ຈົດໝາຍເຖິງຄລິດສະຕຽນໃນແຂວງຄາລາເຕຍ
5 ເມື່ອພະຄລິດປົດປ່ອຍພວກເຮົາໃຫ້ເປັນອິດສະຫຼະແບບນັ້ນແລ້ວ ຂໍໃຫ້ພວກເຮົາຮັກສາໄວ້.+ ຢ່າກັບໄປແບກແອກຄືກັບທາດອີກຕໍ່ໄປ.+
2 ໃຫ້ຕັ້ງໃຈຟັງດີໆ. ຂ້ອຍໂປໂລຂໍບອກໃຫ້ຮູ້ວ່າ ຖ້າພວກເຈົ້າຮັບສິນຕັດ* ສິ່ງທີ່ພະຄລິດເຮັດຈະບໍ່ເປັນປະໂຫຍດກັບພວກເຈົ້າເລີຍ.+ 3 ຂ້ອຍຂໍເວົ້າອີກເທື່ອໜຶ່ງກັບທຸກຄົນທີ່ຮັບສິນຕັດວ່າ ພວກເຈົ້າຕ້ອງເຮັດຕາມກົດໝາຍຂອງໂມເຊໃຫ້ຄົບທຸກຂໍ້ເດີ້.+ 4 ພວກເຈົ້າຜູ້ໃດທີ່ພະຍາຍາມໃຫ້ພະເຈົ້າຍອມຮັບໂດຍການເຮັດຕາມກົດໝາຍນັ້ນກໍຂາດຈາກພະຄລິດ+ ແລະຜູ້ນັ້ນຈະບໍ່ໄດ້ຮັບຄວາມກະລຸນາທີ່ຍິ່ງໃຫຍ່ຈາກພະຄລິດອີກຕໍ່ໄປ. 5 ສ່ວນພວກເຮົາ ພວກເຮົາຕັ້ງໃຈລໍຖ້າໃຫ້ພະເຈົ້າຍອມຮັບ ເຊິ່ງຈະເປັນໄປໄດ້ດ້ວຍພະລັງຂອງເພິ່ນແລະດ້ວຍຄວາມເຊື່ອຂອງພວກເຮົາ. 6 ຊິຮັບສິນຕັດຫຼືບໍ່ຮັບກໍບໍ່ສຳຄັນສຳລັບພະຄລິດເຢຊູ+ ແຕ່ສິ່ງສຳຄັນແມ່ນການສະແດງຄວາມເຊື່ອທີ່ເກີດຈາກຄວາມຮັກ.
7 ພວກເຈົ້າກໍເຮັດໄດ້ດີ*ມາຕະຫຼອດ.+ ຜູ້ໃດຂັດຂວາງພວກເຈົ້າໃຫ້ເຊົາເຮັດຕາມຄວາມຈິງ? 8 ຜູ້ໃດຊັກຊວນພວກເຈົ້າໃຫ້ເຮັດແບບນີ້? ບໍ່ແມ່ນພະເຈົ້າຜູ້ທີ່ເລືອກພວກເຈົ້າດອກ. 9 ເຊື້ອເຂົ້າຈີ່ແຕ່ໜ້ອຍດຽວກໍເຮັດໃຫ້ແປ້ງຟູຂຶ້ນໝົດກ້ອນ.+ 10 ຂ້ອຍໝັ້ນໃຈວ່າພວກເຈົ້າທີ່ເປັນລູກສິດຂອງຜູ້ເປັນນາຍ+ຈະຄິດຄືກັບຂ້ອຍ. ແຕ່ຜູ້ໃດທີ່ເຮັດໃຫ້ພວກເຈົ້າສັບສົນ+ ລາວຈະຕ້ອງຮັບໂທດຕາມນັ້ນ. 11 ພີ່ນ້ອງເອີ້ຍ ຖ້າຂ້ອຍຍັງສອນໃຫ້ຮັບສິນຕັດຢູ່ ຂ້ອຍກໍຄືຊິບໍ່ຖືກຂົ່ມເຫງດອກ ແລະເລື່ອງທີ່ຂ້ອຍສອນກ່ຽວກັບການຕາຍຂອງພະເຢຊູເທິງເສົາທໍລະມານ*+ກໍຈະບໍ່ຜິດໃຈໃຜອີກຕໍ່ໄປ. 12 ຂ້ອຍຢາກໃຫ້ຄົນທີ່ພະຍາຍາມທຳລາຍຄວາມເຊື່ອຂອງພວກເຈົ້າຕອນໂຕເອງສະ.*
13 ພີ່ນ້ອງເອີ້ຍ ພວກເຈົ້າຖືກເລືອກໃຫ້ເປັນອິດສະຫຼະແລ້ວ. ຢ່າໃຊ້ອິດສະຫຼະນັ້ນເພື່ອເປັນຂໍ້ອ້າງທີ່ຈະປ່ອຍໂຕຕາມຄວາມຕ້ອງການຂອງຮ່າງກາຍທີ່ມີບາບ+ ແຕ່ໃຫ້ຮັບໃຊ້ກັນດ້ວຍຄວາມຮັກ.+ 14 ກົດໝາຍຂອງໂມເຊທັງໝົດສະຫຼຸບໄດ້ໃນຂໍ້ດຽວວ່າ “ໃຫ້ຮັກເພື່ອນບ້ານຄືກັບຮັກໂຕເອງ.”+ 15 ແຕ່ຖ້າພວກເຈົ້າຍັງກັດກັນແລະທຳຮ້າຍກັນກໍລະວັງໃຫ້ດີ+ ຍ້ອນພວກເຈົ້າຈະທຳລາຍກັນເອງຈົນຈິບຫາຍ.+
