ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 2 ກະສັດ 17
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມ 2 ກະສັດ

      • ໂຮເຊຢາ​ເປັນ​ກະສັດ​ປົກຄອງ​ອິດສະຣາເອນ (1-​4)

      • ອິດສະຣາເອນ​ຫຼົ້ມຈົມ (5, 6)

      • ພວກ​ອິດສະຣາເອນ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ຍ້ອນ​ນະມັດສະການ​ພະເຈົ້າ​ອື່ນ (7-​23)

      • ຄົນ​ຕ່າງ​ຊາດ​ຖືກ​ພາ​ມາ​ຢູ່​ຕາມ​ເມືອງ​ຕ່າງ​​ໆ​ຂອງ​ຊາມາເຣຍ (24-​26)

      • ພວກ​ຊາມາເຣຍ​ນັບ​ຖື​ສາສະໜາ​ປົນ​ກັນ (27-​41)

2 ກະສັດ 17:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 15:30

2 ກະສັດ 17:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 18:9; ອຊຢ 10:5, 6; ຮຊອ 10:14, 15
  • +2ກສ 18:14

2 ກະສັດ 17:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 31:1

2 ກະສັດ 17:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຮຊອ 13:16
  • +ລລວ 26:32, 33; ພບຍ 4:27; 28:64; 1ກສ 14:15
  • +1ຂຄ 5:26
  • +2ກສ 18:9-11

2 ກະສັດ 17:7

ໄຂເງື່ອນ

  • *

    ນີ້​ແມ່ນ​ຕຳແໜ່ງ​ກະສັດ​ຂອງ​ເອຢິບ

  • *

    ແປ​ຕາມ​ໂຕ​ວ່າ “ຢ້ານຢຳ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 20:2
  • +ອພຍ 20:5

2 ກະສັດ 17:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຮຊອ 12:11

2 ກະສັດ 17:10

ໄຂເງື່ອນ

  • *

    ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 34:13; ພບຍ 16:21, 22
  • +ພບຍ 12:2; ອຊຢ 57:5

2 ກະສັດ 17:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 20:23

2 ກະສັດ 17:12

ໄຂເງື່ອນ

  • *

    ຄຳ​ນີ້​ໃນ​ພາສາ​ເຮັບເຣີ​ອາດ​ກ່ຽວຂ້ອງ​ກັບ​ຄຳ​ວ່າ “ຂີ້​ສັດ” ແລະ​ໃຊ້​ໃນ​ລັກສະນະ​ດູຖູກ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 12:28-30; 21:25, 26
  • +ອພຍ 20:3-5; ລລວ 26:1; ພບຍ 4:23

2 ກະສັດ 17:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 24:18, 19; 36:15, 16; ຢຣມ 25:4
  • +ອຊຢ 55:7

2 ກະສັດ 17:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 1:32; 31:27

2 ກະສັດ 17:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 5:2; 29:12
  • +ຮຊອ 4:6
  • +ພບຍ 32:21; 1ຊມ 12:21
  • +ພສ 115:4-8; ອຊຢ 44:9
  • +ພບຍ 12:30

2 ກະສັດ 17:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 12:28-30
  • +1ກສ 14:15; 16:33
  • +ພບຍ 4:19; ຢຣມ 8:2
  • +1ກສ 16:30, 31; 22:51, 53; 2ກສ 10:21; 23:4, 5

2 ກະສັດ 17:17

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ຂາຍ​ໂຕເອງ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 16:1, 3
  • +ພບຍ 18:10; ມກ 5:12

2 ກະສັດ 17:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 23:12, 13; ອຊຢ 42:24

2 ກະສັດ 17:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 14:22; ຢຣມ 3:8
  • +ອຊກ 23:4, 11

2 ກະສັດ 17:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 12:20

2 ກະສັດ 17:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 12:28-30

2 ກະສັດ 17:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 28:45, 63; 1ກສ 14:16; ຮຊອ 1:4; ອມ 5:27; ມກ 1:6
  • +2ກສ 18:11

2 ກະສັດ 17:24

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 19:11, 13

2 ກະສັດ 17:25

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ຢ້ານຢຳ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 23:29

2 ກະສັດ 17:26

ໄຂເງື່ອນ

  • *

    ຫຼື “ທຳນຽມ​ຂອງ​ສາສະໜາ”

2 ກະສັດ 17:28

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ຢ້ານຢຳ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 28:18, 19; ຢຊ 16:1; 1ກສ 12:28, 29
  • +ຢຮ 4:20-22

