ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ໂກໂລຊາຍ 1
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມໂກໂລຊາຍ

      • ຄຳ​ທັກທາຍ (1, 2)

      • ຂອບໃຈ​ພະເຈົ້າ​ທີ່​ພີ່ນ້ອງ​ໃນ​ເມືອງ​ໂກໂລຊາຍ​ມີ​ຄວາມ​ເຊື່ອ (3-8)

      • ອະທິດຖານ​ຂໍ​ໃຫ້​ກ້າວໜ້າ (9-12)

      • ບົດບາດ​ສຳຄັນ​ຂອງ​ພະຄລິດ (13-23)

      • ໂປໂລ​ເຮັດ​ວຽກ​ໜັກ​ເພື່ອ​ປະຊາຄົມ (24-29)

ໂກໂລຊາຍ 1:1

ໄຂເງື່ອນ

  • *

    ໃນ​ພາສາ​ກຣີກ​ຄຳ​ນີ້​ແປ​ວ່າ “ຜູ້​ທີ່​ຖືກ​ສົ່ງ​ອອກ​ໄປ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກຣ 4:17

ໂກໂລຊາຍ 1:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຕມ 4:8; 1ປຕ 1:3, 4

ໂກໂລຊາຍ 1:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກລຊ 1:23; 1ຕມ 3:16

ໂກໂລຊາຍ 1:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກລຊ 4:12, 13; ຟລມ 23

ໂກໂລຊາຍ 1:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຟຊ 1:15, 16
  • +ຟລປ 1:9
  • +2ຕມ 2:7; 1ຢຮ 5:20

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 23

    ຫໍສັງເກດການ (ສຶກສາ)

    8/2016, ໜ້າ 22

ໂກໂລຊາຍ 1:10

ໄຂເງື່ອນ

  • *

    ເບິ່ງ​ພາກ​ຜະໜວກ ກ5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຟຊ 1:17; 2ປຕ 1:2

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 23

    ຫໍສັງເກດການ (ສຶກສາ)

    8/2016, ໜ້າ 22

ໂກໂລຊາຍ 1:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຟຊ 3:14, 16

ໂກໂລຊາຍ 1:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຣມ 8:17; ອຟຊ 1:13, 14

ໂກໂລຊາຍ 1:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຟຊ 2:1, 2

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດຕະຫຼອດໄປ ໜ້າ 136

ໂກໂລຊາຍ 1:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຟຊ 1:7

ໂກໂລຊາຍ 1:15

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ລູກ​ຊາຍ​ຄົນ​ທຳອິດ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຮ 4:24; 10:30; 14:9; 1ຕມ 1:17
  • +ພນມ 3:14

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ໃກ້ຊິດ ໜ້າ 55-56, 232

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 15

    ຮຽນໄບເບິນ ໜ້າ 45

    ໄບເບິນສອນ ໜ້າ 42

    ຄວາມຮູ້ ໜ້າ 39

ໂກໂລຊາຍ 1:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຮ 1:3
  • +ຢຮ 1:10; ຮຣ 1:2

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດຕະຫຼອດໄປ ໜ້າ 191

ໂກໂລຊາຍ 1:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຮ 17:5

ໂກໂລຊາຍ 1:18

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ຫົວ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຟຊ 1:22
  • +1ກຣ 15:23; ພນມ 1:5

ໂກໂລຊາຍ 1:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກລຊ 2:3, 9

ໂກໂລຊາຍ 1:20

ໄຂເງື່ອນ

  • *

    ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກຣ 5:19; ອຟຊ 1:10
  • +ລລວ 17:11

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ໃກ້ຊິດ ໜ້າ 146-147

ໂກໂລຊາຍ 1:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກຣ 1:8

ໂກໂລຊາຍ 1:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພນມ 2:10
  • +1ກຣ 3:11
  • +1ກຣ 15:58; ຮຣ 3:14
  • +1ຕມ 3:16
  • +ອຟຊ 3:8

