ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 2 ກະສັດ 2
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມ 2 ກະສັດ

      • ລົມ​ພາຍຸ​ພັດ​ເອົາ​ເອລີຢາ​ຂຶ້ນ​ໄປ (1-​18)

        • ເອລີຊາ​ໄດ້​ຊຸດ​ຜູ້ພະຍາກອນ​ຂອງ​ເອລີຢາ (13, 14)

      • ເອລີຊາ​ເຮັດ​ໃຫ້​ນ້ຳ​ໃນ​ເມືອງ​ເຢຣິໂກ​ສະອາດ​ແລະ​ໃຊ້​ໄດ້ (19-​22)

      • ໝີ​ຂ້າ​ພວກ​ເດັກ​ນ້ອຍ​ຜູ້​ຊາຍ​ຢູ່​ເມືອງ​ເບເທນ (23-​25)

2 ກະສັດ 2:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 17:1
  • +2ກສ 2:11
  • +1ກສ 19:16
  • +2ກສ 4:38

2 ກະສັດ 2:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 28:18, 19; 1ກສ 12:28, 29; 2ກສ 2:23

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ

    15/4/2015, ໜ້າ 13

2 ກະສັດ 2:3

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ພວກ​ລູກ​ຊາຍ​ຂອງ​ພວກ​ຜູ້ພະຍາກອນ.” ອາດ​ໝາຍເຖິງ​ໂຮງຮຽນ​ສອນ​ຜູ້ພະຍາກອນ ຫຼື​ສະມາຄົມ​ຂອງ​ພວກ​ຜູ້ພະຍາກອນ.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 19:16

2 ກະສັດ 2:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 6:26; 1ກສ 16:34

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ

    15/4/2015, ໜ້າ 13

2 ກະສັດ 2:6

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ

    15/4/2015, ໜ້າ 13

2 ກະສັດ 2:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 19:19
  • +ອພຍ 14:21, 22; ຢຊ 3:17; 2ກສ 2:13, 14

2 ກະສັດ 2:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 21:17
  • +ພບຍ 34:9; 1ກສ 19:16; ລກ 1:17

2 ກະສັດ 2:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 6:17; ພສ 68:17
  • +2ຂຄ 21:5, 12; ຢຮ 3:13

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ

    15/4/2015, ໜ້າ 14

2 ກະສັດ 2:12

ໄຂເງື່ອນ

  • *

    ການ​ເວົ້າ​ແບບ​ນີ້​ອາດ​ກ່ຽວຂ້ອງ​ກັບ​ການ​ຂໍ​ຄວາມ​ຊ່ວຍເຫຼືອ​ຈາກ​ພະເຈົ້າ​ຫຼື​ຕົວແທນ​ຂອງ​ເພິ່ນ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 13:14
  • +2ຊມ 1:11, 12; ໂຢບ 1:19, 20

2 ກະສັດ 2:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 19:19; 2ກສ 1:8; ຊຄຢ 13:4; ມທ 3:4

2 ກະສັດ 2:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 3:13; 2ກສ 2:8

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ

    15/4/2015, ໜ້າ 14

2 ກະສັດ 2:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 11:24, 25; 27:18, 20; 2ກສ 2:9

2 ກະສັດ 2:16

ໄຂເງື່ອນ

  • *

    ຫຼື “ລົມ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 18:11, 12

2 ກະສັດ 2:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 6:26; 1ກສ 16:34

2 ກະສັດ 2:19

ໄຂເງື່ອນ

  • *

    ຫຼື​ອາດ​ແປ​ວ່າ “ເຮັດ​ໃຫ້​ຫຼຸ​ລູກ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 34:1-3

2 ກະສັດ 2:21

ໄຂເງື່ອນ

  • *

    ຫຼື​ອາດ​ແປ​ວ່າ “ຫຼຸ​ລູກ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 15:23-25; 2ກສ 4:38-41

2 ກະສັດ 2:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 36:15, 16; ລກ 10:16

