ເອຊາຢາ
66 ພະເຢໂຫວາເວົ້າວ່າ:
“ສະຫວັນເປັນບັນລັງຂອງເຮົາແລະໂລກກໍເປັນບ່ອນຮອງຕີນຂອງເຮົາ.+
2 ພະເຢໂຫວາເວົ້າຕໍ່ອີກວ່າ: “ເຮົາເປັນຜູ້ສ້າງສິ່ງເຫຼົ່ານີ້+
ແລະສິ່ງເຫຼົ່ານີ້ມີຢູ່ກໍຍ້ອນເຮົາ.
ສິ່ງທີ່ເຮົາສົນໃຈຫຼາຍກວ່າແມ່ນ
ຄົນທີ່ຖ່ອມໂຕແລະສຳນຶກຜິດເຊິ່ງນັບຖື*ຄຳເວົ້າຂອງເຮົາແທ້ໆ.+
3 ຄົນທີ່ຂ້າງົວເປັນເຄື່ອງບູຊາກໍເປັນຄືກັບຄົນທີ່ຂ້າຄົນ.+
ຄົນທີ່ເອົາແກະມາເປັນເຄື່ອງບູຊາກໍເປັນຄືກັບຄົນທີ່ຫັກຄໍໝາ.+
ຄົນທີ່ເອົາເຄື່ອງບູຊາມາໃຫ້ກໍເປັນຄືກັບຄົນທີ່ເອົາເລືອດໝູມາໃຫ້.+
ຄົນທີ່ເອົາກຳຍານ*ມາໃຫ້+ກໍເປັນຄືກັບຄົນທີ່ເວົ້າຄາຖາໃຫ້ພອນ.*+
ເຂົາເຈົ້າເລືອກແນວທາງຊີວິດຂອງໂຕເອງ
ແລະມັກສິ່ງທີ່ເປັນຕາຂີ້ດຽດ.
4 ເຮົາຈະເລືອກວິທີຕ່າງໆເພື່ອລົງໂທດເຂົາເຈົ້າ.+
ເຂົາເຈົ້າຢ້ານສິ່ງໃດເຮົາກໍຈະໃຫ້ເຈິສິ່ງນັ້ນ.
ຍ້ອນວ່າຕອນທີ່ເຮົາເອີ້ນ ເຂົາເຈົ້າກໍບໍ່ຕອບ
ແລະຕອນທີ່ເຮົາເວົ້າ ເຂົາເຈົ້າກໍບໍ່ຟັງ.+
ເຂົາເຈົ້າເຮັດສິ່ງທີ່ເຮົາເບິ່ງວ່າຊົ່ວຢູ່ເລື້ອຍໆ
ແລະເລືອກເຮັດສິ່ງທີ່ເຮົາບໍ່ມັກ.”+
5 ຄົນທີ່ນັບຖື*ຄຳເວົ້າຂອງພະເຢໂຫວາ ໃຫ້ຟັງສິ່ງທີ່ເພິ່ນເວົ້າ. ເພິ່ນເວົ້າວ່າ:
“ພວກອ້າຍນ້ອງຂອງເຈົ້າທີ່ຊັງເຈົ້າແລະໄລ່ເຈົ້າໜີຍ້ອນເຈົ້າເປັນຕົວແທນຊື່ຂອງເຮົາ ເຂົາເຈົ້າທຳທ່າເວົ້າວ່າ ‘ຂໍໃຫ້ພະເຢໂຫວາໄດ້ຮັບການສັນລະເສີນ.’+
ແຕ່ເຮົາຈະມາແລະເຮັດໃຫ້ເຂົາເຈົ້າອັບອາຍ.
ສຳລັບພວກເຈົ້າ ເຮົາຈະເຮັດໃຫ້ພວກເຈົ້າມີຄວາມສຸກ.”+
6 ມີສຽງຄວາມສັບສົນວຸ່ນວາຍຢູ່ໃນເມືອງ ເປັນສຽງມາຈາກວິຫານ
ຍ້ອນວ່າພະເຢໂຫວາກຳລັງລົງໂທດສັດຕູຂອງເພິ່ນໃຫ້ສົມກັບສິ່ງທີ່ເຂົາເຈົ້າເຮັດ.
7 ຊີໂອນຍັງບໍ່ທັນໄດ້ເຈັບທ້ອງເກີດລູກເທື່ອ ລາວກໍເກີດລູກແລ້ວ.+
ລາວເກີດລູກຊາຍທັງໆທີ່ຍັງບໍ່ທັນເຈັບທ້ອງ.
8 ມີໃຜເຄີຍໄດ້ຍິນເລື່ອງແບບນີ້ບໍ?
ມີໃຜເຄີຍເຫັນເລື່ອງແນວນີ້ບໍ?