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 217

    ຫໍສັງເກດການ (ສຶກສາ)

    4/2020, ໜ້າ 7

ໂກໂລຊາຍ 1:24

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຟຊ 3:1
  • +ກຈກ 9:16; ຟລປ 3:10
  • +ອຟຊ 1:22, 23

ໂກໂລຊາຍ 1:25

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກຣ 9:16, 17

ໂກໂລຊາຍ 1:26

ໄຂເງື່ອນ

  • *

    ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຟຊ 3:5-7; 5:32
  • +ລກ 8:10; 1ກຣ 2:7
  • +ຣມ 16:25, 26

ໂກໂລຊາຍ 1:27

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຟຊ 3:8, 9
  • +ຣມ 8:18

ໂກໂລຊາຍ 1:28

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຟຊ 4:13

ໂກໂລຊາຍ 1:29

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຟລປ 4:13

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ກລຊ. 1:11ກຣ 4:17
ກລຊ. 1:52ຕມ 4:8; 1ປຕ 1:3, 4
ກລຊ. 1:6ກລຊ 1:23; 1ຕມ 3:16
ກລຊ. 1:7ກລຊ 4:12, 13; ຟລມ 23
ກລຊ. 1:9ອຟຊ 1:15, 16
ກລຊ. 1:9ຟລປ 1:9
ກລຊ. 1:92ຕມ 2:7; 1ຢຮ 5:20
ກລຊ. 1:10ອຟຊ 1:17; 2ປຕ 1:2
ກລຊ. 1:11ອຟຊ 3:14, 16
ກລຊ. 1:12ຣມ 8:17; ອຟຊ 1:13, 14
ກລຊ. 1:13ອຟຊ 2:1, 2
ກລຊ. 1:14ອຟຊ 1:7
ກລຊ. 1:15ຢຮ 4:24; 10:30; 14:9; 1ຕມ 1:17
ກລຊ. 1:15ພນມ 3:14
ກລຊ. 1:16ຢຮ 1:3
ກລຊ. 1:16ຢຮ 1:10; ຮຣ 1:2
ກລຊ. 1:17ຢຮ 17:5
ກລຊ. 1:18ອຟຊ 1:22
ກລຊ. 1:181ກຣ 15:23; ພນມ 1:5
ກລຊ. 1:19ກລຊ 2:3, 9
ກລຊ. 1:202ກຣ 5:19; ອຟຊ 1:10
ກລຊ. 1:20ລລວ 17:11
ກລຊ. 1:221ກຣ 1:8
ກລຊ. 1:23ພນມ 2:10
ກລຊ. 1:231ກຣ 3:11
ກລຊ. 1:231ກຣ 15:58; ຮຣ 3:14
ກລຊ. 1:231ຕມ 3:16
ກລຊ. 1:23ອຟຊ 3:8
ກລຊ. 1:24ອຟຊ 3:1
ກລຊ. 1:24ກຈກ 9:16; ຟລປ 3:10
ກລຊ. 1:24ອຟຊ 1:22, 23
ກລຊ. 1:251ກຣ 9:16, 17
ກລຊ. 1:26ອຟຊ 3:5-7; 5:32
ກລຊ. 1:26ລກ 8:10; 1ກຣ 2:7
ກລຊ. 1:26ຣມ 16:25, 26
ກລຊ. 1:27ອຟຊ 3:8, 9
ກລຊ. 1:27ຣມ 8:18
ກລຊ. 1:28ອຟຊ 4:13
ກລຊ. 1:29ຟລປ 4:13
  • ຄຳພີໄບເບິນສະບັບແປໂລກໃໝ່
  • ອ່ານໃນ ພະຄຳພີຄລິດສະຕຽນພາກພາສາກຣີກ
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
ຄຳພີໄບເບິນສະບັບແປໂລກໃໝ່
ໂກໂລຊາຍ 1:1-29

