ອາໂມດ
1 ຕໍ່ໄປນີ້ແມ່ນຄຳເວົ້າຂອງອາໂມດ*ທີ່ເປັນຄົນລ້ຽງແກະຈາກເມືອງເຕໂກອາ.+ ສອງປີກ່ອນເກີດແຜ່ນດິນໄຫວ+ ຕອນທີ່ກະສັດອຸດຊີຢາ+ປົກຄອງຢູດາ ແລະກະສັດເຢໂຣໂບອາມ+ລູກຊາຍຂອງໂຢອາດປົກຄອງອິດສະຣາເອນ+ ພະເຈົ້າໄດ້ໃຫ້ອາໂມດເຫັນນິມິດກ່ຽວກັບອິດສະຣາເອນ. 2 ລາວເວົ້າວ່າ:
“ພະເຢໂຫວາຈະແຜດສຽງອອກຈາກຊີໂອນຄືກັບໂຕສິງ
ແລະເພິ່ນຈະຮ້ອງດັງໆຈາກເມືອງເຢຣູຊາເລັມ.
ທົ່ງຫຍ້າຂອງຜູ້ລ້ຽງແກະຈະແຫ້ງແລ້ງ
ແລະພືດຜັກຢູ່ຈອມພູກາເມນຈະຫ່ຽວແຫ້ງໄປ.+
3 ພະເຢໂຫວາເວົ້າວ່າ
‘ເຮົາຈະເຮັດຕາມທີ່ໄດ້ຕັດສິນໃຈໄວ້ແລ້ວ ຍ້ອນເມືອງດາມາເຊກະບົດເທື່ອແລ້ວເທື່ອອີກ.*
4 ດັ່ງນັ້ນ ເຮົາຈະທຳລາຍເຮືອນຂອງຮາຊາເອນຄືກັບສົ່ງໄຟມາຈູດ+
ແລະໄຟນັ້ນຈະທຳລາຍປ້ອມສູງຕ່າງໆຂອງເບັນຮາດັດ.+
5 ເຮົາຈະຫັກກອນປະຕູເມືອງຂອງດາມາເຊ.+
ເຮົາຈະທຳລາຍຄົນທີ່ຢູ່ໃນເມືອງບີເກັດອາເວນ
ກັບຜູ້ທີ່ປົກຄອງ*ເມືອງເບັດເອເດັນ
ແລະຄົນທີ່ຢູ່ຊີເຣຍຈະຕ້ອງໄປເປັນຊະເລີຍຢູ່ກີເຣ.’+ ພະເຢໂຫວາເວົ້າໄວ້ແນວນີ້.
6 ພະເຢໂຫວາເວົ້າວ່າ
‘ເຮົາຈະເຮັດຕາມທີ່ໄດ້ຕັດສິນໃຈໄວ້ແລ້ວ ຍ້ອນເມືອງຄາຊາກະບົດເທື່ອແລ້ວເທື່ອອີກ.+
ເຂົາເຈົ້າຈັບທຸກຄົນໄປເປັນຊະເລີຍ+ແລະສົ່ງຄົນເຫຼົ່ານັ້ນໃຫ້ພວກເອໂດມ.
7 ດັ່ງນັ້ນ ເຮົາຈະທຳລາຍກຳແພງເມືອງຄາຊາຄືກັບສົ່ງໄຟມາຈູດ+
ແລະໄຟນັ້ນຈະທຳລາຍປ້ອມສູງຕ່າງໆຂອງເມືອງນັ້ນ.
8 ເຮົາຈະທຳລາຍຄົນທີ່ຢູ່ໃນເມືອງອາຊະໂດດ+
ກັບຜູ້ທີ່ປົກຄອງເມືອງອາຊະກາໂລນ.+
ເຮົາຈະລົງໂທດເມືອງເອັກໂຣນ+
ແລະຄົນຟີລິດສະຕີນທີ່ຍັງເຫຼືອຢູ່ຈະຕາຍໝົດ.’+ ພະເຢໂຫວາພະເຈົ້າຜູ້ຍິ່ງໃຫຍ່ສູງສຸດເວົ້າໄວ້ແນວນີ້.