2 ກະສັດ 17:30

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 17:24

2 ກະສັດ 17:31

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 18:34

2 ກະສັດ 17:32

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 12:31, 32; 13:33

2 ກະສັດ 17:33

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 17:24, 41

2 ກະສັດ 17:34

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 32:28

2 ກະສັດ 17:35

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 19:5; 24:7; ພບຍ 29:1
  • +ອພຍ 20:3-5; 23:24; 34:14; ພບຍ 5:9

2 ກະສັດ 17:36

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 6:6
  • +ພບຍ 6:12, 13

2 ກະສັດ 17:37

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 31:9

2 ກະສັດ 17:38

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 4:23

2 ກະສັດ 17:40

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 17:34

2 ກະສັດ 17:41

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຣ 4:1, 2

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

2ກສ. 17:12ກສ 15:30
2ກສ. 17:32ກສ 18:9; ອຊຢ 10:5, 6; ຮຊອ 10:14, 15
2ກສ. 17:32ກສ 18:14
2ກສ. 17:4ອຊຢ 31:1
2ກສ. 17:6ຮຊອ 13:16
2ກສ. 17:6ລລວ 26:32, 33; ພບຍ 4:27; 28:64; 1ກສ 14:15
2ກສ. 17:61ຂຄ 5:26
2ກສ. 17:62ກສ 18:9-11
2ກສ. 17:7ອພຍ 20:2
2ກສ. 17:7ອພຍ 20:5
2ກສ. 17:9ຮຊອ 12:11
2ກສ. 17:10ອພຍ 34:13; ພບຍ 16:21, 22
2ກສ. 17:10ພບຍ 12:2; ອຊຢ 57:5
2ກສ. 17:11ລລວ 20:23
2ກສ. 17:121ກສ 12:28-30; 21:25, 26
2ກສ. 17:12ອພຍ 20:3-5; ລລວ 26:1; ພບຍ 4:23
2ກສ. 17:132ຂຄ 24:18, 19; 36:15, 16; ຢຣມ 25:4
2ກສ. 17:13ອຊຢ 55:7
2ກສ. 17:14ພບຍ 1:32; 31:27
2ກສ. 17:15ພບຍ 5:2; 29:12
2ກສ. 17:15ຮຊອ 4:6
2ກສ. 17:15ພບຍ 32:21; 1ຊມ 12:21
2ກສ. 17:15ພສ 115:4-8; ອຊຢ 44:9
2ກສ. 17:15ພບຍ 12:30
2ກສ. 17:161ກສ 12:28-30
2ກສ. 17:161ກສ 14:15; 16:33
2ກສ. 17:16ພບຍ 4:19; ຢຣມ 8:2
2ກສ. 17:161ກສ 16:30, 31; 22:51, 53; 2ກສ 10:21; 23:4, 5
2ກສ. 17:172ກສ 16:1, 3
2ກສ. 17:17ພບຍ 18:10; ມກ 5:12
2ກສ. 17:18ຢຊ 23:12, 13; ອຊຢ 42:24
2ກສ. 17:191ກສ 14:22; ຢຣມ 3:8
2ກສ. 17:19ອຊກ 23:4, 11
2ກສ. 17:211ກສ 12:20
2ກສ. 17:221ກສ 12:28-30
2ກສ. 17:23ພບຍ 28:45, 63; 1ກສ 14:16; ຮຊອ 1:4; ອມ 5:27; ມກ 1:6
2ກສ. 17:232ກສ 18:11
2ກສ. 17:242ກສ 19:11, 13
2ກສ. 17:25ອພຍ 23:29
2ກສ. 17:28ປຖກ 28:18, 19; ຢຊ 16:1; 1ກສ 12:28, 29
2ກສ. 17:28ຢຮ 4:20-22
2ກສ. 17:302ກສ 17:24
2ກສ. 17:312ກສ 18:34
2ກສ. 17:321ກສ 12:31, 32; 13:33
2ກສ. 17:332ກສ 17:24, 41
2ກສ. 17:34ປຖກ 32:28
2ກສ. 17:35ອພຍ 19:5; 24:7; ພບຍ 29:1
2ກສ. 17:35ອພຍ 20:3-5; 23:24; 34:14; ພບຍ 5:9
2ກສ. 17:36ອພຍ 6:6
2ກສ. 17:36ພບຍ 6:12, 13
2ກສ. 17:37ພບຍ 31:9
2ກສ. 17:38ພບຍ 4:23
2ກສ. 17:402ກສ 17:34
2ກສ. 17:41ອຊຣ 4:1, 2
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
  • 31
  • 32
  • 33
  • 34
  • 35
  • 36
  • 37
  • 38
  • 39
  • 40
  • 41
ຄຳພີໄບເບິນສະບັບແປໂລກໃໝ່
2 ກະສັດ 17:1-41

