ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 1 ຊາມູເອນ 17
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມ 1 ຊາມູເອນ

      • ດາວິດ​ຊະນະ​ໂກລີອາດ (1-​58)

        • ໂກລີອາດ​ທ້າ​ພວກ​ອິດສະຣາເອນ (8-​10)

        • ດາວິດ​ຮັບ​ຄຳ​ທ້າ (32-​37)

        • ດາວິດ​ຕໍ່ສູ້​ໃນ​ນາມ​ຂອງ​ພະ​ເຢໂຫວາ (45-​47)

1 ຊາມູເອນ 17:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 3:1, 3; 1ຊມ 9:16; 14:52
  • +2ຂຄ 28:18
  • +1ຂຄ 11:12, 13
  • +ຢຊ 15:20, 35; ຢຣມ 34:7

1 ຊາມູເອນ 17:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 21:9

1 ຊາມູເອນ 17:4

ໄຂເງື່ອນ

  • *

    2,9 ແມັດ. ເບິ່ງ​ພາກ​ຜະໜວກ ຂ14.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 17:23
  • +ຢຊ 11:22; 2ຊມ 21:20, 21

1 ຊາມູເອນ 17:5

ໄຂເງື່ອນ

  • *

    57 ກິໂລ​ກຣາມ. ເບິ່ງ​ພາກ​ຜະໜວກ ຂ14.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 17:38, 39; 1ກສ 22:34

1 ຊາມູເອນ 17:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 17:45

1 ຊາມູເອນ 17:7

ໄຂເງື່ອນ

  • *

    6,8 ກິໂລ​ກຣາມ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຂຄ 20:5

1 ຊາມູເອນ 17:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 33:55

1 ຊາມູເອນ 17:10

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ຄົນ​ຟີລິດສະຕີນ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 17:26; 2ກສ 19:22

1 ຊາມູເອນ 17:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 35:16, 19; ນຣ 1:2
  • +1ຊມ 17:58; ມກ 5:2; ມທ 2:6
  • +ນຣ 4:22
  • +1ຂຄ 2:13-15

1 ຊາມູເອນ 17:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 1:3
  • +1ຊມ 16:6
  • +1ຊມ 16:8
  • +1ຊມ 16:9

1 ຊາມູເອນ 17:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຂຄ 2:13, 15

1 ຊາມູເອນ 17:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 16:11, 19

1 ຊາມູເອນ 17:17

ໄຂເງື່ອນ

  • *

    22 ລິດ. ເບິ່ງ​ພາກ​ຜະໜວກ ຂ14.

1 ຊາມູເອນ 17:18

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ນົມ.” ເຮັດ​ມາ​ຈາກ​ນົມ.

1 ຊາມູເອນ 17:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 17:2; 21:9
  • +1ຊມ 9:16, 17

1 ຊາມູເອນ 17:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 17:17, 18

1 ຊາມູເອນ 17:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 17:4
  • +1ຊມ 17:10

1 ຊາມູເອນ 17:24

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 17:11

1 ຊາມູເອນ 17:25

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 17:10
  • +ຢຊ 15:16; 1ຊມ 14:49; 18:17, 21

1 ຊາມູເອນ 17:26

ໄຂເງື່ອນ

  • *

    ຕັດ​ໜັງ​ຫຸ້ມ​ປາຍ​ອະໄວຍະວະ​ເພດ​ຊາຍ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 17:10; ຢຣມ 10:10

1 ຊາມູເອນ 17:28

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 16:6, 7; 1ຂຄ 2:13
  • +1ຊມ 17:20

1 ຊາມູເອນ 17:30

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 17:26
  • +1ຊມ 17:25

1 ຊາມູເອນ 17:32

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 16:18

1 ຊາມູເອນ 17:33

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 17:42

1 ຊາມູເອນ 17:34

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 31:4

1 ຊາມູເອນ 17:35

ໄຂເງື່ອນ

  • *

    ຫຼື “ດຶງ​ຂົນ​ມັນ”

1 ຊາມູເອນ 17:36

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 17:10; ຢຣມ 10:10

1 ຊາມູເອນ 17:37

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 7:21; 2ກສ 6:16; ຮຣ 11:32-34

1 ຊາມູເອນ 17:40

ໄຂເງື່ອນ

  • *

    ຫຼື “ວາດີ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 20:15, 16

1 ຊາມູເອນ 17:42

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 16:12; 17:33

1 ຊາມູເອນ 17:43

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 24:14; 2ຊມ 16:9; 2ກສ 8:13

1 ຊາມູເອນ 17:45

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 17:4, 6
  • +2ຊມ 5:10; ຮຣ 11:32-34
  • +1ຊມ 17:10; 2ກສ 19:22

1 ຊາມູເອນ 17:46

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 9:1-3; ຢຊ 10:8
  • +ອພຍ 9:16; ພບຍ 28:10; 1ກສ 8:43; 2ກສ 19:19; ດນອ 3:29

1 ຊາມູເອນ 17:47

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 44:6, 7; ຊຄຢ 4:6
  • +2ຂຄ 20:15; ສພສ 21:31
  • +ພບຍ 20:4

1 ຊາມູເອນ 17:49

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 17:37; 2ຊມ 21:22

1 ຊາມູເອນ 17:50

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 3:31; 15:15, 16; 1ຊມ 17:47

1 ຊາມູເອນ 17:51

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 21:9
  • +ພບຍ 28:7; ຢຊ 23:10; ຮຣ 11:32-34

1 ຊາມູເອນ 17:52

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 17:2, 19
  • +ຢຊ 15:20, 45
  • +ຢຊ 15:20, 36