2 ກະສັດ 2:24

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 17:12
  • +2ກສ 1:10

2 ກະສັດ 2:25

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 4:25

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

2ກສ. 2:11ກສ 17:1
2ກສ. 2:12ກສ 2:11
2ກສ. 2:11ກສ 19:16
2ກສ. 2:12ກສ 4:38
2ກສ. 2:2ປຖກ 28:18, 19; 1ກສ 12:28, 29; 2ກສ 2:23
2ກສ. 2:31ກສ 19:16
2ກສ. 2:4ຢຊ 6:26; 1ກສ 16:34
2ກສ. 2:81ກສ 19:19
2ກສ. 2:8ອພຍ 14:21, 22; ຢຊ 3:17; 2ກສ 2:13, 14
2ກສ. 2:9ພບຍ 21:17
2ກສ. 2:9ພບຍ 34:9; 1ກສ 19:16; ລກ 1:17
2ກສ. 2:112ກສ 6:17; ພສ 68:17
2ກສ. 2:112ຂຄ 21:5, 12; ຢຮ 3:13
2ກສ. 2:122ກສ 13:14
2ກສ. 2:122ຊມ 1:11, 12; ໂຢບ 1:19, 20
2ກສ. 2:131ກສ 19:19; 2ກສ 1:8; ຊຄຢ 13:4; ມທ 3:4
2ກສ. 2:14ຢຊ 3:13; 2ກສ 2:8
2ກສ. 2:15ຈຊບ 11:24, 25; 27:18, 20; 2ກສ 2:9
2ກສ. 2:161ກສ 18:11, 12
2ກສ. 2:18ຢຊ 6:26; 1ກສ 16:34
2ກສ. 2:19ພບຍ 34:1-3
2ກສ. 2:21ອພຍ 15:23-25; 2ກສ 4:38-41
2ກສ. 2:232ຂຄ 36:15, 16; ລກ 10:16
2ກສ. 2:24ສພສ 17:12
2ກສ. 2:242ກສ 1:10
2ກສ. 2:252ກສ 4:25
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
ຄຳພີໄບເບິນສະບັບແປໂລກໃໝ່
2 ກະສັດ 2:1-25

ກະສັດ​ສະບັບ​ທີ​ສອງ

2 ເມື່ອ​ພະ​ເຢໂຫວາ​ໃກ້​ຈະ​ໃຫ້​ລົມ​ພາຍຸ​ພັດ​ເອົາ​ເອລີຢາ​+ຂຶ້ນ​ໄປ​ເທິງ​ຟ້າ+ ເອລີຢາ​ກັບ​ເອລີຊາ​+ໄດ້​ອອກ​ຈາກ​ເມືອງ​ກິນການ.+ 2 ເອລີຢາ​ບອກ​ເອລີຊາ​ວ່າ: “ໃຫ້​ເຈົ້າ​ຢູ່​ນີ້ ເພາະ​ພະ​ເຢໂຫວາ​ບອກ​ຂ້ອຍ​ໃຫ້​ໄປ​ເມືອງ​ເບເທນ.” ແຕ່​ເອລີຊາ​ບອກ​ວ່າ: “ຂ້ອຍ​ຂໍ​ສາບານ​ຕໍ່​ໜ້າ​ພະ​ເຢໂຫວາ​ພະເຈົ້າ​ຜູ້​ມີ​ຊີວິດ​ຢູ່​ແລະຕໍ່​ທ່ານວ່າ ຂ້ອຍ​ຈະ​ໄປ​ນຳ​ທ່ານ.” ແລ້ວ​ເຂົາ​ເຈົ້າ​ກໍ​ໄປ​ເມືອງ​ເບເທນ​ນຳ​ກັນ.+ 3 ລູກ​ຫຼານຂອງ​ພວກ​ຜູ້ພະຍາກອນ*ໃນ​ເມືອງ​ເບເທນ​ໄດ້​ອອກ​ມາ​ຫາ​ເອລີຊາ​ແລະ​ຖາມ​ລາວ​ວ່າ: “ເຈົ້າ​ຮູ້​ບໍ່​ວ່າ​ມື້​ນີ້​ພະ​ເຢໂຫວາ​ຈະເອົາ​ເຈົ້າ​ນາຍຂອງ​ເຈົ້າ​ໄປ?”+ ລາວ​ຕອບ​ວ່າ: “ຂ້ອຍ​ຮູ້​ແລ້ວ. ບໍ່​ຕ້ອງ​ເວົ້າ​ເຖິງ​ເລື່ອງ​ນີ້.”

