ຈົດໝາຍຂອງຢູດາ
1 ຂ້ອຍຢູດາເປັນທາດຂອງພະເຢຊູຄລິດແລະເປັນນ້ອງຊາຍຂອງຢາໂກໂບ+ຂຽນຫາຄົນທີ່ພະເຈົ້າຜູ້ເປັນພໍ່ໄດ້ເລືອກ+ ເຊິ່ງເພິ່ນຮັກແລະປົກປ້ອງເບິ່ງແຍງເພື່ອຈະໄດ້ຢູ່ກັບພະເຢຊູຄລິດ.+
2 ຂໍໃຫ້ພວກເຈົ້າໄດ້ຮັບຄວາມເມດຕາ ສັນຕິສຸກ ແລະຄວາມຮັກຫຼາຍຂຶ້ນເລື້ອຍໆ.
3 ພີ່ນ້ອງທີ່ຮັກ ຕອນທຳອິດຂ້ອຍຕັ້ງໃຈຈະຂຽນຫາພວກເຈົ້າເລື່ອງຄວາມລອດທີ່ພວກເຮົາໄດ້ຮັບຈາກພະເຈົ້ານຳກັນ+ ແຕ່ຕອນນີ້ຂ້ອຍເຫັນວ່າຈຳເປັນຕ້ອງກະຕຸ້ນພວກເຈົ້າໃຫ້ຕໍ່ສູ້ຢ່າງໜັກເພື່ອປົກປ້ອງຄວາມເຊື່ອ+ທີ່ພວກຜູ້ບໍລິສຸດໄດ້ຮັບໄວ້ເທື່ອດຽວສຳລັບຕະຫຼອດໄປ. 4 ຂ້ອຍຂຽນເລື່ອງນີ້ຍ້ອນມີບາງຄົນແອບແຝງເຂົ້າມາໃນພວກເຈົ້າ. ພະຄຳພີບອກໄວ້ດົນມາແລ້ວວ່າຄົນແບບນີ້ຈະຖືກຕັດສິນລົງໂທດ. ເຂົາເຈົ້າເປັນຄົນໝິ່ນປະໝາດພະເຈົ້າເຊິ່ງພິກປີ້ນຄວາມກະລຸນາທີ່ຍິ່ງໃຫຍ່ຂອງພະເຈົ້າຂອງພວກເຮົາເພື່ອໃຊ້ເປັນຂໍ້ແກ້ໂຕສຳລັບການເຮັດຊົ່ວແບບບໍ່ອາຍ*+ ແລະບໍ່ສັດຊື່ຕໍ່ພະເຢຊູຄລິດທີ່ເປັນເຈົ້າຂອງແລະເປັນນາຍຜູ້ດຽວຂອງພວກເຮົາ.+
5 ຂ້ອຍຢາກຈະເຕືອນໃນເລື່ອງທີ່ພວກເຈົ້າຮູ້ຢູ່ແລ້ວ. ເລື່ອງນັ້ນແມ່ນ ພະເຢໂຫວາ*ເຄີຍຊ່ວຍຊົນຊາດໜຶ່ງໃຫ້ລອດຈາກເອຢິບ+ ແຕ່ຕໍ່ມາເພິ່ນໄດ້ທຳລາຍຫຼາຍຄົນທີ່ບໍ່ສະແດງຄວາມເຊື່ອ.+ 6 ສຳລັບພວກທູດສະຫວັນທີ່ບໍ່ພໍໃຈກັບຕຳແໜ່ງໜ້າທີ່ຂອງໂຕເອງແລະໄດ້ຖິ້ມບ່ອນຢູ່ທີ່ເໝາະສົມ+ ເພິ່ນກໍມັດພວກມັນໄວ້ຕະຫຼອດໄປໃນບ່ອນທີ່ມືດໆເພື່ອລໍຖ້າການຕັດສິນລົງໂທດໃນວັນໃຫຍ່.+ 7 ຄ້າຍຄືກັນ ເມືອງໂຊໂດມກັບເມືອງໂກໂມຣາແລະເມືອງທີ່ຢູ່ໃກ້ໆກໍມົວເມົາຢູ່ກັບການເຮັດຜິດສິນລະທຳທາງເພດ*ແລະຕັນຫາແບບຜິດທຳມະຊາດ+ ເຂົາເຈົ້າຈຶ່ງຖືກຕັດສິນແລະລົງໂທດດ້ວຍໄຟທີ່ບໍ່ມີມື້ມອດ.* ເລື່ອງນີ້ເປັນຕົວຢ່າງສອນພວກເຮົາ.+