ກະສັດ​ສະບັບ​ທີ​ສອງ

17 ໃນ​ປີ​ທີ 12 ທີ່​ກະສັດ​ອາຮາດ​ປົກຄອງ​ຢູດາ ໂຮເຊຢາ+ລູກ​ຊາຍ​ຂອງ​ເອລາ​ກໍ​ເປັນ​ກະສັດ​ອິດສະຣາເອນ​ຢູ່​ເມືອງ​ຊາມາເຣຍ. ລາວ​ປົກຄອງ 9 ປີ. 2 ລາວ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ເບິ່ງ​ວ່າ​ຊົ່ວ ແຕ່​ກໍ​ບໍ່​ຊົ່ວ​ສ່ຳ​ກັບ​ກະສັດ​ອິດສະຣາເອນ​ອົງ​ອື່ນ​ໆ​ທີ່​ປົກຄອງ​ກ່ອນ​ລາວ. 3 ຊັນມັນເນເສ​ກະສັດ​ຂອງ​ອັດຊີເຣຍ​ໄດ້​ມາ​ໂຈມຕີ​ອິດສະຣາເອນ+ ໂຮເຊຢາ​ຈຶ່ງ​ຮັບ​ໃຊ້​ລາວ​ແລະ​ເລີ່ມ​ເສຍສ່ວຍ​ໃຫ້​ລາວ.+ 4 ແຕ່​ກະສັດ​ອັດຊີເຣຍ​ຮູ້​ວ່າ​ໂຮເຊຢາ​ວາງແຜນ​ຈະ​ກະບົດ ເພາະ​ໂຮເຊຢາ​ສົ່ງ​ຄົນ​ໄປ​ຫາ​ໂສ​ກະສັດ​ຂອງ​ເອຢິບ+ ແລະ​ລາວ​ບໍ່​ໄດ້​ເສຍສ່ວຍ​ໃຫ້​ກະສັດ​ອັດຊີເຣຍ​ຄື​ກັບ​ທຸກ​ໆ​ປີ. ກະສັດ​ອັດຊີເຣຍ​ຈຶ່ງ​ຂັງ​ລາວ​ໄວ້​ໃນ​ຄຸກ​ແລະ​ລ່າມໂສ້ໄວ້.

5 ກະສັດ​ອັດຊີເຣຍ​ຍົກ​ກອງ​ທັບ​ໄປ​ບຸກ​ທົ່ວ​ອິດສະຣາເອນ ແລະ​ລ້ອມ​ເມືອງ​ຊາມາເຣຍ​ໄວ້ 3 ປີ. 6 ໃນ​ປີ​ທີ 9 ທີ່​ໂຮເຊຢາ​ປົກຄອງ ກະສັດ​ອັດຊີເຣຍ​ຍຶດ​ເມືອງ​ຊາມາເຣຍ​ໄດ້+ ແລ້ວ​ລາວ​ກໍ​ຈັບ​ພວກ​ອິດສະຣາເອນ​ໄປ​ເປັນ​ຊະເລີຍ+ຢູ່​ອັດຊີເຣຍ. ຈາກ​ນັ້ນ​ກໍ​ໃຫ້​ເຂົາ​ເຈົ້າ​ໄປ​ຢູ່​ຮາລາ​ກັບ​ຮາໂບ​ທີ່​ຢູ່​ໃກ້​ແມ່​ນ້ຳໂກຊານ+ ແລະ​ໃນ​ເມືອງ​ຕ່າງ​ໆ​ຂອງ​ພວກ​ເມເດຍ.+

7 ເລື່ອງ​ນີ້​ເກີດ​ຂຶ້ນ​ກໍ​ຍ້ອນ​ວ່າ​ພວກ​ອິດສະຣາເອນ​ເຮັດ​ຜິດ​ຕໍ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຂົາ​ເຈົ້າ​ຜູ້​ທີ່​ພາ​ເຂົາ​ເຈົ້າ​ອອກ​ມາ​ຈາກ​ເອຢິບ​ແລະ​ປົດ​ປ່ອຍ​ເຂົາ​ເຈົ້າ​ຈາກ​ການ​ເປັນ​ທາດ​ຂອງ​ຟາໂຣ.*+ ເຂົາ​ເຈົ້າ​ນະມັດສະການ*ພະເຈົ້າ​ອື່ນ.+ 8 ເຂົາ​ເຈົ້າ​ເຮັດ​ຕາມ​ທຳນຽມ​ຂອງ​ຊາດ​ຕ່າງ​ໆ​ທີ່​ພະ​ເຢໂຫວາ​ໄດ້​ໄລ່​ໜີ​ໄປ​ຈາກ​ພວກ​ອິດສະຣາເອນ ແລະ​ເຮັດ​ຕາມ​ທຳນຽມ​ທີ່​ກະສັດ​ອິດສະຣາເອນ​ອົງ​ອື່ນ​ໆ​ໄດ້​ຕັ້ງ​ຂຶ້ນ.

