ຂ່າວດີທີ່ຂຽນໂດຍໂຢຮັນ
10 “ຂ້ອຍຈະບອກໃຫ້ຮູ້ວ່າ ຜູ້ທີ່ບໍ່ໄດ້ເຂົ້າໄປຄອກແກະທາງປະຕູ ແຕ່ປີນເຂົ້າໄປທາງອື່ນ ຜູ້ນັ້ນກໍເປັນຂີ້ລັກແລະເປັນໂຈນ.+ 2 ແຕ່ຄົນລ້ຽງແກະຈະເຂົ້າໄປທາງປະຕູ+ 3 ແລະຄົນເຝົ້າປະຕູຈະເປີດໃຫ້ລາວ+ ແລະແກະກໍຟັງສຽງລາວ.+ ລາວເອີ້ນຊື່ແກະຂອງລາວແຕ່ລະໂຕແລະພາພວກມັນອອກໄປ. 4 ເມື່ອພາແກະອອກໄປໝົດແລ້ວ ລາວຍ່າງອອກໜ້າພວກມັນ ແລະແກະກໍນຳລາວໄປຍ້ອນຈື່ສຽງຂອງລາວໄດ້. 5 ພວກມັນຈະບໍ່ນຳຄົນແປກໜ້າໄປ ແຕ່ຈະແລ່ນໜີຈາກຜູ້ນັ້ນ ຍ້ອນບໍ່ລຶ້ງສຽງຂອງຄົນແປກໜ້າ.” 6 ພະເຢຊູຍົກຕົວຢ່າງປຽບທຽບເລື່ອງນີ້ໃຫ້ເຂົາເຈົ້າຟັງ ແຕ່ເຂົາເຈົ້າບໍ່ເຂົ້າໃຈວ່າເພິ່ນໝາຍເຖິງຫຍັງ.
7 ພະເຢຊູເວົ້າອີກວ່າ: “ຂ້ອຍຈະບອກໃຫ້ຮູ້ວ່າ ຂ້ອຍເປັນປະຕູສຳລັບແກະ.+ 8 ທຸກຄົນທີ່ແອບອ້າງວ່າເປັນຂ້ອຍກໍເປັນຂີ້ລັກແລະເປັນໂຈນ ແລະແກະຈະບໍ່ຟັງເຂົາເຈົ້າ. 9 ຂ້ອຍເປັນປະຕູ ຜູ້ໃດທີ່ເຂົ້າມາທາງຂ້ອຍ ຜູ້ນັ້ນຈະລອດ. ລາວຈະເຂົ້າອອກແລະເຈິທົ່ງຫຍ້າທີ່ຂຽວໆ.+ 10 ພວກຂີ້ລັກມາກໍເພື່ອຈະລັກ ຂ້າ ແລະທຳລາຍ+ ແຕ່ຂ້ອຍມາເພື່ອໃຫ້ແກະໄດ້ຊີວິດແລະມີຊີວິດຕະຫຼອດໄປ. 11 ຂ້ອຍເປັນຜູ້ລ້ຽງແກະທີ່ດີ+ ແລະຜູ້ລ້ຽງທີ່ດີກໍຍອມສະລະຊີວິດເພື່ອແກະຂອງລາວ.+ 12 ສ່ວນຄົນຮັບຈ້າງຕ່າງຈາກຜູ້ລ້ຽງແກະຍ້ອນລາວບໍ່ແມ່ນເຈົ້າຂອງແກະ. ເມື່ອເຫັນໝາປ່າມາ ລາວກໍຖິ້ມຝູງແກະແລ້ວໜີໄປ ປ່ອຍໃຫ້ໝາປ່າມາກັດກິນແກະ ແລະເຮັດໃຫ້ແກະທີ່ເຫຼືອແຕກກະຈັດກະຈາຍກັນໄປ. 13 ລາວຖິ້ມແກະໄປກໍຍ້ອນລາວເປັນແຕ່ຄົນຮັບຈ້າງແລະບໍ່ໄດ້ເປັນຫ່ວງແກະແທ້ໆ. 14 ຂ້ອຍເປັນຜູ້ລ້ຽງແກະທີ່ດີ. ຂ້ອຍຮູ້ຈັກແກະຂອງຂ້ອຍແລະແກະກໍຮູ້ຈັກຂ້ອຍ.+ 15 ຄືກັບທີ່ພະເຈົ້າຜູ້ເປັນພໍ່ຮູ້ຈັກຂ້ອຍແລະຂ້ອຍກໍຮູ້ຈັກພໍ່.+ ຂ້ອຍຍອມສະລະຊີວິດເພື່ອແກະຂອງຂ້ອຍ.+
16 ຂ້ອຍຍັງມີແກະອື່ນທີ່ບໍ່ໄດ້ຢູ່ໃນຄອກນີ້.+ ຂ້ອຍຕ້ອງພາແກະເຫຼົ່ານັ້ນເຂົ້າມາຄືກັນ. ແກະເຫຼົ່ານັ້ນຈະຟັງສຽງຂ້ອຍ. ແກະທັງໝົດຈະລວມເປັນຝູງດຽວແລະມີຜູ້ລ້ຽງຄົນດຽວ.+ 17 ພໍ່ຮັກຂ້ອຍ+ຍ້ອນຂ້ອຍຍອມສະລະຊີວິດ+ ແລະຂ້ອຍຈະໄດ້ຊີວິດອີກ. 18 ບໍ່ມີຜູ້ໃດເອົາຊີວິດຂອງຂ້ອຍໄປໄດ້ ແຕ່ຂ້ອຍເຕັມໃຈສະລະຊີວິດຂອງໂຕເອງ. ຂ້ອຍມີສິດຈະສະລະຊີວິດຂອງຂ້ອຍ ແລະມີສິດຈະໄດ້ຊີວິດກັບຄືນມາ.+ ພໍ່ຂອງຂ້ອຍສັ່ງໃຫ້ຂ້ອຍເຮັດແບບນັ້ນ.”