8 ເຖິງຈະມີຕົວຢ່າງແບບນີ້ ຄົນເຫຼົ່ານັ້ນທີ່ແອບແຝງເຂົ້າມາກໍຍັງເຮັດແບບດຽວກັນ. ເຂົາເຈົ້າມັກຈິນຕະນາການໃນສິ່ງທີ່ບໍ່ດີ ເຮັດໃຫ້ໂຕເອງແລະຄົນອື່ນເສື່ອມເສຍ ບໍ່ນັບຖືຜູ້ມີອຳນາດ ແລະເວົ້າໝິ່ນປະໝາດຜູ້ທີ່ພະເຈົ້າຍົກຍ້ອງ.+ 9 ຕອນທີ່ມີກາເອນ+ຫົວໜ້າທູດສະຫວັນ+ຂັດແຍ່ງກັບມານຮ້າຍແລະຖຽງກັນເລື່ອງສົບຂອງໂມເຊ+ ເພິ່ນກໍຍັງບໍ່ກ້າຕັດສິນລົງໂທດມານຮ້າຍແລະບໍ່ໃຊ້ຄຳເວົ້າດູຖູກຊ້ຳ.+ ເພິ່ນມີແຕ່ເວົ້າວ່າ: “ໃຫ້ພະເຢໂຫວາ*ເປັນຜູ້ຕຳໜິເຈົ້າສະ.”+ 10 ແຕ່ຄົນເຫຼົ່ານັ້ນພັດເວົ້າໝິ່ນປະໝາດທຸກເລື່ອງທີ່ໂຕເອງບໍ່ເຂົ້າໃຈ+ ສ່ວນເລື່ອງທີ່ເຂົາເຈົ້າເຂົ້າໃຈກໍເຂົ້າໃຈຕາມສັນຊາດຕະຍານຄືກັບສັດທີ່ຫາເຫດຜົນບໍ່ເປັນ+ ເຂົາເຈົ້າຈຶ່ງເຮັດໃຫ້ໂຕເອງເສື່ອມເສຍ.
11 ຄົນເຫຼົ່ານັ້ນຈະຕ້ອງເດືອດຮ້ອນແທ້ໆ ຍ້ອນເຂົາເຈົ້າຮຽນແບບກາອິນ+ແລະປ່ອຍໂຕເຮັດຕາມຄວາມຜິດແບບບາລາອາມ+ທີ່ຢາກໄດ້ລາງວັນ. ເຂົາເຈົ້າຖືກທຳລາຍຍ້ອນເວົ້າຕໍ່ຕ້ານຜູ້ມີອຳນາດ+ຄືກັບທີ່ໂກຣາໄດ້ເຮັດ.+ 12 ເມື່ອມາຮ່ວມງານລ້ຽງທີ່ພວກເຈົ້າຈັດເພື່ອສະແດງຄວາມຮັກຕໍ່ພີ່ນ້ອງ ເຂົາເຈົ້າເປັນຄືກັບຫີນທີ່ອັນຕະລາຍທີ່ເຊື່ອງຢູ່ໃຕ້ນ້ຳ.+ ເຂົາເຈົ້າເປັນຜູ້ລ້ຽງແກະທີ່ລ້ຽງແຕ່ໂຕເອງແບບບໍ່ອາຍ+ ເປັນຄືກັບຂີ້ເຝື້ອບໍ່ມີນ້ຳທີ່ຖືກລົມພັດໄປພັດມາ+ ແລະເປັນຄືກັບຕົ້ນໄມ້ທີ່ບໍ່ເກີດໝາກຕາມລະດູທີ່ຕາຍແລ້ວແລະຖືກຫຼົກຖິ້ມ. 13 ເຂົາເຈົ້າເປັນຄືກັບຄື້ນທີ່ປັ່ນປ່ວນໃນທະເລທີ່ຊັດເອົາແນວທີ່ເປັນຕາໜ້າອາຍຂອງໂຕເອງຂຶ້ນມາ+ ແລະເປັນຄືກັບດາວທີ່ບໍ່ມີວົງໂຄຈອນທີ່ແນ່ນອນເຊິ່ງຈະຫາຍໄປໃນຄວາມມືດຕະຫຼອດໄປ.+
14 ເອໂນກ+ເຊິ່ງເປັນລູກຫຼານລຸ້ນທີ 7 ຂອງອາດາມໄດ້ພະຍາກອນເຖິງເຂົາເຈົ້າວ່າ: “ເບິ່ງແມ້! ພະເຢໂຫວາ*ມາກັບຜູ້ບໍລິສຸດຂອງເພິ່ນເປັນໝື່ນເປັນແສນ+ 15 ເພື່ອຕັດສິນທຸກຄົນ+ ແລະເພື່ອລົງໂທດຄົນທີ່ໝິ່ນປະໝາດພະເຈົ້າທຸກຄົນສຳລັບຄວາມຊົ່ວທີ່ເຂົາເຈົ້າເຮັດໂດຍບໍ່ຢ້ານຢຳເພິ່ນ ແລະສຳລັບຄຳເວົ້າຊົ່ວຮ້າຍທຸກຄຳເຊິ່ງຄົນບາບທີ່ໝິ່ນປະໝາດພະເຈົ້າໄດ້ເວົ້າເຖິງເພິ່ນ.”+
