ຈົດໝາຍເຖິງຄລິດສະຕຽນໃນເມືອງໂຣມ
10 ພີ່ນ້ອງເອີ້ຍ ຂ້ອຍຫວັງດີກັບຄົນຊາດດຽວກັນກັບຂ້ອຍຈາກໃຈຈິງ ແລະຂ້ອຍອ້ອນວອນພະເຈົ້າຂໍໃຫ້ເຂົາເຈົ້າໄດ້ຮັບຄວາມລອດ.+ 2 ຂ້ອຍບອກໄດ້ວ່າ ເຂົາເຈົ້າມີໃຈກະຕືລືລົ້ນເພື່ອພະເຈົ້າ+ ແຕ່ເຂົາເຈົ້າບໍ່ເຂົ້າໃຈແທ້ໆວ່າພະເຈົ້າຕ້ອງການຫຍັງ. 3 ເຂົາເຈົ້າບໍ່ເຂົ້າໃຈວ່າສິ່ງໃດເຮັດໃຫ້ພະເຈົ້າຍອມຮັບເຂົາເຈົ້າ+ ແຕ່ເຂົາເຈົ້າພະຍາຍາມພິສູດວ່າໂຕເອງເຮັດຖືກແລ້ວ.+ ຍ້ອນແນວນີ້ ເຂົາເຈົ້າຈຶ່ງບໍ່ໄດ້ເຮັດສິ່ງທີ່ຖືກຕ້ອງຕາມມາດຕະຖານຂອງພະເຈົ້າ.+ 4 ພະຄລິດເຮັດໃຫ້ກົດໝາຍຂອງໂມເຊຖືກຍົກເລີກ+ເພື່ອພະເຈົ້າຈະຍອມຮັບທຸກຄົນທີ່ສະແດງຄວາມເຊື່ອ.+
5 ໂມເຊບອກວ່າຄົນທີ່ເຮັດສິ່ງທີ່ຖືກຕ້ອງຕາມກົດໝາຍຂອງໂມເຊຈະໄດ້ຊີວິດ.+ 6 ແຕ່ພະຄຳພີກໍບອກວ່າຄົນທີ່ພະເຈົ້າຍອມຮັບຈະຕ້ອງມີຄວາມເຊື່ອ ແລະຍັງບອກອີກວ່າ: “ຢ່າຄິດໃນໃຈວ່າ+ ‘ໃຜຊິຂຶ້ນໄປເທິງຟ້າ?’+ ເພື່ອພາພະຄລິດລົງມາ 7 ຫຼື ‘ໃຜຊິລົງໄປເຫວເລິກ?’+ ເພື່ອພາພະຄລິດຄືນມາຈາກຕາຍ.” 8 ແຕ່ພະຄຳພີບອກໄວ້ແມ່ນບໍວ່າ “ຖ້ອຍຄຳເຫຼົ່ານັ້ນຢູ່ໃກ້ພວກເຈົ້າ ຢູ່ໃນປາກແລະຢູ່ໃນໃຈຂອງພວກເຈົ້າ”?+ “ຖ້ອຍຄຳ” ນັ້ນແມ່ນຄວາມເຊື່ອທີ່ພວກເຮົາກຳລັງປະກາດ. 9 ຖ້າພວກເຈົ້າປະກາດຢ່າງເປີດເຜີຍວ່າພະເຢຊູແມ່ນຜູ້ເປັນນາຍ+ ແລະເຊື່ອໃນໃຈວ່າພະເຈົ້າປຸກພະເຢຊູໃຫ້ຄືນມາຈາກຕາຍແລ້ວ ພວກເຈົ້າກໍຈະລອດຊີວິດ. 10 ພວກເຈົ້າຕ້ອງມີຄວາມເຊື່ອຢູ່ໃນໃຈເພື່ອພະເຈົ້າຈະຍອມຮັບພວກເຈົ້າ ແຕ່ຖ້າຢາກລອດຊີວິດ ພວກເຈົ້າກໍຕ້ອງປະກາດຢ່າງເປີດເຜີຍກ່ຽວກັບຄວາມເຊື່ອນັ້ນ.+