ຈົດໝາຍເຖິງຄລິດສະຕຽນໃນເມືອງໂກໂລຊາຍ

1 ຂ້ອຍ​ໂປໂລ​ທີ່​ເປັນ​ອັກຄະ​ສາວົກ*​ຂອງ​ພະຄລິດ​ເຢຊູ​ຕາມ​ທີ່​ພະເຈົ້າ​ຕ້ອງການ​ກັບ​ຕີໂມທຽວ+​ພີ່ນ້ອງ​ຂອງ​ພວກ​ເຮົາ 2 ຂຽນ​ຫາ​ພວກ​ຜູ້​ບໍລິສຸດ​ກັບ​ພີ່ນ້ອງ​ທີ່​ສັດຊື່​ໃນ​ເມືອງ​ໂກໂລຊາຍ​ທີ່​ເປັນ​ລູກສິດ​ຂອງ​ພະຄລິດ.

ຂໍ​ໃຫ້​ພວກ​ເຈົ້າ​ໄດ້​ຮັບ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ແລະ​ສັນຕິສຸກ​ຈາກ​ພະເຈົ້າ​ຜູ້​ເປັນ​ພໍ່​ຂອງ​ພວກ​ເຮົາ.

3 ພວກ​ເຮົາ​ຂອບໃຈ​ພະເຈົ້າ​ຜູ້​ທີ່​ເປັນ​ພໍ່​ຂອງ​ພະ​ເຢຊູ​ຄລິດ​ຜູ້​ເປັນ​ນາຍ​ຂອງ​ພວກ​ເຮົາ​ສະເໝີ ເມື່ອ​ອະທິດຖານ​ເພື່ອ​ພວກ​ເຈົ້າ. 4 ພວກ​ເຮົາ​ຂອບໃຈ​ພະເຈົ້າ​ຍ້ອນ​ໄດ້​ຍິນ​ເລື່ອງ​ຄວາມ​ເຊື່ອ​ທີ່​ພວກ​ເຈົ້າ​ມີ​ໃນ​ພະຄລິດ​ເຢຊູ​ແລະ​ຄວາມ​ຮັກ​ທີ່​ພວກ​ເຈົ້າ​ມີ​ຕໍ່​ຜູ້​ບໍລິສຸດ​ທຸກ​ຄົນ. 5 ພວກ​ເຈົ້າ​ມີ​ສິ່ງ​ເຫຼົ່າ​ນັ້ນ​ຍ້ອນ​ພວກ​ເຈົ້າ​ຫວັງ​ຈະ​ໄດ້​ສິ່ງ​ທີ່​ກຽມ​ໃຫ້​ພວກ​ເຈົ້າ​ໃນ​ສະຫວັນ.+ ພວກ​ເຈົ້າ​ຮູ້​ເລື່ອງ​ຄວາມ​ຫວັງ​ນີ້​ຕອນ​ໄດ້​ຍິນ​ຂ່າວດີ​ທີ່​ເປັນ​ຄວາມຈິງ 6 ເຊິ່ງ​ມາ​ຮອດ​ພວກ​ເຈົ້າ. ຂ່າວດີ​ນັ້ນ​ກຳລັງ​ເກີດ​ຜົນ​ແລະ​ແພ່​ໄປ​ທົ່ວ​ໂລກ.+ ນັບ​ຕັ້ງແຕ່​ມື້​ທີ່​ພວກ​ເຈົ້າ​ໄດ້​ຍິນ​ແລະ​ຮູ້​ຈັກ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຂອງ​ພະເຈົ້າ​ຢ່າງ​ດີ ຂ່າວດີ​ນັ້ນ​ກໍ​ເກີດ​ຜົນ​ແລະ​ແພ່​ໄປ​ໃນ​ພວກ​ເຈົ້າ​ຄື​ກັນ. 7 ພວກ​ເຈົ້າ​ໄດ້​ຮຽນ​ເລື່ອງ​ນີ້​ຈາກ​ເອປາຟາ.+ ລາວ​ເປັນ​ທາດ​ຂອງ​ພະຄລິດ​ທີ່​ຮັບໃຊ້​ຢ່າງ​ສັດຊື່​ແລະ​ເປັນ​ພີ່ນ້ອງ​ທີ່​ຮັກ​ເຊິ່ງ​ເຮັດ​ວຽກ​ແທນ​ພວກ​ເຮົາ. 8 ລາວ​ເລົ່າ​ໃຫ້​ພວກ​ເຮົາ​ຟັງ​ກ່ຽວກັບ​ຄວາມ​ຮັກ​ຂອງ​ພວກ​ເຈົ້າ​ທີ່​ເກີດ​ຈາກ​ພະລັງ​ຂອງ​ພະເຈົ້າ.

