ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ມັດທາຍ 23
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມມັດທາຍ

      • ຢ່າ​ຮຽນ​ແບບ​ພວກ​ຄູ​ສອນ​ສາສະໜາ​ແລະ​ພວກ​ຟາຣີຊາຍ (1-12)

      • ຕຳໜິ​ພວກ​ຄູ​ສອນ​ສາສະໜາ​ແລະ​ພວກ​ຟາຣີຊາຍ (13-36)

      • ພະ​ເຢຊູ​ເສົ້າໃຈ​ເລື່ອງ​ເມືອງ​ເຢຣູຊາເລັມ (37-39)

ມັດທາຍ 23:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມລກ 2:7, 8

ມັດທາຍ 23:4

ໄຂເງື່ອນ

  • *

    ອາດ​ໝາຍເຖິງ​ເຂົາເຈົ້າ​ບໍ່​ຍອມ​ເຮັດ​ໃຫ້​ພາລະ​ໜັກ​ຂອງ​ຄົນ​ອື່ນ​ເບົາ​ລົງ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 11:28
  • +ລກ 11:46

ມັດທາຍ 23:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 6:1, 2
  • +ພບຍ 6:6, 8
  • +ຈຊບ 15:38, 39

ມັດທາຍ 23:6

ໄຂເງື່ອນ

  • *

    ຫຼື “ບ່ອນ​ທີ່​ເດັ່ນ​ທີ່​ສຸດ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມຣກ 12:38, 39; ລກ 11:43; 14:7, 10; 20:46

ມັດທາຍ 23:7

ໄຂເງື່ອນ

  • *

    ຄຳ​ພາສາ​ເຮັບເຣີ​ແມ່ນ​ຣັບບີ ເຊິ່ງ​ເປັນ​ຕຳແໜ່ງ​ທີ່​ມີ​ກຽດ​ຂອງ​ຄູ​ສອນ​ສາສະໜາ​ຢິວ

ມັດທາຍ 23:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຮ 13:13

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 20

    ຫໍສັງເກດການ (ສຶກສາ)

    6/2018, ໜ້າ 11, 14

ມັດທາຍ 23:9

ໄຂເງື່ອນ

  • *

    ພະ​ເຢຊູ​ບໍ່​ໃຫ້​ໃຊ້​ຄຳ​ວ່າ “ພໍ່” ເປັນ​ຕຳແໜ່ງ​ທາງ​ສາສະໜາ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 6:9

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 20

ມັດທາຍ 23:10

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 20

ມັດທາຍ 23:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 20:26; ມຣກ 9:35; ລກ 22:26

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 20

ມັດທາຍ 23:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 16:18
  • +ສພສ 29:23; ມທ 18:4; ລກ 14:11; ຣມ 12:3; 1ປຕ 5:5

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 20

ມັດທາຍ 23:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລກ 11:52

ມັດທາຍ 23:14

ໄຂເງື່ອນ

  • *

    ເບິ່ງ​ພາກ​ຜະໜວກ ກ3

ມັດທາຍ 23:15

ໄຂເງື່ອນ

  • *

    ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 6:2; ລກ 12:56

ມັດທາຍ 23:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 15:14
  • +ມທ 5:34, 35

ມັດທາຍ 23:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 8:13

ມັດທາຍ 23:23

ໄຂເງື່ອນ

  • *

    ສະໝຸນໄພ​ຊະນິດ​ໜຶ່ງ​ທີ່​ເຜັດ​ຄື​ກັບ​ພິກ​ໄທ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 27:30
  • +ມກ 6:8; ຢຮ 7:24
  • +ມທ 9:13; 12:7
  • +ລກ 11:42

ດັດສະນີ

  • ຄູ່ມືຄົ້ນຄວ້າ

    “ຕາມເຮົາໄປ” ໜ້າ 103

    ຫໍສັງເກດການ (ສຶກສາ)

    11/2017, ໜ້າ 15-16

ມັດທາຍ 23:24

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 15:14
  • +ລລວ 11:23
  • +ລລວ 11:4