16 ຂ້ອຍຂໍບອກວ່າ ໃຫ້ພວກເຈົ້າໃຊ້ຊີວິດຕາມການຊີ້ນຳຈາກພະລັງຂອງພະເຈົ້າ+ ແລ້ວພວກເຈົ້າຈະບໍ່ເຮັດຕາມຄວາມຕ້ອງການຂອງຄົນທີ່ບໍ່ສົມບູນແບບ.+ 17 ຄວາມຕ້ອງການທີ່ຜິດໆຂັດແຍ່ງກັບພະລັງຂອງພະເຈົ້າ ແລະພະລັງຂອງພະເຈົ້າກໍຂັດແຍ່ງກັບຄວາມຕ້ອງການທີ່ຜິດໆ. ສອງຢ່າງນີ້ຕໍ່ຕ້ານກັນຢູ່ ພວກເຈົ້າຈຶ່ງເຮັດໃນສິ່ງທີ່ຢາກເຮັດບໍ່ໄດ້.+ 18 ແຕ່ຖ້າພະລັງຂອງພະເຈົ້າຢູ່ນຳພວກເຈົ້າແທ້ໆ ພວກເຈົ້າກໍຈະບໍ່ຢູ່ໃຕ້ກົດໝາຍຂອງໂມເຊ.
19 ຄວາມຕ້ອງການຂອງຄົນທີ່ບໍ່ສົມບູນແບບເຫັນໄດ້ແຈ້ງ. ເຂົາເຈົ້າມັກເຮັດຜິດສິນລະທຳທາງເພດ*+ ເຮັດສິ່ງທີ່ບໍ່ສະອາດ ເຮັດຊົ່ວແບບບໍ່ອາຍ*+ 20 ຂາບໄຫວ້ຮູບບູຊາ ຫຼິ້ນໄສຍະສາດ*+ ເປັນສັດຕູກັນ ຜິດຖຽງກັນ ລະແວງກັນ ໃຈຮ້າຍໃຫ້ກັນ ຂັດແຍ່ງກັນ ແບ່ງພັກແບ່ງພວກ ແຍກເປັນນິກາຍຕ່າງໆ 21 ອິດສາກັນ ເມົາເຫຼົ້າ+ ກິນລ້ຽງເຮຮາຈົນສຸດຂີດ ແລະມັກເຮັດແນວອື່ນໆທີ່ຄ້າຍກັບສິ່ງເຫຼົ່ານີ້.+ ຂ້ອຍຂໍເຕືອນພວກເຈົ້າໄວ້ກ່ອນແບບທີ່ຂ້ອຍເຄີຍເຕືອນມາແລ້ວວ່າ ຄົນທີ່ເຮັດສິ່ງເຫຼົ່ານີ້ຈະບໍ່ມີສ່ວນໃນການປົກຄອງຂອງພະເຈົ້າ.*+
22 ແຕ່ຜົນທີ່ເກີດຈາກພະລັງຂອງພະເຈົ້າແມ່ນຄວາມຮັກ ຄວາມຍິນດີ ສັນຕິສຸກ ຄວາມອົດທົນ ຄວາມເມດຕາ ຄວາມດີ+ ຄວາມເຊື່ອ 23 ຄວາມອ່ອນໂຍນ ແລະການຄວບຄຸມໂຕເອງ.+ ສິ່ງເຫຼົ່ານີ້ບໍ່ມີກົດໝາຍຫ້າມເລີຍ. 24 ທຸກຄົນທີ່ເປັນຄົນຂອງພະຄລິດເຢຊູກໍເອົາຮ່າງກາຍທີ່ມີບາບພ້ອມກັບຄວາມຕ້ອງການຕ່າງໆຂອງຮ່າງກາຍຄຶງໄວ້ຢູ່ເທິງເສົາແລ້ວ.+
25 ຖ້າພວກເຮົາຍອມໃຫ້ພະລັງຂອງພະເຈົ້າຊີ້ນຳ ກໍໃຫ້ພວກເຮົາໃຊ້ຊີວິດຕໍ່ໆໄປຕາມທີ່ພະລັງຂອງພະເຈົ້າຊີ້ນຳ.+ 26 ຢ່າຖືວ່າໂຕເອງສຳຄັນກວ່າຄົນອື່ນ+ ຢ່າຍົວະໃຫ້ມີການແຂ່ງຂັນກັນ+ ແລະຢ່າອິດສາກັນ.