1 ຊາມູເອນ 17:54

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 21:9

1 ຊາມູເອນ 17:55

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 14:50
  • +1ຊມ 16:19, 21

1 ຊາມູເອນ 17:57

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 17:54

1 ຊາມູເອນ 17:58

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ນຣ 4:22; 1ຊມ 16:1; 1ຂຄ 2:13, 15; ມທ 1:6; ລກ 3:23, 32; ກຈກ 13:22
  • +1ຊມ 17:12

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

1ຊມ. 17:1ຜຕສ 3:1, 3; 1ຊມ 9:16; 14:52
1ຊມ. 17:12ຂຄ 28:18
1ຊມ. 17:11ຂຄ 11:12, 13
1ຊມ. 17:1ຢຊ 15:20, 35; ຢຣມ 34:7
1ຊມ. 17:21ຊມ 21:9
1ຊມ. 17:41ຊມ 17:23
1ຊມ. 17:4ຢຊ 11:22; 2ຊມ 21:20, 21
1ຊມ. 17:51ຊມ 17:38, 39; 1ກສ 22:34
1ຊມ. 17:61ຊມ 17:45
1ຊມ. 17:71ຂຄ 20:5
1ຊມ. 17:8ຈຊບ 33:55
1ຊມ. 17:101ຊມ 17:26; 2ກສ 19:22
1ຊມ. 17:12ປຖກ 35:16, 19; ນຣ 1:2
1ຊມ. 17:121ຊມ 17:58; ມກ 5:2; ມທ 2:6
1ຊມ. 17:12ນຣ 4:22
1ຊມ. 17:121ຂຄ 2:13-15
1ຊມ. 17:13ຈຊບ 1:3
1ຊມ. 17:131ຊມ 16:6
1ຊມ. 17:131ຊມ 16:8
1ຊມ. 17:131ຊມ 16:9
1ຊມ. 17:141ຂຄ 2:13, 15
1ຊມ. 17:151ຊມ 16:11, 19
1ຊມ. 17:191ຊມ 17:2; 21:9
1ຊມ. 17:191ຊມ 9:16, 17
1ຊມ. 17:221ຊມ 17:17, 18
1ຊມ. 17:231ຊມ 17:4
1ຊມ. 17:231ຊມ 17:10
1ຊມ. 17:241ຊມ 17:11
1ຊມ. 17:251ຊມ 17:10
1ຊມ. 17:25ຢຊ 15:16; 1ຊມ 14:49; 18:17, 21
1ຊມ. 17:261ຊມ 17:10; ຢຣມ 10:10
1ຊມ. 17:281ຊມ 16:6, 7; 1ຂຄ 2:13
1ຊມ. 17:281ຊມ 17:20
1ຊມ. 17:301ຊມ 17:26
1ຊມ. 17:301ຊມ 17:25
1ຊມ. 17:321ຊມ 16:18
1ຊມ. 17:331ຊມ 17:42
1ຊມ. 17:34ອຊຢ 31:4
1ຊມ. 17:361ຊມ 17:10; ຢຣມ 10:10
1ຊມ. 17:37ພບຍ 7:21; 2ກສ 6:16; ຮຣ 11:32-34
1ຊມ. 17:40ຜຕສ 20:15, 16
1ຊມ. 17:421ຊມ 16:12; 17:33
1ຊມ. 17:431ຊມ 24:14; 2ຊມ 16:9; 2ກສ 8:13
1ຊມ. 17:451ຊມ 17:4, 6
1ຊມ. 17:452ຊມ 5:10; ຮຣ 11:32-34
1ຊມ. 17:451ຊມ 17:10; 2ກສ 19:22
1ຊມ. 17:46ພບຍ 9:1-3; ຢຊ 10:8
1ຊມ. 17:46ອພຍ 9:16; ພບຍ 28:10; 1ກສ 8:43; 2ກສ 19:19; ດນອ 3:29
1ຊມ. 17:47ພສ 44:6, 7; ຊຄຢ 4:6
1ຊມ. 17:472ຂຄ 20:15; ສພສ 21:31
1ຊມ. 17:47ພບຍ 20:4
1ຊມ. 17:491ຊມ 17:37; 2ຊມ 21:22
1ຊມ. 17:50ຜຕສ 3:31; 15:15, 16; 1ຊມ 17:47
1ຊມ. 17:511ຊມ 21:9
1ຊມ. 17:51ພບຍ 28:7; ຢຊ 23:10; ຮຣ 11:32-34
1ຊມ. 17:521ຊມ 17:2, 19
1ຊມ. 17:52ຢຊ 15:20, 45
1ຊມ. 17:52ຢຊ 15:20, 36
1ຊມ. 17:541ຊມ 21:9
1ຊມ. 17:551ຊມ 14:50
1ຊມ. 17:551ຊມ 16:19, 21
1ຊມ. 17:571ຊມ 17:54
1ຊມ. 17:58ນຣ 4:22; 1ຊມ 16:1; 1ຂຄ 2:13, 15; ມທ 1:6; ລກ 3:23, 32; ກຈກ 13:22
1ຊມ. 17:581ຊມ 17:12
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
  • 31
  • 32
  • 33
  • 34
  • 35
  • 36
  • 37
  • 38
  • 39
  • 40
  • 41
  • 42
  • 43
  • 44
  • 45
  • 46
  • 47
  • 48
  • 49
  • 50
  • 51
  • 52
  • 53
  • 54
  • 55
  • 56
  • 57
  • 58
ຄຳພີໄບເບິນສະບັບແປໂລກໃໝ່
1 ຊາມູເອນ 17:1-58

