ຈົດໝາຍເຖິງຄລິດສະຕຽນໃນເມືອງໂຣມ
1 ຂ້ອຍໂປໂລທີ່ເປັນທາດຂອງພະຄລິດເຢຊູເປັນຜູ້ຂຽນຈົດໝາຍສະບັບນີ້. ຂ້ອຍຖືກເລືອກໃຫ້ເປັນອັກຄະສາວົກ*ແລະຖືກແຕ່ງຕັ້ງໃຫ້ປະກາດຂ່າວດີຂອງພະເຈົ້າ.+ 2 ພະເຈົ້າບອກຂ່າວດີນີ້ຕັ້ງແຕ່ດົນແລ້ວໃນພະຄຳພີສັກສິດຜ່ານທາງພວກຜູ້ພະຍາກອນຂອງເພິ່ນ. 3 ຂ່າວດີນີ້ເປັນເລື່ອງກ່ຽວກັບລູກຊາຍຂອງພະເຈົ້າທີ່ມາເກີດເປັນມະນຸດທາງເຊື້ອສາຍຂອງດາວິດ.+ 4 ຜູ້ນີ້ໄດ້ຮັບການຢືນຢັນວ່າເປັນລູກຊາຍຂອງພະເຈົ້າ+ຕອນທີ່ພະເຈົ້າໃຊ້ພະລັງບໍລິສຸດປຸກເພິ່ນໃຫ້ຄືນມາຈາກຕາຍ.+ ເພິ່ນແມ່ນພະເຢຊູຄລິດຜູ້ເປັນນາຍຂອງພວກເຮົາ. 5 ພະເຈົ້າສະແດງຄວາມກະລຸນາທີ່ຍິ່ງໃຫຍ່ຕໍ່ຂ້ອຍ*ຜ່ານທາງພະເຢຊູ. ພະເຢຊູເລືອກຂ້ອຍໃຫ້ເປັນອັກຄະສາວົກ+ເພື່ອຊ່ວຍຄົນທຸກຊາດ+ໃຫ້ມີຄວາມເຊື່ອແລະເຊື່ອຟັງ ແລະເພື່ອເຮັດໃຫ້ຊື່ຂອງເພິ່ນໄດ້ຮັບການຍົກຍ້ອງ. 6 ພະເຈົ້າຍັງເຊີນພວກເຈົ້າຈາກຊາດຕ່າງໆໃຫ້ມາເປັນລູກສິດຂອງພະເຢຊູຄລິດນຳອີກ. 7 ຂ້ອຍຂຽນຈົດໝາຍສະບັບນີ້ເຖິງທຸກຄົນຢູ່ເມືອງໂຣມເຊິ່ງເປັນຜູ້ທີ່ພະເຈົ້າຮັກແລະເຊີນໃຫ້ມາເປັນຄົນບໍລິສຸດ.
ຂໍໃຫ້ພວກເຈົ້າໄດ້ຮັບຄວາມກະລຸນາທີ່ຍິ່ງໃຫຍ່ແລະສັນຕິສຸກຈາກພະເຈົ້າຜູ້ເປັນພໍ່ຂອງພວກເຮົາແລະຈາກພະເຢຊູຄລິດຜູ້ເປັນນາຍ.
8 ກ່ອນອື່ນ ຂ້ອຍຂອບໃຈພະເຈົ້າຂອງຂ້ອຍໂດຍທາງພະເຢຊູຄລິດກ່ຽວກັບພວກເຈົ້າ ຍ້ອນຄົນຢູ່ທົ່ວໂລກກຳລັງເວົ້າເຖິງຄວາມເຊື່ອຂອງພວກເຈົ້າ. 9 ຂ້ອຍເຮັດວຽກຮັບໃຊ້ທີ່ສັກສິດໃຫ້ພະເຈົ້າຈົນສຸດຊີວິດໂດຍການປະກາດຂ່າວດີເລື່ອງລູກຊາຍຂອງເພິ່ນ ແລະພະເຈົ້າເປັນພະຍານໄດ້ວ່າຂ້ອຍເວົ້າເຖິງພວກເຈົ້າສະເໝີໃນຄຳອະທິດຖານ.+ 10 ຂ້ອຍຂໍກັບພະເຈົ້າວ່າ ຖ້າເພິ່ນຕ້ອງການກໍຂໍໃຫ້ຂ້ອຍມີໂອກາດໄດ້ໄປຢາມພວກເຈົ້າຕາມທີ່ຂ້ອຍຕັ້ງໃຈໄວ້. 11 ຂ້ອຍຢາກເຈິພວກເຈົ້າຫຼາຍເພື່ອພວກເຈົ້າຈະໄດ້ກຳລັງໃຈຈາກພະເຈົ້າ ເຊິ່ງຈະຊ່ວຍພວກເຈົ້າໃຫ້ມີຄວາມເຊື່ອເຂັ້ມແຂງຫຼາຍຂຶ້ນ. 12 ຖ້າຈະເວົ້າໃຫ້ຖືກແທ້ໆ ພວກເຮົາຈະໄດ້ໃຫ້ກຳລັງໃຈກັນແລະກັນ+ທັງໂດຍທາງຄວາມເຊື່ອຂອງພວກເຈົ້າແລະຂອງຂ້ອຍ.