ມັດທາຍ 23:25

ໄຂເງື່ອນ

  • *

    ຫຼື “ການ​ປຸ້ນ​ຈີ້”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມຣກ 7:3, 4
  • +ມຣກ 12:38, 40
  • +ລກ 11:39

ມັດທາຍ 23:27

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລກ 12:56
  • +ລກ 11:44; ກຈກ 23:3

ມັດທາຍ 23:28

ໄຂເງື່ອນ

  • *

    ຫຼື “ບໍ່​ເຮັດ​ຕາມ​ກົດໝາຍ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລກ 16:15

ມັດທາຍ 23:29

ໄຂເງື່ອນ

  • *

    ຫຼື “ຄົນ​ທີ່​ພະເຈົ້າ​ຖື​ວ່າ​ເຮັດ​ສິ່ງ​ທີ່​ຖືກຕ້ອງ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 6:2
  • +ລກ 11:47

ມັດທາຍ 23:31

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລກ 11:48; ກຈກ 7:52; ຮຣ 11:32, 37

ມັດທາຍ 23:33

ໄຂເງື່ອນ

  • *

    ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 3:7; 12:34; ລກ 3:7
  • +ມທ 10:28; ລກ 12:5

ມັດທາຍ 23:34

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລກ 11:49-51
  • +ມທ 13:52
  • +ຢຮ 16:2; ກຈກ 7:59
  • +ກຈກ 5:40; 2ກຣ 11:24
  • +ລກ 21:12

ມັດທາຍ 23:35

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 4:8, 10; ຮຣ 11:4
  • +2ຂຄ 24:20-22

ມັດທາຍ 23:37

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຮ 8:59; ຮຣ 11:32, 37
  • +ລກ 13:34; 19:41, 42

ມັດທາຍ 23:38

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ເຮືອນ​ຂອງ​ພວກ​ເຈົ້າ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 9:7, 8; ຢຣມ 12:7; 22:5; ມທ 21:43; ລກ 21:20

ມັດທາຍ 23:39

ໄຂເງື່ອນ

  • *

    ເບິ່ງ​ພາກ​ຜະໜວກ ກ5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 118:26

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ມທ. 23:3ມລກ 2:7, 8
ມທ. 23:4ມທ 11:28
ມທ. 23:4ລກ 11:46
ມທ. 23:5ມທ 6:1, 2
ມທ. 23:5ພບຍ 6:6, 8
ມທ. 23:5ຈຊບ 15:38, 39
ມທ. 23:6ມຣກ 12:38, 39; ລກ 11:43; 14:7, 10; 20:46
ມທ. 23:8ຢຮ 13:13
ມທ. 23:9ມທ 6:9
ມທ. 23:11ມທ 20:26; ມຣກ 9:35; ລກ 22:26
ມທ. 23:12ສພສ 16:18
ມທ. 23:12ສພສ 29:23; ມທ 18:4; ລກ 14:11; ຣມ 12:3; 1ປຕ 5:5
ມທ. 23:13ລກ 11:52
ມທ. 23:15ມທ 6:2; ລກ 12:56
ມທ. 23:16ມທ 15:14
ມທ. 23:16ມທ 5:34, 35
ມທ. 23:211ກສ 8:13
ມທ. 23:23ລລວ 27:30
ມທ. 23:23ມກ 6:8; ຢຮ 7:24
ມທ. 23:23ມທ 9:13; 12:7
ມທ. 23:23ລກ 11:42
ມທ. 23:24ມທ 15:14
ມທ. 23:24ລລວ 11:23
ມທ. 23:24ລລວ 11:4
ມທ. 23:25ມຣກ 7:3, 4
ມທ. 23:25ມຣກ 12:38, 40
ມທ. 23:25ລກ 11:39
ມທ. 23:27ລກ 12:56
ມທ. 23:27ລກ 11:44; ກຈກ 23:3
ມທ. 23:28ລກ 16:15
ມທ. 23:29ມທ 6:2
ມທ. 23:29ລກ 11:47
ມທ. 23:31ລກ 11:48; ກຈກ 7:52; ຮຣ 11:32, 37
ມທ. 23:33ມທ 3:7; 12:34; ລກ 3:7
ມທ. 23:33ມທ 10:28; ລກ 12:5
ມທ. 23:34ລກ 11:49-51
ມທ. 23:34ມທ 13:52
ມທ. 23:34ຢຮ 16:2; ກຈກ 7:59
ມທ. 23:34ກຈກ 5:40; 2ກຣ 11:24
ມທ. 23:34ລກ 21:12
ມທ. 23:35ປຖກ 4:8, 10; ຮຣ 11:4
ມທ. 23:352ຂຄ 24:20-22
ມທ. 23:37ຢຮ 8:59; ຮຣ 11:32, 37
ມທ. 23:37ລກ 13:34; 19:41, 42
ມທ. 23:381ກສ 9:7, 8; ຢຣມ 12:7; 22:5; ມທ 21:43; ລກ 21:20
ມທ. 23:39ພສ 118:26
  • ຄຳພີໄບເບິນສະບັບແປໂລກໃໝ່
  • ອ່ານໃນ ພະຄຳພີຄລິດສະຕຽນພາກພາສາກຣີກ
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
  • 31
  • 32
  • 33
  • 34
  • 35
  • 36
  • 37
  • 38
  • 39
ຄຳພີໄບເບິນສະບັບແປໂລກໃໝ່
ມັດທາຍ 23:1-39

