ໂຮເຊອາ
1 ພະເຢໂຫວາເວົ້າກັບໂຮເຊອາ*ລູກຊາຍຂອງເບເອຣີ ຕອນທີ່ອຸດຊີຢາ+ ໂຢທາມ+ ອາຮາດ+ ແລະເຮເຊກີຢາ+ເປັນກະສັດປົກຄອງຢູດາ+ ເຊິ່ງເປັນຕອນທີ່ເຢໂຣໂບອາມ+ລູກຊາຍຂອງໂຢອາດ+ເປັນກະສັດປົກຄອງອິດສະຣາເອນ. 2 ພະເຢໂຫວາເວົ້າກັບປະຊາຊົນໂດຍທາງໂຮເຊອາ. ພະເຢໂຫວາບອກລາວວ່າ: “ໃຫ້ເຈົ້າແຕ່ງດອງກັບຜູ້ຍິງຄົນໜຶ່ງທີ່ຈະເຮັດໂຕຄືກັບແມ່ຈ້າງ* ແລະລາວຈະມີລູກກັບຜູ້ຊາຍຄົນອື່ນ. ເຈົ້າຕ້ອງເຮັດແນວນີ້ກໍຍ້ອນວ່າຄົນໃນແຜ່ນດິນນີ້ເຮັດໂຕຄືກັບແມ່ຈ້າງໂດຍບໍ່ສັດຊື່ຕໍ່ພະເຢໂຫວາ.”+
3 ໂຮເຊອາຈຶ່ງແຕ່ງດອງກັບໂກເມລູກສາວຂອງດິບລາຢິມ. ໂກເມຖືພາແລ້ວກໍເກີດລູກຊາຍໃຫ້ລາວ.
4 ພະເຢໂຫວາເວົ້າກັບໂຮເຊອາວ່າ: “ໃຫ້ຕັ້ງຊື່ລູກຊາຍຂອງເຈົ້າວ່າເຢດຊະເຣເອນ* ຍ້ອນວ່າອີກບໍ່ດົນເຮົາຈະລົງໂທດລູກຫຼານຂອງເຢຮູ+ຍ້ອນເຂົາເຈົ້າຂ້າຫຼາຍຄົນຢູ່ເຢດຊະເຣເອນ ແລະເຮົາຈະບໍ່ໃຫ້ເຂົາເຈົ້າປົກຄອງອິດສະຣາເອນອີກຕໍ່ໄປ.+ 5 ໃນມື້ນັ້ນ ເຮົາຈະຫັກຄັນທະນູຂອງອິດສະຣາເອນຢູ່ຮ່ອມພູເຢດຊະເຣເອນ.”
6 ຕໍ່ມາ ໂກເມກໍຖືພາອີກແລະເກີດລູກສາວ. ພະເຈົ້າບອກໂຮເຊອາວ່າ: “ໃຫ້ຕັ້ງຊື່ເດັກນ້ອຍຜູ້ນີ້ວ່າໂລຣຸຮາມາ* ຍ້ອນວ່າເຮົາຈະບໍ່ອີ່ຕົນ+ພວກອິດສະຣາເອນອີກຕໍ່ໄປແລະຈະໄລ່ເຂົາເຈົ້າໜີ.+ 7 ແຕ່ເຮົາຈະອີ່ຕົນພວກຢູດາ.+ ເຮົາຈະຊ່ວຍເຂົາເຈົ້າໃຫ້ລອດ ບໍ່ແມ່ນດ້ວຍທະນູ ດາບ ສົງຄາມ ມ້າ ຫຼືທະຫານມ້າ+ ແຕ່ດ້ວຍລິດເດດຂອງພະເຢໂຫວາພະເຈົ້າຂອງເຂົາເຈົ້າ.”+
8 ຫຼັງຈາກໂລຣຸຮາມາເຊົານົມແລ້ວ ໂກເມກໍຖືພາອີກແລະເກີດລູກຊາຍ. 9 ພະເຈົ້າບອກໂຮເຊອາວ່າ: “ໃຫ້ຕັ້ງຊື່ເດັກນ້ອຍຜູ້ນີ້ວ່າໂລອຳມີ* ຍ້ອນພວກເຈົ້າບໍ່ແມ່ນປະຊາຊົນຂອງເຮົາ ແລະເຮົາຈະບໍ່ເປັນພະເຈົ້າຂອງພວກເຈົ້າ.
10 ແຕ່ໃນທີ່ສຸດ ຄົນອິດສະຣາເອນຈະມີຫຼາຍຈົນນັບບໍ່ໄດ້ຄືກັບເມັດດິນຊາຍຢູ່ທະເລ.+ ໃນບ່ອນທີ່ເຮົາເຄີຍບອກເຂົາເຈົ້າວ່າ ‘ພວກເຈົ້າບໍ່ແມ່ນຄົນຂອງເຮົາ’+ ຈະມີຄົນບອກວ່າ ‘ພວກເຈົ້າເປັນລູກຂອງພະເຈົ້າຜູ້ມີຊີວິດຢູ່.’+ 11 ແລ້ວເຮົາຈະລວບລວມພວກຢູດາກັບພວກອິດສະຣາເອນໃຫ້ມາຢູ່ນຳກັນ.+ ເຮົາຈະເລືອກຄົນໜຶ່ງໃຫ້ເປັນຜູ້ນຳຂອງເຂົາເຈົ້າ ແລະເຂົາເຈົ້າຈະອອກໄປຈາກແຜ່ນດິນນັ້ນ. ມື້ນັ້ນຈະເປັນມື້ທີ່ສຳຄັນສຳລັບເຢດຊະເຣເອນ.”+