4 ຕໍ່ມາ ເອລີຢາ​ບອກ​ເອລີຊາ​ວ່າ: “ເອລີຊາ ໃຫ້​ເຈົ້າ​ຢູ່​ນີ້ ເພາະ​ພະ​ເຢໂຫວາ​ບອກ​ຂ້ອຍ​ໃຫ້​ໄປ​ເມືອງ​ເຢຣິໂກ.”+ ແຕ່​ເອລີຊາ​ບອກ​ວ່າ: “ຂ້ອຍ​ຂໍ​ສາບານ​ຕໍ່​ໜ້າ​ພະ​ເຢໂຫວາ​ພະເຈົ້າ​ຜູ້​ມີ​ຊີວິດ​ຢູ່​ແລະ​ຕໍ່​ທ່ານ​ວ່າ ຂ້ອຍ​ຈະ​ໄປ​ນຳ​ທ່ານ.” ແລ້ວ​ເຂົາ​ເຈົ້າ​ກໍ​ໄປ​ເມືອງ​ເຢຣິໂກ​ນຳ​ກັນ. 5 ແລ້ວ​ລູກ​ຫຼານ​ຂອງ​ພວກ​ຜູ້ພະຍາກອນ​ໃນ​ເມືອງ​ເຢຣິໂກ​ໄດ້​ມາ​ຫາ​ເອລີຊາ​ແລະ​ຖາມ​ລາວ​ວ່າ: “ເຈົ້າ​ຮູ້​ບໍ່​ວ່າ​ມື້​ນີ້​ພະ​ເຢໂຫວາ​ຈະ​ເອົາ​ເຈົ້າ​ນາຍ​ຂອງ​ເຈົ້າ​ໄປ?” ລາວ​ຕອບ​ວ່າ: “ຂ້ອຍ​ຮູ້​ແລ້ວ. ບໍ່​ຕ້ອງ​ເວົ້າ​ເຖິງ​ເລື່ອງ​ນີ້.”

6 ຈາກ​ນັ້ນ ເອລີຢາ​ບອກ​ເອລີຊາ​ວ່າ: “ໃຫ້​ເຈົ້າ​ຢູ່​ນີ້ ເພາະ​ພະ​ເຢໂຫວາ​ບອກ​ຂ້ອຍ​ໃຫ້​ໄປ​ແມ່​ນ້ຳ​ຈໍແດນ.” ແຕ່​ເອລີຊາ​ບອກ​ວ່າ: “ຂ້ອຍ​ຂໍ​ສາບານ​ຕໍ່​ໜ້າ​ພະ​ເຢໂຫວາ​ພະເຈົ້າ​ຜູ້​ມີ​ຊີວິດ​ຢູ່​ແລະ​ຕໍ່​ທ່ານ​ວ່າ ຂ້ອຍ​ຈະ​ໄປ​ນຳ​ທ່ານ.” ແລ້ວ​ເຂົາ​ເຈົ້າ​ກໍ​ໄປ​ນຳ​ກັນ. 7 ມີ​ລູກ​ຫຼານ 50 ຄົນ​ຂອງ​ພວກ​ຜູ້ພະຍາກອນ​ນຳ​ເຂົາ​ເຈົ້າ​ໄປ​ແລະ​ຢືນ​ເບິ່ງ​ຢູ່​ໄກ​ໆ​ຕອນ​ທີ່​ເອລີຢາ​ກັບ​ເອລີຊາ​ຢືນ​ຢູ່​ແຄມ​ແມ່​ນ້ຳ​ຈໍແດນ. 8 ຈາກ​ນັ້ນ ເອລີຢາ​ກໍ​ເອົາ​ຊຸດ​ຜູ້ພະຍາກອນ+ຂອງ​ລາວ​ມາ​ກໍ້​ເຂົ້າ​ແລະ​ຟາດ​ໃສ່​ນ້ຳ ແລ້ວ​ນ້ຳ​ກໍ​ແຍກ​ອອກ​ຈາກ​ກັນ ເຂົາ​ເຈົ້າ​ຈຶ່ງ​ຍ່າງ​ເທິງ​ດິນ​ແຫ້ງ​ຂ້າມ​ໄປ​ອີກ​ຟາກ​ໜຶ່ງ.+

