ໂຢບ
42 ແລ້ວໂຢບກໍຕອບພະເຢໂຫວາວ່າ:
2 “ຕອນນີ້ ລູກຮູ້ແລ້ວວ່າພະອົງເຮັດໄດ້ທຸກຢ່າງ
ເມື່ອພະອົງຄິດຈະເຮັດຫຍັງ ສິ່ງນັ້ນກໍຈະສຳເລັດ.+
3 ທີ່ພະອົງເວົ້າວ່າ ‘ຜູ້ໃດເວົ້າບິດເບືອນຄຳແນະນຳຂອງເຮົາແລະເວົ້າທັງໆທີ່ບໍ່ຮູ້ຈັກຫຍັງ?’+
ກໍແມ່ນລູກນີ້ແຫຼະທີ່ເວົ້າໄປແບບບໍ່ຮູ້ອີ່ຫຍັງ.
ລູກເວົ້າກ່ຽວກັບສິ່ງທີ່ເປັນຕາໜ້າງຶດງໍ້ທີ່ພະອົງໄດ້ເຮັດແບບບໍ່ເຂົ້າໃຈຫຍັງເລີຍ.+
4 ພະອົງເວົ້າວ່າ ‘ໃຫ້ຟັງເຮົາເດີ້ ແລະເຮົາຈະເວົ້າ
ເຮົາຈະຖາມເຈົ້າແລະໃຫ້ເຈົ້າຕອບເຮົາ.’+
5 ແຕ່ກີ້ ລູກມີແຕ່ໄດ້ຍິນເລື່ອງຂອງພະອົງ
ແຕ່ຕອນນີ້ ລູກໄດ້ເຫັນພະອົງດ້ວຍຕາຂອງລູກ.
7 ຫຼັງຈາກທີ່ພະເຢໂຫວາເວົ້າກັບໂຢບແລ້ວ ພະເຢໂຫວາກໍເວົ້າກັບເອລີຟັດຄົນເຕມານວ່າ:
“ເຮົາໃຈຮ້າຍໃຫ້ເຈົ້າກັບໝູ່ຂອງເຈົ້າ 2 ຄົນແຮງ+ ເພາະພວກເຈົ້າບໍ່ໄດ້ເວົ້າຄວາມຈິງກ່ຽວກັບເຮົາ+ຄືກັບໂຢບຜູ້ຮັບໃຊ້ຂອງເຮົາ. 8 ຕອນນີ້ ໃຫ້ພວກເຈົ້າເອົາງົວ 7 ໂຕ ກັບແກະ 7 ໂຕໄປໃຫ້ໂຢບຜູ້ຮັບໃຊ້ຂອງເຮົາ ເພື່ອເປັນເຄື່ອງບູຊາເຜົາໃຫ້ເຮົາສຳລັບໂຕພວກເຈົ້າເອງ. ແລ້ວໂຢບຜູ້ຮັບໃຊ້ຂອງເຮົາຈະອະທິດຖານເພື່ອພວກເຈົ້າ.+ ເຮົາຈະຍອມຮັບຄຳອະທິດຖານຂອງລາວແນ່ນອນ ແລະເຮົາຈະບໍ່ລົງໂທດພວກເຈົ້າທີ່ໄດ້ເວົ້າແບບບໍ່ຄິດ ເພາະພວກເຈົ້າບໍ່ໄດ້ເວົ້າຄວາມຈິງກ່ຽວກັບເຮົາຄືກັບໂຢບຜູ້ຮັບໃຊ້ຂອງເຮົາ.”
9 ແລ້ວເອລີຟັດຄົນເຕມານ ບິນດັດຄົນຊູອາ ແລະໂຊບຟາຄົນນາອາມາກໍໄດ້ເຮັດຕາມທີ່ພະເຢໂຫວາບອກ ແລະພະເຢໂຫວາກໍຟັງຄຳອະທິດຖານຂອງໂຢບ.
10 ຫຼັງຈາກທີ່ໂຢບອະທິດຖານເພື່ອໝູ່ຂອງລາວແລ້ວ+ ພະເຢໂຫວາກໍເຮັດໃຫ້ຄວາມທຸກລຳບາກຂອງລາວໝົດໄປ+ ແລະໃຫ້ລາວມີຊັບສົມບັດຄືກັບທີ່ລາວເຄີຍມີ. ພະເຢໂຫວາຍັງໃຫ້ລາວມີສິ່ງຕ່າງໆຫຼາຍຂຶ້ນເປັນ 2 ເທົ່າ.+ 11 ຍາດຕິພີ່ນ້ອງກັບຄົນທີ່ຮູ້ຈັກລາວກໍມາຫາ+ແລະກິນເຂົ້ານຳກັນຢູ່ເຮືອນຂອງລາວ. ເຂົາເຈົ້າເຫັນໃຈແລະໃຫ້ກຳລັງໃຈລາວ ຍ້ອນລາວເຈິຄວາມທຸກລຳບາກທີ່ພະເຢໂຫວາຍອມໃຫ້ເກີດຂຶ້ນກັບລາວ. ແຕ່ລະຄົນໄດ້ເອົາເງິນ 1 ກ້ອນກັບບ້ວງຄຳ 1 ອັນມາໃຫ້ລາວ.
12 ພະເຢໂຫວາໄດ້ອວຍພອນໃຫ້ໂຢບຫຼາຍກວ່າໃນຕອນທຳອິດອີກ.+ ລາວມີແກະ 14.000 ໂຕ ອູດ 6.000 ໂຕ ງົວ 2.000 ໂຕ* ແລະລາແມ່ 1.000 ໂຕ.+ 13 ເພິ່ນຍັງໃຫ້ລາວໄດ້ລູກຊາຍອີກ 7 ຄົນ ແລະລູກສາວອີກ 3 ຄົນ.+ 14 ໂຢບໄດ້ຕັ້ງຊື່ໃຫ້ລູກສາວກົກວ່າເຢມີມາ ໃຫ້ຜູ້ທີ 2 ຊື່ເກຊີຢາ ແລະໃຫ້ຜູ້ທີ 3 ຊື່ເກເຣັນຮາປຸກ. 15 ບໍ່ມີຜູ້ຍິງຄົນໃດໃນແຜ່ນດິນງາມສ່ຳລູກສາວຂອງໂຢບ ແລະໂຢບກໍໄດ້ແບ່ງມູນໃຫ້ລູກສາວແລະລູກຊາຍ.
16 ຫຼັງຈາກນັ້ນ ໂຢບກໍມີຊີວິດຕໍ່ໄປອີກ 140 ປີ. ລາວໄດ້ເຫັນລູກເຫັນຫຼານໄປຈົນຮອດ 4 ຊົ່ວອາຍຸຄົນ. 17 ລາວມີຊີວິດຍືນຍາວແລະມີຄວາມສຸກ ແລ້ວລາວກໍຕາຍ.