ມີປະເທດໃດບໍທີ່ຈະເກີດຂຶ້ນພາຍໃນມື້ດຽວ?
ຫຼືມີຊາດໃດບໍທີ່ຈະເກີດຂຶ້ນໃນພິບຕາດຽວ?
ແຕ່ເມື່ອຊີໂອນເຈັບທ້ອງເກີດລູກ ລາວກໍເກີດອອກມາທັນທີໂລດ.
9 ພະເຢໂຫວາຖາມວ່າ: “ເມື່ອເຮົາໃຫ້ຮອດເວລາທີ່ແອນ້ອຍຕ້ອງເກີດ ເຮົາຈະບໍ່ໃຫ້ເກີດບໍ?”
ພະເຈົ້າຂອງເຈົ້າຍັງຖາມອີກວ່າ: “ເມື່ອຮອດກຳນົດເກີດແລ້ວ ເຮົາຈະຫ້າມບໍ່ໃຫ້ແອນ້ອຍອອກມາບໍ?”
10 ພວກເຈົ້າທີ່ຮັກເຢຣູຊາເລັມ+ ຂໍໃຫ້ດີໃຈແລະມີຄວາມສຸກກັບເມືອງນີ້.+
ພວກເຈົ້າທີ່ໂສກເສົ້າເສຍໃຈຍ້ອນສິ່ງທີ່ເກີດຂຶ້ນກັບເມືອງນີ້ ຂໍໃຫ້ມີຄວາມຍິນດີ.
11 ພວກເຈົ້າຈະເປັນຄືກັບແອນ້ອຍທີ່ໄດ້ກິນນົມແມ່ຈົນອີ່ມ.
ພວກເຈົ້າຈະອີ່ມອົກອີ່ມໃຈແລະມີຄວາມສຸກຫຼາຍ ຍ້ອນວ່າເມືອງເຢຣູຊາເລັມໄດ້ຮັບການຍົກຍ້ອງ.
12 ພະເຢໂຫວາເວົ້າວ່າ:
“ເຮົາຈະເຮັດໃຫ້ເມືອງນີ້ສະຫງົບສຸກຄືກັບແມ່ນ້ຳ+
ແລະຊັບສົມບັດຈາກຊາດຕ່າງໆຈະໄຫຼມາຄືກັບນ້ຳທີ່ໄຫຼມາຖ້ວມແຮງໆ.+
ເຢຣູຊາເລັມຈະໃຫ້ພວກເຈົ້າກິນນົມແລະຈະອູ້ມພວກເຈົ້າໄວ້
ແລະຈະໃຫ້ພວກເຈົ້ານັ່ງຢູ່ຕັກ.
13 ເຮົາຈະປອບໂຍນພວກເຈົ້າ+ຕໍ່ໆໄປຄືກັບແມ່ທີ່ອອຍລູກ.
ພວກເຈົ້າຈະໄດ້ຮັບການປອບໂຍນ
ຍ້ອນເຢຣູຊາເລັມຖືກຟື້ນຟູຂຶ້ນໃໝ່.+
14 ພວກເຈົ້າຈະເຫັນສິ່ງນີ້ແລະຈະມີຄວາມສຸກຫຼາຍ.
ພວກເຈົ້າຈະມີຊີວິດຊີວາຄືກັບຫຍ້າທີ່ປົ່ງໃໝ່.
ຜູ້ຮັບໃຊ້ຂອງເຮົາຈະຮູ້ຈັກລິດເດດຂອງເຮົາເຢໂຫວາ
ແຕ່ພວກສັດຕູຈະເຈິກັບຄວາມໃຈຮ້າຍຂອງເຮົາ.”+
15 ພະເຈົ້າເວົ້າຕໍ່ອີກວ່າ: “ເຮົາເຢໂຫວາຈະມາຄືກັບໄຟ+
ແລະລົດຮົບຂອງເຮົາຈະມາຄືກັບລົມພາຍຸ.+
ເຮົາຈະມາເພື່ອແກ້ແຄ້ນພວກສັດຕູຂອງເຮົາດ້ວຍຄວາມໃຈຮ້າຍຫຼາຍ
ແລະເພື່ອລົງໂທດເຂົາເຈົ້າດ້ວຍແປວໄຟທີ່ລຸກໄໝ້.+
16 ເຮົາເຢໂຫວາຈະຕັດສິນລົງໂທດມະນຸດທຸກຄົນ
ດ້ວຍໄຟແລະດ້ວຍດາບ.
ເຮົາເຢໂຫວາຈະຂ້າຫຼາຍຄົນ.