9 ເມື່ອ​ເຂົາ​ເຈົ້າ​ຂ້າມ​ໄປ​ແລ້ວ ເອລີຢາ​ຖາມ​ເອລີຊາ​ວ່າ: “ກ່ອນ​ທີ່​ພະເຈົ້າ​ຈະ​ເອົາ​ຂ້ອຍ​ໄປ ເຈົ້າ​ຢາກ​ໃຫ້​ຂ້ອຍ​ເຮັດ​ຫຍັງ​ໃຫ້​ເຈົ້າ​ບໍ?” ເອລີຊາ​ຕອບ​ວ່າ: “ຂ້ອຍ​ຂໍ​ພະລັງ​ຂອງ​ພະເຈົ້າ​ທີ່​ຢູ່​ນຳ​ທ່ານ 2 ເທົ່າ​+ໄດ້​ບໍ່?”+ 10 ເອລີຢາ​ຕອບ​ວ່າ: “ເຈົ້າ​ຄື​ຂໍ​ສິ່ງ​ທີ່​ຍາກ​ແທ້. ເອົາ​ຈັ່ງ​ຊີ້ ຖ້າ​ເຈົ້າ​ເຫັນ​ຕອນ​ທີ່​ພະເຈົ້າ​ເອົາ​ຂ້ອຍ​ໄປ ເຈົ້າ​ກໍ​ຈະ​ໄດ້​ຕາມ​ທີ່​ເຈົ້າ​ຂໍ. ແຕ່​ຖ້າ​ບໍ່​ເຫັນ ເຈົ້າ​ກໍ​ຈະ​ບໍ່​ໄດ້.”

11 ຕອນ​ທີ່​ເຂົາ​ເຈົ້າ​ກຳລັງ​ຍ່າງ​ລົມ​ກັນ ທັນໃດ​ນັ້ນ​ກໍ​ມີຝູງ​ມ້າ​ແກ່​ລົດ​ມ້າ+​ຄັນ​ໜຶ່ງ​ທີ່​ເປັນ​ແປວ​ໄຟມາ​ແຊກ​ກາງ​ເຂົາ​ເຈົ້າ 2 ຄົນ ແລ້ວ​ລົມ​ພາຍຸ​ກໍ​ພັດ​ເອົາ​ເອລີຢາ​ຂຶ້ນ​ໄປ​ເທິງ​ຟ້າ.+ 12 ຕອນ​ທີ່​ເອລີຊາ​ກຳລັງ​ແນມ​ເບິ່ງ ລາວ​ກໍ​ຮ້ອງ​ວ່າ: “ພໍ່ ພໍ່! ຂ້ອຍ​ເຫັນມ້າ​ກັບ​ລົດ​ມ້າຂອງ​ອິດສະຣາເອນ.”*+ ເມື່ອ​ບໍ່​ເຫັນ​ເອລີຢາ​ແລ້ວ ລາວ​ກໍ​ຈີກ​ເສື້ອ​ຂອງ​ໂຕເອງ​ຂາດ​ເປັນ 2 ຕ່ອນ.+ 13 ຈາກ​ນັ້ນ ເອລີຊາ​ໄດ້​ຈັບ​ເອົາ​ຊຸດ​ຜູ້ພະຍາກອນ+ຂອງ​ເອລີຢາ​ທີ່​ຕົກ​ຢູ່​ຂຶ້ນ​ມາ ແລ້ວ​ກໍ​ກັບ​ໄປ​ຢືນ​ຢູ່​ແຄມ​ແມ່​ນ້ຳ​ຈໍແດນ. 14 ເອລີຊາ​ໄດ້​ເອົາ​ຊຸດ​ຜູ້ພະຍາກອນ​ຂອງ​ເອລີຢາ​ຟາດ​ໃສ່​ນ້ຳ​ແລະ​ເວົ້າ​ວ່າ: “ພະ​ເຢໂຫວາພະເຈົ້າ​ຂອງ​ເອລີຢາ​ຢູ່​ໃສ?” ເມື່ອ​ລາວ​ຟາດ​ນ້ຳ ນ້ຳ​ກໍ​ແຍກ​ອອກ​ຈາກ​ກັນ ແລ້ວ​ເອລີຊາ​ກໍ​ຍ່າງ​ຂ້າມ​ໄປ​ອີກ​ຟາກ​ໜຶ່ງ.+