ຂ່າວດີທີ່ຂຽນໂດຍມັດທາຍ

23 ຈາກນັ້ນ ພະ​ເຢຊູ​ກໍ​ເວົ້າ​ກັບ​ປະຊາຊົນ​ແລະ​ລູກສິດ​ຂອງ​ເພິ່ນ​ວ່າ: 2 “ພວກ​ຄູ​ສອນ​ສາສະໜາ​ກັບ​ພວກ​ຟາຣີຊາຍ​ຕັ້ງ​ໂຕເອງ​ໃຫ້​ຢູ່​ໃນ​ຕຳແໜ່ງ​ຂອງ​ໂມເຊ. 3 ດັ່ງນັ້ນ ໃຫ້​ເຮັດ​ຕາມ​ທຸກ​ສິ່ງ​ທີ່​ເຂົາເຈົ້າ​ສອນ ແຕ່​ຢ່າ​ເຮັດ​ຕາມ​ສິ່ງ​ທີ່​ເຂົາເຈົ້າ​ເຮັດ ຍ້ອນ​ເຂົາເຈົ້າ​ສອນ​ແນວ​ໜຶ່ງ​ແຕ່​ເຮັດ​ອີກ​ແນວ​ໜຶ່ງ.+ 4 ເຂົາເຈົ້າ​ຕັ້ງ​ກົດ​ຫຼາຍ​ຢ່າງ​ຄື​ກັບ​ເອົາ​ເຄື່ອງ​ທີ່​ໜັກ​ໆ​ໃຫ້​ຄົນ​ອື່ນ​ແບກ​ໄວ້+ ແຕ່​ເຂົາເຈົ້າ​ຮອດ​ບໍ່​ເອົາ​ນິ້ວ​ມື​ແຕະ​ຊ້ຳ.*+ 5 ເຂົາເຈົ້າ​ເຮັດ​ທຸກ​ຢ່າງ​ກໍ​ເພື່ອ​ອວດ​ຄົນ​ອື່ນ.+ ຕົວຢ່າງ​ເຊັ່ນ: ກ່ອງ​ໃສ່​ຂໍ້​ພະຄຳພີ​ທີ່​ເຂົາເຈົ້າ​ໃສ່​ເປັນ​ເຄື່ອງ​ລາງ ເຂົາເຈົ້າ​ກໍ​ເຮັດ​ໃຫ້​ໃຫຍ່​ຂຶ້ນ+ ແລະ​ເຮັດ​ຍອຍ​ເສື້ອ​ໃຫ້​ຍາວ​ໆ​.+ 6 ເຂົາເຈົ້າ​ມັກ​ນັ່ງ​ໃນ​ບ່ອນ​ທີ່​ມີ​ກຽດ​ທີ່​ສຸດ​ຢູ່​ງານ​ລ້ຽງ ມັກ​ນັ່ງ​ແຖວ​ໜ້າ​ສຸດ*​ຢູ່​ບ່ອນ​ປະຊຸມ+ 7 ມັກ​ໃຫ້​ຄົນ​ອື່ນ​ກົ້ມ​ຄຳນັບ​ຢູ່​ຕະຫຼາດ ແລະ​ມັກ​ໃຫ້​ຄົນ​ອື່ນ​ເອີ້ນ​ວ່າອາຈານ.