9 ພະເຢໂຫວາເວົ້າວ່າ
‘ເຮົາຈະເຮັດຕາມທີ່ໄດ້ຕັດສິນໃຈໄວ້ແລ້ວ ຍ້ອນເມືອງຕີເຣກະບົດເທື່ອແລ້ວເທື່ອອີກ.+
ເຂົາເຈົ້າສົ່ງຊະເລີຍທັງໝົດໄປໃຫ້ພວກເອໂດມ
ແລະລືມສັນຍາທີ່ເຄີຍເຮັດກັບພວກອ້າຍນ້ອງຂອງເຂົາເຈົ້າ.+
10 ດັ່ງນັ້ນ ເຮົາຈະທຳລາຍກຳແພງເມືອງຕີເຣຄືກັບສົ່ງໄຟມາຈູດ
ແລະໄຟນັ້ນຈະທຳລາຍປ້ອມສູງຕ່າງໆຂອງເມືອງນັ້ນ.’+
11 ພະເຢໂຫວາເວົ້າວ່າ
‘ເຮົາຈະເຮັດຕາມທີ່ໄດ້ຕັດສິນໃຈໄວ້ແລ້ວ ຍ້ອນເອໂດມກະບົດເທື່ອແລ້ວເທື່ອອີກ.+
ລາວຈັບດາບໄລ່ຟັນອ້າຍນ້ອງຂອງໂຕເອງ+
ແລະລາວບໍ່ມີຄວາມເມດຕາ.
ລາວຈີກເຂົາເຈົ້າບໍ່ຢຸດບໍ່ເຊົາດ້ວຍຄວາມໃຈຮ້າຍ
ແລະລາວໃຈຮ້າຍໃຫ້ເຂົາເຈົ້າຕະຫຼອດ.+
12 ດັ່ງນັ້ນ ເຮົາຈະທຳລາຍເຕມານຄືກັບສົ່ງໄຟມາຈູດ+
ແລະໄຟນັ້ນຈະທຳລາຍປ້ອມສູງຕ່າງໆຂອງເມືອງໂບຊະຣາ.’+
13 ພະເຢໂຫວາເວົ້າວ່າ
‘ເຮົາຈະເຮັດຕາມທີ່ໄດ້ຕັດສິນໃຈໄວ້ແລ້ວ ຍ້ອນຄົນອຳໂມນກະບົດເທື່ອແລ້ວເທື່ອອີກ.+
ເຂົາເຈົ້າປາດທ້ອງຂອງພວກຜູ້ຍິງຖືພາທີ່ຢູ່ກິລຽດ ເພື່ອຂະຫຍາຍເຂດແດນຂອງເຂົາເຈົ້າໃຫ້ກວ້າງອອກ.+
14 ດັ່ງນັ້ນ ເຮົາຈະທຳລາຍກຳແພງເມືອງຣັບບາຄືກັບສົ່ງໄຟມາຈູດ+
ແລະໄຟນັ້ນຈະທຳລາຍປ້ອມສູງຕ່າງໆຂອງເມືອງນັ້ນ.
ຕອນທີ່ສັດຕູໂຈມຕີເມືອງຈະມີສຽງຮ້ອງດັງໆຂອງພວກທະຫານ
ແລະໃນມື້ນັ້ນຈະມີລົມພາຍຸພັດແຮງຫຼາຍ.
15 ແລ້ວກະສັດຂອງເຂົາເຈົ້າກັບພວກເຈົ້າໜ້າທີ່ລະດັບສູງ*ຈະຖືກຈັບໄປເປັນຊະເລີຍ.’+ ພະເຢໂຫວາເວົ້າໄວ້ແນວນີ້.”