15 ເມື່ອ​ລູກ​ຫຼານ​ຂອງ​ພວກ​ຜູ້​ພະຍາກອນ​ໃນ​ເມືອງ​ເຢຣິໂກ​ເຫັນ​ເອລີຊາ​ແຕ່​ໄກ ເຂົາ​ເຈົ້າ​ກໍ​ເວົ້າ​ວ່າ: “ພະລັງ​ຂອງ​ພະເຈົ້າ​ທີ່​ຢູ່​ກັບ​ເອລີຢາ​ໄດ້​ມາ​ຢູ່​ກັບ​ເອລີຊາ​ແລ້ວ.”+ ເຂົາ​ເຈົ້າ​ຈຶ່ງ​ໄປ​ຫາ​ເອລີຊາ​ແລະ​ໝູບ​ໜ້າ​ລົງ​ພື້ນ​ເພື່ອ​ສະແດງ​ຄວາມ​ນັບ​ຖື​ລາວ. 16 ເຂົາ​ເຈົ້າ​ເວົ້າ​ກັບ​ເອລີຊາ​ວ່າ: “ພວກ​ເຮົາ​ມີ 50 ຄົນທີ່​ເປັນ​ຄົນ​ເກັ່ງ. ຂໍ​ໃຫ້​ເຂົາ​ເຈົ້າ​ໄປ​ຊອກ​ຫາ​ເຈົ້າ​ນາຍ​ຂອງ​ທ່ານ. ພະລັງ*ຂອງ​ພະ​ເຢໂຫວາ​ອາດ​ຈະ​ເອົາ​ລາວ​ໄປ​ໄວ້​ຢູ່​ພູ​ຫຼື​ຮ່ອມພູ​ບ່ອນ​ໃດ​ບ່ອນ​ໜຶ່ງ.”+ ແຕ່​ເອລີຊາ​ບອກ​ວ່າ: “ບໍ່​ຕ້ອງ​ໄປ​ຊອກ​ຫາ​ລາວ.” 17 ເຂົາ​ເຈົ້າ​ຂໍຮ້ອງ​ເອລີຊາ​ເອົາ​ແທ້​ເອົາ​ວ່າ​ຈົນ​ລາວ​ຮູ້ສຶກ​ລຳບາກ​ໃຈ. ເອລີຊາ​ຈຶ່ງ​ບອກ​ວ່າ: “ໄປ​ຊອກ​ກະ​ໄດ້.” ແລ້ວ​ເຂົາ​ເຈົ້າ​ກໍ​ໃຫ້ 50 ຄົນ​ນັ້ນ​ໄປ​ຊອກ​ຫາ​ເອລີຢາ 3 ມື້ ແຕ່​ກໍ​ບໍ່​ເຫັນ. 18 ແລ້ວ​ເຂົາ​ເຈົ້າ​ກໍ​ກັບ​ມາ​ຫາ​ເອລີຊາ ເຊິ່ງ​ຕອນ​ນັ້ນ​ລາວ​ຢູ່​ເມືອງ​ເຢຣິໂກ.+ ເອລີຊາ​ເວົ້າ​ກັບ​ເຂົາ​ເຈົ້າ​ວ່າ: “ຂ້ອຍ​ບອກ​ແລ້ວ​ວ່າ​ບໍ່​ຕ້ອງ​ໄປ​ຊອກ​ຫາ​ລາວ.”