* 8 ສ່ວນ​ພວກ​ເຈົ້າ ຢ່າ​ໃຫ້​ຜູ້​ໃດ​ເອີ້ນ​ວ່າ​ອາຈານ ຍ້ອນ​ພວກ​ເຈົ້າ​ມີ​ອາຈານ​ແຕ່​ຄົນ​ດຽວ.+ ພວກ​ເຈົ້າ​ທຸກ​ຄົນ​ເປັນ​ພີ່ນ້ອງ​ກັນ. 9 ຢ່າ​ເອີ້ນ​ຜູ້​ໃດ​ໃນ​ໂລກ​ນີ້​ວ່າ​ພໍ່* ຍ້ອນ​ພວກ​ເຈົ້າ​ມີ​ພໍ່​ແຕ່​ຜູ້​ດຽວ+ ແລະ​ເພິ່ນ​ຢູ່​ໃນ​ສະຫວັນ. 10 ຢ່າ​ໃຫ້​ຜູ້​ໃດ​ເອີ້ນ​ພວກ​ເຈົ້າ​ວ່າ​ຜູ້​ນຳ ຍ້ອນ​ພວກ​ເຈົ້າ​ມີ​ຜູ້​ນຳ​ແຕ່​ຜູ້​ດຽວ ແລະ​ຜູ້​ນັ້ນ​ແມ່ນ​ພະຄລິດ. 11 ສ່ວນ​ຄົນ​ທີ່​ເປັນ​ໃຫຍ່​ທີ່​ສຸດ​ໃນ​ພວກ​ເຈົ້າ​ຕ້ອງ​ເປັນ​ຜູ້​ຮັບໃຊ້​ຄົນ​ອື່ນ.+ 12 ຄົນ​ທີ່​ຍົກ​ໂຕເອງ​ຂຶ້ນ​ຈະ​ຖືກ​ກົດ​ໃຫ້​ຕ່ຳ​ລົງ+ ແລະ​ຄົນ​ທີ່​ຖ່ອມ​ໂຕ​ລົງ​ຈະ​ຖືກ​ຍົກ​ໃຫ້​ສູງ​ຂຶ້ນ.+

13 ພວກ​ຄູ​ສອນ​ສາສະໜາ​ແລະ​ພວກ​ຟາຣີຊາຍ​ທີ່​ໜ້າ​ຊື່​ໃຈ​ຄົດ ພວກ​ເຈົ້າ​ຕ້ອງ​ຖືກ​ໂທດ​ໜັກ​ແທ້​ໆ​! ຍ້ອນ​ພວກ​ເຈົ້າ​ອັດ​ທາງ​ບໍ່​ໃຫ້​ຄົນ​ອື່ນ​ມີ​ສ່ວນ​ໃນ​ການ​ປົກຄອງ​ທີ່​ຢູ່​ໃນ​ສະຫວັນ. ພວກ​ເຈົ້າ​ເອງ​ບໍ່​ເຂົ້າ​ໄປ ແຕ່​ເມື່ອ​ຄົນ​ອື່ນ​ຢາກ​ຈະ​ເຂົ້າ ພວກ​ເຈົ້າ​ກໍ​ກີດ​ກັນ​ເຂົາເຈົ້າ​ໄວ້.+ 14*​——