ຊາມູເອນ​ສະບັບ​ທີ​ໜຶ່ງ

17 ພວກ​ຟີລິດສະຕີນ​+ລວບລວມ​ກອງ​ທັບ​ເພື່ອ​ມາ​ເຮັດ​ສົງຄາມ. ເຂົາ​ເຈົ້າ​ມາ​ລວມ​ກັນ​ຢູ່​ເມືອງ​ໂສໂກ+ໃນ​ເຂດ​ຂອງຕະກູນ​ຢູດາ ແລ້ວ​ມາ​ຕັ້ງ​ຄ້າຍ​ຢູ່​ເອເຟັດດຳມີມ​+ທີ່​ຢູ່​ລະຫວ່າງ​ເມືອງ​ໂສໂກ​ກັບ​ເມືອງ​ອາເຊກາ.+ 2 ຊາອູນ​ກັບ​ພວກ​ທະຫານ​ອິດສະຣາເອນ​ກໍ​ມາ​ລວມ​ກັນ​ແລະ​ຕັ້ງ​ຄ້າຍ​ຢູ່​ຮ່ອມພູ​ເອລາ+ເພື່ອກຽມໄປ​ຕໍ່ສູ້​ກັບ​ພວກ​ຟີລິດສະຕີນ. 3 ພວກ​ຟີລິດສະຕີນ​ຢູ່​ພູ​ເບື້ອງ​ໜຶ່ງ ສ່ວນ​ພວກ​ອິດສະຣາເອນ​ຢູ່​ພູ​ອີກ​ເບື້ອງ​ໜຶ່ງ ແລະ​ຮ່ອມພູ​ເອລາຂັ້ນ​ກາງ​ລະຫວ່າງ​ເຂົາ​ເຈົ້າ.

4 ມີ​ນັກ​ສູ້​ມື​ໜຶ່ງ​ຂອງ​ຟີລິດສະຕີນ​ອອກ​ມາ​ຈາກ​ຄ້າຍ. ລາວ​ຊື່​ໂກລີອາດ+ມາ​ຈາກ​ເມືອງ​ກັດ.+ ລາວ​ສູງ 6 ສອກ​ກັບ 1 ຄືບ.* 5 ໂກລີອາດ​ໃສ່​ໝວກ​ທອງແດງ ແລະ​ໃສ່​ເສື້ອ​ເກາະ+ທອງແດງ​ທີ່​ເປັນ​ເກັດເຊິ່ງ​ໜັກ 5.000 ເຊເກນ.* 6 ລາວ​ໃສ່​ກັນ​ແຄ່ງ​ທີ່​ເຮັດ​ຈາກ​ທອງແດງແລະ​ພາຍ​ຫອກ+ທອງແດງ​ໄວ້​ທາງ​ຫຼັງ. 7 ດ້າມ​ຫອກ​ຂອງ​ລາວ​ເປັນ​ໄມ້​ທີ່​ໃຫຍ່​ສ່ຳ​ກັບ​ໄມ້ຄານ​ກີ່ຕ່ຳຫູກ+ ປາຍ​ຫອກ​ເຮັດ​ດ້ວຍ​ເຫຼັກ​ໜັກ 600 ເຊເກນ* ແລະ​ມີ​ທະຫານ​ຄົນ​ໜຶ່ງ​ຖື​ໂລ້​ໃຫ້​ລາວ​ຍ່າງ​ອອກ​ໜ້າ. 8 ໂກລີອາດຢືນ​ທ້າ​ໃຫ້​ພວກ​ອິດສະຣາເອນ​ອອກ​ມາ​ຕໍ່ສູ້+ແລະ​ເວົ້າ​ວ່າ: “ເປັນ​ຫຍັງ​ພວກ​ເຈົ້າ​ມາ​ຕັ້ງ​ຄ້າຍ​ຕໍ່ສູ້​ກັບ​ພວກ​ເຮົາ? ຂ້ອຍ​ເປັນ​ນັກ​ສູ້ມື​ໜຶ່ງ​ຂອງ​ຟີລິດສະຕີນ ແລະ​ພວກ​ເຈົ້າ​ເປັນ​ທະຫານ​ຂອງ​ຊາອູນ. ໃຫ້​ພວກ​ເຈົ້າ​ເລືອກ​ເອົາ​ຜູ້​ໜຶ່ງ​ມາ​ຕໍ່ສູ້​ກັບ​ຂ້ອຍ​ໂຕ​ຕໍ່​ໂຕ. 9 ຖ້າ​ລາວ​ມາສູ້ກັບ​ຂ້ອຍ​ແລ້ວ​ຂ້າ​ຂ້ອຍ​ໄດ້ ພວກ​ຂ້ອຍ​ຈະ​ຍອມ​ຮັບ​ໃຊ້​ພວກ​ເຈົ້າ. ແຕ່​ຖ້າ​ຂ້ອຍ​ຊະນະ​ແລະ​ຂ້າ​ລາວ​ໄດ້ ພວກ​ເຈົ້າ​ຕ້ອງ​ມາ​ເປັນ​ທາດ​ຮັບ​ໃຊ້​ພວກ​ຂ້ອຍ.” 10 ໂກລີອາດ*ຍັງເວົ້າ​ອີກ​ວ່າ: “ມື້​ນີ້​ຂ້ອຍ​ຂໍ​ທ້າ​ກອງ​ທັບອິດສະຣາເອນ.+ ໃຫ້​ສົ່ງ​ຜູ້​ທີ່​ພວກ​ເຈົ້າ​ເລືອກ​ອອກ​ມາ​ຕໍ່ສູ້​ກັບ​ຂ້ອຍ ແລ້ວ​ເບິ່ງ​ວ່າ​ໃຜ​ຈະ​ຊະນະ.”