13 ພີ່ນ້ອງເອີ້ຍ ຂ້ອຍຢາກໃຫ້ພວກເຈົ້າຮູ້ວ່າ ຂ້ອຍຕັ້ງໃຈຈະໄປຫາພວກເຈົ້າຫຼາຍເທື່ອແລ້ວເພື່ອການປະກາດຂອງພວກເຮົາຈະເກີດຜົນດີຢູ່ຫັ້ນຄືກັບຢູ່ບ່ອນອື່ນໆ ແຕ່ກໍມີອຸປະສັກຕະຫຼອດຈົນຮອດຕອນນີ້. 14 ຂ້ອຍຮູ້ວ່າເປັນຄວາມຮັບຜິດຊອບຂອງຂ້ອຍທີ່ຕ້ອງປະກາດກັບ*ທັງຄົນກຣີກແລະຄົນຊາດອື່ນ* ທັງຄົນທີ່ມີການສຶກສາແລະຄົນທີ່ບໍ່ມີການສຶກສາ. 15 ຍ້ອນແນວນີ້ ຂ້ອຍຈຶ່ງຢາກບອກຂ່າວດີກັບພວກເຈົ້າທີ່ຢູ່ເມືອງໂຣມ.+ 16 ຂ້ອຍບໍ່ອາຍທີ່ຈະປະກາດຂ່າວດີ.+ ທີ່ຈິງ ຂ່າວດີນີ້ເປັນວິທີທີ່ພະເຈົ້າສະແດງລິດເດດເພື່ອຊ່ວຍທຸກຄົນທີ່ເຊື່ອໃຫ້ລອດ+ ເລີ່ມຈາກຄົນຢິວກ່ອນ+ ແລ້ວຕໍ່ມາກໍແມ່ນຄົນກຣີກ.*+ 17 ຂ່າວດີນີ້ເຮັດໃຫ້ຄົນທີ່ມີຄວາມເຊື່ອເຫັນແຈ້ງວ່າພະເຈົ້າຍຸຕິທຳ ແລະເຮັດໃຫ້ລາວມີຄວາມເຊື່ອຫຼາຍຂຶ້ນ+ຕາມທີ່ຂຽນໄວ້ໃນພະຄຳພີທີ່ວ່າ: “ຄົນດີຈະມີຊີວິດຢູ່ຍ້ອນລາວມີຄວາມເຊື່ອ.”+
18 ພະເຈົ້າໃນສະຫວັນເຮັດໃຫ້ເຫັນວ່າເພິ່ນໃຈຮ້າຍ+ໃຫ້ຄົນຊົ່ວແລະຄົນທີ່ບໍ່ນັບຖືເພິ່ນ. ເຂົາເຈົ້າໃຊ້ວິທີຊົ່ວໆເພື່ອຂັດຂວາງຄົນອື່ນບໍ່ໃຫ້ຮູ້ຄວາມຈິງເລື່ອງພະເຈົ້າ.+ 19 ພະເຈົ້າໄດ້ໃຫ້ຫຼັກຖານທີ່ຈະແຈ້ງຢູ່ແລ້ວເພື່ອໃຫ້ເຂົາເຈົ້າຮູ້ເລື່ອງເພິ່ນ.+ 20 ເຖິງວ່າມະນຸດເບິ່ງບໍ່ເຫັນພະເຈົ້າ ແຕ່ເມື່ອສັງເກດເບິ່ງສິ່ງທີ່ເພິ່ນສ້າງໄວ້ ພວກເຮົາກໍຈະເຫັນຄຸນລັກສະນະຕ່າງໆຂອງເພິ່ນຢ່າງຈະແຈ້ງ. ພວກເຮົາສາມາດຮູ້ຈັກເພິ່ນຫຼາຍຂຶ້ນຈາກສິ່ງທີ່ເພິ່ນສ້າງ.+ ສິ່ງເຫຼົ່ານີ້ສະແດງໃຫ້ເຫັນລິດເດດຂອງເພິ່ນທີ່ມີຢູ່ຕະຫຼອດໄປ+ ແລະພິສູດວ່າເພິ່ນເປັນພະເຈົ້າແທ້ໆ.+ ຖ້າຄົນເຮົາສັງເກດເບິ່ງສິ່ງເຫຼົ່ານີ້ແລ້ວ ເຂົາເຈົ້າກໍຖຽງບໍ່ໄດ້ວ່າບໍ່ມີພະເຈົ້າ. 21 ເຖິງວ່າເຂົາເຈົ້າຈະຮູ້ຈັກພະເຈົ້າ ເຂົາເຈົ້າກໍບໍ່ໄດ້ຍົກຍ້ອງຫຼືຂອບໃຈເພິ່ນ ແຕ່ພັດຄິດຫາເຫດຜົນແບບໂງ່ໆ ແລະໃຈຂອງເຂົາເຈົ້າກໍບໍ່ຍອມຮັບຮູ້ຫຍັງ.+ 22 ເຂົາເຈົ້າອ້າງວ່າໂຕເອງເປັນຄົນສະຫຼາດ ແຕ່ທີ່ຈິງແລ້ວເຂົາເຈົ້າເປັນຄົນໂງ່. 23 ເຂົາເຈົ້າເອົາສະຫງ່າລາສີຂອງພະເຈົ້າທີ່ບໍ່ມີວັນຕາຍ*ໄປແລກກັບຮູບປັ້ນຂອງຄົນ ນົກ ສັດສີ່ຕີນ ແລະສັດເລືອຄານເຊິ່ງເປັນສິ່ງທີ່ຕາຍໄດ້.+