15 ພວກ​ຄູ​ສອນ​ສາສະໜາ​ແລະ​ພວກ​ຟາຣີຊາຍ​ທີ່​ໜ້າ​ຊື່​ໃຈ​ຄົດ ພວກ​ເຈົ້າ​ຕ້ອງ​ຖືກ​ໂທດ​ໜັກ​ແທ້​ໆ​!+ ຍ້ອນ​ພວກ​ເຈົ້າ​ໄປ​ທຸກ​ບ່ອນ​ທັງ​ທາງ​ບົກ​ແລະ​ທາງ​ທະເລ​ເພື່ອ​ຈະ​ໄດ້​ຈັກ​ຄົນ​ໜຶ່ງ​ມາ​ເຂົ້າ​ສາສະໜາ ແຕ່​ເມື່ອ​ໄດ້​ແລ້ວ ພວກ​ເຈົ້າ​ພັດ​ເຮັດ​ໃຫ້​ລາວ​ຕ້ອງ​ໄປ​ເກເຮັນນາ*​ແລະ​ລາວ​ຈະ​ມີ​ຄວາມ​ຜິດ​ຫຼາຍ​ກວ່າ​ພວກ​ເຈົ້າ​ເຖິງ 2 ເທົ່າ.

16 ພວກ​ຄົນ​ນຳ​ທາງ​ທີ່​ຕາບອດ ພວກ​ເຈົ້າ​ຕ້ອງ​ຖືກ​ໂທດ​ໜັກ​ແທ້​ໆ​+​ທີ່​ສອນ​ວ່າ ‘ຖ້າ​ຜູ້​ໃດ​ສາບານ​ໂດຍອ້າງ​ວິຫານ ລາວ​ບໍ່​ຕ້ອງ​ເຮັດ​ຕາມ​ກໍ​ໄດ້. ແຕ່​ຖ້າ​ຜູ້​ໃດ​ສາບານ​ໂດຍ​ອ້າງ​ຄຳ​ໃນ​ວິຫານ ລາວ​ຈະ​ຕ້ອງ​ເຮັດ​ຕາມ.’+ 17 ຈັ່ງ​ແມ່ນ​ພວກ​ເຈົ້າ​ໂງ່​ແລະ​ຕາບອດ​ນໍ້! ອັນ​ໃດ​ສຳຄັນ​ກວ່າ​ກັນ ຄຳ​ຫຼື​ວິຫານ​ທີ່​ເຮັດ​ໃຫ້​ຄຳ​ນັ້ນ​ສັກສິດ? 18 ພວກ​ເຈົ້າ​ຍັງ​ສອນ​ອີກ​ວ່າ ‘ຖ້າ​ຜູ້​ໃດ​ສາບານ​ໂດຍ​ອ້າງ​ແທ່ນ​ບູຊາ ລາວ​ບໍ່​ຕ້ອງ​ເຮັດ​ຕາມ​ກໍ​ໄດ້. ແຕ່​ຖ້າ​ຜູ້​ໃດ​ສາບານ​ໂດຍ​ອ້າງ​ເຄື່ອງ​ບູຊາ​ທີ່​ຢູ່​ເທິງ​ແທ່ນ ລາວ​ຈະ​ຕ້ອງ​ເຮັດ​ຕາມ.’ 19 ພວກ​ຕາບອດ​ເອີ້ຍ! ອັນ​ໃດ​ສຳຄັນ​ກວ່າ​ກັນ ເຄື່ອງ​ບູຊາ​ຫຼື​ແທ່ນ​ບູຊາ​ທີ່​ເຮັດ​ໃຫ້​ເຄື່ອງ​ບູຊາ​ນັ້ນ​ສັກສິດ? 20 ດັ່ງນັ້ນ ຄົນ​ທີ່​ສາບານ​ໂດຍ​ອ້າງ​ແທ່ນ​ບູຊາ ລາວ​ກໍ​ສາບານ​ໂດຍ​ອ້າງ​ໝົດ​ແທ່ນ​ແລະ​ທຸກ​ສິ່ງ​ທີ່​ຢູ່​ເທິງ​ແທ່ນ​ນັ້ນ. 21 ຄົນ​ທີ່​ສາບານ​ໂດຍ​ອ້າງ​ວິຫານ ລາວ​ກໍ​ສາບານ​ໂດຍ​ອ້າງ​ໝົດ​ວິຫານ​ແລະ​ພະເຈົ້າ​ຜູ້​ເປັນ​ເຈົ້າ​ຂອງ​ວິຫານ​ນຳ.+ 22 ຜູ້​ທີ່​ສາບານ​ໂດຍ​ອ້າງ​ສະຫວັນ ລາວ​ກໍ​ສາບານ​ໂດຍ​ອ້າງ​ໝົດ​ບັນລັງ​ຂອງ​ພະເຈົ້າ​ແລະ​ຜູ້​ທີ່​ນັ່ງ​ເທິງ​ບັນລັງ​ນັ້ນ​ນຳ.