9 ຍ້ອນ​ແນວ​ນີ້ ຕັ້ງແຕ່​ໄດ້​ຍິນ​ເລື່ອງ​ຂອງ​ພວກ​ເຈົ້າ ພວກ​ເຮົາ​ກໍ​ອະທິດຖານ​ເພື່ອ​ພວກ​ເຈົ້າ​ມາ​ຕະຫຼອດ+​ແລະ​ຂໍ​ໃຫ້​ພວກ​ເຈົ້າ​ມີ​ຄວາມ​ຮູ້​ທີ່​ຖືກຕ້ອງ+​ກ່ຽວກັບ​ຄວາມ​ຕ້ອງການ​ຂອງ​ພະເຈົ້າ ໃຫ້​ມີ​ສະຕິ​ປັນຍາ​ຄົບຖ້ວນ ແລະ​ມີ​ຄວາມ​ເຂົ້າໃຈ​ທີ່​ເກີດ​ຈາກ​ພະລັງ​ຂອງ​ພະເຈົ້າ.+ 10 ພວກ​ເຮົາ​ອະທິດຖານ​ຂໍ​ໃຫ້​ພວກ​ເຈົ້າ​ໃຊ້​ຊີວິດ​ໃຫ້​ສົມ​ກັບ​ການ​ເປັນ​ຜູ້​ຮັບໃຊ້​ພະ​ເຢໂຫວາ*​ເພື່ອ​ຈະ​ເຮັດ​ໃຫ້​ເພິ່ນ​ພໍໃຈ​ສະເໝີ. ໃຫ້​ເກີດ​ຜົນ​ດີ​ໃນ​ທຸກ​ສິ່ງ​ທີ່​ພວກ​ເຈົ້າ​ເຮັດ​ແລະ​ມີ​ຄວາມ​ຮູ້​ທີ່​ຖືກຕ້ອງ​ກ່ຽວກັບ​ພະເຈົ້າ​ຫຼາຍ​ຂຶ້ນ​ເລື້ອຍ​ໆ​.+ 11 ພວກ​ເຮົາ​ຍັງ​ອະທິດຖານ​ຂໍ​ໃຫ້​ພວກ​ເຈົ້າ​ໄດ້​ຮັບ​ກຳລັງ​ຈາກ​ລິດເດດ​ທີ່​ຍິ່ງໃຫຍ່​ຂອງ​ເພິ່ນ+​ເພື່ອ​ຈະ​ອົດທົນ​ຈົນ​ເຖິງ​ທີ່​ສຸດແລະ​ອົດທົນ​ດ້ວຍ​ຄວາມ​ຍິນດີ. 12 ຂໍ​ໃຫ້​ພວກ​ເຈົ້າ​ຂອບໃຈ​ພະເຈົ້າ​ຜູ້​ເປັນ​ພໍ່​ທີ່​ຊ່ວຍ​ໃຫ້​ພວກ​ເຈົ້າ​ມີ​ຄຸນສົມບັດ​ເໝາະສົມ​ທີ່​ຈະ​ໄດ້​ຮັບ​ມໍລະດົກ​ຮ່ວມ​ກັບ​ພວກ​ຜູ້​ບໍລິສຸດ+​ທີ່ຢູ່​ໃນ​ຄວາມ​ສະຫວ່າງ.

