ຈົດໝາຍເຖິງຄລິດສະຕຽນໃນແຂວງຄາລາເຕຍ
2 ສິບສີ່ປີຕໍ່ມາ ຂ້ອຍກັບບາຣະນາບາໄປເມືອງເຢຣູຊາເລັມອີກເທື່ອໜຶ່ງ+ແລະພາຕີໂຕໄປນຳ.+ 2 ຂ້ອຍໄປຫັ້ນຕາມທີ່ພະເຢຊູສັ່ງ. ຂ້ອຍໄດ້ເຈິພີ່ນ້ອງທີ່ນຳໜ້າຢູ່ຫັ້ນ ແລະໄດ້ເລົ່າເລື່ອງຂ່າວດີທີ່ຂ້ອຍປະກາດນຳຄົນຕ່າງຊາດໃຫ້ເຂົາເຈົ້າຟັງ ເພື່ອໃຫ້ໝັ້ນໃຈວ່າວຽກຮັບໃຊ້ທີ່ຂ້ອຍໄດ້ເຮັດແລະກຳລັງເຮັດຢູ່ຕອນນີ້ຈະບໍ່ເສຍໄປລ້າໆ. 3 ຕອນນັ້ນ ເຖິງວ່າຕີໂຕ+ທີ່ຢູ່ກັບຂ້ອຍເປັນຄົນກຣີກ ແຕ່ລາວກໍບໍ່ໄດ້ຖືກບັງຄັບໃຫ້ຮັບສິນຕັດ.*+ 4 ບັນຫານີ້ເກີດຂຶ້ນຍ້ອນມີພີ່ນ້ອງປອມໄດ້ແຝງໂຕເຂົ້າມາໃນປະຊາຄົມ.+ ທີ່ຈິງ ເມື່ອພວກເຮົາເຂົ້າມາເປັນລູກສິດຂອງພະຄລິດເຢຊູ ພວກເຮົາກໍເປັນອິດສະຫຼະ+ຈາກກົດໝາຍຂອງໂມເຊແລ້ວ ແຕ່ເຂົາເຈົ້າພະຍາຍາມເຮັດໃຫ້ພວກເຮົາຕົກເປັນທາດອີກເທື່ອໜຶ່ງ.+ 5 ແຕ່ພວກເຮົາບໍ່ຍອມເຮັດຕາມພວກນັ້ນ+ແມ່ນແຕ່ໜ້ອຍດຽວ ຍ້ອນພວກເຮົາຢາກໃຫ້ພວກເຈົ້າຍຶດໝັ້ນຕໍ່ໆໄປກັບຄວາມຈິງທີ່ໄດ້ຮຽນຈາກຂ່າວດີ.
6 ສຳລັບຜູ້ທີ່ຄົນອື່ນຖືວ່າສຳຄັນ+ ເຂົາເຈົ້າບໍ່ໄດ້ໃຫ້ຄຳແນະນຳຫຍັງຂ້ອຍຕື່ມ. ທີ່ຈິງ ບໍ່ວ່າເຂົາເຈົ້າຢູ່ໃນຖານະໃດ ຂ້ອຍບໍ່ຖືວ່າເປັນເລື່ອງສຳຄັນຍ້ອນພະເຈົ້າບໍ່ໄດ້ເບິ່ງຄົນຈາກພາຍນອກ. 7 ເຂົາເຈົ້າຮູ້ວ່າຂ້ອຍໄດ້ຮັບມອບໝາຍໃຫ້ປະກາດຂ່າວດີກັບຄົນທີ່ບໍ່ຮັບສິນຕັດ+ ຄືກັບທີ່ເປໂຕໄດ້ຮັບມອບໝາຍໃຫ້ປະກາດກັບຄົນທີ່ຮັບສິນຕັດ. 8 ພະເຈົ້າໃຫ້ອຳນາດເປໂຕເພື່ອເປັນອັກຄະສາວົກ*ໄປຫາຄົນທີ່ຮັບສິນຕັດ ແລະເພິ່ນກໍໃຫ້ອຳນາດຂ້ອຍຄືກັນເພື່ອໄປຫາຄົນຕ່າງຊາດ.