ແລ້ວ ບໍ່​ມີ​ຫຍັງ​ດີ​ກວ່າ​ການ​ມີ​ຄວາມ​ສຸກ​ກັບ​ການ​ເຮັດ​ວຽກ+ ຍ້ອນ​ນີ້​ແມ່ນ​ລາງວັນ*​ຂອງ​ເຂົາ​ເຈົ້າ. ເມື່ອ​ມະນຸດ​ຕາຍ​ໄປ ບໍ່​ມີ​ໃຜ​ເຮັດ​ໃຫ້​ເຂົາ​ເຈົ້າ​ຮູ້​ໄດ້​ວ່າ​ມີ​ຫຍັງ​ກຳລັງ​ເກີດ​ຂຶ້ນ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