ປະຖົມມະການ
14 ຈາກນັ້ນ ອຳຣາເຟັນກະສັດຊີນາ+ ອາຣີໂອກກະສັດເອັນລາສາ ເຄໂດລາໂອເມີ+ກະສັດເອລາມ+ ແລະຕີດານກະສັດໂກຢິມ 2 ໄດ້ເຮັດສົງຄາມກັບເບຣາກະສັດໂຊໂດມ+ ບີຊາກະສັດໂກໂມຣາ+ ຊິນາບກະສັດອັດມາ ເຊເມເບກະສັດເຊໂບຢິມ+ ແລະກະສັດຂອງເບລາເຊິ່ງເອີ້ນອີກຊື່ໜຶ່ງວ່າໂຊອາ. 3 ແຕ່ລະຝ່າຍກໍມາລວມກັນຢູ່ຮ່ອມພູສິດດີມ+ທີ່ທະເລຕາຍ.*+
4 ກະສັດທັງໝົດນີ້ໄດ້ຮັບໃຊ້ກະສັດເຄໂດລາໂອເມີ 12 ປີ ແຕ່ໃນປີທີ 13 ເຂົາເຈົ້າກໍກະບົດ. 5 ດັ່ງນັ້ນ ໃນປີທີ 14 ກະສັດເຄໂດລາໂອເມີແລະກະສັດອື່ນໆທີ່ຢູ່ຝ່າຍລາວກໍໄປຕໍ່ສູ້ແລະໄດ້ຊະນະພວກເຣຟາຢິມຢູ່ອັດຊະເຕໂຣດການາຢິມ ຊະນະພວກຊູຊີມຢູ່ຮາມ ຊະນະພວກເອມີມ+ຢູ່ຊາເວກີຣິອາດທາຢິມ 6 ແລະຊະນະພວກໂຮລີ+ຢູ່ພູເສອີ+ໄປຈົນຮອດເອນປາຣານ ເຊິ່ງເປັນບ່ອນກັນດານ. 7 ແລ້ວເຂົາເຈົ້າກໍກັບມາຮອດເອັນມິດສະປັດທີ່ເອີ້ນອີກຊື່ໜຶ່ງວ່າກາເດັດ+ ແລະຍຶດເອົາເຂດຂອງພວກອາມາເລັກ+ກັບພວກອາໂມ+ທີ່ຢູ່ຮາຊາໂຊນຕາມາ.+
8 ໃນຕອນນັ້ນ ກະສັດໂຊໂດມ ກະສັດໂກໂມຣາ ກະສັດອັດມາ ກະສັດເຊໂບຢິມ ແລະກະສັດເບລາທີ່ເອີ້ນອີກຊື່ໜຶ່ງວ່າໂຊອາ ມາລວມໂຕກັນຕໍ່ສູ້ກັບເຂົາເຈົ້າຢູ່ຮ່ອມພູສິດດີມຄື 9 ໄດ້ຕໍ່ສູ້ກັບເຄໂດລາໂອເມີກະສັດເອລາມ ຕີດານກະສັດໂກຢິມ ອຳຣາເຟັນກະສັດຊີນາ ອາຣີໂອກກະສັດເອັນລາສາ.+ ກະສັດ 4 ອົງນີ້ໄດ້ຕໍ່ສູ້ກັບກະສັດ 5 ອົງນັ້ນ. 10 ຢູ່ຮ່ອມພູສິດດີມມີຂຸມນ້ຳມັນດິບຫຼາຍ ແລະຕອນທີ່ກະສັດໂຊໂດມກັບກະສັດໂກໂມຣາພະຍາຍາມໜີ ເຂົາເຈົ້າກໍຕົກຂຸມນ້ຳມັນດິບ ສ່ວນຄົນທີ່ເຫຼືອກໍໜີໄປຢູ່ເຂດພູ. 11 ກະສັດ 4 ອົງທີ່ຊະນະໄດ້ຍຶດເຄື່ອງຂອງທຸກຢ່າງກັບອາຫານຂອງພວກໂຊໂດມແລະພວກໂກໂມຣາ ແລ້ວກໍໄປ.+ 12 ເຂົາເຈົ້າຈັບໂລດທີ່ເປັນຫຼານຂອງອັບຣາມເຊິ່ງຢູ່ເມືອງໂຊໂດມ+ ແລະເອົາເຄື່ອງຂອງຂອງລາວໄປນຳ ແລ້ວເຂົາເຈົ້າກໍໄປ.