23 ພວກ​ຄູ​ສອນ​ສາສະໜາ​ແລະ​ພວກ​ຟາຣີຊາຍ​ທີ່​ໜ້າ​ຊື່​ໃຈ​ຄົດ ພວກ​ເຈົ້າ​ຕ້ອງ​ຖືກ​ໂທດ​ໜັກ​ແທ້​ໆ​! ຍ້ອນ​ພວກ​ເຈົ້າ​ເອົາ 1 ສ່ວນ 10 ຂອງ​ຫອມ​ລາບ ຜັກຊີ ແລະເມັດ​ຄູມິນ*​ມາ​ໃຫ້​ພະເຈົ້າ+ ແຕ່​ພັດ​ເບິ່ງ​ຂ້າມ​ສິ່ງ​ທີ່​ສຳຄັນ​ກວ່າ​ໃນ​ກົດໝາຍ​ຂອງ​ໂມເຊ​ໃນ​ເລື່ອງ​ຄວາມ​ຍຸຕິທຳ+ ຄວາມ​ເມດຕາ+ ແລະ​ຄວາມ​ສັດຊື່. ພວກ​ເຈົ້າ​ຕ້ອງ​ໃຫ້​ສິ່ງ​ເຫຼົ່າ​ນີ້​ຢູ່​ແລ້ວ ແຕ່​ກໍ​ຕ້ອງ​ບໍ່​ເບິ່ງ​ຂ້າມ​ສິ່ງ​ທີ່​ສຳຄັນ​ກວ່າ.+ 24 ຄົນ​ນຳ​ທາງ​ທີ່​ຕາບອດ​ເອີ້ຍ+ ພວກ​ເຈົ້າ​ຕອງ​ໂຕ​ຮີ້ນ​ອອກ+​ແຕ່​ພັດ​ກືນ​ໂຕ​ອູດ​ລົງ​ໄປ!+

25 ພວກ​ຄູ​ສອນ​ສາສະໜາ​ແລະ​ພວກ​ຟາຣີຊາຍ​ທີ່​ໜ້າ​ຊື່​ໃຈ​ຄົດ ພວກ​ເຈົ້າ​ຕ້ອງ​ຖືກ​ໂທດ​ໜັກ​ແທ້​ໆ​! ຍ້ອນ​ພວກ​ເຈົ້າ​ເປັນ​ຄື​ກັບ​ຈອກ​ແລະ​ຈານ​ທີ່​ລ້າງ​ແຕ່​ທາງ​ນອກ+ ສ່ວນ​ທາງ​ໃນ​ພັດ​ມີ​ແຕ່​ຄວາມ​ໂລບ*+​ແລະ​ຄວາມ​ຢາກ​ໄດ້​ຈົນ​ບໍ່​ມືນ​ຫູ​ມືນ​ຕາ.+ 26 ພວກ​ຟາຣີຊາຍ​ທີ່​ຕາບອດ ໃຫ້​ລ້າງ​ຈອກ​ແລະ​ລ້າງ​ຈານ​ທາງ​ໃນ​ກ່ອນ ແລ້ວ​ທາງ​ນອກ​ຈຶ່ງ​ຈະ​ສະອາດ.