11 ເມື່ອ​ຊາອູນ​ແລະ​ພວກ​ທະຫານ​ໄດ້​ຍິນ​ຄຳ​ທ້າ​ນັ້ນ​ກໍຢ້ານຫຼາຍ.

12 ດາວິດ​ເປັນ​ລູກ​ຊາຍ​ຂອງ​ເຢຊີ​ຄົນ​ເອຟຣາທາ​+ຢູ່​ເມືອງ​ເບັດເລເຮັມ+​ໃນ​ແຂວງ​ຢູດາ. ເຢຊີ+ມີ​ລູກ​ຊາຍ 8 ຄົນ.+ ຕອນ​ທີ່​ຊາອູນ​ເປັນກະສັດ ເຢຊີ​ເຖົ້າ​ຫຼາຍ​ແລ້ວ. 13 ຕອນ​ນັ້ນ​ລູກ​ຊາຍ 3 ຄົນ​ທຳອິດ​ຂອງ​ເຢຊີ​ຕິດ​ຕາມ​ຊາອູນ​ໄປ​ສູ້ຮົບ.+ ລູກ​ຊາຍ​ກົກ​ຊື່​ເອລີອາບ+ ຜູ້​ທີ 2 ຊື່​ອາບີນາດາບ+ ແລະ​ຜູ້​ທີ 3 ຊື່​ຊາມມາ.+ 14 ດາວິດ​ເປັນ​ລູກ​ຫຼ້າ+ ແລະ​ອ້າຍ 3 ຄົນ​ທຳອິດ​ຂອງ​ດາວິດ​ຕິດ​ຕາມ​ຊາອູນ​ໄປ​ສູ້ຮົບ.

15 ລະຫວ່າງ​ທີ່​ເຮັດ​ວຽກ​ໃຫ້​ຊາອູນ ດາວິດ​ກັບ​ເມືອ​ເຮືອນ​ເລື້ອຍ​ໆ​ເພື່ອ​ເບິ່ງ​ຝູງ​ແກະ​+ໃຫ້​ພໍ່​ຢູ່​ເມືອງ​ເບັດເລເຮັມ. 16 ຕອນ​ນັ້ນ ໂກລີອາດ​ອອກ​ມາ​ຢືນ​ທ້າ​ພວກ​ອິດສະຣາເອນ​ທັງ​ເຊົ້າ​ທັງ​ແລງ​ໄດ້ 40 ມື້​ແລ້ວ.

17 ມື້​ໜຶ່ງ ເຢຊີ​ບອກ​ດາວິດ​ວ່າ: “ໃຫ້​ລູກ​ຟ້າວ​ເອົາ​ເຂົ້າ​ຂົ້ວ 1 ເອຟາ*ກັບ​ເຂົ້າຈີ່ 10 ກ້ອນ​ໄປ​ໃຫ້​ພວກ​ອ້າຍ​ຢູ່​ຄ້າຍ 18 ແລະ​ເອົາຊີດສ໌* 10 ກ້ອນ​ນີ້​ໄປ​ໃຫ້​ຫົວ​ໜ້າ​ກອງ​ພັນ. ໃຫ້​ລູກ​ໄປ​ເບິ່ງ​ວ່າ​ພວກ​ອ້າຍ​ສະບາຍ​ດີ​ບໍ່ ແລ້ວ​ເອົາຂ່າວມາ​ບອກ​ພໍ່.” 19 ພວກ​ອ້າຍ​ຂອງ​ດາວິດ​ຢູ່​ກັບ​ຊາອູນ​ແລະ​ທະຫານ​ອິດສະຣາເອນ​ຢູ່​ຮ່ອມພູ​ເອລາ+ເພື່ອ​ຕໍ່ສູ້​ກັບ​ພວກ​ຟີລິດສະຕີນ.+

20 ມື້​ຕໍ່ມາ ດາວິດ​ຕື່ນ​ແຕ່ເຊົ້າ​ໆ​. ລາວ​ຝາກ​ແກະ​ໃຫ້​ຜູ້​ໜຶ່ງ​ເບິ່ງ​ໃຫ້ ແລ້ວ​ລາວ​ກໍ​ເອົາ​ຂອງກິນ​ແລະ​ອອກ​ເດີນ​ທາງ​ໄປ​ຫາ​ພວກ​ອ້າຍ​ຕາມ​ທີ່​ພໍ່​ສັ່ງ. ຕອນ​ທີ່​ດາວິດ​ມາ​ຮອດ​ຄ້າຍ​ຂອງ​ພວກ​ອິດສະຣາເອນ ພວກ​ທະຫານ​ກຳລັງ​ຍ່າງ​ອອກ​ຈາກ​ຄ້າຍ​ໄປ​ສະໜາມຮົບ. ເຂົາ​ເຈົ້າ​ຮ້ອງ​ສຽງ​ດັງ​ເພື່ອ​ເຮັດ​ໃຫ້​ເຫັນ​ວ່າ​ພ້ອມ​ແລ້ວ​ທີ່​ຈະຕໍ່ສູ້. 21 ທະຫານ​ຂອງ​ພວກ​ອິດສະຣາເອນ​ແລະ​ຂອງ​ພວກ​ຟີລິດສະຕີນ​ກໍ​ອອກ​ມາ​ປະເຊີນ​ໜ້າ​ກັນ. 22 ດາວິດ​ຝາກ​ເຄື່ອງ​ທີ່​ລາວ​ເອົາ​ມາ​ໄວ້​ກັບ​ຄົນ​ເຝົ້າ​ເຄື່ອງ ແລ້ວ​ກໍ​ຟ້າວ​ແລ່ນ​ໄປ​ສະໜາມຮົບ. ເມື່ອ​ໄປ​ຮອດ ລາວ​ກໍ​ຖາມ​ຂ່າວຄາວ​ພວກ​ອ້າຍ.+