9 ພວກ​ອິດສະຣາເອນ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຂົາ​ເຈົ້າ​ເບິ່ງ​ວ່າ​ບໍ່​ຖືກຕ້ອງ. ເຂົາ​ເຈົ້າ​ຍັງ​ໄດ້​ສ້າງ​ບ່ອນ​ນະມັດສະການ​ຕ່າງ​ໆ​ໃນ​ທຸກ​ເມືອງ​ທີ່​ເຂົາ​ເຈົ້າ​ຢູ່+ ຕັ້ງ​ແຕ່​ເມືອງ​ນ້ອຍ​ໆ​ທີ່​ເປັນ​ຫໍ​ຄອຍ​ຈົນ​ຮອດ​ເມືອງ​ໃຫຍ່​ໆ​ທີ່​ມີ​ກຳແພງ​ອ້ອມ. 10 ເຂົາ​ເຈົ້າ​ຕັ້ງ​ເສົາ​ຫີນ​ສັກສິດ​ແລະ​ເສົາ​ໄມ້​ສັກສິດ*+ຢູ່​ໂນນ​ພູ​ທຸກ​ບ່ອນ​ແລະ​ຢູ່​ກ້ອງ​ຕົ້ນ​ໄມ້​ໃຫຍ່​ທຸກ​ຕົ້ນ.+ 11 ເຂົາ​ເຈົ້າ​ເຜົາ​ເຄື່ອງ​ບູຊາ​ຢູ່​ບ່ອນ​ນະມັດສະການ​ທຸກ​ບ່ອນ​ຄື​ກັບ​ຊາດ​ຕ່າງ​ໆ​ທີ່​ພະ​ເຢໂຫວາ​ໄດ້​ໄລ່​ໜີ​ໄປ​ຈາກ​ພວກ​ອິດສະຣາເອນ.+ ເຂົາ​ເຈົ້າ​ບໍ່​ເຊົາ​ເຮັດ​ຊົ່ວ ພະ​ເຢໂຫວາ​ຈຶ່ງ​ໃຈ​ຮ້າຍ​ໃຫ້​ເຂົາ​ເຈົ້າ​ຫຼາຍ.

12 ເຂົາ​ເຈົ້າ​ນະມັດສະການ​ຮູບ​ບູຊາ​ຕ່າງ​ໆ​ທີ່​ພະ​ເຢໂຫວາຂີ້ດຽດ*+ ທັງ​ໆ​ທີ່​ເພິ່ນ​ເຄີຍ​ສັ່ງ​ໄວ້​ວ່າ: “ພວກ​ເຈົ້າຢ່າ​ນະມັດສະການ​ສິ່ງ​ເຫຼົ່ານີ້.”+ 13 ພະ​ເຢໂຫວາ​ໃຊ້​ຜູ້​ພະຍາກອນ​ແລະ​ຜູ້​ເຫັນ​ນິມິດ​ທຸກ​ຄົນ​ຂອງ​ເພິ່ນ​ໃຫ້​ເຕືອນ​ພວກ​ອິດສະຣາເອນ​ກັບ​ພວກ​ຢູດາ​ຕະຫຼອດ+ວ່າ: “ໃຫ້​ພວກ​ເຈົ້າ​ເຊົາ​ເຮັດ​ຊົ່ວ!+ ພວກ​ເຈົ້າ​ຕ້ອງ​ເຮັດ​ຕາມ​ຄຳ​ສັ່ງ ຂໍ້​ຮຽກ​ຮ້ອງ ແລະ​ກົດ​ໝາຍ​ທັງ​ໝົດ​ທີ່​ເຮົາ​ໄດ້​ໃຫ້​ປູ່ຍ່າຕານາຍ​ຂອງ​ພວກ​ເຈົ້າ​ແລະ​ທີ່​ເຮົາ​ໄດ້​ສັ່ງ​ພວກ​ເຈົ້າ​ຜ່ານ​ທາງ​ພວກ​ຜູ້ພະຍາກອນ​ທີ່​ເປັນ​ຜູ້​ຮັບ​ໃຊ້​ຂອງ​ເຮົາ.” 14 ແຕ່​ເຂົາ​ເຈົ້າ​ກໍ​ບໍ່​ຟັງ​ແລະ​ຫົວ​ແຂງຄື​ກັບ​ປູ່ຍ່າຕານາຍ​ຂອງ​ເຂົາ​ເຈົ້າ​ທີ່​ບໍ່​ເຊື່ອ​ໃນ​ພະ​ເຢໂຫວາ​ພະເຈົ້າ.+ 15 ເຂົາ​ເຈົ້າ​ບໍ່​ເຮັດ​ຕາມ​ກົດ​ໝາຍ ບໍ່​ເຮັດ​ຕາມ​ສັນຍາ+​ທີ່​ພະເຈົ້າ​ໄດ້​ເຮັດ​ກັບ​ປູ່ຍ່າຕານາຍ​ຂອງ​ເຂົາ​ເຈົ້າ ແລະ​ບໍ່​ຟັງ​ຄຳ​ເຕືອນ​ກ່ຽວ​ກັບ​ສິ່ງ​ທີ່ບໍ່​ດີຕ່າງ​ໆ​.+ ເຂົາ​ເຈົ້າ​ນະມັດສະການ​ຮູບ​ບູຊາ​ທີ່​ບໍ່​ມີ​ຄ່າ+ແລະ​ເຮັດ​ໃຫ້​ໂຕເອງ​ບໍ່​ມີ​ຄ່າ​ຄື​ກັນ.+ ເຂົາ​ເຈົ້າ​ຮຽນ​ແບບ​ຊາດ​ຕ່າງ​ໆ​ທີ່​ຢູ່ອ້ອມແອ້ມ​ທັງ​ໆ​ທີ່​ພະ​ເຢໂຫວາ​ສັ່ງ​ວ່າ: “ຢ່າ​ຮຽນ​ແບບ​ພວກ​ນັ້ນ.”+