19 ເມື່ອພະເຢຊູເວົ້າແນວນັ້ນກໍເຮັດໃຫ້ພວກຢິວຂັດແຍ່ງກັນອີກເທື່ອໜຶ່ງ.+ 20 ຫຼາຍຄົນເວົ້າວ່າ: “ລາວຖືກປີສາດສິງແລະເປັນບ້າແລ້ວ. ຊິຟັງລາວເຮັດຫຍັງ?” 21 ແຕ່ບາງຄົນເວົ້າວ່າ: “ຄົນທີ່ຖືກປີສາດສິງບໍ່ເວົ້າແບບນີ້ດອກ. ປີສາດຊິເຮັດໃຫ້ຄົນຕາບອດເຫັນຮຸ່ງໄດ້ຫວະ?”
22 ໄລຍະນັ້ນ ມີເທດສະການສະຫຼອງການອຸທິດວິຫານໃນເມືອງເຢຣູຊາເລັມ. ຕອນນັ້ນເປັນຍາມໜາວ 23 ແລະພະເຢຊູຍ່າງຢູ່ໃນວິຫານຕາມທາງຍ່າງທີ່ມີເສົາລຽນກັນທີ່ໂຊໂລໂມນໄດ້ສ້າງໄວ້.+ 24 ພວກຢິວມາຢືນອ້ອມເພິ່ນແລະຖາມວ່າ: “ເຈົ້າຈະປ່ອຍໃຫ້ພວກເຮົາສົງໄສໄປອີກດົນປານໃດ? ຖ້າເຈົ້າເປັນພະຄລິດກໍບອກມາກົງໆໂລດ.” 25 ພະເຢຊູຕອບເຂົາເຈົ້າວ່າ: “ຂ້ອຍບອກແລ້ວ ແຕ່ພວກເຈົ້າບໍ່ເຊື່ອ. ສິ່ງທີ່ຂ້ອຍເຮັດໃນນາມພະເຈົ້າຜູ້ເປັນພໍ່ຂອງຂ້ອຍກໍເປັນຫຼັກຖານຢືນຢັນຢູ່ແລ້ວວ່າຂ້ອຍແມ່ນໃຜ.+ 26 ແຕ່ພວກເຈົ້າບໍ່ເຊື່ອຍ້ອນພວກເຈົ້າບໍ່ແມ່ນແກະຂອງຂ້ອຍ.+ 27 ແກະຂອງຂ້ອຍຈະຟັງສຽງຂ້ອຍ. ຂ້ອຍຮູ້ຈັກແກະຂອງຂ້ອຍ ແລະພວກມັນກໍນຳຂ້ອຍໄປ.+ 28 ຂ້ອຍໃຫ້ແກະມີຊີວິດຕະຫຼອດໄປ.+ ແກະຂອງຂ້ອຍຈະບໍ່ມີມື້ຖືກທຳລາຍ ແລະຈະບໍ່ມີຜູ້ໃດຍາດພວກມັນໄປຈາກມືຂອງຂ້ອຍ.+ 29 ແກະທີ່ພໍ່ຂອງຂ້ອຍຍົກໃຫ້ຂ້ອຍສຳຄັນຫຼາຍກວ່າທຸກສິ່ງ ແລະຈະບໍ່ມີຜູ້ໃດຍາດແກະເຫຼົ່ານັ້ນໄປຈາກມືຂອງພໍ່ໄດ້.+ 30 ຂ້ອຍກັບພໍ່ເປັນອັນໜຶ່ງອັນດຽວກັນ.”+