23 ຕອນ​ທີ່​ດາວິດ​ກຳລັງ​ລົມ​ກັບ​ພວກ​ອ້າຍ ໂກລີອາດ+ນັກ​ສູ້​ມື​ໜຶ່ງ​ຂອງ​ຄົນ​ຟີລິດສະຕີນ​ທີ່​ມາ​ຈາກ​ເມືອງ​ກັດກໍ​ຍ່າງ​ອອກ​ມາ​ຈາກ​ແຖວ​ຂອງ​ທະຫານ​ຟີລິດສະຕີນ​ແລະ​ເວົ້າ​ທ້າ​ພວກ​ອິດສະຣາເອນ​ຄື​ເກົ່າ.+ ດາວິດ​ກໍ​ໄດ້​ຍິນ​ທີ່​ລາວ​ເວົ້າ. 24 ເມື່ອ​ທະຫານ​ອິດສະຣາເອນ​ເຫັນ​ໂກລີອາດ ເຂົາ​ເຈົ້າ​ຢ້ານ​ຫຼາຍ​ຈຶ່ງ​ແລ່ນ​ໜີ.+ 25 ພວກ​ທະຫານ​ອິດສະຣາເອນເວົ້າວ່າ: “ທະຫານ​ຜູ້​ນີ້​ອອກ​ມາ​ທ້າ​ພວກເຮົາ.+ ຖ້າ​ໃຜ​ຂ້າ​ລາວ​ໄດ້ ກະສັດ​ຈະ​ຍົກ​ຊັບ​ສົມບັດ​ໃຫ້​ຜູ້​ນັ້ນ​ຫຼາຍ​ໆ​ແລະ​ຈະ​ຍົກ​ລູກສາວ​ໃຫ້​ນຳ​ອີກ+ ແລະ​ຄົນ​ໃນ​ຄອບຄົວ​ຂອງ​ພໍ່​ລາວ​ກໍ​ບໍ່​ຕ້ອງ​ເສຍພາສີແລະ​ບໍ່​ຕ້ອງ​ຖືກເກນໄປ​ເປັນ​ທະຫານ.”

26 ດາວິດ​ຖາມ​ພວກ​ທະຫານ​ທີ່​ຢືນ​ຢູ່​ໃກ້​ໆ​ລາວ​ວ່າ: “ຜູ້​ທີ່​ສາມາດ​ຂ້າ​ທະຫານ​ຟີລິດສະຕີນ​ຄົນ​ນີ້​ໄດ້​ແລະ​ເຮັດ​ໃຫ້​ລາວ​ເຊົາ​ດູຖູກ​ອິດສະຣາເອນ​ຈະ​ໄດ້​ຫຍັງ​ເປັນ​ລາງວັນ? ທະຫານ​ຟີລິດສະຕີນ​ທີ່​ບໍ່​ໄດ້​ຮັບ​ສິນຕັດ*ຜູ້​ນີ້​ແມ່ນ​ໃຜ​ຈຶ່ງ​ກ້າ​ມາ​ທ້າ​ກອງ​ທັບ​ຂອງ​ພະເຈົ້າ​ຜູ້​ມີ​ຊີວິດ​ຢູ່?”+ 27 ພວກ​ທະຫານ​ກໍ​ເລົ່າ​ໃຫ້​ດາວິດ​ຟັງ​ອີກ​ເທື່ອ​ໜຶ່ງ​ວ່າ​ຜູ້​ທີ່​ຂ້າ​ທະຫານ​ຟີລິດສະຕີນ​ຄົນ​ນີ້​ໄດ້ຈະ​ໄດ້​ລາງວັນ​ຫຍັງ. 28 ເມື່ອ​ເອລີອາບ​ອ້າຍ​ກົກ+ໄດ້​ຍິນ​ດາວິດ​ເວົ້າ​ກັບ​ພວກ​ທະຫານ ລາວ​ກໍ​ໃຈ​ຮ້າຍ​ໃຫ້​ດາວິດ​ຫຼາຍ​ແລະ​ເວົ້າ​ວ່າ: “ເຈົ້າ​ມາ​ເຮັດ​ຫຍັງ​ຢູ່​ນີ້? ແກະ​ຢູ່​ບ່ອນ​ກັນດານ​ເດ້ ແມ່ນ​ໃຜ​ເບິ່ງ?+ ອ້າຍ​ຮູ້​ວ່າ​ເຈົ້າ​ເປັນ​ຄົນ​ລ່ວງ​ແລະ​ມີ​ຄວາມ​ຕັ້ງ​ໃຈ​ທີ່​ບໍ່​ດີ. ເຈົ້າ​ມາ​ນີ້ກໍ​ເພື່ອ​ຢາກ​ເບິ່ງ​ເຂົາ​ເຈົ້າ​ສູ້​ກັນ​ແມ່ນ​ບໍ່?” 29 ດາວິດ​ຕອບ​ວ່າ: “ນ້ອງ​ເຮັດ​ຫຍັງ​ຜິດ? ນ້ອງ​ມີ​ແຕ່​ຖາມ​ຊື່​ໆ​.” 30 ແລ້ວ​ດາວິດ​ກໍ​ປິ່ນ​ໄປ​ຖາມ​ທະຫານ​ຜູ້​ອື່ນ​ອີກ+ ແລະ​ເຂົາ​ເຈົ້າ​ກໍ​ຕອບ​ແບບ​ດຽວ​ກັນ.+

