ເອຊາຢາ
18 ຄວາມຈິບຫາຍຈະເກີດກັບດິນແດນທີ່ມີແຕ່ສຽງດັງໆຂອງປີກແມງໄມ້.
ດິນແດນນີ້ຕັ້ງຢູ່ໃນເຂດແມ່ນ້ຳຂອງເອທິໂອເປຍ.+
2 ດິນແດນນີ້ສົ່ງຕົວແທນໄປທາງທະເລ
ໂດຍໃຊ້ເຮືອພາໄພຣັດ. ເຂົາເຈົ້າເວົ້າວ່າ:
“ພວກເຈົ້າທີ່ເປັນຜູ້ສົ່ງຂ່າວໃຫ້ຟ້າວໄປເດີ້.
ໃຫ້ໄປຫາຊາດໜຶ່ງທີ່ມີຄົນໂຕສູງແລະຜິວນຽນ
ເຊິ່ງເປັນຊາດທີ່ຄົນຢູ່ໃກ້ແລະໄກຢ້ານ+
ເປັນຊາດທີ່ເຂັ້ມແຂງແລະຕໍ່ສູ້ຊະນະຊາດອື່ນ
ແລະເປັນຊາດທີ່ມີແມ່ນ້ຳຫຼາຍສາຍໄຫຼຜ່ານ.”
3 ພວກເຈົ້າທຸກຄົນທີ່ຢູ່ໃນໂລກ
ພວກເຈົ້າຈະເຫັນທຸງ*ທີ່ປັກຢູ່ເທິງພູ
ແລະຈະໄດ້ຍິນສຽງຄືກັບສຽງຂອງແກເຂົາສັດ.
4 ພະເຢໂຫວາບອກຂ້ອຍວ່າ:
“ເຮົາຈະແນມເບິ່ງແບບມິດໆຈາກບ່ອນຢູ່ທີ່ໝັ້ນຄົງຂອງເຮົາ.
ການເຮັດແບບນີ້ເປັນຄືກັບວ່າມີແສງມີແດດພຽງພໍ
ແລະມີນ້ຳຄ້າງຕົກລົງມາໃສ່ໃນຍາມທີ່ເກັບກ່ຽວ.
5 ແຕ່ກ່ອນຈະຮອດຍາມເກັບກ່ຽວ
ເມື່ອເປັນດອກແລ້ວແລະໝາກກຳລັງໃຫຍ່
ກິ່ງຂອງມັນຈະຖືກຕັດ
ແລະເຄືອຂອງມັນກໍຈະຖືກຕັດຄືກັນ.
6 ສົບຂອງເຂົາເຈົ້າຈະຖືກປະໄວ້ເພື່ອໃຫ້ໂຕແຮ້ງມາສັບກິນ
ແລະເພື່ອໃຫ້ສັດປ່າມາກັດກິນ.
ໂຕແຮ້ງຈະກິນສົບເຫຼົ່ານັ້ນຕະຫຼອດຍາມຮ້ອນ
ແລະສັດປ່າຈະກິນສົບເຫຼົ່ານັ້ນຕະຫຼອດຍາມເກັບກ່ຽວ.
7 ຕອນນັ້ນຈະມີຄົນເອົາເຄື່ອງຂອງມາໃຫ້ພະເຢໂຫວາຜູ້ບັນຊາການກອງທັບ.
ເຂົາເຈົ້າມາຈາກຊາດທີ່ມີຄົນໂຕສູງແລະຜິວນຽນ
ເຊິ່ງເປັນຊາດທີ່ຄົນຢູ່ໃກ້ແລະໄກຢ້ານ
ເປັນຊາດທີ່ເຂັ້ມແຂງແລະຕໍ່ສູ້ຊະນະຊາດອື່ນ
ແລະເປັນຊາດທີ່ມີແມ່ນ້ຳຫຼາຍສາຍໄຫຼຜ່ານ.
ເຂົາເຈົ້າເອົາເຄື່ອງນັ້ນມາໃຫ້ຢູ່ພູຊີໂອນເຊິ່ງມີຊື່ຂອງພະເຢໂຫວາຜູ້ບັນຊາການກອງທັບ.”+