17 ຄົນທີ່ເຮັດໃຫ້ໂຕເອງສະອາດເພື່ອຈະເຂົ້າໄປໃນສວນ+ແລະນະມັດສະການພະເຈົ້າປອມ*ກັບຄົນທີ່ກິນຊີ້ນໝູ ກິນໜູ+ ແລະກິນແນວອື່ນທີ່ບໍ່ສະອາດ+ ເຂົາເຈົ້າຈະເຈິຈຸດຈົບພ້ອມກັນໝົດ.” ພະເຢໂຫວາເວົ້າແບບນີ້. 18 “ເຮົາຮູ້ວ່າເຂົາເຈົ້າເຮັດຫຍັງແລະຄິດຫຍັງ. ເຮົາກຳລັງຈະມາເພື່ອລວບລວມຄົນຈາກທຸກຊາດທຸກພາສາ. ແລ້ວເຂົາເຈົ້າຈະມາແລະຈະເຫັນສະຫງ່າລາສີຂອງເຮົາ.
19 ເຮົາຈະສົ່ງຄົນທີ່ລອດຊີວິດໃຫ້ໄປເປັນຫຼັກຖານສຳລັບຊາດຕ່າງໆ. ເຮົາຈະສົ່ງເຂົາເຈົ້າໄປຫາພວກທີ່ຍິງທະນູເກັ່ງທີ່ຢູ່ຕາຊິດ+ ປູນ ແລະລູດ.+ ເຮົາຍັງຈະສົ່ງເຂົາເຈົ້າໄປຕູບານ ຢາວານ+ ແລະໄປຕາມເກາະຕ່າງໆທີ່ຢູ່ຫ່າງໄກ. ຄົນທີ່ຢູ່ບ່ອນເຫຼົ່ານີ້ຍັງບໍ່ທັນຮູ້ເລື່ອງຂອງເຮົາແລະບໍ່ເຄີຍເຫັນສະຫງ່າລາສີຂອງເຮົາ ແຕ່ຄົນທີ່ເຮົາສົ່ງໄປຈະບອກຊາດເຫຼົ່ານີ້ໃຫ້ຮູ້ເລື່ອງສະຫງ່າລາສີຂອງເຮົາ.+ 20 ເຂົາເຈົ້າຈະພາອ້າຍນ້ອງຂອງເຈົ້າທຸກຄົນອອກມາຈາກຊາດຕ່າງໆ+ເພື່ອເປັນເຄື່ອງຂອງທີ່ຈະມອບໃຫ້ພະເຢໂຫວາ ຄືກັບທີ່ຄົນອິດສະຣາເອນເອົາເຄື່ອງຂອງຂອງເຂົາເຈົ້າໃສ່ໃນເຄື່ອງໃຊ້ທີ່ສະອາດເຂົ້າໄປໃນວິຫານຂອງພະເຢໂຫວາ. ເຂົາເຈົ້າຈະຂີ່ມ້າ ຂີ່ລົດຮົບ ຂີ່ກວຽນທີ່ມີຫຼັງຄາ ຂີ່ລໍ* ແລະຂີ່ອູດຂຶ້ນໄປເທິງພູບໍລິສຸດຂອງເຮົາໃນເມືອງເຢຣູຊາເລັມ.” ພະເຢໂຫວາເວົ້າຈັ່ງຊີ້.
21 ພະເຢໂຫວາເວົ້າວ່າ: “ເຮົາຈະໃຫ້ບາງຄົນເປັນປະໂລຫິດແລະໃຫ້ບາງຄົນເປັນຄົນເລວີ.”
22 ພະເຢໂຫວາເວົ້າຕໍ່ອີກວ່າ: “ຄືກັບທີ່ຟ້າສະຫວັນແລະໂລກໃໝ່+ທີ່ເຮົາສ້າງໄວ້ຈະຢູ່ຕະຫຼອດໄປ ລູກຫຼານຂອງເຈົ້າແລະຊື່ຂອງເຈົ້າກໍຈະຢູ່ຕະຫຼອດໄປຄືກັນ.”+
23 ພະເຢໂຫວາເວົ້າວ່າ: “ມະນຸດທຸກຄົນຈະໝູບລົງນະມັດສະການເຮົາຕໍ່ໜ້າເຮົາ.+
ເຂົາເຈົ້າຈະເຮັດແບບນີ້ທຸກໆມື້ເດືອນອອກໃໝ່ແລະທຸກໆວັນຊະບາໂຕ.
24 ເຂົາເຈົ້າຈະອອກໄປເບິ່ງຊາກສົບຂອງຄົນທີ່ກະບົດຕໍ່ເຮົາ.
ໜອນທີ່ຢູ່ຊາກສົບເຫຼົ່ານັ້ນຈະບໍ່ຕາຍ
ໄຟທີ່ຈູດຢູ່ນັ້ນກໍຈະບໍ່ມອດ+
ແລະຊາກສົບເຫຼົ່ານັ້ນຈະເປັນສິ່ງທີ່ທຸກຄົນຂີ້ດຽດ.”