31 ມີ​ຄົນ​ໄດ້​ຍິນ​ສິ່ງ​ທີ່​ດາວິດ​ເວົ້າ​ແລະ​ເອົາ​ໄປ​ບອກ​ຊາອູນ. ຊາອູນ​ຈຶ່ງ​ໃຫ້​ຄົນ​ໄປ​ເອີ້ນ​ດາວິດ​ມາ​ຫາ. 32 ດາວິດ​ບອກ​ຊາອູນ​ວ່າ: “ບໍ່​ຕ້ອງ​ຢ້ານ​ທະຫານ​ຟີລິດສະຕີນ​ຜູ້​ນັ້ນ ຂ້ອຍ​ຈະ​ອອກ​ໄປ​ຕໍ່ສູ້​ກັບ​ລາວ​ເອງ.”+ 33 ແຕ່​ຊາອູນ​ບອກ​ດາວິດ​ວ່າ: “ເຈົ້າ​ສູ້​ລາວ​ບໍ່​ໄດ້​ດອກ ເຈົ້າ​ຍັງ​ນ້ອຍ​ຢູ່.+ ທະຫານ​ຟີລິດສະຕີນ​ຜູ້​ນັ້ນ​ສູ້ຮົບ​ມາ​ຕັ້ງ​ແຕ່ຍັງ​ໜຸ່ມ.” 34 ດາວິດ​ຈຶ່ງ​ບອກ​ຊາອູນ​ວ່າ: “ທ່ານເອີ້ຍ ຂ້ອຍເປັນ​ຄົນ​ລ້ຽງ​ຝູງ​ແກະ​ໃຫ້​ພໍ່ ຕອນ​ທີ່​ສິງ​+ຫຼື​ໝີ​ມາ​ຄາບ​ແກະ​ໃນ​ຝູງ​ໄປ 35 ຂ້ອຍ​ກໍ​ແລ່ນ​ນຳ​ມັນ​ໄປ​ແລະ​ຊ່ວຍ​ແກະ​ໄວ້ບໍ່​ໃຫ້​ຖືກ​ກິນ. ເມື່ອ​ມັນ​ເຂົ້າ​ມາ​ສູ້​ກັບ​ຂ້ອຍ ຂ້ອຍ​ກໍງັດ​ຄາງ​ກະ​ໄຕ​ມັນ*​ແລະ​ຂ້າ​ມັນ​ຕາຍ. 36 ຂ້ອຍ​ເຄີຍ​ຂ້າ​ທັງ​ສິງ​ແລະ​ໝີ​ມາ​ແລ້ວ ແລະ​ທະຫານ​ຟີລິດສະຕີນ​ທີ່​ບໍ່​ໄດ້​ຮັບ​ສິນຕັດ​ຜູ້​ນີ້​ກໍ​ຈະ​ຕາຍ​ຄື​ກັບ​ສັດ​ພວກ​ນັ້ນ ເພາະ​ລາວ​ໄດ້​ທ້າ​ກອງ​ທັບ​ຂອງ​ພະເຈົ້າ​ຜູ້​ມີ​ຊີວິດ​ຢູ່.”+ 37 ດາວິດ​ເວົ້າ​ຕໍ່​ອີກ​ວ່າ: “ພະ​ເຢໂຫວາ​ເຄີຍ​ຊ່ວຍ​ຂ້ອຍ​ໃຫ້​ລອດ​ຈາກ​ສິງ​ແລະໝີ ເພິ່ນ​ກໍ​ຈະ​ຊ່ວຍ​ຂ້ອຍ​ໃຫ້​ລອດ​ຈາກ​ທະຫານ​ຟີລິດສະຕີນ​ຜູ້​ນີ້​ຄື​ກັນ.”+ ຊາອູນ​ຈຶ່ງ​ບອກ​ດາວິດ​ວ່າ: “ຊັ້ນ​ເຈົ້າ​ກໍ​ໄປ​ໂລດ. ຂໍ​ໃຫ້​ພະ​ເຢໂຫວາ​ປົກປ້ອງເຈົ້າ.”

38 ແລ້ວ​ຊາອູນ​ກໍ​ເອົາ​ເສື້ອ​ຂອງ​ລາວ​ໃຫ້​ດາວິດ​ນຸ່ງ ແລະ​ເອົາ​ໝວກ​ທອງແດງ​ກັບ​ເສື້ອ​ເກາະ​ໃຫ້​ລາວ​ໃສ່​ພ້ອມ. 39 ດາວິດ​ກໍ​ເອົາ​ດາບ​ເໜັບ​ໃສ່​ແອວ. ລາວ​ພະຍາຍາມຍ່າງ​ແຕ່​ກໍ​ຍ່າງ​ບໍ່​ໄດ້ຍ້ອນ​ບໍ່​ລຶ້ງ​ກັບ​ເຄື່ອງນຸ່ງ​ແບບ​ນີ້. ດາວິດ​ຈຶ່ງ​ບອກ​ຊາອູນ​ວ່າ: “ຂ້ອຍ​ນຸ່ງ​ເຄື່ອງ​ແບບ​ນີ້​ໄປ​ສູ້ຮົບ​ບໍ່​ໄດ້​ດອກ ເພາະ​ຂ້ອຍ​ບໍ່​ລຶ້ງ.” ດາວິດ​ຈຶ່ງ​ແກ້​ຊຸດ​ນັ້ນ​ອອກ. 40 ດາວິດ​ຈັບ​ເອົາໄມ້​ແສ້ທີ່​ລາວ​ໃຊ້​ລ້ຽງ​ສັດ​ແລ້ວ​ຍ່າງ​ໄປ​ແຄມ​ຫ້ວຍ* ແລະ​ເລືອກ​ເອົາ​ກ້ອນຫີນ​ມົນ​ໆ​ກ້ຽງ​ໆ​ 5 ກ້ອນ ແລະ​ເອົາ​ໃສ່​ໃນ​ຖົງ​ພາຍ​ຂອງ​ລາວ. ດາວິດ​ຈັບເຊືອກ​ທີ່​ໃຊ້ແກວ່ງ​ກ້ອນ​ຫີນ+ ແລ້ວ​ຍ່າງ​ເຂົ້າ​ໄປ​ຫາ​ໂກລີອາດ.