+ 9 ດັ່ງນັ້ນ ເມື່ອເຂົາເຈົ້າເຫັນວ່າຂ້ອຍໄດ້ຮັບຄວາມກະລຸນາທີ່ຍິ່ງໃຫຍ່ແລ້ວ+ ຢາໂກໂບ+ ເກຟາ* ແລະໂຢຮັນ ເຊິ່ງເປັນເສົາຫຼັກຂອງປະຊາຄົມຈຶ່ງຈັບມືຂ້ອຍແລະບາຣະນາບາ+ເພື່ອສະແດງວ່າພວກເຮົາເປັນໝູ່ເຮັດວຽກນຳກັນ. ແລ້ວເຂົາເຈົ້າເວົ້າວ່າ: “ພວກເຈົ້າໄປປະກາດກັບຄົນຕ່າງຊາດ ແລະພວກເຮົາຈະໄປປະກາດກັບຄົນທີ່ຮັບສິນຕັດ.” 10 ເລື່ອງດຽວທີ່ເຂົາເຈົ້າຝາກພວກເຮົາໄວ້ແມ່ນ ຢ່າລືມຊ່ວຍເຫຼືອຄົນທຸກ ເຊິ່ງຂ້ອຍກໍພະຍາຍາມເຮັດມາຕະຫຼອດ.+
11 ແຕ່ເມື່ອເກຟາ+ມາຮອດເມືອງອັນຕີໂອເຂຍ+ ຂ້ອຍໄດ້ຕັກເຕືອນລາວໜ້າຕໍ່ໜ້າ ຍ້ອນລາວເຮັດຜິດແບບເຫັນໄດ້ແຈ້ງ. 12 ກ່ອນທີ່ພີ່ນ້ອງບາງຄົນທີ່ຢາໂກໂບໃຊ້+ຈະມາຮອດ ເກຟາເຄີຍກິນເຂົ້ານຳພີ່ນ້ອງຕ່າງຊາດ+ ແຕ່ເມື່ອພີ່ນ້ອງກຸ່ມນັ້ນມາ ລາວກໍແຍກໂຕອອກໄປຈາກພີ່ນ້ອງຕ່າງຊາດຍ້ອນຢ້ານຄົນເຫຼົ່ານັ້ນທີ່ສົ່ງເສີມການຮັບສິນຕັດ.+ 13 ພີ່ນ້ອງຄົນຢິວຄົນອື່ນໆກໍທຳທ່າເຮັດຄືກັບລາວ ແມ່ນແຕ່ບາຣະນາບາກໍເຮັດຄືກັບເຂົາເຈົ້າ. 14 ເມື່ອຂ້ອຍເຫັນວ່າເຂົາເຈົ້າບໍ່ເຮັດຕາມຄວາມຈິງທີ່ໄດ້ຮຽນຈາກຂ່າວດີ+ ຂ້ອຍຈຶ່ງເວົ້າກັບເກຟາຕໍ່ໜ້າທຸກຄົນວ່າ “ຖ້າພວກເຈົ້າທີ່ເປັນຄົນຢິວຍັງໃຊ້ຊີວິດຄືກັບຄົນຕ່າງຊາດ ບໍ່ໄດ້ໃຊ້ຊີວິດຄືຄົນຢິວ ແລ້ວເປັນຫຍັງພວກເຈົ້າຈຶ່ງພະຍາຍາມບັງຄັບຄົນຕ່າງຊາດໃຫ້ເຮັດຕາມທຳນຽມຂອງຄົນຢິວ?”+