16 ເຂົາ​ເຈົ້າ​ບໍ່​ເຮັດ​ຕາມ​ຄຳ​ສັ່ງ​ທຸກ​ຢ່າງ​ຂອງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຂົາ​ເຈົ້າ. ເຂົາ​ເຈົ້າ​ເອົາ​ເຫຼັກ​ມາ​ຫຼໍ່​ເຮັດ​ງົວ​ນ້ອຍ 2 ໂຕ+ ເຮັດ​ເສົາ​ໄມ້​ສັກສິດ+ ຂາບ​ໄຫວ້​ດວງ​ດາວຕ່າງ​ໆ​ທີ່​ຢູ່​ເທິງ​ຟ້າ+ ແລະ​ນະມັດສະການ​ພະ​ບາອານ.+ 17 ນອກ​ຈາກ​ນັ້ນ ເຂົາ​ເຈົ້າ​ຍັງ​ໄດ້​ເຜົາ​ລູກ​ຊາຍ​ແລະ​ລູກສາວ+ ທຳ​ນາຍ​ອະນາຄົດ​+ແລະ​ເບິ່ງ​ດວງ. ເຂົາ​ເຈົ້າຕັ້ງໃຈ*ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ເບິ່ງ​ວ່າ​ຊົ່ວ​ເພື່ອ​ເຮັດ​ໃຫ້​ເພິ່ນ​ໃຈ​ຮ້າຍ.

18 ພະ​ເຢໂຫວາ​ໃຈ​ຮ້າຍ​ໃຫ້​ພວກ​ອິດສະຣາເອນ​ຫຼາຍ ເພິ່ນ​ຈຶ່ງ​ກຳຈັດ​ເຂົາ​ເຈົ້າ​ອອກ​ໄປ​ຈາກ​ຕໍ່​ໜ້າເພິ່ນ.+ ເພິ່ນ​ບໍ່​ໃຫ້​ໃຜ​ເຫຼືອ​ຢູ່​ໃນແຜ່ນດິນນັ້ນ ຍົກເວັ້ນ​ຕະກູນ​ຢູດາ​ຕະກູນ​ດຽວ.