41 ໂກລີອາດ​ຍ່າງ​ເຂົ້າ​ມາ​ຫາ​ດາວິດ​ແລະ​ຜູ້​ທີ່​ຖື​ໂລ້​ໃຫ້​ລາວ​ກໍ​ຍ່າງ​ອອກ​ໜ້າ. 42 ເມື່ອ​ໂກລີອາດ​ເຫັນ​ດາວິດ ລາວ​ກໍ​ຫົວຂວັນ ເພາະ​ດາວິດ​ເປັນ​ພຽງເດັກ​ນ້ອຍ​ທີ່​ໜ້າ​ຕາດີ​ຊື່​ໆ​.+ 43 ໂກລີອາດ​ເວົ້າ​ກັບ​ດາວິດ​ວ່າ: “ເຈົ້າ​ຄິດ​ວ່າ​ຂ້ອຍ​ເປັນ​ໝາ​ຫວະ+ຈຶ່ງ​ເອົາ​ໄມ້​ມາ​ຕີ​ຂ້ອຍ?” ໂກລີອາດ​ປ້ອຍ​ດ່າ​ດາວິດ​ໂດຍໃຊ້ຊື່​ພະເຈົ້າ​ຂອງ​ໂຕເອງ. 44 ໂກລີອາດ​ບອກ​ດາວິດ​ວ່າ: “ເຂົ້າ​ມາ​ໂລດ ຂ້ອຍ​ຈະ​ເອົາ​ຊີ້ນ​ເຈົ້າ​ໃຫ້​ນົກ​ກັບ​ສັດ​ປ່າກິນ.”

45 ດາວິດ​ຕອບ​ໂກລີອາດ​ວ່າ: “ເຈົ້າ​ມາ​ຕໍ່ສູ້​ກັບ​ຂ້ອຍ​ດ້ວຍ​ດາບ​ແລະ​ຫອກ​ສັ້ນ​ຫອກ​ຍາວ.+ ແຕ່​ຂ້ອຍ​ມາ​ຕໍ່ສູ້​ກັບ​ເຈົ້າ​ໃນນາມຂອງ​ພະ​ເຢໂຫວາ​ຜູ້ບັນຊາການກອງທັບ+ພະເຈົ້າ​ຂອງ​ອິດສະຣາເອນ​ຜູ້​ທີ່​ເຈົ້າ​ໄດ້​ທ້າ.+ 46 ມື້​ນີ້​ພະ​ເຢໂຫວາ​ຈະ​ຊ່ວຍ​ຂ້ອຍ​ໃຫ້​ຊະນະ​ເຈົ້າ.+ ຂ້ອຍ​ຈະ​ຂ້າເຈົ້າ​ແລະ​ຕັດ​ຫົວ​ເຈົ້າ. ມື້​ນີ້​ແຫຼະ​ຂ້ອຍ​ຈະ​ເອົາ​ສົບ​ຂອງ​ພວກ​ທະຫານ​ຟີລິດສະຕີນ​ໃຫ້​ນົກ​ແລະ​ສັດ​ປ່າກິນ. ຄົນ​ໝົດ​ໂລກ​ຈະ​ຮູ້​ວ່າ​ພະເຈົ້າ​ທ່ຽງແທ້ຢູ່​ກັບ​ພວກ​ອິດສະຣາເອນ.+ 47 ທຸກ​ຄົນ​ທີ່​ຢູ່​ນີ້​ຈະ​ຮູ້​ວ່າ​ພະ​ເຢໂຫວາ​ບໍ່​ໄດ້​ໃຊ້​ດາບ​ຫຼື​ຫອກ​ເພື່ອ​ຊ່ວຍ​ໃຫ້​ລອດ+ ຍ້ອນການ​ຕໍ່ສູ້​ນີ້​ເປັນ​ຂອງ​ພະ​ເຢໂຫວາ+ ແລະ​ເພິ່ນ​ຈະ​ຊ່ວຍ​ພວກ​ເຮົາ​ໃຫ້​ຊະນະ​ພວກ​ເຈົ້າ.”+