15 ພວກເຮົາເປັນຄົນຢິວຕັ້ງແຕ່ເກີດ ບໍ່ຄືກັບຄົນຕ່າງຊາດທີ່ຖືກເບິ່ງວ່າເປັນຄົນບາບ. 16 ພວກເຮົາຮູ້ວ່າພະເຈົ້າຍອມຮັບຄົນເຮົາບໍ່ແມ່ນຍ້ອນການເຮັດຕາມກົດໝາຍ ແຕ່ຍ້ອນການມີຄວາມເຊື່ອ+ໃນພະເຢຊູຄລິດ.+ ດັ່ງນັ້ນ ພວກເຮົາຈຶ່ງເຊື່ອໃນພະຄລິດເຢຊູ ເພື່ອພະເຈົ້າຈະຍອມຮັບພວກເຮົາຍ້ອນຄວາມເຊື່ອໃນພະຄລິດ ບໍ່ແມ່ນຍ້ອນການເຮັດຕາມກົດໝາຍ. ທີ່ຈິງ ພະເຈົ້າບໍ່ໄດ້ຍອມຮັບຜູ້ໃດຍ້ອນຜູ້ນັ້ນເຮັດຕາມກົດໝາຍ.+ 17 ແຕ່ຖ້າພວກເຮົາເຊື່ອໃນພະຄລິດເພື່ອຈະໃຫ້ພະເຈົ້າຍອມຮັບ ແລ້ວມີຄົນຖືວ່າພວກເຮົາເປັນຄົນບາບຍ້ອນບໍ່ໄດ້ເຮັດຕາມກົດໝາຍຂອງໂມເຊ ນັ້ນໝາຍຄວາມວ່າພະຄລິດສົ່ງເສີມພວກເຮົາໃຫ້ເປັນຄົນບາບບໍ? ບໍ່ແມ່ນ! 18 ຖ້າຂ້ອຍເອົາສິ່ງທີ່ຂ້ອຍຮື້ແລ້ວມາສ້າງຂຶ້ນໃໝ່ ຂ້ອຍກໍເຮັດໃຫ້ໂຕເອງເປັນຄົນຝ່າຝືນກົດໝາຍ. 19 ທີ່ຈິງ ກົດໝາຍຂອງໂມເຊຫັ້ນແຫຼະທີ່ຊ່ວຍຂ້ອຍໃຫ້ພົ້ນຈາກອຳນາດຂອງກົດໝາຍນັ້ນ*+ ເພື່ອຂ້ອຍຈະໄດ້ມີຊີວິດຢູ່ເພື່ອພະເຈົ້າ. 20 ຂ້ອຍຖືກຄຶງໄວ້ກັບພະຄລິດແລ້ວ.+ ຄົນທີ່ມີຊີວິດຢູ່ຕອນນີ້ຈຶ່ງບໍ່ແມ່ນຂ້ອຍ+ ແຕ່ເປັນພະຄລິດທີ່ເປັນອັນໜຶ່ງອັນດຽວກັບຂ້ອຍ. ທີ່ຈິງ ຕອນນີ້ຂ້ອຍໃຊ້ຊີວິດຕາມຄວາມເຊື່ອໃນຜູ້ທີ່ເປັນລູກຂອງພະເຈົ້າ.+ ເພິ່ນຮັກຂ້ອຍແລະສະລະຊີວິດເພື່ອຂ້ອຍ.+ 21 ຂ້ອຍບໍ່ໄດ້ເຮັດໃຫ້ຄວາມກະລຸນາທີ່ຍິ່ງໃຫຍ່ຂອງພະເຈົ້າໝົດຄວາມໝາຍ+ ເພາະຖ້າພະເຈົ້າຍອມຮັບຄົນເຮົາໂດຍການເຮັດຕາມກົດໝາຍຂອງໂມເຊ ພະຄລິດກໍຕາຍໂດຍບໍ່ມີປະໂຫຍດຫຍັງ.+