11 ພະຄຳພີບອກວ່າ: “ທຸກຄົນທີ່ເຊື່ອແລະວາງໃຈໃນຜູ້ນັ້ນຈະບໍ່ຜິດຫວັງເລີຍ.”+ 12 ທີ່ຈິງ ຄົນຢິວກັບຄົນກຣີກກໍບໍ່ຕ່າງກັນ+ ຍ້ອນທຸກຄົນມີຜູ້ເປັນນາຍ*ອົງດຽວກັນ. ເພິ່ນຊ່ວຍຄົນທີ່ອ້ອນວອນເພິ່ນຢ່າງໃຈກວ້າງ. 13 ພະຄຳພີຂຽນໄວ້ວ່າ: “ທຸກຄົນທີ່ອ້ອນວອນໂດຍອອກຊື່ຂອງພະເຢໂຫວາ*ຈະລອດ.”+ 14 ແຕ່ຄົນຈະອ້ອນວອນເພິ່ນໄດ້ແນວໃດ ຖ້າເຂົາເຈົ້າຍັງບໍ່ເຊື່ອໃນເພິ່ນ? ແລ້ວເຂົາເຈົ້າຈະເຊື່ອໃນເພິ່ນໄດ້ແນວໃດ ຖ້າເຂົາເຈົ້າບໍ່ເຄີຍໄດ້ຍິນເລື່ອງຂອງເພິ່ນ? ແລ້ວເຂົາເຈົ້າຈະໄດ້ຍິນເລື່ອງຂອງເພິ່ນໄດ້ແນວໃດ ຖ້າບໍ່ມີຜູ້ໃດປະກາດໃຫ້ເຂົາເຈົ້າຟັງ? 15 ແລ້ວເຂົາເຈົ້າຈະປະກາດໄດ້ແນວໃດ ຖ້າບໍ່ມີຜູ້ໃດໃຊ້ເຂົາເຈົ້າໄປ?+ ຄືກັບທີ່ພະຄຳພີບອກໄວ້ວ່າ: “ຕີນຂອງຜູ້ທີ່ປະກາດຂ່າວດີ*ກໍງາມຫຼາຍ.”+
16 ແຕ່ບໍ່ແມ່ນທຸກຄົນຍອມຮັບ*ຂ່າວດີ ຄືກັບທີ່ເອຊາຢາບອກວ່າ: “ພະເຢໂຫວາ* ໃຜຈະເຊື່ອໃນສິ່ງທີ່ພວກເຮົາເວົ້າ?”+ 17 ດັ່ງນັ້ນ ກ່ອນທີ່ຈະເຊື່ອກໍຕ້ອງໄດ້ຍິນຂ່າວດີກ່ອນ+ ແລະກ່ອນທີ່ຈະໄດ້ຍິນຂ່າວດີກໍຕ້ອງມີຄົນໄປປະກາດເລື່ອງພະຄລິດ. 18 ແຕ່ຂ້ອຍຂໍຖາມແດ່ ພວກອິດສະຣາເອນໄດ້ຍິນແລ້ວບໍ່ແມ່ນບໍ? ແມ່ນ ຍ້ອນວ່າ “ທົ່ວໂລກກໍໄດ້ຍິນຄຳພະຍານ ແລະຂ່າວສານກໍຖືກປະກາດໄປເຖິງຄົນທີ່ຢູ່ສຸດຂອບໂລກ.”+ 19 ຂ້ອຍຂໍຖາມອີກວ່າ ພວກອິດສະຣາເອນຮູ້ເລື່ອງນີ້ແລ້ວບໍ່ແມ່ນບໍ?+ ຕອນທຳອິດ ພະເຈົ້າເວົ້າຜ່ານທາງໂມເຊວ່າ: “ເຮົາຈະໃຊ້ຄົນພວກໜຶ່ງທີ່ຍັງບໍ່ທັນເປັນຊາດຍົວະພວກເຈົ້າໃຫ້ອິດສາ. ເຮົາຈະໃຊ້ຊາດທີ່ໂງ່ຊາດໜຶ່ງຍົວະພວກເຈົ້າໃຫ້ໃຈຮ້າຍຫຼາຍ.”+ 20 ຕໍ່ມາ ເອຊາຢາປະກາດຄຳເວົ້າຂອງພະເຈົ້າຢ່າງກ້າຫານວ່າ: “ຜູ້ທີ່ບໍ່ໄດ້ຊອກຫາເຮົາພັດເຫັນເຮົາ.+ ຜູ້ທີ່ບໍ່ໄດ້ຖາມຫາເຮົາ ເຮົາພັດໃຫ້ເຂົາເຈົ້າຮູ້ຈັກເຮົາ.”+ 21 ແຕ່ກັບພວກອິດສະຣາເອນ ເພິ່ນບອກວ່າ: “ເຮົາເດ່ມືອອກທຸກມື້ເພື່ອເອີ້ນຊາດທີ່ບໍ່ເຊື່ອຟັງແລະຫົວແຂງ.”+