27 ພວກ​ຄູ​ສອນ​ສາສະໜາ​ແລະ​ພວກ​ຟາຣີຊາຍ​ທີ່​ໜ້າ​ຊື່​ໃຈ​ຄົດ ພວກ​ເຈົ້າ​ຕ້ອງ​ຖືກ​ໂທດ​ໜັກ​ແທ້​ໆ​!+ ຍ້ອນ​ພວກ​ເຈົ້າ​ເປັນ​ຄື​ກັບ​ບ່ອນ​ຝັງ​ສົບ​ທີ່​ທາ​ດ້ວຍ​ສີ​ຂາວ+ ທາງ​ນອກ​ເບິ່ງ​ສະອາດ​ງາມ​ຕາ ແຕ່​ທາງ​ໃນ​ພັດ​ມີ​ແຕ່​ກະດູກ​ຄົນ​ຕາຍ​ແລະ​ແນວ​ເປື້ອນ​ໆ​. 28 ພວກ​ເຈົ້າ​ກໍ​ເປັນ​ແບບ​ນັ້ນ​ແຫຼະ. ທາງ​ນອກ​ພວກ​ເຈົ້າ​ທຳທ່າ​ເຮັດ​ໃຫ້​ຄົນ​ອື່ນ​ເຫັນ​ວ່າ​ເປັນ​ຄົນ​ດີ ແຕ່​ທາງ​ໃນ​ພັດ​ມີ​ແຕ່​ຄວາມ​ຫຼອກລວງ​ແລະ​ຄວາມ​ຊົ່ວ.*+

29 ພວກ​ຄູ​ສອນ​ສາສະໜາ​ແລະ​ພວກ​ຟາຣີຊາຍ​ທີ່​ໜ້າ​ຊື່​ໃຈ​ຄົດ ພວກ​ເຈົ້າ​ຕ້ອງ​ຖືກ​ໂທດ​ໜັກ​ແທ້​ໆ​!+ ຍ້ອນ​ພວກ​ເຈົ້າ​ເຮັດ​ບ່ອນ​ຝັງ​ສົບ​ຂອງ​ພວກ​ຜູ້​ພະຍາກອນ​ແລະ​ຕົກແຕ່ງ​ທາດ​ໃສ່​ກະດູກ​ຄົນ​ຂອງ​ພະເຈົ້າ*+ 30 ແລະ​ເວົ້າ​ວ່າ ‘ຖ້າ​ພວກ​ເຮົາ​ຢູ່​ໃນ​ສະໄໝ​ຂອງ​ປູ່ຍ່າ​ຕານາຍ ພວກ​ເຮົາ​ຈະ​ບໍ່​ຍອມ​ຮ່ວມ​ມື​ກັບ​ເຂົາເຈົ້າ​ໃນ​ການ​ຂ້າ​ຜູ້​ພະຍາກອນ​ດອກ.’ 31 ພວກ​ເຈົ້າ​ເວົ້າ​ແບບ​ນີ້​ກໍ​ສ່ຳ​ກັບ​ຍອມຮັບ​ວ່າ​ພວກ​ເຈົ້າ​ເປັນ​ລູກ​ຂອງ​ຄົນ​ທີ່​ຂ້າ​ຜູ້​ພະຍາກອນ.+ 32 ດັ່ງນັ້ນ ສິ່ງ​ທີ່​ປູ່ຍ່າ​ຕານາຍ​ຂອງ​ພວກ​ເຈົ້າ​ໄດ້​ເລີ່ມ​ຕົ້ນ​ເຮັດ ໃຫ້​ພວກ​ເຈົ້າ​ເຮັດ​ຕໍ່​ໃຫ້​ມັນ​ແລ້ວ.