19 ແມ່ນ​ແຕ່​ຕະກູນ​ຢູດາ​ກໍ​ບໍ່​ໄດ້​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຂົາ​ເຈົ້າ.+ ເຂົາ​ເຈົ້າ​ເຮັດ​ຕາມ​ທຳນຽມ​ຂອງ​ພວກ​ອິດສະຣາເອນ.+ 20 ພະ​ເຢໂຫວາ​ຈຶ່ງ​ປະຖິ້ມ​ພວກ​ລູກ​ຫຼານ​ອິດສະຣາເອນ​ທັງ​ໝົດ. ເພິ່ນ​ເຮັດ​ໃຫ້​ເຂົາ​ເຈົ້າ​ຂາຍ​ໜ້າ ຍອມ​ໃຫ້​ເຂົາ​ເຈົ້າ​ຖືກ​ປຸ້ນ ແລະໃນ​ທີ່​ສຸດ​ເພິ່ນ​ກໍ​ໄລ່​ເຂົາ​ເຈົ້າ​ໜີ. 21 ເພິ່ນ​ຕັດ​ພວກ​ອິດສະຣາເອນ​ອອກ​ຈາກ​ຕະກູນ​ຂອງ​ດາວິດ ແລ້ວ​ເຂົາ​ເຈົ້າ​ກໍ​ຕັ້ງ​ເຢໂຣໂບອາມ​ລູກ​ຊາຍ​ຂອງ​ເນບັດ​ເປັນ​ກະສັດ.+ ແຕ່​ເຢໂຣໂບອາມ​ເຮັດ​ໃຫ້​ພວກ​ອິດສະຣາເອນ​ບໍ່​ເຊື່ອ​ຟັງ​ພະ​ເຢໂຫວາ ແລະ​ລາວ​ເປັນ​ຕົ້ນ​ເຫດ​ພາ​ໃຫ້​ເຂົາ​ເຈົ້າ​ເຮັດ​ຜິດ​ຮ້າຍແຮງ. 22 ພວກ​ອິດສະຣາເອນ​ເຮັດ​ຜິດ​ຄື​ກັບ​ເຢໂຣໂບອາມ​ທຸກ​ຢ່າງ.+ ເຂົາ​ເຈົ້າ​ບໍ່​ເຊົາ​ເຮັດ​ຜິດ. 23 ໃນ​ທີ່​ສຸດ ພະ​ເຢໂຫວາ​ຈຶ່ງ​ກຳຈັດ​ພວກ​ອິດສະຣາເອນ​ອອກ​ໄປ​ຈາກ​ຕໍ່​ໜ້າ​ເພິ່ນ ຄື​ກັບ​ທີ່​ເພິ່ນ​ໄດ້​ບອກ​ໄວ້​ຜ່ານ​ທາງ​ຜູ້ພະຍາກອນ​ທຸກ​ຄົນ​ທີ່​ເປັນ​ຜູ້​ຮັບ​ໃຊ້​ຂອງ​ເພິ່ນ.+ ພວກ​ອິດສະຣາເອນ​ຈຶ່ງ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ຢູ່​ອັດຊີເຣຍ​+ແລະ​ຢູ່​ຫັ້ນ​ຈົນ​ຮອດ​ທຸກ​ມື້​ນີ້.

24 ແລ້ວ​ກະສັດ​ອັດຊີເຣຍ​ກໍ​ເອົາ​ຄົນ​ຈາກ​ເມືອງ​ບາບີໂລນ ກຸທາ ອາວາ ຮາມັດ ແລະ​ເສຟາວາຢິມ+ມາ​ຢູ່​ຕາມ​ເມືອງ​ຕ່າງ​ໆ​ຂອງ​ຊາມາເຣຍ​ແທນ​ພວກ​ອິດສະຣາເອນ. ເຂົາ​ເຈົ້າ​ຈຶ່ງ​ຍຶດ​ເອົາ​ເຂດ​ຊາມາເຣຍ​ແລະ​ຢູ່​ຕາມ​ເມືອງ​ຕ່າງ​ໆ​ຂອງ​ເຂດ​ຊາມາເຣຍ. 25 ຕອນ​ທຳອິດ​ທີ່​ຍ້າຍ​ມາ​ຢູ່​ຫັ້ນ ເຂົາ​ເຈົ້າ​ບໍ່​ໄດ້ນະ​ມັດສະການ*​ພະ​ເຢໂຫວາ ພະ​ເຢໂຫວາ​ຈຶ່ງ​ໃຫ້​ໂຕ​ສິງ​ມາ+ກັດບາງຄົນ​ຕາຍ. 26 ມີ​ຄົນ​ໄປ​ບອກ​ກະສັດ​ອັດຊີເຣຍ​ວ່າ: “ພວກ​ຊາດ​ຕ່າງ​ໆ​ທີ່​ກະສັດ​ໃຫ້​ໄປ​ຢູ່​ຕາມ​ເມືອງ​ຕ່າງ​ໆ​ຂອງ​ເຂດ​ຊາມາເຣຍ​ບໍ່​ຮູ້ຈັກ​ສາສະໜາ*ແລະ​ພະເຈົ້າ​ຂອງ​ແຜ່ນດິນ​ນັ້ນ. ເພິ່ນ​ຈຶ່ງ​ໃຫ້​ໂຕ​ສິງ​ມາ​ກັດ​ເຂົາ​ເຈົ້າ​ຕາຍ ຍ້ອນ​ບໍ່​ມີ​ໃຜ​ຮູ້ຈັກ​ສາສະໜາ​ແລະ​ພະເຈົ້າ​ຂອງ​ແຜ່ນດິນ​ນັ້ນ.”