48 ແລ້ວ​ໂກລີອາດ​ກໍຍ່າງເຂົ້າ​ມາຫາດາວິດ. ດາວິດ​ກໍ​ແລ່ນ​ເຂົ້າ​ໄປ​ໃນ​ສະໜາມຮົບ​ເພື່ອ​ສູ້​ກັບ​ໂກລີອາດ. 49 ດາວິດ​ຈົກ​ເອົາ​ຫີນ​ກ້ອນ​ໜຶ່ງ​ຢູ່​ໃນ​ຖົງ ແລ້ວ​ເອົາ​ໃສ່​ເຊືອກ​ແລະ​ແກວ່ງ​ໃສ່​ໜ້າ​ຜາກ​ໂກລີອາດ. ກ້ອນ​ຫີນ​ນັ້ນ​ຄາ​ຢູ່​ໜ້າ​ຜາກ​ຂອງ​ໂກລີອາດ ລາວ​ຈຶ່ງ​ລົ້ມ​ຟຸບ​ລົງພື້ນ.+ 50 ດາວິດ​ເອົາຊະນະໂກລີອາດດ້ວຍເຊືອກ​ເສັ້ນ​ດຽວ​ແລະ​ຫີນ​ກ້ອນ​ດຽວ ແລະ​ຂ້າ​ລາວ​ໂດຍ​ບໍ່​ໄດ້​ໃຊ້​ດາບ​ເລີຍ.+ 51 ແລ້ວ​ດາວິດ​ກໍ​ແລ່ນ​ໄປ​ຢືນ​ຢູ່​ທາງຂ້າງໂກລີອາດ. ດາວິດ​ຖອດ​ດາບ​ຂອງ​ໂກລີອາດ​+ອອກ​ມາ​ຈາກ​ຝັກ​ແລະ​ຕັດ​ຫົວ​ລາວ​ເພື່ອ​ໃຫ້​ແນ່​ໃຈ​ວ່າ​ລາວ​ຕາຍ​ແທ້​ໆ​. ເມື່ອ​ພວກ​ຟີລິດສະຕີນ​ເຫັນ​ວ່າ​ນັກ​ສູ້​ມື​ໜຶ່ງ​ຂອງ​ເຂົາ​ເຈົ້າ​ຕາຍ​ແລ້ວ ເຂົາ​ເຈົ້າ​ກໍ​ພາກັນ​ແຕກ​ໜີ.+

52 ເມື່ອ​ພວກ​ທະຫານ​ອິດສະຣາເອນເຫັນ​ແບບ​ນັ້ນ​ຈຶ່ງ​ໂຫ່​ຮ້ອງ​ແລະ​ນຳ​ຂ້າ​ພວກ​ຟີລິດສະຕີນ​ຕັ້ງ​ແຕ່​ຮ່ອມພູ​+ໄປ​ຈົນ​ຮອດ​ປະຕູ​ເມືອງ​ເອັກໂຣນ.+ ສົບ​ຂອງ​ພວກ​ຟີລິດສະຕີນ​ຢາຍ​ຢູ່​ຕາມ​ຫົນ​ທາງ​ຕັ້ງ​ແຕ່​ເມືອງ​ຊະອາຣາຢິມ​+ໄປ​ຈົນ​ຮອດ​ເມືອງ​ກັດ​ແລະ​ເມືອງ​ເອັກໂຣນ. 53 ຫຼັງ​ຈາກ​ພວກ​ອິດສະຣາເອນ​ນຳ​ຂ້າ​ພວກ​ຟີລິດສະຕີນ​ແລ້ວ​ໆ​ ເຂົາ​ເຈົ້າ​ກໍ​ກັບ​ມາ​ຍຶດ​ເອົາ​ເຄື່ອງ​ຢູ່​ຄ້າຍ​ຂອງ​ພວກ​ນັ້ນ.

54 ດາວິດ​ເອົາ​ຫົວ​ຂອງ​ໂກລີອາດ​ໄປ​ເມືອງ​ເຢຣູຊາເລັມ ແຕ່​ລາວ​ເອົາ​ອາວຸດ​ຂອງ​ໂກລີອາດ​ໄວ້​ໃນ​ເຕັ້ນ​ຂອງ​ໂຕເອງ.+

55 ຕອນ​ທີ່​ຊາອູນ​ເຫັນ​ດາວິດ​ອອກ​ໄປ​ສູ້​ກັບ​ໂກລີອາດ ຊາອູນ​ຖາມ​ອັບເນ+​ຫົວ​ໜ້າ​ກອງ​ທັບ​ວ່າ: “ອັບເນ ເດັກ​ນ້ອຍ​ຜູ້​ນີ້+ແມ່ນ​ລູກ​ໃຜ?” ອັບເນ​ຕອບ​ວ່າ: “ກະສັດ ຂ້ອຍ​ເວົ້າແທ້​ໆ​ ຂ້ອຍ​ບໍ່​ຮູ້!” 56 ຊາອູນ​ຈຶ່ງ​ບອກ​ວ່າ: “ໄປ​ສືບ​ມາ​ໃຫ້​ໄດ້​ວ່າ​ເດັກ​ນ້ອຍ​ຜູ້​ນີ້​ແມ່ນ​ລູກ​ໃຜ.” 57 ດັ່ງນັ້ນ ເມື່ອ​ດາວິດ​ກັບ​ມາ​ຄ້າຍ​ຫຼັງ​ຈາກ​ທີ່​ຂ້າ​ໂກລີອາດ​ແລ້ວ ອັບເນ​ຈຶ່ງ​ຟ້າວ​ພາ​ດາວິດ​ໄປ​ຫາ​ຊາອູນ. ດາວິດ​ຫິ້ວ​ຫົວ​ໂກລີອາດ​+ໄປ​ນຳ. 58 ຊາອູນ​ຖາມ​ດາວິດ​ວ່າ: “ເຈົ້າແມ່ນ​ລູກ​ໃຜ?” ດາວິດ​ຕອບ​ວ່າ: “ຂ້ອຍ​ແມ່ນ​ລູກ​ຂອງ​ເຢຊີ+​ຄົນ​ເບັດເລເຮັມ​ທີ່​ເປັນ​ຜູ້​ຮັບ​ໃຊ້​ຂອງ​ທ່ານ.”+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