ຂ່າວດີທີ່ຂຽນໂດຍໂຢຮັນ
9 ຕອນທີ່ພະເຢຊູກຳລັງຍ່າງໄປ ເພິ່ນເຫັນຜູ້ຊາຍຄົນໜຶ່ງທີ່ຕາບອດມາຕັ້ງແຕ່ເກີດ. 2 ພວກລູກສິດຖາມເພິ່ນວ່າ: “ອາຈານ+ ຜູ້ນີ້ເກີດມາຕາບອດຍ້ອນຄວາມຜິດຂອງໃຜ ຂອງລາວຫຼືຂອງພໍ່ແມ່?” 3 ພະເຢຊູຕອບວ່າ: “ບໍ່ແມ່ນຍ້ອນຄວາມຜິດຂອງລາວຫຼືຂອງພໍ່ແມ່ ແຕ່ການທີ່ລາວຕາບອດແບບນີ້ຈະຊ່ວຍໃຫ້ຄົນໄດ້ເຫັນສິ່ງທີ່ພະເຈົ້າເຮັດໄດ້.+ 4 ພວກເຮົາຕ້ອງເຮັດວຽກຂອງຜູ້ທີ່ໃຊ້ຂ້ອຍມາໃນຕອນທີ່ຍັງເປັນກາງເວັນຢູ່.+ ກາງຄືນກຳລັງຈະມາ ແລະເມື່ອຮອດຕອນນັ້ນຈະບໍ່ມີໃຜເຮັດວຽກໄດ້. 5 ຕອນທີ່ຂ້ອຍຍັງຢູ່ໃນໂລກ ຂ້ອຍເປັນຄວາມສະຫວ່າງໃຫ້ໂລກ.”+ 6 ເມື່ອເວົ້າຈົບແລ້ວ ພະເຢຊູກໍຖົ່ມນ້ຳລາຍລົງດິນ ເຮັດເປັນຂີ້ຕົມ ແລ້ວເອົາໄປທາຕາຂອງຜູ້ຊາຍທີ່ຕາບອດນັ້ນ+ 7 ແລະບອກລາວວ່າ: “ໃຫ້ໄປລ້າງຂີ້ຕົມອອກຢູ່ສະນ້ຳຊີໂລອາມ.” (ຊີໂລອາມແປວ່າ “ໄຫຼອອກມາ.”) ລາວຈຶ່ງໄປລ້າງຂີ້ຕົມອອກ ແລະເມື່ອກັບມາລາວກໍເຫັນຮຸ່ງ.+
8 ເພື່ອນບ້ານແລະຫຼາຍຄົນທີ່ເຄີຍເຫັນລາວຂໍທານກໍພາກັນເວົ້າວ່າ: “ຜູ້ນີ້ແມ່ນຄົນທີ່ເຄີຍນັ່ງຂໍທານບໍ່ແມ່ນບໍ?” 9 ບາງຄົນບອກວ່າ: “ແມ່ນລາວແທ້ໆ.” ແຕ່ບາງຄົນກໍເວົ້າວ່າ: “ບໍ່ແມ່ນດອກ ຄົນໜ້າຄືກັນຊື່ໆ.” ຜູ້ຊາຍທີ່ຕາບອດຢືນຢັນກັບເຂົາເຈົ້າວ່າ: “ຂ້ອຍນິແຫຼະແມ່ນຜູ້ນັ້ນ.” 10 ເຂົາເຈົ້າຈຶ່ງຖາມລາວວ່າ: “ເຈົ້າເຫັນຮຸ່ງໄດ້ຈັ່ງໃດ?” 11 ລາວຕອບວ່າ: “ຄົນທີ່ຊື່ເຢຊູເອົາຂີ້ຕົມມາທາຕາຂ້ອຍ ແລ້ວບອກວ່າ ‘ໃຫ້ໄປລ້າງຂີ້ຕົມອອກຢູ່ສະນ້ຳຊີໂລອາມ.’+ ເມື່ອໄປລ້າງຂີ້ຕົມອອກ ຂ້ອຍກໍເຫັນຮຸ່ງ.” 12 ເຂົາເຈົ້າຖາມອີກວ່າ: “ຜູ້ນັ້ນຢູ່ໃສ?” ລາວຕອບວ່າ: “ຂ້ອຍບໍ່ຮູ້.”