13 ພະເຈົ້າ​ຊ່ວຍ​ພວກ​ເຮົາ​ໃຫ້​ພົ້ນ​ຈາກ​ອຳນາດ​ຂອງ​ຄວາມ​ມືດ+​ແລະ​ພາ​ພວກ​ເຮົາ​ມາ​ຢູ່​ໃຕ້​ການ​ປົກຄອງ​ຂອງ​ລູກ​ຊາຍ​ທີ່​ເພິ່ນ​ຮັກ. 14 ລູກ​ຊາຍ​ຜູ້​ນີ້​ຂອງ​ພະເຈົ້າ​ໄດ້​ປົດປ່ອຍ​ພວກ​ເຮົາ​ດ້ວຍ​ຄ່າໄຖ່​ແລະ​ເຮັດ​ໃຫ້​ພວກ​ເຮົາ​ໄດ້​ຮັບ​ການ​ຍົກໂທດ​ບາບ.+ 15 ເພິ່ນ​ຖອດ​ແບບ​ພະເຈົ້າ+ ແລະ​ເພິ່ນ​ເປັນ​ຜູ້​ທຳອິດ*​ທີ່​ຖືກ​ສ້າງ​ກ່ອນ​ທຸກ​ສິ່ງ.+ 16 ພະເຈົ້າ​ໃຊ້​ເພິ່ນ​ສ້າງ​ທຸກ​ສິ່ງ​ໃນ​ສະຫວັນ​ແລະ​ໃນ​ໂລກ​ນີ້ ທັງ​ສິ່ງ​ທີ່​ເບິ່ງ​ເຫັນ​ແລະ​ສິ່ງ​ທີ່​ເບິ່ງ​ບໍ່​ເຫັນ+ ບໍ່​ວ່າ​ຈະ​ເປັນ​ບັນລັງ ເຈົ້າ​ນາຍ ຜູ້​ປົກຄອງ ຫຼື​ຜູ້​ມີ​ອຳນາດ. ພະເຈົ້າ​ໃຊ້​ເພິ່ນ​ສ້າງ​ສິ່ງ​ເຫຼົ່າ​ນັ້ນ​ທັງໝົດ+​ແລະ​ສ້າງ​ໄວ້​ສຳລັບ​ເພິ່ນ. 17 ເພິ່ນ​ຢູ່​ກ່ອນ​ສິ່ງ​ເຫຼົ່າ​ນັ້ນ+ ແລະ​ສິ່ງ​ເຫຼົ່າ​ນັ້ນ​ເກີດຂຶ້ນ​ໄດ້​ກໍ​ຍ້ອນ​ເພິ່ນ. 18 ເພິ່ນ​ເປັນ​ຫົວ​ຂອງ​ຮ່າງກາຍ ເປັນ​ຜູ້ນຳ*​ຂອງ​ປະຊາຄົມ.+ ເພິ່ນ​ເປັນ​ຈຸດ​ເລີ່ມ​ຕົ້ນ​ຂອງ​ທຸກ​ສິ່ງ. ເພິ່ນ​ເປັນ​ຜູ້​ທຳອິດ​ທີ່​ຄືນ​ມາ​ຈາກ​ຕາຍ+ ເພິ່ນ​ຈຶ່ງ​ເປັນ​ຜູ້​ທຳອິດ​ໃນ​ທຸກ​ເລື່ອງ. 19 ພະເຈົ້າ​ພໍໃຈ​ທີ່​ຈະ​ເຮັດ​ໃຫ້​ເພິ່ນ​ມີ​ທຸກ​ສິ່ງ​ຄົບຖ້ວນ.+ 20 ພະເຈົ້າ​ເລືອກ​ທີ່​ຈະ​ເຮັດ​ໃຫ້​ທຸກ​ສິ່ງ​ຄືນດີ​ກັບ​ເພິ່ນ​ໂດຍ​ທາງ​ພະຄລິດ.+ ບໍ່​ວ່າ​ສິ່ງ​ນັ້ນ​ຈະ​ຢູ່​ໃນ​ໂລກ​ຫຼື​ໃນ​ສະຫວັນ ການ​ຄືນດີ​ນັ້ນ​ເກີດຂຶ້ນ​ໄດ້​ໂດຍ​ເລືອດ+​ຂອງ​ເພິ່ນ​ທີ່​ໄຫຼ​ອອກ​ຢູ່​ເທິງ​ເສົາ​ທໍລະມານ.*