16 ຄົນເຫຼົ່ານັ້ນມັກຈົ່ມ.+ ເຂົາເຈົ້າບໍ່ພໍໃຈສະພາບຊີວິດຂອງໂຕເອງ ເຮັດຕາມໃຈໂຕເອງ+ ເວົ້າໂອ້ອວດ ແລະມັກຍ້ອງຄົນອື່ນເພື່ອຈະໄດ້ຜົນປະໂຫຍດໃສ່ໂຕເອງ.+
17 ສ່ວນພວກເຈົ້າ ພີ່ນ້ອງທີ່ຮັກ. ຂໍໃຫ້ນຶກເຖິງສິ່ງທີ່ພວກອັກຄະສາວົກ*ຂອງພະເຢຊູຄລິດຜູ້ເປັນນາຍຂອງພວກເຮົາເຄີຍເວົ້າໄວ້. 18 ເຂົາເຈົ້າເຄີຍບອກພວກເຈົ້າວ່າ: “ໃນສະໄໝສຸດທ້າຍຈະມີຄົນມັກເຍາະເຍີ້ຍສຽດສີແລະເຮັດຕາມຄວາມຕ້ອງການທີ່ຊົ່ວໆຂອງໂຕເອງ.”+ 19 ຄົນເຫຼົ່ານີ້ສ້າງຄວາມແຕກແຍກ+ ເຮັດຄືກັບສັດ ແລະບໍ່ຍອມໃຫ້ພະລັງຂອງພະເຈົ້າຊີ້ນຳ. 20 ສ່ວນພວກເຈົ້າ ພີ່ນ້ອງທີ່ຮັກ ຂໍໃຫ້ເສີມກຳລັງໂຕເອງດ້ວຍຄວາມເຊື່ອທີ່ບໍລິສຸດແລະອະທິດຖານໂດຍໃຫ້ພະລັງບໍລິສຸດຂອງພະເຈົ້າຊີ້ນຳ+ 21 ເພື່ອຈະເຮັດໃຫ້ພະເຈົ້າຮັກພວກເຈົ້າຢູ່ສະເໝີ+ ໃນໄລຍະທີ່ລໍຖ້າຄວາມເມດຕາຂອງພະເຢຊູຄລິດຜູ້ເປັນນາຍຂອງພວກເຮົາທີ່ໃຫ້ໂອກາດພວກເຮົາມີຊີວິດຕະຫຼອດໄປ.+ 22 ໃຫ້ພວກເຈົ້າເມດຕາ+ຄົນທີ່ຍັງບໍ່ໝັ້ນໃຈໃນຄວາມເຊື່ອຂອງໂຕເອງ.+ 23 ໃຫ້ຊ່ວຍຊີວິດເຂົາເຈົ້າ+ຄືກັບດຶງເຂົາເຈົ້າອອກຈາກໄຟ. ນອກຈາກນັ້ນ ໃຫ້ເມດຕາຄົນອື່ນນຳ ແຕ່ກໍຕ້ອງລະວັງ. ໃຫ້ຊັງຄວາມຊົ່ວທີ່ເຂົາເຈົ້າເຮັດແລະຢ່າໃຫ້ຄວາມຊົ່ວຂອງເຂົາເຈົ້າເຮັດໃຫ້ພວກເຈົ້າເປື້ອນ.*+
24 ພະເຈົ້າສາມາດປົກປ້ອງພວກເຈົ້າບໍ່ໃຫ້ຫຼົງເຮັດຜິດແລະບໍ່ໃຫ້ມີຕຳໜິເມື່ອຢືນຢູ່ຕໍ່ໜ້າພະເຈົ້າຂອງພວກເຮົາ+ຜູ້ມີສະຫງ່າລາສີ. ເລື່ອງນີ້ຈະເຮັດໃຫ້ພວກເຈົ້າມີຄວາມສຸກຫຼາຍ. 25 ພະເຈົ້າທ່ຽງແທ້ອົງດຽວຊ່ວຍພວກເຮົາໃຫ້ລອດໂດຍທາງພະເຢຊູຄລິດຜູ້ເປັນນາຍຂອງພວກເຮົາ. ຂໍໃຫ້ເພິ່ນມີສະຫງ່າລາສີ ຄວາມຍິ່ງໃຫຍ່ ລິດເດດ ແລະອຳນາດຕະຫຼອດທຸກຍຸກທຸກສະໄໝ ທັງໃນອະດີດ ປັດຈຸບັນ ແລະອະນາຄົດ. ອາແມນ.*