13 ຫຼັງຈາກນັ້ນ ຊາຍຄົນໜຶ່ງທີ່ໜີມາໄດ້ກໍໄປບອກອັບຣາມຄົນເຮັບເຣີ. ຕອນນັ້ນ ອັບຣາມອາໄສຢູ່ແຖວຕົ້ນໄມ້ໃຫຍ່ໃນດິນຂອງມາມເຣຄົນອາໂມ+ ເຊິ່ງເປັນອ້າຍນ້ອງຂອງເອັດຊະໂຄນກັບອາເນ.+ ຄົນເຫຼົ່ານີ້ເຄີຍສັນຍາວ່າຈະບໍ່ຕໍ່ສູ້ກັບອັບຣາມ. 14 ອັບຣາມເລີຍຮູ້ວ່າພີ່ນ້ອງຂອງລາວ+ຖືກຈັບໄປເປັນຊະເລີຍ. ລາວລວບລວມຄົນຮັບໃຊ້ຢູ່ເຮືອນຂອງລາວ 318 ຄົນທີ່ໄດ້ຝຶກການຕໍ່ສູ້ ແລ້ວມຸ່ງໜ້າໄປເມືອງດານ.+ 15 ໃນຄືນນັ້ນ ລາວກັບພວກຄົນຮັບໃຊ້ໄດ້ແບ່ງກອງກຳລັງອອກໄປຕໍ່ສູ້ກັບພວກນັ້ນແລະໄດ້ຊະນະ. ລາວນຳທັນພວກນັ້ນຢູ່ໂຮບາ ເຊິ່ງຢູ່ທາງເໜືອຂອງດາມາເຊ. 16 ລາວໄດ້ໂລດທີ່ເປັນພີ່ນ້ອງຂອງລາວຄືນມາ ລວມທັງເຄື່ອງຂອງທຸກຢ່າງ ທັງຜູ້ຍິງແລະຄົນອື່ນໆ.
17 ຫຼັງຈາກອັບຣາມໄດ້ຊະນະກະສັດເຄໂດລາໂອເມີ ແລະພວກກະສັດອື່ນໆແລ້ວ ກະສັດໂຊໂດມກໍອອກໄປຫາອັບຣາມຢູ່ຮ່ອມພູຊາເວ ເຊິ່ງເອີ້ນອີກຊື່ໜຶ່ງວ່າຮ່ອມພູກະສັດ.+ 18 ເມັນຄີເຊເດັກ+ເຊິ່ງເປັນທັງກະສັດຂອງຊາເລັມ+ແລະປະໂລຫິດຂອງພະເຈົ້າສູງສຸດ+ ກໍໄດ້ເອົາເຂົ້າຈີ່ກັບເຫຼົ້າແວງມາໃຫ້ອັບຣາມ.
19 ລາວອວຍພອນໃຫ້ອັບຣາມແລະເວົ້າວ່າ:
“ຂໍໃຫ້ອັບຣາມໄດ້ຮັບພອນຈາກພະເຈົ້າສູງສຸດ
ຜູ້ທີ່ສ້າງຟ້າກັບໂລກ.
20 ຂໍໃຫ້ພະເຈົ້າສູງສຸດໄດ້ຮັບຄຳສັນລະເສີນ.
ພະເຈົ້າເປັນຜູ້ມອບສັດຕູໄວ້ໃນມືເຈົ້າ.”
ແລ້ວອັບຣາມກໍເອົາ 1 ສ່ວນ 10 ຂອງທຸກສິ່ງທີ່ລາວໄດ້ໃຫ້ເມັນຄີເຊເດັກ.+
21 ແລ້ວກະສັດໂຊໂດມກໍເວົ້າກັບອັບຣາມວ່າ: “ຂໍຄົນຂອງຂ້ອຍຄືນ ແຕ່ເຄື່ອງຂອງຕ່າງໆໃຫ້ເຈົ້າເອົາໄປໂລດ.” 22 ແຕ່ອັບຣາມເວົ້າກັບກະສັດໂຊໂດມວ່າ: “ຂ້ອຍຂໍຍົກມືຂຶ້ນສາບານຕໍ່ພະເຢໂຫວາ ພະເຈົ້າສູງສຸດຜູ້ສ້າງຟ້າແລະໂລກວ່າ 23 ຂ້ອຍຊິບໍ່ເອົາຫຍັງຈັກຢ່າງທີ່ເປັນຂອງເຈົ້າ. ແມ່ນແຕ່ເສັ້ນດ້າຍຫຼືສາຍຮັດເກີບຂ້ອຍກໍຊິບໍ່ເອົາ ເພື່ອຈະບໍ່ໃຫ້ເຈົ້າມາອ້າງວ່າ ‘ຂ້ອຍເຮັດໃຫ້ອັບຣາມຮັ່ງ.’ 24 ຂ້ອຍຊິບໍ່ເອົາຫຍັງຈັກຢ່າງ ນອກຈາກສິ່ງທີ່ຄົນຂອງຂ້ອຍໄດ້ກິນໄປແລ້ວ. ສ່ວນຄົນທີ່ມານຳຂ້ອຍຄື ອາເນ ເອັດຊະໂຄນ ແລະມາມເຣ+ ໃຫ້ເຂົາເຈົ້າເອົາສ່ວນແບ່ງຂອງເຂົາເຈົ້າໄປ.”