27 ກະສັດ​ອັດຊີເຣຍ​ຈຶ່ງ​ສັ່ງ​ວ່າ: “ໃຫ້​ສົ່ງ​ປະໂລຫິດ​ຜູ້​ໜຶ່ງ​ທີ່​ພວກ​ເຈົ້າ​ຈັບ​ມາ​ເປັນ​ຊະເລີຍ​ຈາກ​ບ່ອນ​ນັ້ນ​ໃຫ້​ກັບ​ຄືນ​ໄປ​ຢູ່​ຫັ້ນ ເພື່ອ​ສອນ​ປະຊາຊົນ​ໃຫ້​ຮູ້ຈັກ​ສາສະໜາ​ແລະ​ພະເຈົ້າ​ຂອງ​ແຜ່ນດິນ​ນັ້ນ.” 28 ປະໂລຫິດ​ຄົນ​ໜຶ່ງ​ທີ່​ຖືກ​ຈັບ​ມາ​ເປັນ​ຊະເລີຍ​ຈາກ​ເຂດ​ຊາມາເຣຍ​ຈຶ່ງ​ຖືກ​ສົ່ງ​ກັບ​ໄປ​ຢູ່​ເມືອງ​ເບເທນ+ ແລະ​ລາວ​ໄດ້​ເລີ່ມ​ສອນ​ເຂົາ​ເຈົ້າ​ໃຫ້ນະ​ມັດສະການ*ພະ​ເຢໂຫວາ.+

29 ແຕ່​ຄົນ​ຈາກ​ຊາດ​ຕ່າງ​ໆ​ທີ່​ຍ້າຍ​ມາ​ໄດ້​ເຮັດ​ຮູບ​ພະ​ຕ່າງ​ໆ​ທີ່​ເຂົາ​ເຈົ້າ​ເຄີຍ​ນະມັດສະການ​ແລະ​ເອົາ​ໄປ​ໄວ້​ຢູ່​ວິຫານ​ຕ່າງ​ໆ​ທີ່​ພວກ​ຊາມາເຣຍ​ໄດ້​ສ້າງ​ໄວ້. ແຕ່​ລະ​ຊາດ​ໄດ້​ເຮັດ​ແບບ​ນີ້​ໃນ​ເມືອງ​ທີ່​ເຂົາ​ເຈົ້າ​ຢູ່. 30 ພວກ​ບາບີໂລນ​ໄດ້​ເຮັດ​ຮູບ​ພະ​ສຸກໂກເບໂນດ ພວກ​ກຸທາໄດ້​ເຮັດ​ຮູບ​ພະ​ເນການ ພວກ​ຮາມັດ+ໄດ້​ເຮັດ​ຮູບ​ພະ​ອາຊີມາ 31 ພວກ​ອາວາ​ໄດ້​ເຮັດ​ຮູບ​ພະ​ນິບຮັດ​ແລະ​ຮູບ​ພະ​ຕາຕັກ. ພວກ​ເສຟາວາຢິມ​ໄດ້​ເຜົາ​ລູກ​ຊາຍ​ຂອງ​ໂຕເອງ​ເປັນ​ເຄື່ອງ​ບູຊາ​ໃຫ້​ຮູບ​ພະ​ອັດຣຳເມເລັກ​ແລະ​ຮູບ​ພະ​ອານຳເມເລັກ​ທີ່​ເປັນ​ພະເຈົ້າ​ຂອງ​ເຂົາ​ເຈົ້າ.+ 32 ເຖິງ​ວ່າ​ຈະ​ນະມັດສະການ​ພະ​ເຢໂຫວາ ແຕ່​ເຂົາ​ເຈົ້າ​ກໍ​ຍັງ​ແຕ່ງຕັ້ງ​ຄົນ​ຂອງ​ໂຕເອງ​ໃຫ້​ເປັນ​ປະໂລຫິດ​ຢູ່​ບ່ອນ​ນະມັດສະການ​ຕ່າງ​ໆ​. ປະໂລຫິດ​ເຫຼົ່ານີ້​ເປັນ​ຜູ້​ເຮັດ​ພິທີ​ໃຫ້​ເຂົາ​ເຈົ້າ​ຢູ່​ວິຫານ​ແລະ​ບ່ອນ​ນະມັດສະການ​ຕ່າງ​ໆ​.+ 33 ເຂົາ​ເຈົ້າ​ນະມັດສະການ​ພະ​ເຢໂຫວາ ແຕ່​ກໍ​ນະມັດສະການ​ພະເຈົ້າ​ຂອງ​ໂຕເອງ​ແລະ​ນັບ​ຖື​ສາສະໜາ​ຂອງ​ຊາດ​ໂຕເອງ​ຄື​ກັບ​ກ່ອນ​ທີ່​ເຂົາ​ເຈົ້າ​ຈະ​ຖືກ​ຈັບ​ມາ​ເປັນ​ຊະເລີຍ.+