33 ພວກ​ເຈົ້າ​ທີ່​ເປັນ​ຄື​ກັບ​ງູ​ພິດ+ ພວກ​ເຈົ້າ​ຈະ​ພົ້ນ​ໂທດ​ໃນ​ເກເຮັນນາ*​ບໍ່​ໄດ້​ດອກ.+ 34 ຂ້ອຍ​ຈະ​ສົ່ງ​ຜູ້​ພະຍາກອນ+ ຄົນ​ສະຫຼາດ ແລະ​ຄູ​ສອນ​ມາ​ຫາ​ພວກ​ເຈົ້າ​ອີກ.+ ແຕ່​ພວກ​ເຈົ້າ​ຈະ​ຈັບ​ບາງ​ຄົນ​ໄປ​ຂ້າ+ ຈະ​ປະຫານ​ບາງ​ຄົນ​ເທິງ​ເສົາ ຈະ​ເອົາ​ແສ້​ທີ່​ມີ​ແນວ​ແຫຼມ​ໆ​ຕິດ​ຢູ່​ຟາດ​ບາງ​ຄົນ+​ໃນ​ບ່ອນ​ປະຊຸມ ແລະ​ຈະ​ໄລ່ລ່າ​ບາງ​ຄົນ+​ຕາມ​ເມືອງ​ຕ່າງ​ໆ​. 35 ດັ່ງນັ້ນ ພວກ​ເຈົ້າ​ຈະ​ຕ້ອງ​ຮັບຜິດຊອບ​ການ​ຕາຍ​ຂອງ​ຄົນ​ຂອງ​ພະເຈົ້າ​ທຸກ​ຄົນ​ທີ່​ຖືກ​ຂ້າ​ໃນ​ໂລກ ນັບ​ຕັ້ງແຕ່​ອາເບັນ+​ຈົນ​ຮອດ​ເຊຄາຣີຢາ​ລູກ​ຊາຍ​ຂອງ​ບາຣາຂີຢາ​ທີ່​ພວກ​ເຈົ້າ​ຂ້າ​ຕາຍ​ຢູ່​ລະຫວ່າງ​ວິຫານ​ກັບ​ແທ່ນ​ບູຊາ.+ 36 ຂ້ອຍ​ຈະ​ບອກ​ໃຫ້​ຮູ້​ວ່າ ໂທດ​ທັງໝົດ​ນັ້ນ​ຈະ​ຕົກ​ຢູ່​ກັບ​ຄົນ​ສະໄໝ​ນີ້​ແນ່ນອນ.

37 ຄົນ​ໃນ​ເມືອງ​ເຢຣູຊາເລັມ ຄົນ​ໃນ​ເມືອງ​ເຢຣູຊາເລັມ​ເອີ້ຍ ພວກ​ເຈົ້າ​ຂ້າ​ພວກ​ຜູ້​ພະຍາກອນ​ແລະ​ດຶກ​ກ້ອນ​ຫີນ​ໃສ່​ຄົນ​ທີ່​ພະເຈົ້າ​ສົ່ງ​ມາ.+ ຫຼາຍ​ເທື່ອ​ແລ້ວ​ທີ່​ຂ້ອຍ​ຢາກ​ລວບລວມ​ພວກ​ເຈົ້າ​ໃຫ້​ມາ​ຢູ່​ນຳ​ກັນ ຄື​ກັບ​ໄກ່​ແມ່​ລູກ​ອ່ອນ​ທີ່​ລວບລວມ​ລູກ​ຂອງ​ມັນ​ໃຫ້​ມາ​ຢູ່​ກ້ອງ​ປີກ ແຕ່​ພວກ​ເຈົ້າ​ພັດ​ບໍ່​ມາ.+ 38 ຍ້ອນ​ແນວ​ນີ້ ວິຫານ​ຫຼັງ​ນີ້*​ຈະ​ຖືກ​ປະຖິ້ມ​ໃຫ້​ຮ້າງ​ເປົ່າ​ໄວ້​ນຳ​ພວກ​ເຈົ້າ.+ 39 ຂ້ອຍ​ຈະ​ບອກ​ໃຫ້​ຮູ້​ວ່າ ພວກ​ເຈົ້າ​ຈະ​ບໍ່​ໄດ້​ເຫັນ​ຂ້ອຍ​ອີກ​ຈົນ​ກວ່າ​ຈະ​ເວົ້າ​ວ່າ ‘ຂໍ​ໃຫ້​ທ່ານ​ທີ່​ມາ​ໃນ​ນາມ​ພະ​ເຢໂຫວາ*​ໄດ້​ຮັບ​ພອນ!’”+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