19 ຕໍ່ມາ ຄົນ​ໃນ​ເມືອງ​ນັ້ນ​ເວົ້າ​ກັບ​ເອລີຊາ​ວ່າ: “ທ່ານ​ເອີ້ຍ ທ່ານ​ກໍ​ເຫັນ​ວ່າ​ເມືອງ​ນີ້​ຕັ້ງ​ຢູ່​ຈຸດ​ທີ່​ດີ+ ແຕ່​ນ້ຳ​ຢູ່​ນີ້​ໃຊ້​ບໍ່​ໄດ້​ແລະ​ດິນ​ກໍ​ປູກ​ຫຍັງ​ບໍ່​ຂຶ້ນ.”* 20 ເອລີຊາ​ຈຶ່ງ​ບອກ​ວ່າ: “ເອົາ​ເກືອ​ໃສ່​ຖ້ວຍ​ນ້ອຍ​ໃໝ່​ໆ​ໃບ​ໜຶ່ງ​ມາ​ໃຫ້​ຂ້ອຍ.” ເຂົາ​ເຈົ້າ​ກໍ​ເຮັດ​ຕາມ​ທີ່​ລາວ​ບອກ. 21 ຈາກ​ນັ້ນ ລາວ​ກໍ​ໄປ​ບ່ອນ​ທີ່​ເປັນ​ຕົ້ນ​ນ້ຳ​ແລ້ວ​ເອົາ​ເກືອ​ຖອກ​ໃສ່​ຫັ້ນ+ແລະ​ເວົ້າ​ວ່າ: “ພະ​ເຢໂຫວາ​ບອກ​ວ່າ ‘ເຮົາ​ເຮັດ​ໃຫ້​ນ້ຳ​ນີ້​ສະອາດ​ແລະໃຊ້​ໄດ້​ແລ້ວ. ນ້ຳ​ນີ້​ຈະ​ບໍ່​ເຮັດ​ໃຫ້​ໃຜ​ຕາຍ​ຫຼື​ເປັນ​ໝັນ*ອີກ​ຕໍ່​ໄປ.’” 22 ນ້ຳ​ນັ້ນ​ກໍ​ສະອາດ​ແລະ​ໃຊ້​ໄດ້​ຈົນ​ຮອດ​ທຸກ​ມື້​ນີ້​ຕາມ​ທີ່​ເອລີຊາ​ເວົ້າ.

23 ເອລີຊາ​ອອກ​ຈາກ​ເມືອງ​ເຢຣິໂກ​ຂຶ້ນ​ໄປ​ເມືອງ​ເບເທນ. ຕອນ​ທີ່​ລາວ​ກຳລັງ​ເດີນ​ທາງ ມີ​ພວກ​ເດັກ​ນ້ອຍ​ຜູ້​ຊາຍ​ອອກ​ມາ​ຈາກ​ເມືອງ​ແລະ​ເວົ້າ​ໃຫ້​ລາວ​ບໍ່​ເຊົາ​+ວ່າ: “ອີ່​ຕາ​ຫົວ​ລ້ານໜີ​ແມະ! ໜີ​ແມະ​ອີ່​ຕາ​ຫົວ​ລ້ານ!” 24 ລາວ​ຈຶ່ງ​ປິ່ນ​ໜ້າ​ໄປ​ເບິ່ງ​ພວກ​ເດັກ​ນ້ອຍ​ນັ້ນ​ແລະ​ສາບແຊ່ງ​ເຂົາ​ເຈົ້າ​ໃນ​ນາມ​ຂອງ​ພະ​ເຢໂຫວາ ແລ້ວ​ກໍ​ມີ​ໝີ​ແມ່+ 2 ໂຕ​ອອກ​ມາ​ຈາກ​ປ່າ​ແລະ​ຈີກ​ເດັກ​ນ້ອຍ 42 ຄົນ​ນັ້ນ​ເປັນ​ຕ່ອນ​ໆ​.+ 25 ເອລີຊາ​ເດີນ​ທາງ​ຈາກ​ຫັ້ນ​ໄປ​ພູ​ກາເມນ+ຕໍ່ ແລ້ວ​ກໍ​ກັບ​ມາ​ເມືອງ​ຊາມາເຣຍ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