31 ຮອດຕອນນີ້ ພວກຢິວກໍຈັບເອົາກ້ອນຫີນເພື່ອຈະດຶກໃສ່ພະເຢຊູອີກ. 32 ພະເຢຊູຖາມເຂົາເຈົ້າວ່າ: “ຂ້ອຍເຮັດໃຫ້ພວກເຈົ້າເຫັນສິ່ງດີໆຫຼາຍຢ່າງຕາມທີ່ພໍ່ຂອງຂ້ອຍສັ່ງ. ແຕ່ສິ່ງດີໆອັນໃດທີ່ເຮັດໃຫ້ພວກເຈົ້າຢາກເອົາກ້ອນຫີນມາດຶກໃສ່ຂ້ອຍ?” 33 ພວກຢິວຕອບເພິ່ນວ່າ: “ພວກເຮົາຈະເອົາກ້ອນຫີນດຶກໃສ່ເຈົ້າ ບໍ່ແມ່ນຍ້ອນເຈົ້າເຮັດສິ່ງທີ່ດີ ແຕ່ຍ້ອນເຈົ້າໝິ່ນປະໝາດພະເຈົ້າ.+ ເຈົ້າເປັນພຽງມະນຸດ ແຕ່ຍົກໂຕເອງເປັນພະເຈົ້າ.” 34 ພະເຢຊູບອກເຂົາເຈົ້າວ່າ: “ໃນກົດໝາຍຂອງພວກເຈົ້າ ພະເຈົ້າເວົ້າແມ່ນບໍວ່າ ‘ພວກເຈົ້າເປັນພະເຈົ້າ’?*+ 35 ແມ່ນແຕ່ຄົນທີ່ພະເຈົ້າຕຳໜິ ເພິ່ນຍັງເອີ້ນເຂົາເຈົ້າວ່າ ‘ພະເຈົ້າ’+ ແລະພະຄຳພີຖືກຕ້ອງສະເໝີ. 36 ພະເຈົ້າໄດ້ເລືອກຂ້ອຍແລະໃຊ້ຂ້ອຍມາໂລກນີ້. ເປັນຫຍັງພວກເຈົ້າເວົ້າວ່າຂ້ອຍໝິ່ນປະໝາດພະເຈົ້າຍ້ອນຂ້ອຍບອກວ່າຂ້ອຍເປັນລູກຂອງພະເຈົ້າ?+ 37 ຖ້າຂ້ອຍບໍ່ເຮັດສິ່ງທີ່ພໍ່ໃຫ້ຂ້ອຍເຮັດ ພວກເຈົ້າກໍບໍ່ຕ້ອງເຊື່ອຂ້ອຍ. 38 ແຕ່ຖ້າຂ້ອຍເຮັດສິ່ງທີ່ພໍ່ໃຫ້ຂ້ອຍເຮັດ ເຖິງວ່າພວກເຈົ້າຈະບໍ່ເຊື່ອຂ້ອຍ ກໍໃຫ້ເຊື່ອຍ້ອນສິ່ງທີ່ຂ້ອຍເຮັດ+ ແລ້ວພວກເຈົ້າຈະຮູ້ແລະເຂົ້າໃຈຫຼາຍຂຶ້ນວ່າພໍ່ເປັນອັນໜຶ່ງອັນດຽວກັບຂ້ອຍ ແລະຂ້ອຍເປັນອັນໜຶ່ງອັນດຽວກັບພໍ່.”+ 39 ພວກຢິວພະຍາຍາມຈະຈັບພະເຢຊູອີກ ແຕ່ເພິ່ນໜີໄປໄດ້.
40 ຈາກນັ້ນ ພະເຢຊູກໍເດີນທາງຂ້າມແມ່ນ້ຳຈໍແດນອີກເທື່ອໜຶ່ງ. ເພິ່ນໄປບ່ອນທີ່ໂຢຮັນເຄີຍໃຫ້ບັບເຕມາ+ແລະພັກຢູ່ຫັ້ນ. 41 ຫຼາຍຄົນມາຫາພະເຢຊູແລະພາກັນເວົ້າວ່າ: “ໂຢຮັນບໍ່ເຄີຍເຮັດການອັດສະຈັນຈັກຢ່າງ ແຕ່ສິ່ງທີ່ໂຢຮັນເວົ້າເຖິງຜູ້ຊາຍຄົນນີ້ຖືກໝົດທຸກຢ່າງ.”+ 42 ຫຼາຍຄົນທີ່ຢູ່ຫັ້ນຈຶ່ງເຊື່ອໃນພະເຢຊູ.