24 ດັ່ງນັ້ນ ພະເຈົ້າຈຶ່ງປ່ອຍໃຫ້ເຂົາເຈົ້າເຮັດຕາມຄວາມຕ້ອງການທີ່ບໍ່ສະອາດທີ່ຢູ່ໃນໃຈ ແລະເຂົາເຈົ້າກໍເຮັດສິ່ງທີ່ເປັນຕາໜ້າອາຍກັບຮ່າງກາຍຂອງໂຕເອງ. 25 ເຂົາເຈົ້າເອົາຄວາມຈິງກ່ຽວກັບພະເຈົ້າໄປແລກກັບຄວາມຕົວະ. ເຂົາເຈົ້າຍົກຍ້ອງບູຊາແລະນະມັດສະການສິ່ງທີ່ຖືກສ້າງແທນພະເຈົ້າທີ່ເປັນຜູ້ສ້າງ ຜູ້ທີ່ສົມຄວນໄດ້ຮັບການຍົກຍ້ອງຕະຫຼອດໄປ. ອາແມນ.* 26 ຍ້ອນແນວນີ້ ພະເຈົ້າຈຶ່ງປ່ອຍໃຫ້ເຂົາເຈົ້າມີຕັນຫາແບບທີ່ເປັນຕາອາຍ.+ ຜູ້ຍິງປ່ຽນຈາກການນອນນຳຜູ້ຊາຍໄປນອນນຳຜູ້ຍິງນຳກັນ.+ 27 ສ່ວນຜູ້ຊາຍກໍຄືກັນ ເຂົາເຈົ້າເຊົານອນນຳຜູ້ຍິງ ແລ້ວມີໃຈເຜົາຮ້ອນດ້ວຍລາຄະຕັນຫາຕໍ່ຜູ້ຊາຍນຳກັນ. ຜູ້ຊາຍກັບຜູ້ຊາຍ+ເຮັດສິ່ງທີ່ເປັນຕາຂີ້ດຽດນຳກັນ. ເຂົາເຈົ້າຈຶ່ງໄດ້ຮັບໂທດສົມກັບຄວາມຜິດຂອງໂຕເອງ.+
28 ເຂົາເຈົ້າບໍ່ຢາກຮູ້ຈັກພະເຈົ້າ ເພິ່ນຈຶ່ງປ່ອຍໃຫ້ເຂົາເຈົ້າມີຄວາມຄິດທີ່ຜິດໆແລະໃຫ້ເຮັດສິ່ງທີ່ບໍ່ຄວນເຮັດ.+ 29 ເຂົາເຈົ້າຄິດແຕ່ເລື່ອງທີ່ບໍ່ຖືກຕ້ອງ+ ເລື່ອງທີ່ຊົ່ວ ເລື່ອງທີ່ບໍ່ດີ ແລະເປັນຄົນໂລບ.+ ເຂົາເຈົ້າອິດສາກັນ+ ຂ້າຄົນ+ ຜິດຖຽງກັນ ຫຼອກລວງກັນ+ ແລະຄິດຮ້າຍຕໍ່ຄົນອື່ນ.+ ເຂົາເຈົ້າມັກເວົ້າຂວັນ 30 ໃສ່ຮ້າຍປ້າຍສີກັນ+ ຊັງພະເຈົ້າ ເປັນຄົນຫຍາບຄາຍ ຍິ່ງ ຂີ້ໂມ້ ແລະວາງແຜນເຮັດແນວທີ່ຊົ່ວ. ເຂົາເຈົ້າບໍ່ເຊື່ອຟັງພໍ່ແມ່+ 31 ຫົວແຂງບໍ່ຍອມເຂົ້າໃຈຫຍັງ+ ບໍ່ເຮັດຕາມຄຳເວົ້າ ບໍ່ມີຄວາມຮັກ* ແລະບໍ່ມີຄວາມອີ່ຕົນ. 32 ເຖິງວ່າຄົນເຫຼົ່ານັ້ນຮູ້ກົດໝາຍທີ່ຍຸຕິທຳຂອງພະເຈົ້າດີຢູ່ແລ້ວທີ່ບອກວ່າ ຄົນທີ່ເຮັດສິ່ງເຫຼົ່ານັ້ນເປັນນິດໄສກໍສົມຄວນຕາຍ+ ແຕ່ເຂົາເຈົ້າກໍຍັງເຮັດຕໍ່ໄປ ແລະເຫັນດີເຫັນພ້ອມກັບຄົນທີ່ເຮັດແບບນັ້ນ.