13 ເຂົາເຈົ້າຈຶ່ງພາຄົນທີ່ເຄີຍຕາບອດໄປຫາພວກຟາຣີຊາຍ. 14 ມື້ທີ່ພະເຢຊູເອົາຂີ້ຕົມທາຕາລາວໃຫ້ເຫັນຮຸ່ງ+ເປັນວັນຊະບາໂຕພໍດີ.+ 15 ພວກຟາຣີຊາຍກໍສໍ້ຖາມລາວຄືກັນວ່າລາວເຫັນຮຸ່ງໄດ້ຈັ່ງໃດ. ລາວຕອບເຂົາເຈົ້າວ່າ: “ຜູ້ນັ້ນເອົາຂີ້ຕົມມາທາຕາຂ້ອຍ. ເມື່ອໄປລ້າງອອກ ຂ້ອຍກໍເຫັນຮຸ່ງ.” 16 ຟາຣີຊາຍບາງຄົນເວົ້າຂຶ້ນມາວ່າ: “ຜູ້ນັ້ນບໍ່ໄດ້ມາຈາກພະເຈົ້າຍ້ອນລາວບໍ່ເຮັດຕາມກົດວັນຊະບາໂຕ.”+ ແຕ່ບາງຄົນເວົ້າວ່າ: “ຄົນທີ່ເຮັດຜິດກົດຈະເຮັດການອັດສະຈັນແບບນີ້ໄດ້ແນວໃດ?”+ ເຂົາເຈົ້າຈຶ່ງຂັດແຍ່ງກັນ.+ 17 ເຂົາເຈົ້າຖາມຄົນທີ່ເຄີຍຕາບອດອີກເທື່ອໜຶ່ງວ່າ: “ແລ້ວເຈົ້າເດ້ ຄິດວ່າຜູ້ທີ່ເຮັດໃຫ້ເຈົ້າເຫັນຮຸ່ງນັ້ນແມ່ນໃຜ?” ລາວຕອບວ່າ: “ເພິ່ນເປັນຜູ້ພະຍາກອນທີ່ມາຈາກພະເຈົ້າ.”
18 ແຕ່ພວກຜູ້ນຳຄົນຢິວບໍ່ເຊື່ອວ່າລາວເຄີຍຕາບອດແລະຕອນນີ້ເຫັນຮຸ່ງ ເຂົາເຈົ້າຈຶ່ງເອີ້ນພໍ່ແມ່ຂອງລາວມາ 19 ແລ້ວຖາມວ່າ: “ຜູ້ນີ້ແມ່ນລູກຊາຍຂອງພວກເຈົ້າທີ່ພວກເຈົ້າບອກວ່າຕາບອດມາຕັ້ງແຕ່ເກີດແມ່ນບໍ? ແລ້ວຕອນນີ້ລາວເຫັນຮຸ່ງໄດ້ຈັ່ງໃດ?” 20 ພໍ່ແມ່ຂອງລາວຕອບວ່າ: “ພວກເຮົາຮູ້ວ່າລາວເປັນລູກຂອງເຮົາ ແລະລາວຕາບອດມາຕັ້ງແຕ່ເກີດ. 21 ແຕ່ພວກເຮົາບໍ່ຮູ້ວ່າຕອນນີ້ລາວເຫັນຮຸ່ງໄດ້ແນວໃດ ແລະບໍ່ຮູ້ວ່າຜູ້ໃດເຮັດໃຫ້ລາວເຫັນຮຸ່ງ. ຖາມລາວເອງເດີ້. ລາວກະໃຫຍ່ແລ້ວ ໃຫ້ລາວຕອບເອງສະ.” 22 ພໍ່ແມ່ຂອງລາວເວົ້າແບບນີ້ຍ້ອນຢ້ານພວກຜູ້ນຳຄົນຢິວ+ ເພາະພວກຜູ້ນຳຄົນຢິວຕົກລົງກັນໄວ້ແລ້ວວ່າ ຖ້າຜູ້ໃດຍອມຮັບວ່າພະເຢຊູເປັນພະຄລິດ ຜູ້ນັ້ນຈະຖືກໄລ່ອອກຈາກບ່ອນປະຊຸມຂອງຄົນຢິວ.*+ 23 ພໍ່ແມ່ຂອງຄົນທີ່ຕາບອດຈຶ່ງເວົ້າວ່າ: “ລາວກໍໃຫຍ່ແລ້ວ ຖາມລາວເອງເດີ້.”