21 ແຕ່​ກີ້ ພວກ​ເຈົ້າ​ເຄີຍ​ຢູ່​ຫ່າງ​ໄກ​ຈາກ​ພະເຈົ້າ​ແລະ​ເປັນ​ສັດຕູ​ກັບ​ເພິ່ນ​ຍ້ອນ​ໃຈ​ພວກ​ເຈົ້າ​ຄິດ​ຢາກ​ຈະ​ເຮັດ​ແຕ່​ແນວ​ຊົ່ວ​ໆ​. 22 ແຕ່​ຕອນນີ້ ພະເຈົ້າ​ໃຫ້​ພວກ​ເຈົ້າ​ຄືນດີ​ກັບ​ເພິ່ນ​ໂດຍ​ໃຫ້​ລູກ​ຊາຍ​ຂອງ​ເພິ່ນ​ມາ​ຕາຍ​ໃນ​ຮ່າງກາຍ​ມະນຸດ ເພື່ອ​ພວກ​ເຈົ້າ​ຈະ​ເປັນ​ຜູ້​ບໍລິສຸດ ບໍ່​ມີ​ຕຳໜິ ແລະ​ບໍ່​ມີ​ຜູ້​ໃດ​ຕິ​ໄດ້​ຕໍ່​ໜ້າ​ພະເຈົ້າ.+ 23 ແຕ່​ຢ່າ​ລືມ​ວ່າ ພວກ​ເຈົ້າ​ຕ້ອງ​ຮັກສາ​ຄວາມ​ເຊື່ອ​ຕໍ່​ໄປ+ ແລະຕັ້ງ​ໝັ້ນຄົງ​ຢູ່​ເທິງ​ຮາກຖານ​ຂອງ​ຄວາມ​ເຊື່ອ​ນັ້ນ+​ແລະ​ຢ່າ​ຫວັ່ນໄຫວ.+ ຢ່າ​ເຈີດ​ໄປ​ຈາກ​ຄວາມ​ຫວັງ​ກ່ຽວກັບ​ຂ່າວດີ​ທີ່​ພວກ​ເຈົ້າ​ໄດ້​ຍິນ​ແລະ​ທີ່​ມີ​ການ​ປະກາດ​ໄປທົ່ວໂລກ.+ ຂ້ອຍ​ໂປໂລ​ໄດ້​ມາ​ເປັນ​ຜູ້​ຮັບໃຊ້​ເພື່ອ​ປະກາດ​ຂ່າວດີ​ນີ້.+