34 ຈົນ​ຮອດ​ທຸກ​ມື້​ນີ້ ເຂົາ​ເຈົ້າ​ກໍ​ຍັງ​ນັບ​ຖື​ສາສະໜາ​ຂອງ​ໂຕເອງ. ບໍ່​ມີ​ໃຜ​ນະມັດສະການ​ພະ​ເຢໂຫວາ​ແລະ​ບໍ່​ມີ​ໃຜ​ເຮັດ​ຕາມ​ຂໍ້​ຮຽກ​ຮ້ອງ ການ​ຕັດສິນ ກົດ​ໝາຍ ແລະ​ຄຳ​ສັ່ງ​ທີ່​ພະ​ເຢໂຫວາ​ໃຫ້​ກັບ​ລູກ​ຫຼານ​ຂອງ​ຢາໂຄບ​ຜູ້​ທີ່​ເພິ່ນ​ປ່ຽນ​ຊື່​ໃຫ້​ເປັນ​ອິດສະຣາເອນ.+ 35 ຕອນ​ທີ່​ພະ​ເຢໂຫວາ​ເຮັດ​ສັນຍາ​ກັບ​ພວກ​ອິດສະຣາເອນ+ ເພິ່ນ​ສັ່ງ​ເຂົາ​ເຈົ້າ​ວ່າ: “ຢ່າ​ນະມັດສະການ​ແລະ​ຢ່າ​ຂາບ​ໄຫວ້​ພະເຈົ້າ​ອື່ນ. ຢ່າ​ຮັບ​ໃຊ້​ຫຼື​ເຜົາ​ເຄື່ອງ​ບູຊາ​ໃຫ້​ພະເຈົ້າ​ເຫຼົ່າ​ນັ້ນ.+ 36 ເຮົາແມ່ນ​ເຢໂຫວາ​ຜູ້​ທີ່​ພາ​ພວກ​ເຈົ້າ​ອອກ​ມາ​ຈາກ​ເອຢິບ​ດ້ວຍ​ອຳນາດ​ແລະ​ລິດເດດ​ທີ່​ຍິ່ງ​ໃຫຍ່.+ ເຮົາ​ເປັນ​ຜູ້​ທີ່​ພວກ​ເຈົ້າ​ຄວນ​ນະມັດສະການ+ ຂາບ​ໄຫວ້ ແລະ​ເຜົາ​ເຄື່ອງ​ບູຊາ​ໃຫ້. 37 ພວກ​ເຈົ້າ​ຕ້ອງ​ເຮັດ​ຕາມ​ຢ່າງ​ເຄັ່ງຄັດ​ໃນ​ຂໍ້​ກຳນົດ ການ​ຕັດສິນ ກົດ​ໝາຍ ແລະ​ຄຳ​ສັ່ງ​ທີ່​ເຮົາ​ຂຽນ​ໃຫ້​ພວກ​ເຈົ້າ+ ແລະ​ຢ່າ​ນະມັດສະການ​ພະເຈົ້າ​ອື່ນ. 38 ພວກ​ເຈົ້າ​ຢ່າ​ລືມ​ຄຳ​ສັນຍາ​ທີ່​ເຮົາ​ເຮັດ​ກັບ​ພວກ​ເຈົ້າ+ແລະ​ຢ່າ​ນະມັດສະການ​ພະເຈົ້າ​ອື່ນ. 39 ແຕ່​ໃຫ້​ນະມັດສະການ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ ຍ້ອນ​ເຮົາ​ຈະ​ເປັນ​ຜູ້​ທີ່​ຊ່ວຍ​ພວກ​ເຈົ້າ​ໃຫ້​ລອດ​ຈາກ​ພວກ​ສັດຕູ​ທັງ​ໝົດ.”

40 ແຕ່​ຄົນ​ຈາກ​ຊາດ​ຕ່າງ​ໆ​ທີ່​ຍ້າຍ​ມາ​ຢູ່​ເຂດ​ຊາມາເຣຍ​ບໍ່​ເຊື່ອ​ຟັງ​ແລະ​ຍັງ​ນັບ​ຖື​ສາສະໜາ​ເກົ່າ​ຂອງ​ໂຕເອງ​ຢູ່.+ 41 ເຂົາ​ເຈົ້າ​ນະມັດສະການ​ພະ​ເຢໂຫວາ+ ແຕ່​ກໍ​ນະມັດສະການ​ຮູບ​ພະ​ຂອງ​ເຂົາ​ເຈົ້າ​ນຳ. ລູກ​ຫຼານ​ຂອງ​ເຂົາ​ເຈົ້າ​ກໍ​ເຮັດ​ຕາມ​ທີ່​ປູ່ຍ່າຕານາຍ​ພາ​ເຮັດ​ຈົນ​ຮອດ​ທຸກ​ມື້​ນີ້.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