24 ເຂົາເຈົ້າກໍເອີ້ນຄົນທີ່ເຄີຍຕາບອດມາອີກແລະເວົ້າກັບລາວວ່າ: “ໃຫ້ບອກຄວາມຈິງຕໍ່ໜ້າພະເຈົ້າ. ພວກເຮົາຮູ້ວ່າຜູ້ຊາຍຄົນນັ້ນເຮັດຜິດກົດ.” 25 ລາວຕອບວ່າ: “ເພິ່ນເຮັດຜິດກົດຫຼືບໍ່ ຂ້ອຍບໍ່ຮູ້. ຂ້ອຍຮູ້ແຕ່ວ່າຂ້ອຍເຄີຍຕາບອດ ແຕ່ຕອນນີ້ເຫັນຮຸ່ງແລ້ວ.” 26 ພວກນັ້ນຖາມວ່າ: “ລາວເຮັດຫຍັງກັບເຈົ້າແດ່? ລາວເຮັດໃຫ້ເຈົ້າເຫັນຮຸ່ງໄດ້ຈັ່ງໃດ?” 27 ລາວຕອບວ່າ: “ຂ້ອຍບອກພວກເຈົ້າແລ້ວ ແຕ່ພວກເຈົ້າບໍ່ຟັງ. ເປັນຫຍັງຈຶ່ງຢາກໄດ້ຍິນອີກ? ພວກເຈົ້າຢາກເປັນລູກສິດຂອງລາວຄືກັນຫວະ?” 28 ພວກນັ້ນຈຶ່ງເວົ້າດູຖູກລາວວ່າ: “ເຈົ້າຫັ້ນແຫຼະເປັນລູກສິດຂອງລາວ ພວກເຮົາເປັນລູກສິດຂອງໂມເຊ. 29 ພວກເຮົາຮູ້ວ່າພະເຈົ້າເວົ້າກັບໂມເຊ ແຕ່ຜູ້ນັ້ນມາແຕ່ໃສພວກເຮົາບໍ່ຮູ້.” 30 ລາວຕອບພວກນັ້ນວ່າ: “ເຫຼືອເຊື່ອເນາະ ພວກເຈົ້າບໍ່ຮູ້ເສີຍວ່າຜູ້ນັ້ນມາແຕ່ໃສ ແຕ່ລາວເຮັດໃຫ້ຂ້ອຍເຫັນຮຸ່ງໄດ້. 31 ພວກເຮົາກໍຮູ້ວ່າພະເຈົ້າບໍ່ຟັງຄົນທີ່ເຮັດຜິດກົດ+ ແຕ່ຖ້າຜູ້ໃດຢ້ານຢຳພະເຈົ້າແລະເຮັດຕາມທີ່ເພິ່ນບອກ ເພິ່ນຈະຟັງຜູ້ນັ້ນ.+ 32 ຕັ້ງແຕ່ໃດໆມາ ບໍ່ເຄີຍໄດ້ຍິນວ່າມີໃຜເຮັດໃຫ້ຄົນທີ່ຕາບອດມາຕັ້ງແຕ່ເກີດເຫັນຮຸ່ງໄດ້. 33 ຖ້າຜູ້ຊາຍຄົນນັ້ນບໍ່ໄດ້ມາຈາກພະເຈົ້າ ລາວຄືຊິເຮັດແບບນີ້ບໍ່ໄດ້ດອກ.”+ 34 ພວກນັ້ນເວົ້າກັບລາວວ່າ: “ເຈົ້າເປັນຄົນບາບມາຕັ້ງແຕ່ເກີດ ຍັງກ້າມາສອນພວກເຮົາຫວະ?” ແລ້ວພວກນັ້ນກໍໄລ່ລາວອອກໄປ.+
35 ພະເຢຊູໄດ້ຍິນວ່າຜູ້ຊາຍຄົນນັ້ນຖືກໄລ່ອອກມາ ເມື່ອເຫັນລາວ ເພິ່ນກໍຖາມວ່າ: “ເຈົ້າມີຄວາມເຊື່ອໃນລູກມະນຸດບໍ?” 36 ລາວຕອບວ່າ: “ທ່ານເອີ້ຍ ເພິ່ນຜູ້ນັ້ນແມ່ນໃຜ ຂ້ອຍຈະໄດ້ເຊື່ອໃນເພິ່ນ?” 37 ພະເຢຊູບອກລາວວ່າ: “ເຈົ້າເຫັນເພິ່ນແລ້ວ ແລະຕອນນີ້ເພິ່ນກຳລັງເວົ້າກັບເຈົ້າຢູ່.” 38 ລາວເວົ້າອອກມາວ່າ: “ນາຍເອີ້ຍ ຂ້ອຍມີຄວາມເຊື່ອໃນທ່ານ.” ແລ້ວລາວກໍໝູບລົງສະແດງຄວາມນັບຖືເພິ່ນ. 39 ພະເຢຊູເວົ້າວ່າ: “ຂ້ອຍມາໂລກນີ້ເພື່ອໃຫ້ມີການຕັດສິນ. ຄົນຕາບອດຈະເຫັນຮຸ່ງ+ ແຕ່ຄົນທີ່ເຫັນຮຸ່ງຈະເປັນຄົນຕາບອດ.”+ 40 ພວກຟາຣີຊາຍທີ່ຢູ່ຫັ້ນໄດ້ຍິນທີ່ພະເຢຊູເວົ້າ ເຂົາເຈົ້າຈຶ່ງຖາມເພິ່ນວ່າ: “ເຈົ້າຄິດວ່າພວກເຮົາກໍຕາບອດຄືກັນຫວະ?” 41 ພະເຢຊູຕອບເຂົາເຈົ້າວ່າ: “ຖ້າພວກເຈົ້າຕາບອດ ພວກເຈົ້າກໍບໍ່ມີຄວາມຜິດຫຍັງ. ແຕ່ພວກເຈົ້າພັດເວົ້າວ່າ ‘ພວກເຮົາເຫັນຮຸ່ງ’ ພວກເຈົ້າຈຶ່ງຍັງມີຄວາມຜິດຢູ່.”+