24 ຕອນນີ້ ຂ້ອຍ​ຍິນດີ​ທົນທຸກ​ເພື່ອ​ພວກ​ເຈົ້າ.+ ຂ້ອຍ​ເປັນ​ສ່ວນ​ໜຶ່ງ​ໃນ​ຮ່າງກາຍ​ຂອງ​ພະຄລິດ ແລະ​ໂຕ​ຂ້ອຍ​ເອງ​ຈະ​ຍອມ​ອົດທົນ​ຄວາມ​ທຸກ​ລຳບາກ​ຕໍ່​ໄປ​ຈົນ​ເຖິງ​ທີ່​ສຸດ​ເພື່ອ​ປະໂຫຍດ​ຕໍ່​ຮ່າງກາຍ​ຂອງ​ພະຄລິດ+​ເຊິ່ງ​ກໍ​ແມ່ນ​ປະຊາຄົມ.+ 25 ຂ້ອຍ​ໄດ້​ເປັນ​ຜູ້​ຮັບໃຊ້​ຂອງ​ປະຊາຄົມ​ນີ້​ກໍ​ຍ້ອນ​ພະເຈົ້າ​ມອບໝາຍ​ໜ້າທີ່​ນີ້​ໃຫ້+ ຂ້ອຍ​ຈຶ່ງ​ປະກາດ​ຄຳສອນ​ຂອງ​ເພິ່ນ​ສຸດ​ຄວາມ​ສາມາດເພື່ອ​ປະໂຫຍດ​ຂອງ​ພວກ​ເຈົ້າ. 26 ຄຳສອນ​ນັ້ນ​ແມ່ນ​ຄວາມລັບ​ສັກສິດ+​ທີ່​ຖືກ​ປົກປິດ​ໄວ້​ຈາກ​ຄົນ​ລຸ້ນ​ກ່ອນ​ໆ​ຕະຫຼອດ​ຫຼາຍ​ຍຸກ*​ຫຼາຍ​ສະໄໝ.+ ແຕ່​ຕອນນີ້ ຄວາມລັບ​ນັ້ນ​ຖືກ​ເປີດເຜີຍ​ຕໍ່​ພວກ​ຜູ້​ບໍລິສຸດ​ຂອງ​ເພິ່ນ​ແລ້ວ.+ 27 ພະເຈົ້າ​ພໍໃຈ​ໃຫ້​ພວກ​ຜູ້​ບໍລິສຸດ​ທີ່​ຢູ່​ໃນ​ຊາດ​ຕ່າງ​ໆ​ໄດ້​ຮູ້​ຈັກ​ຄວາມລັບ​ສັກສິດ​ທີ່​ຍິ່ງໃຫຍ່​ແລະ​ມີ​ຄ່າ​ຫຼາຍ+ ເຊິ່ງ​ກໍ​ແມ່ນ​ເລື່ອງ​ທີ່​ພະຄລິດ​ເປັນ​ອັນ​ໜຶ່ງ​ອັນດຽວ​ກັບ​ພວກ​ເຈົ້າ ພວກ​ເຈົ້າ​ຈຶ່ງ​ມີ​ຄວາມ​ຫວັງ​ທີ່​ຈະ​ໄດ້​ຮັບ​ກຽດ​ຮ່ວມ​ກັບ​ເພິ່ນ.+ 28 ພວກ​ເຮົາ​ກຳລັງ​ປະກາດ​ເລື່ອງ​ຂອງ​ເພິ່ນ. ພວກ​ເຮົາ​ເຕືອນ​ແລະ​ສອນ​ທຸກ​ຄົນ​ດ້ວຍ​ສະຕິ​ປັນຍາ​ທຸກ​ຢ່າງ ເພື່ອ​ພວກ​ເຮົາ​ຈະ​ພາ​ເຂົາເຈົ້າ​ທີ່​ເປັນ​ລູກສິດ​ຂອງ​ພະຄລິດ​ທີ່​ມີ​ຄຸນສົມບັດ​ຄົບຖ້ວນ​ໄປ​ຢູ່​ຕໍ່​ໜ້າ​ພະເຈົ້າ.+ 29 ຍ້ອນ​ແນວ​ນີ້ ຂ້ອຍ​ຈຶ່ງ​ທຸ່ມເທ​ໂຕເອງ​ເຮັດ​ວຽກ​ໜັກ​ດ້ວຍ​ກຳລັງ​ທີ່​ພະເຈົ້າ​ໃຫ້​ຂ້ອຍ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